ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XI ຂອງພັກປະຊາຊົນປະຕິວັດລາວ ອັດລົງດ້ວຍຜົນສຳເລັດຢ່າງຈົບງາມ
ເວລາອອກຂ່າວ: 2021-01-15 22:19:26 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 212 | ຄວາມນິຍົມ:



ກອງປະຊຸມໃຫຍ່ຜູ້ແທນທົ່ວປະ ເທດ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ ໄດ້ອັດລົງດ້ວຍຜົນ ສຳ ເລັດຢ່າງຈົບງາມ ໃນວັນທີ 15 ມັງກອນ 2021, ພາຍຫັຼງດໍາເນີນ ມາເປັນເວລາ 3 ວັນ (13-15 ມັງ ກອນ 2021 ) ເຊິ່ງມີຜູ້ແທນສົມ ບູນ 768 ສະຫາຍ, ເພດຍິງ 116 ຫາຍ ປະກອບມີ 43 ຊົນເຜົ່າທີ່ ເປັນຕົວແທນໃຫ້ແກ່ສະມາຊິກພັກ ທົ່ວປະເທດ 348.686 ສະຫາຍ ເຂົ້າຮ່ວມ. ສະຫາຍ ບຸນທອງ ຈິດມະນີ ກຳມະການກົມການເມືອງສູນ ກາງພັກ ຜູ້ປະຈຳການຄະນະ ເລຂາທິການສູນກາງພັກໄດ້ ແຈ້ງຜົນກອງປະຊຸມຄັ້ງປະຖົມ ມະລຶກຂອງຄະນະບໍລິຫານ ງານສູນ ກາງພັກ ສະໄໝທີ XI ໄດ້ ເລືອກຕັ້ງຄະນະບໍລິຫານງານສູນ ກາງພັກສະໄໝ ທີ XI ເຊິ່ງປະກອບດ້ວຍກໍາມະການສົມບູນສູນ ກາງພັກ 71 ສະຫາຍ, ຍິງ 12 ສະຫາຍ ແລະ ກໍາມະການສໍາ ຮອງສູນກາງພັກ 10 ສະຫາຍ ໃນນັ້ນມີເພດຍິງ 2 ສະຫາຍ ເພື່ອ ເປັນ ຜູ້ນຳພາ ທົ່ວພັກ, ທົ່ວລັດ, ທົ່ວກຳລັງປະກອບອາວຸ ແລະ ທົ່ວ ປວງຊົນຈັດຕັ້ງປະຕິບັດມະຕິ ກອງປະຊຸມໃຫຍ່ ຄັ້ງທີ XI ຂອງ ພັກໃຫ້ມີຜົນສໍາເລັດໃໝ່, ສ້າງ ບາດກ້າວບຸກທະລຸໃນການພັດທະ ນາໃຫ້ເປັນຈິງ ແລະ ນໍາພາປະ ເທດຊາດກ້າວຂຶ້ນຢ່າງໜັກແໜ້ນ ຕໍ່ໄປ. ກອງປະຊຸມຄັ້ງປະຖົມມະ ລຶກຂອງຄະນະບໍລິຫານງານສູນ ກາງພັກສະໄໝທີ XI ໄດ້ເປັນເອ ກະສັນເລືອກຕັ້ງກົມການເມືອງ ສູນກາງພັກ ເຊິ່ງປະກອບມີ 13 ສະຫາຍ ຄື: ສະຫາຍ ປອ ທອງລຸນ ສີສຸລິດ,ສະຫາຍ ປອ ພັນຄຳ ວິພາ ວັນ,ສະຫາຍ ນາງ ປານີ ຢາທໍ່ຕູ້, ສະຫາຍ ປອ ບຸນທອງ ຈິດມະນີ , ສະຫາຍ ປອ ໄຊສົມພອນ ພົມວິ ຫານ, ສະຫາຍ ພົນເອກ ຈັນສະ ໝອນ ຈັນຍາລາດ, ສະຫາຍ ຄໍາພັນ ພົມມະທັດ, ສະຫາຍ ປອ ສິນລະວົງ ຄຸດໄພທູນ, ສະຫາຍ ສອນໄຊ ສີພັນດອນ , ສະຫາຍ ສຈ ປອ ກິແກ້ວ ໄຂຄຳພິທູນ, ສະ ຫາຍ ພົນໂທ ວິໄລ ຫຼ້າຄຳຟອງ, ສະຫາຍ ນາງ ສີໃສ ລືເດດມູນ ສອນ ແລະ ສະຫາຍ ສະເຫີຼມໄຊ ກົມມະສິດ. ກອງປະຊຸມຄັ້ງປະຖົມມະລຶກ ໄດ້ເລືອກເອົາກໍາມະການໃນຄະ ນະເລຂາທິການສູນກາງພັກ 9 ສະຫາຍ ຄື: ສະຫາຍ ປອ ທອງລຸນ ສີສຸລິດ, ສະຫາຍ ປອ ບຸນທອງ ຈິດມະນີ, ສະຫາຍ ປອ ຄຳພັນ ພົມມະທັດ, ສະຫາຍ ນາງ ສີໃສ ລືເດດມູນສອນ, ສະຫາຍ ປອ ຄຳພັນ ເຜີຍຍະວົງ, ສະຫາຍ ປອ ອານຸພາບ ຕຸນາລົມ, ສະຫາຍ ຮສ ປອ ທອງສະລິດ ມັງໜໍ່ເມກ, ສະຫາຍ ປອ ນາງ ສູນທອນ ໄຊ ຍະຈັກ ແລະ ສະຫາຍ ປອ ນາງ ວຽງທອງ ສີພັນດອນ. ກອງປະ ຊຸມໄດ້ເລືອກຕັ້ງເອົາສະຫາຍ ບຸນ ທອງ ຈິດມະນີ ເປັນຜູ້ປະຈຳການ ຄະນະເລຂາທິການສູນກາງພັກ. ກອງປະຊຸມຄັ້ງປະຖົມມະລຶກ ຂອງຄະນະບໍລິຫານງານສູນ ກາງພັກ ສະໄໝທີ XI ໄດ້ເປັນ ເອກະສັນກັນຢ່າງສົມບູນເລືອກ ສະຫາຍ ທອງລຸນ ສີສຸລິດ ເປັນເລ ຂາທິການໃຫຍ່ ຄະນະບໍລິຫານ ງານສູນ ກາງພັກສະໄໝທີ XI , ກອງປະຊຸມຍັງເລືອກເອົາປະ ທານ, ບັນດາຮອງປະທານ ຄະ ນະກວດກາສູນກາງພັກ ໃນນັ້ນ ເຫັນດີເອກະພາບເລືອກ ສະຫາຍ ປອ ຄຳພັນ ພົມມະທັດ ເປັນປະ ທານຄະນະກວດກາ ສູນກາງພັກ ແລະ ເລືອກຮອງປະທານ ຄະນະ ກວດ ກາສູນກາງພັກ ຈຳນວນ 6 ສະຫາຍ ຄື: ສະຫາຍ ວິໄລວັນ ບຸດດາຄຳ ,ສະຫາຍ ສີໄນ ມຽງລາ ວັນ , ສະຫາຍ ສຸກຄຳເພັດ ເຮືອງ ບຸດສີ, ສະຫາຍ ດາວບົວລະ ພາ ບາວົງເພັດ, ສະຫາຍ ໄຊຄຳ ອຸ່ນ ມີໄຊ ແລະ ສະຫາຍ ວັນໄຊ ຊົງຊາ ຢູ . ພາຍຫລັງ ສະຫາຍ ບຸນທອງ ຈິດມະນີ ກ່າວລາຍງານ ຜົນ ກອງປະຊຸມຄັ້ງປະຖົມມະລຶກ ຂອງຄະນະບໍລິຫານງານສູນ ກາງພັກ ສະໄໝທີ XI ແລ້ວ, ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກສະໄໝທີ XI ໄດ້ກ່າວຄຳສັນລະເສີນຜົນງານ ແລະ ຄຸນງາມຄວາມດີ ຂອງສະ ຫາຍ ບຸນຍັງ ວໍລະຈິດ ເລຂາທິການ ໃຫຍ່ຄະນະບໍລິຫານງານສູນ ກາງພັກ ສະໄໝທີ X ທີ່ໄດ້ທຸ່ມເທ ອຸທິດເຫື່ອແຮງ ແລະ ສະຕິປັນຍາ ເຂົ້າໃນພາລະກິດແຫ່ງການຕໍ່ສູ້ ປົດປ່ອຍປະເທດຊາດ ໃນເມື່ອ ກ່ອນ ແລະ ໄລຍະແຫ່ງ ການປົກ ປັກຮັກສາ ແລະ ສ້າງສາປະເທດ ຊາດ. ພ້ອມນັ້ນ ສະຫາຍ ກິແກ້ວ ໄຂຄໍາພິທູນ ກຳມະການກົມການ ເມືອງສູນ ກາງພັກ ໄດ້ຂຶ້ນຜ່ານມະ ຕິຂອງກອງປະຊຸມໃຫຍ່ຜູ້ແທນ ທົ່ວປະເທດ ຄັ້ງທີ XI ຂອງພັກ ແລະ ລົງຄະແນນສຽງຮັບຮອງ ເອົາມະຕິຂອງກອງປະຊຸມໃຫຍ່ ຜູ້ແທນທົ່ວປະເທດ ຄັ້ງທີ XI ຢ່າງ ເປັນເອກະສັນ.ຈາກນັ້ນ ສະຫາຍ ທອງລຸນ ສີສຸລິດ ເລຂາທິການ ໃຫຍ່ຄະນະບໍລິຫານງານສູນກາງ ພັກສະໄໝທີ XI ກໍໄດ້ກ່າວສູນ ທອນພົດອັດກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XI ຂອງພັກປະຊາຊົນປະຕິວັດລາວ ຢ່າງເປັນ ທາງການ. ໂດຍ: ໂຊເລ້



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ