ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ມະຕິກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XI ຂອງພັກປະຊາຊົນປະຕິວັດລາວ
ເວລາອອກຂ່າວ: 2021-01-15 22:12:27 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 121 | ຄວາມນິຍົມ:



ສະຫາຍ ສຈ ປອ ກິແກ້ວ ໄຂຄຳພິ ທູນ ກຳມະການກົມ ການເມືອງສູນກາງ ພັກ ຫົວໜ້າກອງເລ ຂາກອງປະຊຸມໃຫຍ່ ຜູ້ແທນທົ່ວ ປະເທດ ຄັ້ງທີ XI ຂອງພັກຂຶ້ນ ຜ່ານມະຕິກອງປະຊຸມ ໃຫຍ່ຜູ້ແທນທົ່ວປະ ເທດ ຄັ້ງທີ XI ຂອງ ພັກປະຊາຊົນປະຕິວັດລາວ ໄດ້ດຳເນີນ ຢ່າງ ເປັນທາງການແຕ່ວັນທີ 13 ເຖິງ ວັນທີ 15 ເດືອນມັງກອນ ປີ 2021 ທີ່ນະຄອນຫຼວງວຽງຈັນ ພາຍໃຕ້ຄຳຂວັນ “ຍົກສູງຄວາມ ສາມາດນໍາພາຂອງພັກ, ເພີ່ມທະ ວີຄວາມສາມັກຄີເປັນປຶກແຜ່ນ ຂອງປະຊາຊົນໃນຊາດ, ຮັບປະ ກັນສະຖຽນລະພາບດ້ານການ ເມືອງຢ່າງໜັກແໜ້ນ, ຜັນຂະ ຫຍາຍແນວທາງປ່ຽນແປງໃໝ່ ສູ່ລວງເລິກ, ສ້າງການຫັນປ່ຽນ ການພັດທະນາເສດຖະກິດ-ສັງ ຄົມໄປສູ່ຄຸນນະພາບໃໝ່ຢ່າງແຂງ ແຮງ, ຍົກລະດັບຄຸນນະພາບຊີວິດ ຂອງປະຊາຊົນໃຫ້ສູງຂຶ້ນ, ສືບຕໍ່ ນໍາປະເທດຊາດພົ້ນຈາກສະຖາ ນະພາບດ້ອຍພັດທະນາ ແລະ ກ້າວ ເດີນສູ່ຈຸດໝາຍສັງຄົມນິຍົມ". ກອງປະຊຸມໃຫຍ່ຄັ້ງນີ້ໂດຍມີຜູ້ ແທນສົມບູນເຂົ້້າຮ່ວມທັງໝົດ 768 ສະຫາຍ, ເຊິ່ງເປັນຕົວແທນ ໃຫ້ແກ່ສະມາຊິກພັກທັງໝົດໃນ ທົ່ວປະເທດ 348.686 ສະຫາຍ, ພ້ອມທັງມີແຂກຖືກເຊີນເຂົ້າຮ່ວມ ຈໍານວນ 147 ສະຫາຍ. ກອງປະຊຸມໃຫຍ່ ໄດ້ດໍາເນີນພາຍໃຕ້ບັນຍາກາດແຫ່ງຄວາມສາມັກຄີ, ຄວາມເປັນເອກະພາບ ແລະ ຄວາມຮັບຜິດຊອບການ ເມືອງສູງ, ຄຽງຄູ່ກັບຄວາມສົນ ໃຈ ແລະ ການຕິດຕາມຢ່າງໃກ້ ຊິດຂອງທົ່ວສັງຄົມ. ກອງປະ ຊຸມໃຫຍ່ໄດ້ພ້ອມກັນຄົ້ນຄວ້າ, ຕົກລົງບັນຫາສໍາຄັນຂອງພັກ ແລະ ຂອງຊາດດ້ວຍຄວາມເອ ກະພາບສູງ ແລະ ໄດ້ສິ້ນສຸດລົງ ດ້ວຍຜົນສໍາເລັດອັນຈົບງາມ. I. ກອງປະຊຸມໃຫຍ່ ໄດ້ຄົ້ນ ຄວ້າຢ່າງເລິກເຊິ່ງກົງໄປກົງມາ ແລະ ໄດ້ຮັບຮອງເອົາ ຢ່າງເປັນເອ ກະສັນ ລາຍງານການເມືອງຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ X ເຊິ່ງໄດ້ຕີລາຄາໝາກຜົນແຫ່ງການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ X ໃນ 5 ປີຜ່ານມາ ແລະ ໄດ້ຮັບຜົນສໍາເລັດ ອັນສໍາຄັນໃຫຍ່ຫຼວງ ແລະ ຜົນ ງານອັນພົ້ນເດັ່ນຮອບດ້ານທີ່ ຍາດມາໄດ້, ເຊິ່ງໄດ້ສ້າງໜໍ່ແໜງ ສໍາຄັນໃນທຸກຂົງເຂດ ເພື່ອເປັນ ປັດໄຈຍູ້ການຫັນປ່ຽນໃຫ້ແຂງ ແຮງເລິກເຊິ່ງ ແລະ ຮອບດ້ານ ໃນຊຸມປີຕໍ່ໜ້າ, ສືບຕໍ່ນໍາພາ ປະເທດຊາດ ກ້າວເດີນຕາມເສັ້ນ ທາງ ແລະ ຈຸດໝາຍສັງຄົມນິຍົມ. ພ້ອມໆກັບຜົນສໍາເລັດອັັນ ສໍາຄັນດັ່ງກ່າວ ກອງປະຊຸມໃຫຍ່ ຍັງໄດ້ເປັນເອກະພາບຢ່າງພາ ວະວິໄສດ້ານຂໍ້ຄົງຄ້າງ, ຂໍ້ຂາດ ຕົກບົກຜ່ອງໃນການນໍາພາຊີ້ ນໍາຂອງພັກ ກໍຄືການຈັດຕັ້ງປະ ຕິບັດໜ້າທີ່, ວຽກງານຈຸດສຸມ ໃນບາງດ້ານທີ່ບໍ່ສາມາດບັນລຸຜົນ ຕາມຄາດໝາຍທີ່ວາງອອກ, ພ້ອມທັງ ຊີ້ໃຫ້ເຫັນສາເຫດຕົ້ນຕໍ ເພື່ອກໍານົດທິດທາງມາດຕະການ ແກ້ໄຂທີ່ສອດຄ່ອງ ແລະ ແທດ ເໝາະ ເພື່ອຮັບປະກັນໃຫ້ແກ່ການ ຫັນປ່ຽນໃໝ່ຢ່າງຈິງຈັງໃນການ ຈັດຕັ້ງປະຕິບັດແນວທາງຂອງ ພັກໃນຕໍ່ໜ້າ. ພ້ອມນັ້ນ ກອງປະ ຊຸມຍັງໄດ້ປະເມີນຜົນກວມລວມ ບັນດາຜົນສໍາເລັດ ແລະ ບາງ ດ້ານທີ່ຕ້ອງໄດ້ສືບຕໍ່ເອົາໃຈໃສ່ ແກ້ໄຂ ແລະ ຍົກລະດັບກ່ຽວກັບ ການສ້າງບັນດາປະຖົມປັດໄຈ ໃຫ້ແກ່ການກ້າວເດີນສູ່ສັງຄົມນິ ຍົມຕາມແນວທາງປ່ຽນແປງ ໃໝ່ຮອບດ້ານ ແລະ ມີຫຼັກການ ຂອງພັກເຮົາເຊິ່ງຊີ້ບອກເຖິງ ສະພາວະຄວາມເປັນຈິງທາງ ດ້ານການເມືອງ, ເສດຖະກິດ, ວັດທະນະທໍາ-ສັງຄົມ, ການປ້ອງ ກັນຊາດ-ປ້ອງກັນຄວາມສະຫງົບ ແລະການຕ່າງປະເທດ ທີ່ພັກເຮົາ ຕ້ອງກໍາແໜ້ນ ແລະພິຈາລະນາ ຢ່າງເປັນລະບົບ ເພື່ອເປັນພື້ນ ຖານໃນການກໍານົດທິດທາງໃນ ການສືບຕໍ່ບູລະນະລະບອບປະຊາ ທິປະໄຕປະຊາຊົນ ໃຫ້ສົມບູນຍິ່ງ ຂຶ້ນໃນຕໍ່ໜ້າ. ຍືນບົນຈິດໃຈສ້າງການຫັນ ປ່ຽນໃໝ່, ກອງປະຊຸມໃຫຍ່ໄດ້ ຮັບຮອງເອົາການເພີ່ມເຕີມບົດ ຮຽນ 4 ປະການທີ່ຖອດຖອນ ໄດ້ຈາກພຶດຕິກໍາແຫ່ງການຈັດ ຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ X ຂອງພັກ ກໍຄືພຶດຕິກໍາ ຕົວຈິງໃນການນໍາພາຂອງພັກ ເຮົາໃນຫຼາຍສິບປີຜ່ານມາ ເພື່ອ ບົດຮຽນ ແລະ ເປັນບ່ອນອີງສໍາ ຄັນໃນການປັບປຸງການນໍາພາ ຊີ້ນໍາ ແລະ ກາຈັດຕັ້ງປະຕິບັດ ແນວທາງນະໂຍບາຍຂອງພັກໃນ ຕໍ່ໜ້າດັ່ງນີ້: (1) ໃນການຍົກລະດັບຄວາມ ສາມາດ ແລະ ຄຸນນະພາບການ ນໍາພາຂອງພັກ, ມີຄວາມຈໍາເປັນ ຕ້ອງຮັບປະກັນການກໍານົດເນື້ອ ໃນໜ້າທີ່ການເມືອງໃຫ້ຖືກຕ້ອງ ແທດຕົວຈິງ ແລະ ມີຄວາມເປັນ ໄປໄດ້ໃນທາງປະຕິບັດຄຽງຄູ່ ກັບການແກ້ໄຂບັນຫາດ້ານ ການຈັດຕັ້ງ, ການຈັດວາງບຸກ ຄະລາກອນ, ແບບແຜນການນໍາ ພາ-ຊີ້ນໍາ ແລະ ການຄຸ້ມຄອງດ້ານ ລະບຽບວິໄນ. (2) ການພັດທະນາເສດຖະ ກິດຂອງຊາດ ຕ້ອງມີການສົມທົບ ແໜ້ນລະຫວ່າງການຂະຫຍາຍ ພື້ນຖານການຜະລິດ ແລະ ບໍລິການ ຂະໜາດໃຫຍ່ຢ່າງມີຈຸດສຸມ, ສ້າງ ເປັນຂະແໜງການ ແລະ ຜະລິດ ຕະພັນປາຍແຫຼມກັບການຮັບປະ ກັນໃຫ້ຊາວຊົນນະບົດ, ຜູ້ປະກອບ ການມີການພັດທະນາທີ່ເລີ່ມຈາກສ້າງຄວາມສາມາດເພິ່ງຕົນເອງ ແລະ ພັດທະນາຍົກລະດັບຊີວິດ ການເປັນຢູ່ໃຫ້ດີຂຶ້ນເລື້ອຍໆ ເພື່ອຮັບປະກັນການສ້າງຖານເສດຖະກິດທີ່ເຂັ້ມແຂງ, ເປັນເຈົ້າຕົນເອງ ແລະແກ້ໄຂການຫຼຸດໂຕນແບບບໍ່ ເປັນທໍາ. (3) ຮັບປະກັນການພັດທະ ນາຊັບພະຍາກອນມະນຸດ ທັງ ດ້ານສະໜອງຄວາມຕ້ອງການ ທັງສ້າງເປັນກໍາລັງຂັບເຄື່ອນໃຫ້ແກ່ການພັດທະນາດ້ານເສດຖະກິດ-ສັງຄົມ ແລະ ການປົກປ້ອງ-ເສີມຂະຫຍາຍສິດຜົນປະໂຫຍດ ຂອງພົນລະເມືອງ, ຄຸນຄ່າຄວາມ ເປັນມະນຸດ ແລະຄວາມສີວິໄລ ດ້ານຈິດໃຈຂອງຄົນລາວ. (4) ຜັນຂະຫຍາຍ ແລະ ຈັດ ຕັ້ງປະຕິບັດບັນດາມະຕິຄໍາສັ່ງ ຂອງພັກ ແລະ ແຜນການ, ໂຄງ ການພັດທະນາຂອງລັດຢູ່ແຕ່ລະ ຂັ້ນຕ້ອງບົນພື້ນຖານການສົມ ທົບລະຫວ່າງຮັບປະກັນການ ຕົກລົງບັນຫາຕົວຈິງແບບໝູ່ຄະ ນະຢ່າງເຂັ້ມງວດກັບການເຊີດ ຊູບົດບາດນໍາພາຊີ້ນໍາ-ບັນຊາ ຂອງຜູ້ເປັນຫົວໜ້າ, ເຮັດໃຫ້ ທຸກ ຂະບວນການໄດ້ຮັບການກະຕຸ້ນ ແລະ ຂັບເຄື່ອນຖືກທິດ, ຕໍ່ເນື່ອງ, ແຂງແຮງ ແລະ ກ້າວສູ່ເປົ້າໝາຍ ທີ່ວາງອອກ. ເພື່ອສືບຕໍ່ນໍາພາພາລະກິດ ປ່ຽນແປງໃໝ່ໄປສູ່ຈຸດໝາຍ ຢ່າງ ມີໄຊໃນຊຸມປີຕໍ່ໜ້າ, ກອງປະ ຊຸມ ໃຫຍ່ ໄດ້ຍຶດໝັ້ນ ແລະ ເອກະພາບ ກັນສືບຕໍ່ບູລະນະປະຊາທິປະໄຕ ປະຊາຊົນ ໃຫ້ສົມບູນຍິ່ງຂຶ້ນ, ສ້າງການຫັນປ່ຽນແຂງແຮງເລິກ ເຊິ່ງ ແລະ ຮອບດ້ານເພື່ອກ້າວ ເດີນສູ່ສັງຄົມນິຍົມ ໂດຍຖືເອົາ ວຽກງານປ້ອງກັນຊາດ-ປ້ອງກັນ ຄວາມສະຫງົບ ເປັນໜ້າທີ່ພື້ນ ຖານ, ການພັດທະນາ ແລະ ການ ແກ້ໄຂບັນຫາເສດຖະກິດເປັນ ໜ້າທີ່ໃຈກາງ, ການພັດທະນາຊັບ ພະຍາກອນມະນຸດ ແລະ ສະ ໜອງແຮງງານສີມືແກ່ບັນດາ ໂຄງການພັດທະນາ ເປັນໜ້າທີ່ ແຖວໜ້າ, ການປັບປຸງຄຸນນະພາບ ຂອງວຽກງານພັກ-ພະນັກງານ ເປັນອັນຕັດສິນ ແນໃສ່ເຮັດໃຫ້ ບັນດາປະຖົມປັດໄຈການກ້າວຂຶ້ນ ເດີນສູ່ສັງຄົມນິຍົມ ທີ່ມີໃນປະຈຸບັນ ໄດ້ຮັບການປັບປຸງຍົກລະດັບຢ່າງຕໍ່ເນື່ອງ ແລະ ສາມາດກາຍເປັນອົງປະກອບສໍາຄັນພື້ນຖານໃຫ້ ແກ່ການກໍ່ຕົວ ແລະ ຂະຫຍາຍຕົວ ຂອງຮູບຖານເສດຖະກິດ-ສັງ ຄົມ ສັງຄົມນິຍົມໄລຍະຕົ້ນ, ເຮັດ ໃຫ້ບັນດາຄຸນລັກສະນະອັນດີເ ລີດ ຂອງລະບອບສັງຄົມນິຍົມຢູ່ປະ ເທດເຮົາ ສະແດງອອກນັບມື້ພົ້ນເດັ່ນຂຶ້ນເລື້ອຍໆໃນຊີວິດຕົວຈິງ ຂອງປະຊາຊົນ. ບົນພື້ນຖານດັ່ງກ່າວ ກອງ ປະຊຸມໃຫຍ່ໄດ້ກຳນົດທັດສະນະ ແລະ ຮັບຮອງເອົາ 8 ແຜນນະ ໂຍບາຍໃຫຍ່ ເພື່ອສູ້ຊົນຜັນຂະ ຫຍາຍ ແລະ ຈັດຕັ້ງປະຕິບັດສໍາ ລັບ 5 ປີໃນຕໍ່ໜ້າ. ກອງປະຊຸມໃຫຍ່ ໄດ້ມອບໃຫ້ ຄະນະບໍລິຫານງານສູນກາງພັກ ສະໄໝທີ XI ຊີ້ນໍາຈັດຕັ້ງການ ຄົ້ນຄວ້າ, ເຊື່ອມຊຶມ ຜັນຂະຫຍາຍ ມະຕິກອງປະຊຸມໃຫຍ່ ຄັ້ງນີ້ ຢ່າງ ເປັນລະບົບ, ເລິກເຊິ່ງໂດຍສະ ເພາະແມ່ນສະມາຊິກພັກ, ພະນັກ ງານຜູ້ທີ່ເປັນຫຼັກແຫຼ່ງຢູ່ທຸກຂັ້ນ ເອົາໃຈໃສ່ຄົ້ນຄວ້າກໍາແໜ້ນເນື້ອ ໃນຂອງລາຍງານການເມືອງ, ສຸມສະຕິປັນຍາ, ກໍາລັງວັງຊາເປັນ ແບບຢ່າງນໍາໜ້າຈັດຕັ້ງປະຕິບັດ ໃຫ້ເກີດໝາກຜົນ; ພ້ອມກັນນີ້ ກໍຊີ້ນໍາອົງການລັດ ໃຫ້ຫັນເປັນ ນິຕິກໍາ, ເປັນແຜນງານ ແລະ ໂຄງ ການວຽກງານ ລະອຽດ ໃຫ້ໄວ ເພື່ອຍາດແຍ່ງເວລາຈັດຕັ້ງປະ ຕິບັດໂດຍໄວ ແລະ ໄດ້ຮັບຜົນສໍາ ເລັດອັນສະຫງ່າ ງາມ. II. ກອງປະຊຸມໃຫຍ່ ໄດ້ຮັບ ຟັງການລາຍງານ ແລະ ສະແດງ ຄວາມຍ້ອງຍໍຊົມເຊີຍລັດຖະບານ ຊຸດທີ VIII ທີ່ໄດ້ຕັ້ງໜ້າປະຕິບັດ ແລະ ສູ້ຊົນໃຫ້ແຜນພັດທະນາ ເສດຖະກິດ-ສັງຄົມແຫ່ງຊາດ ຄັ້ງທີ VIII ໄດ້ຮັບຜົນສໍາເລັດ ເປັນຢ່າງດີ; ພ້ອມນັ້ນ ກໍສະແດງ ຄວາມເຫັນດີເຫັນພ້ອມ ແລະ ສະ ໜັບສະໜູນແຜນພັດທະນາເສດ ຖະກິດ-ສັງຄົມແຫ່ງຊາດ ຄັ້ງທີ 9 (2021-2025) ເຊິ່ງ ແມ່ນແຜນຜັນຂະຫຍາຍມະຕິ ກອງປະຊຸມໃຫຍ່ ຄັ້ງທີ XI ເປັນ ແຜນງານ, ໂຄງການລະດັບຊາດ, ລວມທັງຂອບການລົງທຶນສໍາ ລັບໂຄງການເຫຼົ່ານັ້ນ, ໃນນັ້ນ ໄດ້ກຳນົດອອກເປັນ 6 ເປົ້າໝາຍ ໃຫຍ່ ເພື່ອສືບຕໍ່ປະຕິບັດແຜນພັດ ທະນາເສດຖະກິດ-ສັງຄົມ ໃຫ້ຂະ ຫຍາຍຕົວຢ່າງຕໍ່ເນື່ອງ ຄື: (1) ເສດຖະກິດແຫ່ງຊາດ ຂະຫຍາຍຕົວຢ່າງຕໍ່ເນື່ອງ, ມີຄຸນ ນະພາບ, ໝັ້ນທ່ຽງ ແລະ ຍືນຍົງ ໂດຍຍູ້ການເຕີບໂຕເສດຖະກິດ ແຫ່ງຊາດ ໃຫ້ບັນລຸ 4% ຂຶ້ນໄປ. (2) ພັດທະນາຊັບພະຍາກອນ ມະນຸດມີຄຸນນະພາບສູງຂຶ້ນທີ່ ສາມາດຕອບສະໜອງຄວາມ ຕ້ອງການຂອງການພັດທະນາ, ມີຄວາມສາມາດຄົ້ນຄວ້າ ແລະ ນໍາໃຊ້ວິທະຍາສາດ-ເຕັກໂນໂລຊີ ເພື່ອຍົກສູງປະສິດທິພາບ ແລະ ສ້າງມູນຄ່າເພີ່ມການຜະລິດ ແລະ ການບໍລິການ. (3) ຍົກລະດັບຊີວິດການ ທາງດ້ານວັດຖຸ ແລະຈິດໃຈຂອງ ປະຊາຊົນໃຫ້ດີຂຶ້ນເທື່ອລະກ້າວ. (4) ການປົກປັກຮັກສາສິ່ງ ແວດລ້ອມໃຫ້ມີຄວາມສົມດຸນ ແລະ ຫຼຸດຜ່ອນຄວາມສ່ຽງຈາກໄພພິບັດທໍາມະຊາດ. (5) ສ້າງພື້ນຖານໂຄງລ່າງ ທີ່ມີຄວາມເຂັ້ມແຂງ, ນໍາໃຊ້ທ່າ ແຮງ, ກາລະໂອກາດຈາກທີ່ຕັ້ງ ພູມສາດຂອງປະເທດ, ເຂົ້າຮ່ວມ ຂະບວນການຮ່ວມມື ແລະ ການ ເຊື່ອມໂຍງກັບພາກພື້ນ ແລະ ສາ ກົນ ຢ່າງເປັນເຈົ້າການ. (6) ຄຸ້ມຄອງ-ບໍລິຫານລັດ ໃຫ້ມີປະສິດທິພາບ, ສັງຄົມມີ ຄວາມສະເໝີພາບ, ຍຸຕິທໍາ ແລະ ໄດ້ຮັບການປົກປ້ອງຕາມທິດ ການປົກຄອງດ້ວຍກົດໝາຍ ທີ່ ສັກສິດ ແລະ ເຂັ້ມງວດ. ທັງໝົດນີ້ມອບໃຫ້ຄະນະບໍ ລິຫານງານສູນກາງພັກຊີ້ນໍາ ລັດຖະບານ ສຸມຄວາມພະຍາ ຍາມ ກໍຄືເສີມຂະຫຍາຍຄວາມ ອາດສາມາດບົ່ມຊ້ອນ ແລະ ກຳ ລັງແຮງສັງລວມ ເຂົ້າໃສ່ການ ຈັດຕັ້ງປະຕິບັດແຜນພັດທະນາ ເສດຖະກິດ-ສັງຄົມແຫ່ງຊາດ ໃຫ້ ເປັນຈິງ. III. ກອງປະຊຸມໃຫຍ່ໄດ້ຮັບ ຮອງເອົາບົດສໍາຫຼວດການນໍາພາ ລວມຂອງຄະນະບໍລິຫານງານ ສູນກາງພັກສະໄໝທີ X ເຊິ່ງໄດ້ ຕີລາຄາສູງຕໍ່ຄວາມບາກບັ່ນພະ ຍາຍາມອັນຕັ້ງໜ້າ ແລະ ຄວາມ ເປັນເຈົ້າການປະດິດສ້າງໃນການ ເສີມຂະຫຍາຍມູນເຊື້ອ ແລະ ບົດ ຮຽນຂອງພັກ ອັນມີສະຫາຍ ບຸນ ຍັງ ວໍລະຈິດ, ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ເປັນຜູ້ນໍາໜ້າ ສາມາດນໍາພາການ ຈັດຕັ້ງປະຕິບັດມະຕິກອງປະ ຊຸມໃຫຍ່ X ໄດ້ຮັບຜົນສໍາເລັດ ອັນສໍາຄັນໃນຫຼາຍດ້ານ; ພ້ອມນັ້ນ ກໍໄດ້ສະແດງຄວາມຊົມເຊີຍຕໍ່ ການເປັນຄະນະນໍາ ທີ່ມີຄວາມສາມັກຄີເປັນເອກະພາບອັນໜັກແໜ້ນ ເຂັ້ມແຂງ, ເປັນຫຼັກແຫຼ່ງ ແກ່ນສານໃຫ້ແກ່ຄວາມສາມັກຄີ ເປັນເອກະພາບໃນທົ່ວພັກ, ທົ່ວ ລັດ, ທົ່ວກຳລັງປະກອບອາວຸດ ແລະ ທົ່ວປວງຊົນລາວ, ເປັນເຈົ້າ ການຢ່າງເຂັ້ມງວດໃນການຕີ ຖອຍ ແລະ ແກ້ໄຂການກະທໍາທີ່ ຝືນກັບກົດລະບຽບຂອງພັກ ໃນຖັນແຖວການນໍາ, ສະມາ ຊິກພັກ-ພະນັກງານຂັ້ນຕ່າງໆ. ກອງປະຊຸມໃຫຍ່ເລັ່ງທວງໃຫ້ ຄະນະບໍລິຫານງານສູນກາງ ພັກ ສະໄໝທີ XI ອອກແຮງເສີມ ຂະຫຍາຍຈຸດດີໃນດ້ານຕ່າງໆ ຢ່າງແຂງແຮງ, ພ້ອມທັງວາງ ມາດຕະການກໍາຈັດ, ແກ້ໄຂຈຸດ ບົກຜ່ອງ ແລະ ຄົງຄ້າງທີ່ຜ່ານ ມາຢ່າງຈິງຈັງ, ຍົກສູງຄວາມ ສາມາດນໍາພາ ແລະ ຄວາມເປັນ ແບບຢ່າງນໍາໜ້າຂອງຄະນະນໍາ ຂອງສູນກາງພັກ ໃຫ້ສູງຂຶ້ນຕື່ມ ອີກ, ເປັນຫຼັກແຫຼ່ງນໍາໜ້າສ້າງ ການຫັນປ່ຽນທີ່ແຂງແຮງ, ເລິກ ເຊິ່ງ ແລະ ຮອບດ້ານ ໃນຊຸມປີ ຕໍ່ໆໄປ. IV. ກອງປະຊຸມໃຫຍ່ໄດ້ຮັບ ຟັງການລາຍງານກ່ຽວກັບການ ດັດແປງກົດລະບຽບຂອງພັກ ແລະ ໄດ້ຮັບຮອງເອົາກົດລະບຽບ ຂອງພັກ ສະໄໝທີ XI, ເພື່ອໃຫ້ ສອດຄ່ອງຮອງຮັບການຈັດຕັ້ງ ປະຕິບັດແນວທາງການເມືອງ ຂອງພັກ, ຊຸກຍູ້ວຽກງານກໍ່ສ້າງ ພັກ ເຮັດໃຫ້ພັກເຮົາມີຄວາມ ປອດໃສ, ເຂັ້ມແຂງ, ໜັກແໜ້ນ, ມີຄວາມສາມາດພຽງພໍໃນການ ນໍາພາ ພາລະກິດປົກປັກຮັກສາ ແລະ ພັດທະນາປະເທດຊາດ ໃນໄລຍະໃໝ່ ກ້າວຂຶ້ນຕາມທິດ ສັງຄົມນິຍົມ. ກົດລະບຽບຂອງພັກປະຊາ ຊົນປະຕິວັດລາວ ສະບັບປັງປຸງ ມີຜົນບັງຄັບໃຊ້ນັບແຕ່ມື້ກອງ ປະຊຸມໃຫຍ່ຮັບຮອງເອົາ ເປັນຕົ້ນ ໄປ; ຮຽກຮ້ອງໃຫ້ການຈັດຕັ້ງພັກ ທຸກຂັ້ນ ແລະ ສະມາຊິກພັກທຸກສະ ຫາຍປະຕິບັດກົດລະບຽບຂອງ ພັກຢ່າງເຂັ້ມງວດ. V. ກອງປະຊຸມໃຫຍ່ ໄດ້ເລືອກ ຕັ້ງຄະນະບໍລິຫານງານສູນກາງ ພັກສະໄໝທີ XI ເຊິ່ງປະກອບ ດ້ວຍກຳມະການສົມບູນ 71 ສະ ຫາຍ ແລະ ກຳມະການສໍາຮອງ 10 ສະຫາຍ ເພື່ອເປັນແກ່ນສານ ນໍາພາທົ່ວພັກ, ທົ່ວລັດ, ທົ່ວກຳ ລັງປະກອບອາວຸດ ແລະ ທົ່ວປວງ ຊົນຈັດຕັ້ງປະຕິບັດມະຕິກອງ ປະຊຸມໃຫຍ່ຄັ້ງທີ XI ຂອງພັກ ໃຫ້ມີຜົນສໍາເລັດ, ສ້າງບາດກ້າວ ບຸກທະລຸ ໃນການສ້າງການຫັນ ປ່ຽນທີ່ແຂງແຮງ ໃນການພັດ ທະນາ ແລະ ພາປະເທດຊາດກ້າວ ຂຶ້ນຢ່າງໜັກແໜ້ນຕໍ່ໄປ. ກອງປະຊຸມຄົບຄະນະຄັ້ງ ປະຖົມມະລຶກ ຂອງຄະນະບໍລິຫານ ງານສູນກາງພັກ ສະໄໝທີ XI ໄດ້ເປັນເອກະພາບເລືອກຕັ້ງ ກຳມະການກົມການເມືອງສູນ ກາງພັກ ເຊິ່ງປະກອບດ້ວຍ 13 ສະຫາຍ; ເລືອກເອົາຄະນະ ເລຂາທິການສູນກາງພັກ 9 ສະ ຫາຍ; ກອງປະຊຸມໄດ້ເປັນເອກະ ພາບຢ່າງສູງເລືອກເອົາສະຫາຍ ທອງລຸນ ສີສຸລິດ ເປັນເລຂາທິ ການໃຫຍ່ຄະນະບໍລິຫານງານ ສູນກາງພັກ; ພ້ອມກັນນັ້ນກໍໄດ້ ເລືອກເອົາສະຫາຍ ປອ ບຸນ ທອງ ຈິດມະນີ ເປັນຜູ້ປະຈໍາການ ຄະນະເລຂາທິການສູນກາງພັກ. ໃນກອງປະຊຸມຍັງ ໄດ້ເລືອກປະ ທານ, ບັນດາຮອງປະທານຄະ ນະກວດກາສູນກາງພັກປະກອບ ດ້ວຍ 6 ສະຫາຍ ໂດຍແມ່ນ ສະ ຫາຍ ປອ ຄຳພັນ ພົມມະທັດ ເປັນ ປະທານກວດກາສູນກາງພັກປະ ຊາຊົນປະຕິວັດລາວ. ກອງປະຊຸມໃຫຍ່ສະແດງຄວາມ ຍ້ອງຍໍຊົມເຊີຍສະມາຊິກພັກ, ພະນັກງານ, ທະຫານ, ຕໍາຫຼວດ, ຜູ້ປະກອບການຜະລິດ-ທຸລະກິດ-ບໍລິການ ແລະ ປະຊາຊົນລາວ ບັນດາເຜົ່າ, ບັນດາຊັ້ນຄົນ ໃນ ຂອບເຂດທົ່ວປະເທດ ແລະ ພີ່ ນ້ອງເຊື້ອຊາດລາວຜູ້ຮັກຊາດ ທີ່ດຳລົງຊີວິດ ແລະ ທໍາມາຫາ ກິນຢູ່ຕ່າງປະເທດ ກໍຄືຊາວຕ່າງ ປະເທດ ທີ່ອາໄສຢູ່ ສປປ ລາວ ທີ່ໄດ້ປະກອບສ່ວນຢ່າງຕັ້ງໜ້າ ເຂົ້າໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດ ຊາດ ຕາມຈິດໃຈມະຕິຂອງກອງ ປະຊຸມໃຫຍ່ ຄັ້ງທີ X ຕະຫຼອດ ໄລຍະ 5 ປີທີ່ຜ່ານມາ, ອັນເປັນ ການສ້າງພື້ນຖານ ແລະ ຖ່ວງທ່າ ໃໝ່ ໃຫ້ແກ່ການນໍາເອົາປະເທດ ເຮົາສືບຕໍ່ກ້າວຂຶ້ນສູ່ຈຸດໝາຍທີ່ ວາງໄວ້. ພ້ອມກັນນັ້ນ ກໍສະແດງ ຄວາມຂອບໃຈຢ່າງຈິງໃຈ ແລະ ຄວາມຮູ້ບຸນຄຸນຢ່າງເລິກເຊິ່ງ ມາຍັງບັນດາພັກອ້າຍນ້ອງ, ບັນ ດາປະເທດເພື່ອນມິດ ແລະ ອົງ ການຈັດຕັ້ງສາກົນທີ່ໄດ້ໃຫ້ການ ສະໜັບສະໜູນຊ່ວຍເຫຼືອອັນລໍ້າ ຄ່າແກ່ພາລະກິດພັດທະນາ ແລະ ສ້າງສາປະເທດຊາດ ຂອງປະຊາ ຊົນເຮົາ. ກອງປະຊຸມ ໄດ້ຮຽກຮ້ອງ ມາຍັງຄະນະພັກທຸກຂັ້ນ, ສະມາ ຊິກພັກທຸກສະຫາຍ ຈົ່ງເຊີດຊູ ຄວາມເປັນແບບຢ່າງນໍາໜ້າໃນ ທຸກດ້ານນໍາພາມະຫາຊົນປະຕິ ບັດມະຕິຂອງກອງປະຊຸມໃຫຍ່ຄັ້ງ ນີ້ ໃຫ້ປະກົດຜົນເປັນຈິງ. ພ້ອມ ກັນນີ້ ກໍຮຽກຮ້ອງມາຍັງພະນັກ ງານ, ນັກຮົບ, ປະຊາຊົນລາວບັນ ດາເຜົ່າ, ບັນດາຊັ້ນຄົນ ແລະ ພີ່ ນ້ອງເຊື້ອຊາດລາວຜູ້ຮັກຊາດທີ່ ດໍາລົງຊີວິດ ແລະ ທໍາມາຫາກິນ ຢູ່ຕ່າງ ປະເທດ ຈົ່ງເຊີດຊູນໍ້າໃຈຮັກ ຊາດ, ເສີມຂະຫຍາຍມານະ ຈິດບາກບັ່ນບຸກບືນເຂົ້້າໃສ່ການ ປະຕິບັດໜ້າທີ່, ທໍາມາຫາກິນ ແລະ ສ້າງສາ, ບູລະນະລະບອບ ປະຊາທິປະໄຕປະຊາຊົນ ກ້າວ ເດີນສູ່ຈຸດໝາຍສັງຄົມນິຍົມຢ່າງ ໜັກແໜ້ນ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ