ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ທະຫານແຂວງວຽງຈັນ ຫວນມູນເຊື້ອວັນສ້າງຕັ້ງກອງທັບ ຄົບຮອບ 72 ປີ
ເວລາອອກຂ່າວ: 2021-01-15 21:54:47 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 1342 | ຄວາມນິຍົມ:



ວັນທີ 14 ມັງກອນ 2021 ນີ້, ກອງບັນຊາການທະຫານແຂວງ ວຽງຈັນ ໄດ້ປາຖະກະຖາຫວນ ຄືນມູນເຊື້ອວັນສ້າງຕັ້ງກອງທັບ ປະຊາຊົນລາວ ຄົບຮອບ 72 ປີ (20/1/1949-20/1/2021), ໂດຍການເປັນປະທານ ແລະ ປາຖະກະຖາຂອງ ສະຫາຍ ພັນເອກ ຄຳເຄນ ອຸດ ຕະມາ ຫົວໜ້າການເມືອງກອງ ບັນຊາການທະຫານແຂວງວຽງ ຈັນ, ມີຄະນະພັກ-ຄະນະບັນຊາ ອົງການ 5 ຫ້ອງ, ພະນັກງານຫຼັກ ແຫຼ່ງທົ່ວກອງບັນຊາການທະ ຫານແຂວງວຽງຈັນເຂົ້າຮ່ວມ. ສະຫາຍ ພັນເອກ ຄຳເຄນ ອຸດ ຕະມາ ໄດ້ທົບທວນຄືນມູນເຊື້ອ ແຫ່ງການກຳເນີດເຕີບໃຫຍ່ຂະ ຫຍາຍຕົວຂອງກອງທັບປະຊາ ຊົນລາວ ໃນຕະຫຼອດໄລຍະ 72 ປີຜ່ານມາ, ເຊິ່ງກອງທັບປະຊາ ຊົນລາວມີທາດແທ້ມູນເຊື້ອອັນ ສະຫງ່າອົງອາດ, ກ້າແກ່ນຕໍ່ສູ້ບໍ່ ຍອມຈໍານົນໃນການຕໍ່ສູ້ກູ້ຊາດ ຕ້ານກັບຈັກກະພັດລ່າເມືອງຂຶ້ນ ທັງເກົ່າ ແລະ ໃໝ່ ເພື່ອຄວາມເປັນ ເອກະລາດ, ອິດສະຫຼະພາບ ແລະ ນຳເອົາຄວາມສົມບູນພູນສຸກມາ ໃຫ້ປະຊາຊົນລາວບັນດາເຜົ່າ ທົ່ວທັງຊາດ, ເຊິ່ງກອງທັບປະຊາ ຊົນລາວ ໄດ້ປະຕິບັດໜ້າທີ່ປົກ ປັກຮັກສາປະເທດຊາດ, ເຄື່ອນ ໄຫວປັບປຸງກໍ່ສ້າງກອງທັບໃຫ້ມີຄວາມເຕີບໃຫຍ່ເຂັ້ມແຂງທາງ ດ້ານປະລິມານ ແລະ ຄຸນນະພາບ, ພາຍໃຕ້ການນຳພາຊີ້ນໍາໂດຍກົງ ແລະ ຮອບດ້ານຂອງພັກປະຊາ ຊົນປະຕິວັດລາວ ຈົນປະເທດຊາດ ສາມາດປົດປ່ອຍອອກຈາກແອກ ປົກຄອງຂອງພວກຈັກກະພັດ ລ່າເມືອງຂຶ້ນໄດ້ຢ່າງສົມບູນ ແລະ ສະຖາປະນາເປັນປະເທດ ສປປ ລາວ ໃນວັນທີ 2 ທັນວາ 1975. ຈາກນັ້ນ, ກອງທັບ ໄດ້ສືບຕໍ່ປະຕິ ບັດສອງໜ້າທີ່ຍຸດທະສາດຂອງ ພັກ ຄື: ປົກປັກຮັກສາ ແລະ ພັດທະ ນາປະເທດຊາດ ໄປພ້ອມໆກັບ ການປັບປຸງກໍ່ສ້າງກອງທັບ, ກໍ່ ສ້າງກຳລັງໃນທຸກດ້ານໃຫ້ມີ ຄວາມໜັກແໜ້ນເຂັ້ມແຂງ ເພື່ອສ້າງກອງທັບໃຫ້ກາຍເປັນກອງທັບປະຕິວັດ ທີ່ມີແບບແຜນທັນ ສະໄໝ, ຜ່ານພຶດຕິກຳແຫ່ງການ ຕໍ່ສູ້ຍືດເຍື້ອຍາວນານໄດ້ຢັ້ງຢືນຈະແຈ້ງວ່າ: ກອງທັບປະຊາຊົນ ລາວແມ່ນມາຈາກປະຊາຊົນ ໂດຍປະຊາຊົນ ແລະ ເພື່ອປະຊາຊົນ ພາຍໃຕ້ການນຳພາເດັດຂາດ ໂດຍກົງ ແລະ ຮອບດ້ານຂອງພັກ ປະຊາຊົນປະຕິວັດລາວ ໄດ້ຮັບ ການເຝິກຝົນຫຼໍ່ຫຼອມຈາກພັກ, ຍາມໃດກໍມີຄວາມຈົງຮັກພັກດີມີ ຄວາມບໍລິສຸດຜຸດຜ່ອງ, ມີຄວາມ ເດັດດ່ຽວໜຽວແໜ້ນ, ມີລະບຽບ ແບບແຜນທີ່ເຂັ້ມງວດມີຄວາມ ອົງອາດກ້າຫານ, ມີນໍ້າໃຈເສຍສະ ຫຼະອັນສູງສົ່ງ ເພື່ອຊາດ ເພື່ອປະ ຊາຊົນຢ່າງແທ້ຈິງ ທັງນີ້, ເພື່ອເຮັດ ໃຫ້ຄະນະພັກ-ຄະນະບັນຊາ, ພະ ນັກງານ, ສະມາຊິກພັກ-ນັກຮົບ ໃນທົ່ວກອງບັນຊາການທະຫານ ແຂວງວຽງຈັນ ໄດ້ຮັບຮູ້ເຊື່ອມຊຶມ ຢ່າງເລິກເຊິ່ງກ່ຽວກັບທາດແທ້ ມູນເຊື້ອຕໍ່ສູ້ບໍ່ຍອມຈຳນົນຂອງ ກອງທັບປະຊາຊົນລາວ ທີ່ຍາດ ໄດ້ໃນຕະຫຼອດໄລຍະ 72 ປີ ຜ່ານມາ ແລະ ພ້ອມກັນເສີມຂະ ຫຍາຍມູນເຊື້ອອັນສະຫງ່າງາມ ຂອງກອງທັບ ເພື່ອນຳໄປເປັນ ບົດຮຽນຈັດຕັ້ງປະຕິບັດເຂົ້າໃນ ໜ້າທີ່ວຽກງານຕົວຈິງຢູ່ພາຍໃນ ກົມກອງໃຫ້ແທດເໝາະ ແລະ ມີ ປະສິດທິຜົນສູງ. ໂດຍ: ຈັນທະຈອນ ສີສະເກດ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ