ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ມອບ-ຮັບໜ້າທີ່ຫົວໜ້າຫ້ອງການເມືອງ ກອງບັນຊາການທະຫານແຂວງບໍ່ແກ້ວ
ເວລາອອກຂ່າວ: 2021-01-15 09:16:09 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 137 | ຄວາມນິຍົມ:



ໃນວັນທີ 6 ມັງກອນ 2021 ນີ້, ຢູ່ກອງບັນຊາການທະຫານ ແຂວງບໍ່ແກ້ວ ໄດ້ຈັດພິທີມອບ-ຮັບ ໜ້າທີ່ລະຫວ່າງ ສະຫາຍ ພັນໂທ ທອງໄຂ ສີຍາລາດ ຫົວ ໜ້າຫ້ອງການເມືອງ (ຜູ້ເກົ່າ) ແລະ ສະຫາຍ ພັນໂທ ຄຳສອນ ໄຊຍະວົງ ຫົວໜ້າຫ້ອງການ ເມືອງ (ຜູ້ໃໝ່), ໂດຍການເຂົ້າ ຮ່ວມຂອງ ສະຫາຍ ພັນເອກ ບຸນມີ ພາມີໄຊ ຄະນະປະຈຳພັກ ແຂວງ ຮອງເລຂາຄະນະພັກ ຫົວໜ້າການເມືອງ ກອງບັນຊາ ການທະຫານແຂວງບໍ່ແກ້ວ, ມີຄະນະພັກ-ຄະນະບັນຊາພະ ແນກການກ່ຽວຂ້ອງເຂົ້າຮ່ວມ. ໂດຍປະຕິບັດຕາມຂໍ້ຕົກລົງ ຂອງກະຊວງປ້ອງກັນປະເທດ ວ່າດ້ວຍ ການແຕ່ງຕັ້ງຄະນະ ພັກ-ຄະນະບັນຊາກອງບັນຊາ ການທະຫານແຂວງບໍ່ແກ້ວ ກະຊວງປ້ອງກັນປະເທດ ຕົກ ລົງແຕ່ງຕັ້ງ ສະຫາຍ ພັນໂທ ຄຳສອນ ໄຊຍະວົງ ເປັນຮອງຫົວ ໜ້າການເມືອງ ທັງເປັນຫົວໜ້າ ຫ້ອງການເມືອງ ກອງບັນຊາ ການທະຫານແຂວງບໍ່ແກ້ວ (ຜູ້ໃໝ່) ປ່ຽນແທນ ສະຫາຍ ພັນໂທ ທອງໄຂ ສີຍາລາດ ຫົວ ໜ້າຫ້ອງການເມືອງ (ຜູ້ເກົ່າ) ທີໄດ້ຮັບແຕ່ງຕັ້ງເປັນຫົວໜ້າ ການທະຫານ ກອງບັນຊາການ ທະຫານແຂວງບໍ່ແກ້ວ. ສະຫາຍ ພັນໂທ ທອງໄຂ ສີຍາ ລາດ ໄດ້ສະຫຼຸບຄືນຜ່ານການ ນໍາພາຈັດຕັ້ງເຄື່ອນໄຫວຕະຫຼອດ ໄລຍະຜ່ານມາ, ເຊິ່ງໄດ້ຍົກໃຫ້ ເຫັນທີ່ຕັ້ງ, ພາລະບົດບາດໃນ ການເປັນເສນາທິການດ້ານ ວຽກງານພັກ-ວຽກງານການ ເມືອງໃຫ້ຄະນະພັກກອງບັນ ຊາການທະຫານແຂວງບໍ່ແກ້ວ ໂດຍສະເພາະແມ່ນວຽກງານ ການສ້າງໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ, ໂດຍປິ່ນ ອ້ອມ 4 ໜ້າທີ່ໃຫຍ່ 26 ແຜນ ງານທີ່ຄະນະພັກກະຊວງປ້ອງ ກັນປະເທດວາງອອກ. ຫຼັງຈາກ ນັ້ນ, ໄດ້ເຊັນບົດບັນທຶກມອບ-ຮັບໜ້າທີ່ຢ່າງເປັນທາງການ. ໂອກາດນີ້, ສະຫາຍ ພັນເອກ ບຸນມີ ພາມີໄຊ ໄດ້ໂອ້ລົມ ແລະ ເນັ້ນໜັກໃຫ້ຫົວໜ້າຫ້ອງການ ເມືອງຜູ້ໃໝ່ ຈົ່ງເພີ່ມທະວີຄວາມ ຮັບຜິດຊອບຕໍ່ໜ້າທີ່ການເມືອງ ທີ່ໄດ້ຮັບມອບໝາຍ, ເພີ່ມທະ ວີຄວາມສາມັກຄີພາຍໃນເປັນ ປຶກແຜ່ນແໜ້ນໜາ, ປັບປຸງ ແບບແຜນວິທີເຮັດວຽກໃຫ້ ສອດຄ່ອງ, ການເຮັດວຽກ ຕ້ອງປະຕິບັດຕາມຫຼັກການ ລວມສູນປະຊາທິປະໄຕ ເຮັດວຽກ ເປັນໝູ່ຄະນະແບ່ງໃຫ້ບຸກຄົນ ຮັບຜິດຊອບ, ສຸມໃສ່ແກ້ໄຂບັນຫາປະກົດການຫຍໍ້ທໍ້ໃຫ້ໝົດໄປ ເທື່ອລະກ້າວ, ເພື່ອເຮັດສຳເລັດ ໜ້າທີ່ການເມືອງຕາມທີ່ໄດ້ຮັບ ມອບໝາຍດ້ວຍໝາກຜົນສູງ, ສືບ ຕໍ່ຮັບປະກັນໃນການເປັນເສນາທິ ການໃຫ້ຄະນະພັກກອງບັນ ຊາການທາງດ້ານວຽກງານ ພັກ-ວຽກງານການເມືອງໃຫ້ມີ ຄວາມວ່ອງໄວ ແລະ ມີຜົນສຳ ເລັດສູງ ຕັ້ງໜ້າປັບປຸງກໍ່ສ້າງ ກຳລັງທາງດ້ານການຈັດຕັ້ງ, ຍົກລະດັບຄວາມຮູ້, ຄວາມສາ ມາດທາງດ້ານວິຊາການ ສາ ມາດຕອບສະໜອງໄດ້ຕາມ ຄວາມຮຽກຮ້ອງຕ້ອງການຂອງ ໜ້າທີ່ວຽກງານໃນສະເພາະໜ້າ ແລະ ຍາວນານ. ໂດຍ: ສົມໄຊ ສີລາຈັນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ