ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ກອງພັນ 14 ສ້າງຂະບວນການແຂ່ງຂັນກີລາມວນຊົນ
ເວລາອອກຂ່າວ: 2021-01-19 09:13:43 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 176 | ຄວາມນິຍົມ:



ໃນວັນທີ 11 ມັງກອນ 2021 ນີ້, ກອງພັນ 14 ທີ່ຂຶ້ນກັບ ກອງ ພົນທີ 4 ໄດ້ຈັດກິດຈະກຳເປີດ ຂະບວນການແຂ່ງຂັນກີລາພາຍ ໃນກົມກອງ ເພື່ອຂໍ່ານັບຮັບຕ້ອນ ວັນສ້າງຕັ້ງກອງທັບ ຄົບຮອບ 72 ປີ, ໂດຍການເຂົ້າຮ່ວມຂອງ ສະຫາຍ ພັນໂທ ບຸນໜອມ ຈອມ ພະອິນ ຫົວໜ້າການເມືອງກອງ ພັນ 14, ມີຄະນະພັກ-ຄະນະບັນ ຊາ, ກົມກອງ, ພະນັກງານ-ນັກ ຮົບ ຕະຫຼອດຮອດນັກກີລາແຕ່ລະ ທີມເຂົ້າຮ່ວມ. ສະຫາຍ ພັນຕີ ໄຊບັນດິດ ນວນຈັນ ຮອງຫົວໜ້າການທະ ຫານກອງພັນ 14 ໄດ້ຜ່ານແຜນການເປີດຂະບວນການແຂ່ງຂັນກີລາ ເຊິ່ງລວມມີ 3 ປະເພດກີລາ ຄື: ບານສົ່ງ 5 ທີມ, ກະຕໍ້ 5 ທີມ, ເປຕັງ 5 ທີມ, ໃນການແຂ່ງຂັນ ກີລາໃນຄັ້ງນີ້ ເພື່ອສ້າງຂະບວນ ການຂໍ່ານັບຮັບຕ້ອນວັນສ້າງ ຕັ້ງກອງທັບປະຊາຊົນລາວ ຄົບຮອບ 72 ປີ ແລະ ກະກຽມໃຫ້ ແກ່ການປ່ອນບັດເລືອກຕັ້ງສະມາ ຊິກສະພາແຫ່ງຊາດ ຊຸດທີ IX ແລະ ສະມາຊິກສະພາປະຊາຊົນ ແຂວງ ຊຸດທີ II ທີ່ໃກ້ຈະມາເຖິງ ໃຫ້ເປັນຂະບວນການຟົດຟື້ນ ແລະ ອີກຢ່າງໜຶ່ງທັງເປັນການຮັດ ແໜ້ນຄວາມສາມັກຄີພາຍໃນ- ພາຍນອກ ຄື: ພະນັກງານ-ນັກຮົບ ພາຍໃນກົມກອງ ລະຫວ່າງ ກອງ ຮ້ອຍກັບກອງຮ້ອຍ, ໝວດຕໍ່ ໝວດ, ໝູ່ຕໍ່ໝູ່ ແລະ ບຸກຄົນຕໍ່ບຸກ ຄົນ, ເຮັດໃຫ້ມີສຸຂະພາບແຂງ ແຮງ, ກຽມປະຕິບັດໜ້າທີ່ທີ່ຂັ້ນ ເທິງມອບໝາຍໃຫ້ໄດ້ຢ່າງດີ ການ ແຂ່ງຂັນໃນຄັ້ງນີ້ ຈະດຳເນີນໄປ ຮອດວັນທີ 20 ມັງກອນ 2021 ຈຶ່ງຈະສຳເລັດ. ໂອກາດນີ້, ສະຫາຍ ພັນໂທ ບຸນໜອມ ຈອມພະອິນ ໄດ້ໂອ້ລົມ ແລະ ເນັ້ນໜັກໃຫ້ຄະນະຮັບຜິດ ຊອບພະນັກງານ-ນັກຮົບ ແລະ ນັກກີລາແຕ່ລະທີມ ຈົ່ງເພີ່ມທະວີ ຍົກສູງຄວາມຮັບຜິດຊອບຂອງ ຕົນໃຫ້ສູງຂຶ້ນກວ່າເກົ່າ, ລະມັດ ລະວັງໃນການຫຼິ້ນກີລາແຕ່ລະ ປະເພດເພື່ອຮັບປະກັນທາງດ້ານ ສຸຂະພາບບໍ່ໃຫ້ບາດເຈັບໃນເວລາ ແຂ່ງຂັນເພື່ອເຮັດສຳເລັດໜ້າທີ່ ຂອງຕົນ. ໂດຍ: ສອນພິໄຊ ໄຊຍະວົງ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ