ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກ່າວອັດກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XI ຂອງພັກ
ເວລາອອກຂ່າວ: 2021-01-15 22:16:13 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 71 | ຄວາມນິຍົມ:



ຮຽນ: ຄະນະປະທານທີ່ ນັບຖື, ບັນດາສະຫາຍຜູ້ແທນ ແລະ ແຂກກອງປະຊຸມໃຫຍ່ທີ່ນັບ ຖື ແລະ ຮັກແພງ. ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XI ຂອງພັກ ປະຊາຊົນປະຕິວັດລາວໄດ້ດໍາ ເນີນ ມາ ເປັນເວລາ 3 ວັນ ເຕັມດ້ວຍ ຄວາມຮັບຜິດຊອບສູງ, ມາຮອດ ເວລານີ້ໄດ້ສິ້ນສຸດລົງດ້ວຍຜົນສໍາ ເລັດຢ່າງສະຫງ່າງາມຕາມຈຸດ ປະສົງຄາດໝາຍທີ່ວາງໄວ້. ກອງປະຊຸມໃຫຍ່ ໄດ້ມີຄວາມ ເປັນເອກະພາບຢ່າງສົມບູນຕໍ່ບົດ ລາຍງານການເມືອງຂອງຄະນະ ບໍລິຫານງານສູນກາງພັກສະໄໝ ທີ X ເປັນຕົ້ນແມ່ນທັດສະນະການ ຕີລາຄາຜົນໄດ້ຮັບໃນການຈັດ ຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ X ຂອງພັກ ແລະ ປະເມີນ ຢ່າງກວມລວມການສ້າງບັນດາ ປະຖົມປັດໄຈໃຫ້ແກ່ການກ້າວ ຂຶ້ນສັງຄົມນິຍົມໃນຊຸມປີທີ່ຜ່ານ ມາ ກໍຄືບັນດາຂໍ້ສະຫຼຸບ ແລະ ບົດ ຮຽນທີ່ຖອດຖອນໄດ້ຈາກພຶດຕິ ກໍາຕົວຈິງ, ພ້ອມກັນນັ້ນກໍໄດ້ໃຫ້ ທິດຊີ້ນໍາຕໍ່ແຜນພັດທະນາເສດຖະ ກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ IX. ອັນນີ້ ເປັນການຢັ້ງຢືນຢ່າງ ໜັກແໜ້ນວ່າພັກເຮົາຍາມໃດກໍ ຢຶດໝັ້ນໃນທິດສະດີມາກ-ເລນິນ, ແນວຄິດໄກສອນ ພົມວິຫານ ແລະ ມູນເຊື້ອອັນດີງາມ ຂອງພັກ, ກໍາແໜ້ນສະພາວະຄວາມເປັນຈິງຂອງປະເທດຊາດ ກໍຄືຄວາມ ມຸ່ງມາດປາດຖະໜາຂອງປະຊາ ຊົນລາວບັນດາເຜົ່າໃນທົ່ວປະ ເທດ, ມີຄວາມສະດຸ້ງໄວຕໍ່ບັນຫາ ໃໝ່ທີ່ເກີດຂຶ້ນ ແລະ ເສີມຂະ ຫຍາຍຄວາມປະດິດສ້າງໃນການ ກໍານົດແນວທາງ, ແຜນນະໂຍ ບາຍຂອງພັກ. ແນວທາງ, ແຜນ ນະໂຍບາຍທີ່ກອງປະຊຸມໃຫຍ່ ຄັ້ງທີ X ຂອງພັກວາງອອກ ແມ່ນ ການສືບທອດເພີ່ມເຕີມເສີມຂະ ຫຍາຍແນວທາງປ່ຽນແປງໃໝ່ ຮອບດ້ານ ມີຫຼັກການຂອງພັກເຮົາ ໃຫ້ເປັນລະບົບ ແລະ ບໍລິບູນຂຶ້ນ ເລື້ອຍໆ ແນໃສ່ສືບຕໍ່ສ້າງ ແລະ ບູລະນະລະບອບ ປະຊາທິປະໄຕ ປະຊາຊົນໃຫ້ເຂັ້ມແຂງຍິ່ງຂຶ້ນ ສ້າງການຫັນປ່ຽນຮອບດ້ານ ແຂງແຮງ ແລະ ເລິກເຊິ່ງ ເພື່ອກ້າວຂຶ້ນສູ່ຈຸດໝາຍສັງຄົມນິຍົມ. ກອງປະຊຸມໃຫຍ່ຂອງພວກເຮົາ ໄດ້ເປັນເອກະພາບໃນລະດັບສູງ ຮັບຮອງເອົາກົດລະບຽບສະບັບປັບປຸງຂອງພັກ. ກົດລະບຽບສະ ບັບປັບປຸງໃໝ່ນີ້ ເປັນທໍາມະນູນ ຂອງພັກ ແລະ ແມ່ນແນວທາງ ການຈັດຕັ້ງຂອງພັກເຮົາທີ່ໄດ້ຮັບ ການບູລະນະໃຫ້ສອດຄ່ອງກັບ ແນວທາງການເມືອງຂອງພັກ ເຮົາທີ່ກອງປະຊຸມໃຫຍ່ຄັ້ງນີ້ວາງ ອອກແນໃສ່ຮັບປະກັນໃຫ້ແກ່ການສ້າງພັກເຮົາໃຫ້ມີຄວາມ ປອດໃສ, ເຂັ້ມແຂງ ແລະ ໜັກ ແໜ້ນ ເພື່ອຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ການເມືອງໃນໄລຍະໃໝ່. ກອງປະຊຸມໃຫຍ່ຄັ້ງນີ້ພວກ ເຮົາໄດ້ຮັບຟັງການລາຍງານ ກ່ຽວກັບການສໍາຫຼວດການນໍາ ພາລວມຂອງຄະນະບໍລິຫານ ງານສູນກາງພັກສະໄໝທີ X ໃນຖານະທີ່ເປັນອົງການນໍາສູງ ສຸດໃນລະຫວ່າງສອງກອງປະ ຊຸມໃຫຍ່ຂອງພັກ ເຊິ່ງໄດ້ເສີມຂະ ຫຍາຍມູນເຊື້ອສາມັກຄີເປັນເອ ກະພາບພາຍໃນຢ່າງໜັກແໜ້ນ, ເຊີດຊູຄວາມຮັບຜິດຊອບທາງ ການເມືອງຕໍ່ພາລະກິດປະຕິວັດ ແລະ ຊະຕາກໍາຂອງປະເທດຊາດ ເຮັດໃຫ້ຄວາມສາມາດນໍາພາ ແລະ ລັກສະນະເປັນແບບຢ່າງນຳ ໜ້າຂອງພັກເຮົາໄດ້ຮັບການຍົກ ສູງຂຶ້ນຕື່ມ. ເຖິງວ່າສະພາບການ ສາກົນໄດ້ມີການຜັນແປໄປຢ່າງ ສະຫຼັບສັບຊ້ອນບວກໃສ່ການ ແຜ່ລະບາດຂອງພະຍາດ ໂຄວິດ-19 ຍັງສືບຕໍ່ຮ້າຍແຮງໃນທົ່ວໂລກ ແລະ ພາຍໃນປະເທດກໍມີສະພາບ ຄວາມຫຍຸ້ງຍາກຫຼາຍປະການ ກໍ ຕາມ ແຕ່ຄະນະບໍລິຫານງານສູນ ກາງພັກສະໄໝທີ X ທີ່ມີ ສະຫາຍ ບຸນຍັງ ວໍລະຈິດ ເປັນເລຂາທິການ ໃຫຍ່ນັ້ນ ກໍໄດ້ມີຄວາມຕັດສິນໃຈ ສູງນຳພາທົ່ວພັກ, ທົ່ວລັດ ແລະ ປວງຊົນຜ່ານຜ່າຄວາມຫຍຸ້ງ ຍາກເຫຼົ່ານັ້ນ ເຮັດໃຫ້ປະເທດຊາດ ມີສະຖຽນລະພາບທາງດ້ານການ ເມືອງ ແລະ ຄວາມໝັ້ນຄົງຢ່າງ ໜັກແໜ້ນ, ມີຄວາມເດັດດ່ຽວ ໜຽວແໜ້ນໃນການນໍາພາພາ ລະກິດປະຕິວັດຂອງປະເທດເຮົາໄປຕາມທິດທາງຈຸດໝາຍທີ່ພັກ ເຮົາວາງໄວ້ ແລະ ສາມາດບັນລຸຜົນສໍາເລັດທີ່ສໍາຄັນຫຼາຍດ້ານ. ກອງປະຊຸມໃຫຍ່ ໄດ້ດໍາເນີນ ການເລືອກຕັ້ງເອົາຄະນະບໍລິ ຫານງານສູນກາງພັກຊຸດໃໝ່ຖືກ ຕ້ອງຕາມກົດລະບຽບຂອງພັກ, ຮັບປະກັນໃຫ້ມີໂຄງປະກອບ ບຸກຄະລາກອນທີ່ເໝາະສົມ, ບັນ ລຸໄດ້ຕາມມາດຕະຖານ ແລະ ເງື່ອນໄຂທີ່ກົມການເມືອງສູນ ກາງພັກໄດ້ກໍານົດໄວ້. ບັນດາສະ ຫາຍທີ່ຖືກເລືອກຕັ້ງເຂົ້າໃນສູນ ກາງສະໄໝທີ XI ນີ້ ສ່ວນຫຼາຍ ມີອາຍຸກະສຽນໜຸ່ມ, ລ້ວນແຕ່ໄດ້ ຜ່ານການເຝິກຝົນຫຼໍ່ຫຼອມ ແລະ ທົດສອບຜ່ານຂະບວນການຕົວ ຈິງໃນໄລຍະຕໍ່ສູ້ກູ້ຊາດ ກໍຄືໄລ ຍະແຫ່ງການປົກປັກຮັກສາ ແລະ ສ້າງສາປະເທດຊາດ, ເປັນຜູ້ມີ ມານະຈິດປະຕິວັດບຸກ, ມີຄວາມ ໜັກແໜ້ນທາງດ້ານການເມືອງ, ມີປະສົບການໃນການນໍາພາ-ຊີ້ນໍາວຽກງານດ້ານຕ່າງໆ; ສະຫາຍເຫຼົ່ານັ້ນລ້ວນແຕ່ແມ່ນ ຜູ້ທີ່ດີເດັ່ນ, ຫ້າວຫັນໃນຂະບວນ ການ, ໄດ້ຮັບຄວາມເຊື່ອຖືໄວ້ ວາງໃຈຈາກສະມາຊິກພັກ ແລະ ມະຫາຊົນ. ອັນນີ້ແມ່ນປັດໄຈ ສໍາຄັນກວ່າໝູ່ຮັບປະກັນຄວາມ ເຂັ້ມແຂງ ແລະ ການຍົກຄວາມ ສາມາດນໍາພາຂອງພັກເຮົາ ຂຶ້ນໄປສູ່ລະດັບໃໝ່ທີ່ມີລັກສະນະຕັດສິນຊີ້ຂາດຜົນສຳເລັດຕົວຈິງໃນການຈັດຕັ້ງປະຕິບັດແນວທາງ, ແຜນນະໂຍບາຍທີ່ກອງປະຊຸມ ໃຫຍ່ ຄັ້ງທີ XI ວາງອອກ. ບັນດາສະຫາຍທີ່ຮັກແພງ ທັງຫຼາຍ! ກອງປະຊຸມໃຫຍ່ຂອງພັກເຮົາ ໄດ້ຮັບຜົນສໍາເລັດຢ່າງສະຫງ່າ ງາມ, ອັນໄດ້ຢັ້ງຢືນຢ່າງຈະແຈ້ງ ເຖິງຄວາມສາມັກຄີເປັນເອກະ ພາບສູງ ແລະ ຄວາມຮັບຜິດຊອບ ຢ່າງເຕັມປ່ຽມຂອງພັກເຮົາໃນ ການຕົກລົງ ບັນຫາໃຫຍ່ທີ່ສໍາຄັນ ແລະ ເປັນພື້ນຖານຂອງພັກ, ຂອງ ການປະຕິວັດ ແລະ ຂອງປະເທດ ຊາດ. ທຸກບັນຫາທີ່ຍົກຂຶ້ນໃນ ກອງປະຊຸມໃຫຍ່ລ້ວນແຕ່ໄດ້ຮັບ ການຄົ້ນຄວ້າພິຈາລະນາຢ່າງ ເລິກເຊິ່ງ ແລະ ໄດ້ຖືກຮັບຮອງ ເອົາຢ່າງເປັນເອກະສັນ. ພວກ ເຮົາມີຄວາມພາກພູມໃຈທີ່ເຫັນ ວ່າກອງປະຊຸມໃຫຍ່ຄັ້ງນີ້ໄດ້ຢືນ ຢັນຢ່າງໜັກແໜ້ນໃນການສືບຕໍ່ ຍຶດໝັ້ນ ແລະ ເສີມຂະຫຍາຍແນວ ທາງປ່ຽນແປງໃໝ່ຮອບດ້ານ ມີຫຼັກການຂອງພັກເຮົາແນໃສ່ ສ້າງພື້ນຖານ ແລະ ທ່ວງທ່າໃໝ່ ອັນໜັກແໜ້ນໃຫ້ແກ່ການສືບຕໍ່ບູລະນະລະບອບປະຊາທິປະໄຕ ປະຊາຊົນ ໃຫ້ສົມບູນຍິ່ງຂຶ້ນ, ສ້າງ ບັນດາປະຖົມປັດໄຈ ເພື່ອກ້າວ ຂຶ້ນສູ່ຈຸດໝາຍສັງຄົມນິຍົມຢ່າງ ໜັກແໜ້ນ. ຜົນສໍາເລັດຂອງກອງປະຊຸມ ໃຫຍ່ໄດ້ຢືນຢັນເຖິງມານະຈິດປະ ຕິວັດອັນແນ່ວແນ່ ແລະ ທັດສະນະ ຫຼັກໝັ້ນຊົນຊັ້ນກໍາມະກອນຢ່າງ ສະເໝີຕົ້ນສະເໝີປາຍຂອງພັກ ເຮົາທີ່ຍາມໃດກໍຈົງຮັກພັກດີຕໍ່ຜົນປະໂຫຍດຂອງຊາດ ແລະ ຄວາມມຸ່ງມາດປາດຖະໜາອັນ ແຮງກ້າຂອງປະຊາຊົນບັນດາ ເຜົ່າ. ພ້ອມກັນນັ້ນ ກໍສ່ອງແສງ ໃຫ້ເຫັນເຖິງຄວາມບຸກບືນສູ້ຊົນດ້ວຍຄວາມເປັນເຈົ້າການ ແລະ ຄວາມຮັບຜິດຊອບສູງຂອງ ຜູ້ແທນກອງປະຊຸມໃຫຍ່ທຸກສະ ຫາຍ ກໍຄືທຸກພາກສ່ວນທີ່ໄດ້ຕັ້ງ ໜ້າກະກຽມເຮັດໃຫ້ກອງປະຊຸມ ໃຫຍ່ຄັ້ງນີ້ຂອງພັກເຮົາສາມາດ ດໍາເນີນໄປດ້ວຍດີ ແລະ ມີຜົນສໍາ ເລັດຕາມຄາດໝາຍ. ພວກເຮົາປິິຕິຊົມຊື່ນ ແລະ ຂໍ ສະແດງຄວາມຂອບອົກຂອບໃຈ ຕໍ່ທຸກພາກສ່ວນ, ພະນັກງານ, ສະມາຊິກພັກ, ນັກປະຕິວັດອາວຸ ໂສ, ທະຫານ, ຕຳຫຼວດ, ສື່ມວນ ຊົນ, ລັດຖະກອນ, ຕົວແທນຂອງ ປະຊາຊົນ ລາວບັນດາເຜົ່າ ແລະ ບັນດາຊັ້ນຄົນ, ພາກທຸລະກິດ ນັບ ທັງລັດ ແລະ ເອກະຊົນພາຍໃນ ກໍຄື ຕ່າງປະເທດທີ່ໄດ້ປະກອບສ່ວນ ຢ່າງຕັ້ງໜ້າ ເຂົ້າໃນການກະກຽມ ວຽກຮອບດ້ານໃຫ້ແກ່ກອງປະ ຊຸມໃຫຍ່ຄັ້ງນີ້ ແລະ ໄດ້ນໍາເອົາ ການສະໜັບສະໜູນອູ້ມຊູທາງ ດ້ານວັດຖຸ ແລະ ຈິດໃຈມາສູ່ກອງ ປະຊຸມໃຫຍ່ຂອງພວກເຮົາ. ຂໍສະແດງຄວາມຂອບໃຈຢ່າງ ຈິງໃຈ ໄປຍັງບັນດາພັກອ້າຍນ້ອງ ແລະ ພັກການເມືອງຕ່າງໆທີ່ໄດ້ ສົ່ງສານອວຍພອນສະແດງ ຄວາມຂໍ່ານັບຊົມເຊີຍ ແລະ ໃຫ້ ການສະໜັບສະໜູນຕໍ່ກອງປະຊຸມ ໃຫຍ່ຂອງພວກເຮົາໃນຄັ້ງນີ້ ດ້ວຍ. ບັນດາສະຫາຍ ທີ່ຮັກແພງ ທັງຫຼາຍ! ກອງປະຊຸມໃຫຍ່ຜູ້ແທນທົ່ວປະ ເທດ ຄັ້ງທີ XI ຂອງພັກເຮົາໄດ້ສໍາ ເລັດລົງຢ່າງຈົບງາມແລ້ວແຕ່ ພວກເຮົາຍັງຕ້ອງມີຄວາມຮັບ ຜິດຊອບສູງ ແລະ ຈິງຈັງຕໍ່ການ ຈັດຕັ້ງຜັນຂະຫຍາຍແນວທາງ, ແຜນນະໂຍບາຍທີ່ກອງປະຊຸມ ໃຫຍ່ຄັ້ງນີ້ວາງອອກໃຫ້ປະກົດ ຜົນເປັນຈິງ. ບັນດາສະຫາຍກໍາ ມະການສູນກາງພັກສະໄໝທີ XI ທີ່ໄດ້ຮັບຄວາມໄວ້ວາງໃຈ ຈາກກອງປະຊຸມໃຫຍ່ຄັ້ງນີ້ຈົ່ງ ເຊີດຊູຄວາມຮັບຜິດຊອບການ ເມືອງ, ຍົກສູງຄວາມເປັນແບບ ຢ່າງນໍາໜ້າໃນການປະຕິບັດໜ້າ ທີ່ວຽກງານ ກໍຄືໃນການດຳລົງ ຊີວິດ, ການເຝິກຝົນຫຼໍ່ຫຼອມຕົນ ເອງດ້ານຄຸນທາດການເມືອງ, ຄຸນສົມບັດສິນທໍາປະຕິວັດ ແລະ ນໍາພາການຈັດຕັ້ງປະຕິບັດແນວ ທາງ, ແຜນນະໂຍບາຍທີ່ກອງ ປະຊຸມໃຫຍ່ຄັ້ງນີ້ວາງອອກໃຫ້ ມີຜົນສໍາເລັດຕົວຈິງບັນດາຜູ້ແທນ ກອງປະຊຸມໃຫຍ່ ຈົ່ງພ້ອມກັນເສີມ ຂະຫຍາຍຄວາມເປັນເຈົ້າການ ຜັນຂະຫຍາຍແນວທາງນະໂຍບາຍທີ່ກອງປະຊຸມໃຫຍ່ຄັ້ງນີ້ ວາງອອກຢ່າງປະດິດສ້າງ ແລະ ປຸກລະດົມມະຫາຊົນຍູ້ແຮງຂະ ບວນການແຂ່ງຂັນຮັກຊາດ ແລະ ພັດທະນາໃຫ້ກວ້າງຂວາງເລິກ ເຊິ່ງ ແລະ ຕໍ່ເນື່ອງ ເພື່ອເລັ່ງໃສ່ ການພັດທະນາປະເທດຊາດໃຫ້ ຈະ ເລີນຮຸ່ງເຮືອງຂຶ້ນໄປເລື້ອຍໆ. ໃນຕໍ່ໜ້ານີ້ພວກເຮົາຕ້ອງພ້ອມ ກັນສຸມໃສ່ນຳພາ-ຊີ້ນຳ ແລະ ປຸກ ລະດົມຂະບວນການເລືອກຕັ້ງ ສະມາຊິກສະພາແຫ່ງຊາດ ຊຸດ ທີ IX ແລະ ສະມາຊິກສະພາປະ ຊາຊົນແຂວງ, ນະຄອນຫຼວງໃຫ້ບັນລຸຕາມຈຸດປະສົງລະດັບຄາດໝາຍທີ່ພັກ ແລະ ລັດເຮົາວາງໄວ້. ພວກເຮົາເຊື່ອໝັ້ນຢ່າງໜັກ ແໜ້ນວ່າດ້ວຍແນວທາງ, ແຜນ ນະໂຍບາຍອັນຖືກຕ້ອງທີ່ກອງປະ ຊຸມໃຫຍ່ຂອງພັກຄັ້ງທີ XI ວາງ ອອກ, ດ້ວຍການເສີມຂະຫຍາຍ ມູນເຊື້ອອັນດີງາມຂອງພັກ ແລະ ຂອງຊາດຕິດພັນກັບການເຊີດ ຊູຈິດໃຈຊາດ ເປັນເອກະລາດເປັນ ເຈົ້າຕົນເອງ ເພິ່ງຕົນເອງສ້າງ ຄວາມເຂັ້ມແຂງດ້ວຍຕົນເອງທົ່ວ ປວງຊົນລາວທັງຊາດ; ດ້ວຍການ ສະໜັບສະໜູນຮ່ວມມືຂອງປະ ເທດອ້າຍນ້ອງເພື່ອນມິດ, ປະເທດ ຕ່າງໆໃນອາຊຽນ ແລະ ໃນໂລກ ກໍຄືບັນດາອົງການຈັດຕັ້ງສາກົນ, ພາລະກິດແຫ່ງການປົກປັກ ຮັກສາ ແລະ ສ້າງສາປະເທດຊາດ ຂອງພວກເຮົາ ເຖິງຈະຍັງສືບ ຕໍ່ປະສົ ກັບຄວາມຫຍຸ້ງຍາກ, ສິ່ງທ້າທາຍຕ່າງໆນາໆກໍຕາມ, ແຕ່ມີຄວາມເຊື່ອໝັ້ນຢ່າງແນວ ແນ່ວ່າພວກເຮົາຈະສາມາດຜ່ານ ຜ່າຄວາມຫຍຸ້ງຍາກເຫຼົ່ານັ້ນໄດ້ ແລະ ຍາດໄດ້ຜົນສໍາເລັດໃຫຍ່ ຫຼວງກວ່າເກົ່າໃນການນໍາເອົາປະ ເທດຊາດຂອງພວກເຮົາກ້າວ ຂຶ້ນສູ່ຈຸດໝາຍສັງຄົມນິຍົມຢ່າງ ແນ່ນອນ. ໃນບັນຍາກາດທີ່ປ່ຽມລົ້ນ ໄປດ້ວຍນໍ້າໃຈປະຕິວັດບຸກຢ່າງ ບໍ່ຢຸດຢັ້ງ ແລະ ມີຄວາມໝາຍ ປະຫວັດສາດນີ້ ໃນນາມຄະນະ ປະທານ, ຂ້າພະເຈົ້າຂໍປະກາດ ອັດກອງປະຊຸມໃຫຍ່ຜູ້ແທນທົ່ວ ປະເທດ ຄັ້ງທີ XI ຂອງພັກປະ ຊາຊົນປະຕິວັດລາວທີ່ມີກຽດສະ ຫງ່າຢ່າງເປັນທາງການນັບແຕ່ ເວລານີ້ເປັນຕົ້ນໄປ. (ຂໍຂອບໃຈ)



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ