ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ຄະນະນຳກະຊວງປ້ອງກັນປະເທດລົງຢ້ຽມຢາມພະນັກງານບຳນານ ແລະ ຜູ້ເສຍອົງຄະ
ເວລາອອກຂ່າວ: 2021-01-19 09:03:42 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 101 | ຄວາມນິຍົມ:



ວັນທີ 18 ມັງກອນ 2021 ນີ້, ຄະນະນໍາກະຊວງປ້ອງກັນປະ ເທດ ໄດ້ເຄື່ອນໄຫວຢ້ຽມຢາມພະນັກງານບຳນານ, ຜູ້ເສຍອົງ ຄະ ແລະ ພະນັກງານທີ່ປິ່ນປົວ ສຸຂະພາບຢູ່ສູນເສຍອົງຄະພິເສດ 790, ສູນອົງຄະທຽມ-ຟື້ນຟູສະ ມັດຕະພາບ 686, ສູນພັດທະນາ ສູນເສຍອົງຄະ 489, ບ້ານຈັດສັນພະນັກງານບໍານານຫ້ວຍ ໝາກພິກ 194 ແລະ ໂຮງໝໍສູນ ກາງ 103 ກອງທັບ ເນື່ອງໃນໂອ ກາດວັນສ້າງຕັ້ງກອງທັບປະຊາ ຊົນລາວ ຄົບຮອບ 72 ປີ ທີ່ຈະ ມາເຖິງນີ້. ໃນນີ້, ຢູ່ສູນເສຍອົງ ຄະພິເສດ 790 ແມ່ນນຳໂດຍ ສະຫາຍ ພົນຕີ ປອ ວົງຄຳ ພົມ ມະກອນ ກຳມະການສູນກາງພັກ ຫົວໜ້າກົມໃຫຍ່ພະລາທິການ ກອງທັບ, ຢູ່ສູນອົງຄະທຽມ-ຟື້ນຟູສະມັດຕະພາບ 686 ແມ່ນ ນໍາໂດຍ ສະຫາຍ ພົນຕີ ສອນທອງ ພົມລາວົງ ກຳມະການຄະນະ ປະຈຳພັກກະຊວງ ຮອງຫົວໜ້າ ກົມໃຫຍ່ການເມືອງກອງທັບ, ຢູ່ສູນພັດທະນາສູນເສຍອົງຄະ 489, ນຳໂດຍ ສະຫາຍ ພົນຕີ ປະສິດ ທ່ຽງທຳ ກຳມະການຄະ ນະປະຈຳພັກ ຮອງຫົວໜ້າກົມ ໃຫຍ່ເສນາທິການກອງທັບ, ຢູ່ ບ້ານຈັດສັນພະນັກງານບໍານານ ຫ້ວຍໝາກພິກ 194 ນໍາໂດຍ ສະຫາຍ ພົນຕີ ຈັນທອງ ສອນຕະ ອາດ ກຳມະການຄະນະປະຈຳ ພັກກະຊວງ ຮອງຫົວໜ້າກົມໃຫຍ່ ເສນາທິການກອງທັບ ແລະ ຢູ່ ໂຮງໝໍສູນກາງ 103 ກອງທັບ, ນໍາໂດຍ ສະຫາຍ ພົນຈັດຕະວາ ວົງສອນ ອິນປານພິມ ກຳມະການ ຄະນະປະຈຳພັກກະຊວງ ຮອງ ຫົວໜ້າກົມໃຫຍ່ການເມືອງ. ການລົງຢ້ຽມຢາມໃນຄັ້ງນີ້, ແມ່ນເພື່ອເປັນການສະແດງເຖິງ ຄວາມເປັນຫ່ວງເປັນໄຍ ແລະ ຄວາມຮູ້ບຸນຄຸນຂອງການນຳກະ ຊວງປ້ອງກັນປະເທດທີ່ມີຕໍ່ບັນ ດາສະຫາຍພະນັກງານປະຕິ ວັດອາວຸໂສ-ບຳນານ, ພະນັກ ງານເສຍອົງຄະ-ພັກຜ່ອນ ແລະ ພະນັກງານ-ລັດຖະກອນເສຍ ອົງຄະຍ້ອນການສູ້ຮົບ ແລະ ຮັບ ໃຊ້ການສູ້ຮົບທີ່ຢູ່ບັນດາສູນເສຍ ອົງຄະ ແລະ ຄົນເຈັບທີ່ເປັນ ພະນັກງານ, ທະຫານປິ່ນປົວຢູ່ ໂຮງໝໍທີ່ໄດ້ປະກອບສ່ວນສະ ຕິປັນຍາ, ເລືອດເນື້ອເຫື່ອແຮງ ຂອງຕົນເຂົ້າໃນການປະຕິບັດ ໜ້າທີ່ການເມືອງຂອງຕົນທີ່ໄດ້ ຮັບບາດເຈັບ ແລະ ເສຍອົງຄະ ຈາກການປະຕິບັດໜ້າທີ່ການ ເມືອງຂອງພະນັກງານ-ນັກຮົບ ໃນພາລະກິດປົດປ່ອຍຊາດໃນ ເມື່ອກ່ອນ ກໍຄືພາລະກິດປົກປັກ ຮັກສາ ແລະ ສ້າງສາພັດທະນາ ປະເທດຊາດໃນປະຈຸບັນ. ໃນໂອ ກາດເຄື່ອນໄຫວຢ້ຽມຢາມຂອງ ຄະນະນໍາກະຊວງປ້ອງກັນປະ ເທດ ໄດ້ມອບວັດຖຸປັດໄຈ ແລະ ກະຕ່າດອກໄມ້ໃຫ້ແຕ່ລະບ່ອນ ເພື່ອນຳໄປໝູນໃຊ້ເຂົ້າໃນການ ພັດທະນາສູນ, ກົມກອງ ແລະ ອົງ ການຂອງຕົນໃຫ້ເຂັ້ມແຂງ, ໜັກ ແໜ້ນ. ໂດຍ: ເພັດ ສົມນໍວັນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ