ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ພັກນຳພາ - ຊີ້ນຳຢ່າງຖືກຕ້ອງ ຈຶ່ງເຮັດໃຫ້ທຸກຂົງເຂດວຽກງານມີຄວາມເຂັ້ມແຂງ
ເວລາອອກຂ່າວ: 2021-01-15 09:23:43 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 37 | ຄວາມນິຍົມ:



ພັກປະຊາຊົນປະຕິວັດລາວ ແມ່ນພັກຂອງຊົນຊັ້ນກໍາມະກອນ ແລະ ປະຊາຊົນຊາວຜູ້ອອກແຮງ ງານ, ຍ້ອນມີພັກເປັນຜູ້ຊີ້ນໍາ-ນໍາພາ ຈຶ່ງເຮັດໃຫ້ທຸກໆວຽກງານທັງພາກ ລັດ ແລະ ພາກເອກະຊົນເຂັ້ມແຂງ. ແຜນພັດທະນາເສດຖະກິດ-ສັງຄົມ ຂອງນະຄອນຫຼວງວຽງຈັນ (ນວ) ໃນ 5 ປີ ຕໍ່ໜ້າ ເພື່ອເປັນ ການປະກອບສ່ວນເຮັດໃຫ້ລາຍ ຮັບຂອງ ນວ ຢູ່ໃນລະດັບ 7% ຕໍ່ປີ, ທ່ານ ຄໍາໄພ ສົມຊະນະ ປະທານ ບໍລິສັດກຸ່ມຄໍາໄພຊະນະ ໄດ້ກ່າວ ວ່າ: ໃນນາມປະທານບໍລິສັດ ກໍ ຄືນັກທຸລະກິດຂອງປະເທດ ມີ ຄວາມເຫັນດີ ແລະ ເປັນເອກະ ພາບຕໍ່ບົດລາຍງານຂອງທ່ານ ເຈົ້າຄອງ ນວ ຕໍ່ກັບແຜນພັດທະ ນາເສດຖະກິດ-ສັງຄົມຂອງ ນວ ໃນຕໍ່ໜ້າຈະສູ້ຊົນເຮັດໃຫ້ລາຍຮັບ GDP ຢູ່ໃນລະດັບ 7%, ສໍາລັບ ການດໍາເນີນທຸລະກິດຂອງກຸ່ມ ບໍລິສັດ ແມ່ນໄດ້ເຕີບໃຫຍ່ຂະ ຫຍາຍຕົວເປັນເວລາ 30 ກວ່າປີ ກໍຍ້ອນມີພັກ-ລັດ ນໍາພາ-ຊີ້ນຳ ເປັນແຕ່ລະໄລຍະຈຶ່ງເຮັດໃຫ້ ການດໍາເນີນວຽກງານມີຄວາມ ຖືກຕ້ອງ ແລະ ສອດຄ່ອງແທດ ເໝາະກັບແຜນພັດທະນາເສດ ຖະກິດ-ສັງຄົມ ຂອງພັກວາງ ອອກ. ການຊຸກຍູ້ເຮັດໃຫ້ເສດຖະ ກິດ ນວ ມີການຂັບເຄື່ອນນັ້ນສໍາ ລັບກຸ່ມບໍລິສັດ ຄໍາໄພຊະນະ ມີ ຫຼາຍໜ້າວຽກ ຄື: ການກໍ່ສ້າງ, ເຄຫະສະຖານ,ຂົວທາງ, ທ່ອງ ທ່ຽວ, ກະສິກໍາປູກຝັງ-ລ້ຽງສັດ ລ້ວນແຕ່ ແມ່ນທ່າແຮງທີ່ຈະຊ່ວຍ ຊຸກຍູ້ໃຫ້ລາຍຮັບຂອງ ນວ ກໍຄື ລາຍ ຮັບຂອງປະຊາຊົນ ນັບມື້ນັບ ດີຂຶ້ນ, ການພັດທະນາວຽກງານ ທ່ອງທ່ຽວນໍ້າຕົກຕາດຊອນ ບ້ານ ນາຍາງ ເມືອງນາຊາຍທອງ ນວ ເຊິ່ງຕັ້ງຢູ່ຫ່າງຈາກໃຈກາງ ນວ ພຽງແຕ່ 28 ກິໂລແມັດເທົ່ານັ້ນ. ແຫຼ່ງທ່ອງທ່ຽວແຫ່ງນີ້ໄດ້ສຸມ ໃສ່ປູກໄມ້ເສດຖະກິດ ໃຫ້ເປັນປ່າ ແລະ ນໍາມາໝູນໃຊ້ເຂົ້າໃນວຽກ ງານການກໍ່ສ້າງ ແລະ ວຽກງານ ຕ່າງໆ ເຊິ່ງທ້າຍປີທີ່ຜ່ານມາ ໄດ້ມີບັນດາທ່ານຜູ້ອາຍຸສູງໄປ ທ່ອງທ່ຽວ ຕາມຫາຮອຍຜູ້ນໍາ ການປະຕິວັດ (ປະທານ ສຸພານຸ ວົງ) ທີ່ແຫຼ່ງທ່ອງທ່ຽວດັ່ງກ່າວ; ຄຽງຄູ່ກັນນັ້ນໄດ້ພັດທະນາໜອງ ນໍ້າ ຂອງປະທານ ສຸພານຸວົງ ຢູ່ແຂວງຊຽງຂວາງ. ສ່ວນການ ພັດທະນາໃໝ່ຫຼ້າສຸດກຸ່ມບໍລິ ສັດຄໍາໄພຊະນະ ແມ່ນແນວຄິດ ຊ່ວຍເຫຼືອປະຊາຊົນ ກໍຄືເປັນ ການຕອບບຸນແທນຄຸນຂອງ ພັກ-ລັດ ຍາມເມື່ອມີໂອກາດ, ທີ່ ໄດ້ໃຫ້ບໍລິສັດຂ້າພະເຈົ້າ ໄປຊ່ວຍ ພັດທະນາແຂວງໄຊສົມບູນ ຄື ດັ່ງ ທ່ານ ນາຍົກໄດ້ເຜີຍແຜ່ວ່າ: ຮັກຊາດຕ້ອງພັດທະນາ ເປັນຕົ້ນ ແມ່ນຊ່ວຍແນວພັນພືດ, ແນວ ພັນສັດລ້ຽງ ເປັນເວລາ 2 ປີ ກວ່າ ມາເຖິງປັດຈຸບັນແມ່ນ ໄດ້ສໍາເລັດໂດຍພື້ນຖານ, ການນໍາ ພັກ-ລັດ ໄດ້ໄປຢ້ຽມຢາມ ແລະ ສາມາດພິຊເດຈອມພູເບ້ຍນັ້ນ ຖືວ່າ ແມ່ນເຫດການປະຫວັດ ສາດ ແລະ ໄດ້ເຮັດໃຫ້ປະຊາຊົນ ພາຍໃນແຂວງ ສາມາດທ່ຽວຊົມ ແລະ ມີຄວາມຊື່ນຊົມ. ທ່ານ ຄໍາໄພ ສົມຊະນະ ກ່າວ ຕື່ມວ່າ: ບໍລິສັດໄດ້ພັດທະນາໄປ ຄຽງຄູ່ ນວ, ຈະເຮັດໃຫ້ປະເທດ ມີຄວາມຈະເລີນຮຸ່ງເຮືອງນັ້ນ ກ່ອນອື່ນໝົດປະຊາຊົນຕ້ອງມີ ຢູ່ມີກິນ ແລະ ມີຄວາມຜາສຸກມີ ຊີວິດທີ່ເບີກບານມ່ວນຊື່ນ ຍ້ອນ ແນວນັ້ນ ກຸ່ມບໍລິສັດຍິນດີປະ ກອບສ່ວນໃນການສ້າງສາພັດທະ ນາຊ່ວຍປະຊາຊົນການທີ່ໄດ້ຊ່ວຍ ເຫຼືອປະຊາຊົນເທົ່າກັບໄດ້ຊ່ວຍ ພັກ-ລັດ ເພາະວ່າພັກ, ລັດໄດ້ເປັນ ແວ່ນແຍງທີ່ໃສແຈ້ງຊ່ວຍຍູ້ແຮງ, ສົ່ງເສີມໃຫ້ປວງຊົນປະກອບສ່ວນ ຢ່າງຕັ້ງໜ້າເຂົ້າໃນການຜະລິດ ເພື່ອໃຫ້ຫຼຸດພົ້ນອອກຈາກຄວາມ ທຸກຍາກ ແລະ ເພື່ອໃຫ້ບໍລິສັດມີ ຄວາມເຂັ້ມແຂງ ກໍຄືຍູ້ແຮງເຮັດ ໃຫ້ເສດຖະກິດ ນວ ກໍຄື ເສດຖະກິດ ພາຍໃນປະເທດເຂັ້ມແຂງໄປນໍາ. ໂດຍ: ໂຊເລ້



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ