ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ຄະນະບໍລິຫານງານສູນກາງພັກ ສະໄໝທີ XI ວາງກະຕ່າດອກໄມ້ຢູ່ຫໍພິພິທະພັນ ໄກສອນ ພົມວິຫານ
ເວລາອອກຂ່າວ: 2021-01-19 09:10:20 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 63 | ຄວາມນິຍົມ:



ຕອນເຊົ້າວັນທີ 16 ມັງກອນ 2021 ນີ້, ຄະນະບໍລິຫານງານ ສູນກາງພັກ ປະຊາຊົນປະຕິວັດ ລາວ ສະໄໝທີ XI ນຳໂດຍ ສະ ຫາຍ ທອງລຸນ ສີສຸລິດ ເລຂາທິ ການໃຫຍ່ ຄະນະບໍລິຫານງານ ສູນກາງພັກປະຊາຊົນ ປະຕິວັດ ລາວ ພ້ອມດ້ວຍຄະນະ ໄດ້ເຂົ້າ ວາງກະຕ່າດອກໄມ້ຢູ່ຕໍ່ໜ້າຮູບ ປັ້ນຫຼໍ່ຂອງ ປະທານ ໄກສອນ ພົມ ວິຫານ ເນື່ອງໃນໂອກາດຊົມເຊີຍ ຜົນສຳເລັດກອງປະຊຸມໃຫຍ່ຜູ້ ແທນທົ່ວປະເທດ ຄັ້ງທີ XI ຂອງ ພັກປະຊາຊົນປະຕິວັດລາວ. ການວາງກະຕ່າດອກໄມ້ໃນ ຄັ້ງນີ້, ເປັນການສະແດງຄວາມ ເຄົາລົບຮັກ, ຄວາມກະຕັນຍູຮູ້ບຸນ ຄຸນ, ຄຸນງາມຄວາມດີ ແລະ ຜົນ ງານອັນໃຫຍ່ຫຼວງຂອງປະທານ ໄກສອນ ພົມວິຫານ ລູກຜູ້ປະເສີດ ຂອງປະຊາຊົນບັນດາເຜົ່າ, ຜູ້ນຳ ທີ່ດີເດັ່ນ ແລະ ເຄົາລົບຮັກຂອງ ພັກ-ລັດ ແລະ ປວງຊົນລາວທັງ ຊາດ, ວິລະບູລຸດ ແຫ່ງຊາດລາວ ທີ່ໄດ້ອຸທິດຕົນຍອມເສຍສະຫຼະ ສ່ວນຕົວເພື່ອຜົນປະໂຫຍດສ່ວນ ລວມ, ເພື່ອປະເທດຊາດ ແລະ ການປະຕິວັດ ໃນໄລຍະຜ່ານມາ ຈົນສາມາດປົດປ່ອຍປະເທດຊາດ ໄດ້ຢ່າງສົມບູນ ແລະ ສະຖາປະນາ ເປັນສາທາລະນະລັດ ປະຊາທິ ປະໄຕ ປະຊາຊົນລາວຈົນມາຮອດ ປັດຈຸບັນ. ພ້ອມທັງເປັນການແຈ້ງ ຜົນສໍາເລັດສົມບູນຂອງກອງປະ ຊຸມໃຫຍ່ຄັ້ງທີ XI ຂອງພັກໃຫ້ໄດ້ ຮັບຮູ້ ແລະ ຊື່ນຊົມຕໍ່ຜົນສຳເລັດດັ່ງ ກ່າວ. ຈາກນັ້ນ, ຄະນະດັ່ງກ່າວກໍໄດ້ ເຂົ້າຢ້ຽມຊົມການວາງສະແດງ ຮູບພາບການເຄື່ອນໄຫວວຽກ ງານຕ່າງໆ ຂອງບັນດາການ ນຳພັກ, ລັດກໍຄື ການເຄື່ອນໄຫວ ປະຕິວັດຂອງປະທານ ໄກສອນ ພົມວິຫານ ໃນໄລຍະຜ່ານມາຢູ່ ຫໍພິພິທະພັນໄກສອນ ພົມວິຫານ ຕື່ມອີກ. ໂດຍ: ເພັດ ສົມນໍວັນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ