ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ທະຫານແຂວງຄຳມ່ວນ ເຊື່ອມຊຶມເອກະສານການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ IX
ເວລາອອກຂ່າວ: 2021-01-15 09:20:49 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 76 | ຄວາມນິຍົມ:



ວັນທີ 11 ມັງກອນ 2021 ນີ້, ກອງບັນຊາການທະຫານ ແຂວງຄຳມ່ວນ ໄດ້ຈັດຕັ້ງເຜີຍ ແຜ່ ແລະ ເຊື່ອມຊຶມເອກະສານ ຕ່າງໆ ເພື່ອກະກຽມເຂົ້າໃນການ ປ່ອນບັດເລືອກຕັ້ງສະມາຊິກ ສະພາແຫ່ງຊາດ ຊຸດທີ IX ແລະ ສະມາຊິກສະພາປະຊາຊົນແຂວງ ຄຳມ່ວນ ຊຸດທີ II ຢູ່ທີ່ສະໂມສອນ ກອງບັນຊາການທະຫານແຂວງ ຄຳມ່ວນ, ໂດຍການເປັນປະທານ ຂອງສະຫາຍ ພັນເອກ ຄຳສາຍ ເພັດນວນສີ ກຳມະການພັກ ແຂວງ ຄະນະປະຈຳພັກກອງບັນ ຊາການ ຮອງຫົວໜ້າການເມືອງ ກອງບັນຊາການທະຫານແຂວງ ຄຳມ່ວນ ທັງເປັນຄະນະຊີ້ນຳບັ້ນ ເລືອກຕັ້ງສະມາຊິກສະພາຂັ້ນ ກອງບັນຊາການທະຫານແຂວງ ຄຳມ່ວນ ພ້ອມດ້ວຍຄະນະຮັບຜິດ ຊອບ, ມີຄະນະພັກ-ຄະນະບັນຊາ ແລະ ພະນັກງານ-ນັກຮົບພາຍໃນ ອົງການ 5 ຫ້ອງ, ພະແນກການ, ກົມກອງອ້ອມຂ້າງເຂົ້າຮ່ວມ. ສະຫາຍ ພັນເອກ ຄຳສາຍ ເພັດນວນສີ ພ້ອມຄະນະຮັບຜິດ ຊອບໄດ້ຜັດປ່ຽນກັນເຜີຍແຜ່ເນື້ອ ໃນເອກະສານ ໃຫ້ພະນັກງານ-ນັກຮົບໄດ້ຮັບຮູ້ ແລະ ເຂົ້າໃຈ ຢ່າງເລິກເຊິ່ງ. ເອກະສານທີ່ນຳ ມາເຜີຍແຜ່ໃນຄັ້ງນີ້ ມີ: ເອກະ ສານມະຕິ ວ່າດ້ວຍ ການເພີ່ມທະ ວີການຊີ້ນຳ-ນຳພາ ຂອງຄະນະ ພັກຕໍ່ການເລືອກຕັ້ງສະມາຊິກ ສະພາແຫ່ງຊາດ ຊຸດທີ IX ແລະ ສະມາຊິກສະພາປະຊາຊົນຂັ້ນ ແຂວງ ຊຸດທີ II, ເອກະສານເສີມ ຂະຫຍາຍສິດເປັນເຈົ້າຂອງປະຊາຊົນເຂົ້າໃນການເລືອກຕັ້ງສະ ມາຊິກສະພາແຫ່ງຊາດ ຊຸດທີ IX ແລະ ສະພາປະຊາຊົນຂັ້ນແຂວງ ຊຸດທີ II ແລະ ເອກະສານການ ເລືອກຕັ້ງສະມາຊິກສະພາແຫ່ງ ຊາດ ແລະ ສະພາປະຊາຊົນຂັ້ນ ແຂວງ. ການຈັດຕັ້ງເຜີຍແຜ່ບັນ ດາເອກະສານໃນຄັ້ງນີ້ ເພື່ອເປັນ ການສຶກສາອົບຮົມການເມືອງ ນຳພາແນວຄິດໃນທົ່ວທະຫານ ແຂວງຄຳມ່ວນ ເພື່ອເຮັດໃຫ້ບັ້ນ ດຳເນີນການເລືອກຕັ້ງສະມາຊິກ ສະພາມີຜົນສຳເລັດຕາມລະ ດັບຄາດໝາຍ, ປຸກລະດົມພະນັກ ງານ-ນັກຮົບທຸກສະຫາຍເປັນ ເຈົ້າການເຂົ້າຮ່ວມວຽກງານ ປ້ອງກັນຊາດ-ປ້ອງກັນຄວາມ ສະຫງົບ, ຄວາມເປັນລະບຽບ ຮຽບຮ້ອຍ, ຮັບປະກັນຄວາມ ປອດໄພຮອບດ້ານ. ພ້ອມກັນເປັນ ເຈົ້າການເຂົ້າຮ່ວມການປ່ອນ ບັດຄັດເລືອກສະມາຊິກສະພາ ແຫ່ງຊາດ ຊຸດທີ IX ແລະ ສະພາ ປະຊາຊົນແຂວງ ຊຸດທີ II ຕາມ ສິດ ແລະ ພັນທະຂອງພົນລະ ເມືອງລາວ, ເພື່ອສືບຕໍ່ປັບປຸງການ ຈັດຕັ້ງ ແລະ ການເຄື່ອນໄຫວ ວຽກງານຂອງສະພາແຫ່ງຊາດ, ສະພາປະຊາຊົນຂັ້ນແຂວງ, ຖານະເປັນຕົວແທນຂອງປະຊາ ຊົນໃນການປະຕິບັດພາລະບົດ ບາດນິຕິບັນຍັດຕົກລົງບັນຫາ ສຳຄັນພື້ນຖານຂອງປະເທດ ຊາດ ແລະ ຕິດຕາມກວດກາການ ເຄົາລົບ, ປະຕິບັດກົດໝາຍຂອງ ບັນດາອົງການລັດໃຫ້ມີຄຸນນະ ພາບ ແລະ ປະສິດທິພາບສູງ. ທັງເປັນເຫດການທາງການເມືອງ ທີ່ມີຄວາມສຳຄັນຂອງຊາດ ເຊິ່ງ ອົງການຈັດຕັ້ງພັກ-ລັດ, ກຳລັງ ປະກອບອາວຸດ ແລະ ປະຊາຊົນ ລາວບັນດາເຜົ່າມີໜ້າທີ່ປະກອບ ສ່ວນເຮັດໃຫ້ການເລືອກຕັ້ງໃນ ຄັ້ງນີ້ ໄດ້ດຳເນີນໄປດ້ວຍບັນຍາ ກາດເບີກບານມ່ວນຊື່ນ, ມີປະຊາ ທິປະໄຕ, ຖືກຕ້ອງຕາມ ກົດໝາຍ ແລະ ສູ້ຊົນໃຫ້ບັນລຸຕາມຄາດ ໝາຍທີ່ວາງໄວ້, ຖືເອົາການເລືືອກ ຕັ້ງສະມາຊິກສະພາແຫ່ງ ຊາດ ແລະ ສະມາຊິກສະພາປະຊາ ຊົນຂັ້ນແຂວງຄັ້ງນີ້ເປັນການບູ ລະນະລັດປະຊາທິປະໄຕປະຊາ ຊົນ ໃຫ້ມີຄວາມໜັກແໜ້ນ, ເຂັ້ມ ແຂງ, ເປັນການເສີມຂະຫຍາຍ ສິດປະຊາທິປະໄຕ , ສິດເປັນເຈົ້າ ຂອງປະຊາຊົນລາວບັນດາເຜົ່າ ເຂົ້າໃນການເລືອກເອົາຕົວແທນ ແຫ່ງສິດ ແລະ ຜົນປະໂຫຍດ ຂອງຕົນເຂົ້າໃນອົງການອຳນາດ ລັດຂັ້ນສູນກາງ ແລະ ທ້ອງຖິ່ນ, ສະແດງໃຫ້ເຫັນທາດແທ້ຂອງລັດ ທີ່ມາຈາກປະຊາຊົນ, ລັດຂອງປະ ຊາຊົນ, ໂດຍປະຊາຊົນ ແລະ ເພື່ອຜົນປະໂຫຍດຂອງປະຊາຊົນ ຢ່າງແທ້ຈິງ. ໂດຍ : ວິໄລວອນ ພົມມະວົງສາ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ