ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ໂຮງຮຽນທິດສະດີການເມືອງກອງທັບ ຈັດຕັ້ງປາຖະກະຖາວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 72 ປີ
ເວລາອອກຂ່າວ: 2021-01-19 09:02:00 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 34 | ຄວາມນິຍົມ:



ຕອນເຊົ້າວັນທີ 18 ມັງກອນ 2021 ນີ້, ທີ່ໂຮງຮຽນທິດສະດີ ການເມືອງກອງທັບ ໄດ້ຈັດກອງ ປະຊຸມປາຖະກະຖາກ່ຽວກັບວັນ ສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 72 ປີ ( 20 ມັງກອນ1949 ຫາ 20 ມັງກອນ 2021 ), ໂດຍ ການເຜີຍແຜ່ຂອງ ສະຫາຍ ພົນໂທ ໄອ່ ສຸລິຍະແສງ ອະດີດກໍາມະການ ສູນກາງພັກ, ອະດີດຮອງລັດຖະ ມົນຕີກະຊວງປ້ອງກັນປະເທດ, ອະດີດຫົວໜ້າກົມໃຫຍ່ເສນາທິ ການກອງທັບ, ມີບັນດາຄະນະ ພັກ, ຄະນະອໍານວຍການ, ຄະນະ ຫ້ອງ, ຄະນະວິຊາຄູ, ຄະນະກອງ ພັນນັກສຶກສາ, ພະນັກງານ-ຄູອາ ຈານ ແລະ ນັກສຶກສາເຂົ້າຮ່ວມ. ຈຸດປະສົງ ເພື່ອສຶກສາອົບຮົມ ໃຫ້ບັນດາພະນັກງານຄູ-ອາຈານ ທົ່ວໂຮງຮຽນທິດສະດີການເມືອງ ກອງທັບໃຫ້ມີຈິດໃຈຮັກຊາດ, ຮັກລະບອບໃໝ່, ຮັກລະບອບ ປະຊາທິປະໄຕປະຊາຊົນ, ມີນໍ້າ ໃຈປະຕິວັດ,ມີຄວາມກະຕັນຍູ້ຮູ້ ບຸນຄຸນ ແລະ ຮໍ່າຮຽນເອົາແບບ ຢ່າງຄຸນສົມບັດສິນທໍາປະຕິວັດ ຂອງບັນດາຜູ້ນໍາ ແລະ ນັກຮົບປະ ຕິວັດຮຸ່ນກ່ອນ, ຖືເປັນໂອກາດ ສ້າງຂະບວນການຕອບບຸນແທນ ຄຸນຜູ້ທີ່ໄດ້ເສຍສະຫຼະຊີວິດ, ຜູ້ ເສຍອົງຄະ,ຄອບຄົວຜູ້ມີຜົນງານ ໃນພາລະກິດຕໍ່ສູ້ກູ້ຊາດ, ປົກປັກ ຮັກສາສ້າງສາພັດທະນາປະ ເທດຊາດ, ພ້ອມນັ້ນກໍເພື່ອສ້າງ ຄວາມສາມັກຄີເປັນປຶກແຜ່ນ, ສ້າງສະຕິເປັນເຈົ້າຕົນເອງ-ເພິ່ງ ຕົນເອງ, ມີສະຕິລະວັງຕົວຕໍ່ກົນ ອຸບາຍມ້າງເພທໍາລາຍຂອງອິດ ທິກໍາລັງປໍລະປັກ ແລະ ເປັນເຈົ້າ ການເຂົ້າຮ່ວມ ໃນການປະຕິບັດ ແນວທາງປ້ອງກັນຊາດ-ປ້ອງ ກັນຄວາມສະຫງົບ ທົ່ວປວງ ຊົນຮອບດ້ານຂອງພັກ, ເຮັດໃຫ້ ການສະເຫຼີມສະຫຼອງວັນສ້າງ ຕັ້ງກອງທັບ ຄົບຮອບ 72 ປີ ເຕັມ ໄປດ້ວຍເນື້ອໃນ, ຄວາມໝາຍ ຄວາມສໍາຄັນທີ່ເລິກເຊິ່ງ, ເປັນ ຂະບວນການທີ່ຟົດຟື້ນມ່ວນຊື່ນ, ສະຫງົບປອດໄພ, ມີຄວາມເປັນ ລະບຽບຮຽບຮ້ອຍ ແລະ ປຸກລະ ດົມທົ່ວສັງຄົມເວົ້າລວມເວົ້າສະ ເພາະກໍແມ່ນພະນັກງານຄູ-ອາ ຈານ ແລະ ນັກຮຽນ, ນັກສຶກ ສາ ເຂົ້າຮ່ວມຂະບວນການຮັກຊາດ ແລະ ພັດທະນາຢ່າງກວ້າງ ຂວາງ. ໃນໂອກາດດັ່ງກ່າວ ສະຫາຍ ພົນໂທ ໄອ່ ສຸລິຍະແສງ ໄດ້ຍົກ ໃຫ້ເຫັນປະຫວັດສາດການກໍາ ເນີດຂອງກອງທັບປະຊາຊົນລາວ ໂດຍສະເພາະສະພາບແວດລ້ອມກ່ອນການສ້າງຕັ້ງກອງທັບປະ ຊາຊົນລາວ, ຄວາມໝາຍຄວາມ ສໍາຄັນ, ຜົນງານ-ໄຊຊະນະ ແລະ ການເຕີບໃຫຍ່ຂະຫຍາຍຕົວຂອງກອງທັບປະຊາຊົນລາວໃນໄລຍະຕໍ່ສູ້ກູ້ຊາດ, ລວມທັງໄລຍະປະຕິ ບັດພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ຂອງກອງທັບປະຊາຊົນລາວ ໃນ ໄລຍະໃໝ່ໂດຍຜ່ານໄລຍະທາງ ແຫ່ງການສ້າງຕັ້ງ, ສູ້ຮົບມີໄຊ ແລະ ເຕີບໃຫຍ່ຂະຫຍາຍຕົວ ພາຍໃຕ້ການນໍາພາອັນປິຊາສາ ມາດ ແລະ ສະຫຼາດສ່ອງໃສຂອງ ພັກປະຊາຊົນ ປະຕິວັດລາວ, ເຊິ່ງ ກອງທັບປະຊາຊົນລາວ ໄດ້ຜ່ານ ຜ່ານອຸປະສັກນາໆປະການ, ເຮັດ ສໍາເລັດພາລະກໍາ ປະຫວັດສາດ ທີ່ພັກ ແລະ ປະຊາຊົນ ມອບໝາຍ ໃຫ້ຢ່າງມີໄຊ, ສາມາດຕີເອົາຊະ ນະຈັກກະພັດລ່າເມືອງຂຶ້ນຝຣັ່ງ ແລະ ຈັກກະພັດອາເມຣິກາ ຜູ້ ຮຸກຮານ ພ້ອມດ້ວຍລູກແຫຼ້ງຕີນມື ຂອງພວກເຂົາ, ສາມາດປົດປ່ອຍ ປະເທດຊາດໄດ້ຢ່າງສົມບູນ. ໃນ ນັ້ນ, ສະຫາຍ ພົນໂທ ໄອ່ ສຸລິຍະ ແສງ ໄດ້ເນັ້ນໜັກຍົກໃຫ້ເຫັນປະ ຫວັດມູນເຊື້ອອັນສະຫງ່າງາມ ຂອງກອງທັບປະຊາຊົນລາວ ໂດຍສະເພາະທາດແທ້, ມູນເຊື້ອ, ຄວາມຈົງຮັກພັກດີຕໍ່ພັກ, ຕໍ່ປະ ເທດຊາດ, ຕໍ່ປະຊາຊົນ, ຕໍ່ອຸດົມ ການສັງຄົມນິຍົມ, ນໍ້າໃຈຕໍ່ສູ້ພິ ລະອາດຫານ, ເສຍສະຫຼະ, ກ້າ ແກ່ນ, ໜຽວແໜ້ນ, ມີໄຫວພິບ, ມີຄວາມດຸໝັ້ນຂະຫຍັນພຽນ, ມີນໍ້າໃຈປະຢັດມັດທະຍັດ, ມີ ຄວາມສາມັກຄີ ແລະ ມີລະບຽບ ວິໄນທີ່ເຂັ້ມງວດ. ດັ່ງນັ້ນ, ຜ່ານ ພຶດຕິກໍາຕົວຈິງຕໍ່ການຕໍ່ສູ້ກູ້ຊາດ ຍືດເຍື້ອຍາວນານໄດ້ຢັ້ງຢືນ ຢ່າງຈະແຈ້ງວ່າ: ກອງທັບປະຊາ ຊົນລາວແມ່ນມາຈາກປະຊາຊົນ,ໂດຍປະຊາຊົນ ແລະ ເພື່ອປະຊາຊົນ ພາຍໃຕ້ການນໍາພາເດັດຂາດໂດຍ ກົງ ແລະ ຮອບດ້ານຂອງພັກ ປະ ຊາຊົນປະຕິວັດລາວ. ໂດຍ: ຍັນສະດາ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ