ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ລັດຖະບານກຳນົດແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ 5 ປີຕໍ່ໜ້າ
ເວລາອອກຂ່າວ: 2021-01-15 06:11:26 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 78 | ຄວາມນິຍົມ:



ໃນວາລະດໍາເນີນກອງປະຊຸມ ໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XI ຂອງພັກປະຊາຊົນປະຕິວັດລາວ ລາວ ໃນວັນທີ 13 ມັງກອນ 2021, ສະຫາຍ ທອງລຸນ ສີສຸລິດ ກໍາມະການກົມການເມືອງສູນ ກາງພັກ ນາຍົກລັດຖະມົນຕີແຫ່ງ ສປປ ລາວ ໄດ້ຂຶ້ນລາຍງານແຜນ ພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ 5 ປີຄັ້ງທີ 9 (2021-2025). ທ່ານນາຍົກລັດຖະມົນຕີ ໄດ້ ຍົກໃຫ້ເຫັນບາງເນື້ອໃນສຳຄັນ ວ່າ: ແຜນພັດທະນາດັ່ງກ່າວ ເປັນ ແຜນຈັດຕັ້ງຜັນຂະຫຍາຍມະຕິ ກອງປະຊຸມໃຫຍ່ຜູ້ແທນທົ່ວປະ ເທດຄັ້ງທີ XI ຂອງພັກ ເຊິ່ງໄດ້ກໍານົດທິດທາງພື້ນຖານ ໃນການ ສ້າງບາດລ້ຽວໃໝ່ໃຫ້ແກ່ການ ພັດທະນາເສດຖະກິດ-ສັງຄົມ ໃນ ຊຸມປີຕໍ່ໜ້າຄື: ຕ້ອງເຮັດໃຫ້ບັນດາ ປະຖົມປັດໄຈທາງດ້ານການ ເມືອງ, ແນວຄິດ, ລະບົບເສດຖະ ກິດພື້ນຖານວັດຖຸເຕັກນິກ, ວັດ ທະນະທໍາ-ສັງຄົມ ນັບທັງການ ສ້າງຄົນ, ການບໍລິຫານ-ການປົກ ຄອງລັດ, ການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແລະ ການຕ່າງປະເທດທີ່ມີແລ້ວ ໃຫ້ ໄດ້ຮັບການປັບປຸງຍົກລະດັບໃຫ້ມີຄວາມເຂັ້ມແຂງ, ໜັກແໜ້ນ, ທຸກຄວາມອາດສາມາດບົ່ມຊ້ອນຂອງຊາດໄດ້ຮັບການພັດທະນາເປັນບັນດາຂະແໜງການຜະລິດ ແລະ ບໍລິການເປັນປາຍແຫຼມ, ມີການພັດທະນາຕາມທິດສີຂຽວ ແລະ ຍືນຍົງ, ຊີວິດການເປັນຢູ່ ຂອງປະຊາຊົນໄດ້ຮັບການປັບປຸງ ດີຂຶ້ນ, ການຄ້າ ແລະ ການສໍາລະ ສະສາງສາກົນ ມີຄວາມສົມດຸນ ໝັ້ນຄົງ ແລະ ປະເທດຊາດຫຼຸດພົ້ນ ອອກຈາກສະຖານະພາບດ້ອຍ ພັດທະນາຢ່າງໜັກແໜ້ນ. ສືບ ຕໍ່ຖືເອົາການພັດທະນາເສດຖະ ກິດເປັນໜ້າທີ່ໃຈກາງຂອງທົ່ວ ພັກ ແລະ ທົ່ວປວງຊົນ ຕາມທິດມີ ຄຸນນະພາບ, ມີຈຸດສຸມ, ມີທິດຍືນ ຍົງ, ມີທິດສີຂຽວ ແລະ ປະຕິບັດ ໃຫ້ສໍາເລັດຕາມ 3 ຈຸດໝາຍລວມ ຄື: ໜຶ່ງ: ສືບຕໍ່ນໍາພາປະເທດຊາດ ອອກຈາກສະຖານະພາບດ້ອຍ ພັດທະນາ, ປະຊາຊົນມີວຽກເຮັດ ງານທໍາ, ຊີວິດການເປັນຢູ່ໄດ້ຮັບ ການປັບປຸງດີຂຶ້ນ, ສັງຄົມມີຄວາມ ເປັນລະບຽບຮຽບຮ້ອຍ, ປະຕິບັດເປົ້າໝາຍການພັດທະນາແບບຍືນຍົງ 2030 ແລະ ຜັນຂະຫຍາຍຍຸດທະສາດການເຕີບໂຕສີຂຽວແຫ່ງຊາດໃຫ້ມີປະສິດທິຜົນ. ສອງ: ບຸກທະລຸແກ້ໄຂຈຸດອ່ອນ ຂໍ້ຄົງຄ້າງ, ອຸປະສັກຕ່າງໆໃນ ການພັດທະນາໃນໄລຍະຜ່ານມາ ບວກກັບສິ່ງທ້າທາຍທີ່ເກີດຂຶ້ນ ໃນໄລຍະໃໝ່ເຊັ່ນ: ຜົນກະທົບ ມາ ຈາກພະຍາດໂຄວິດ-19, ການ ປ່ຽນແປງດິນຟ້າອາກາດ, ສົງ ຄາມການຄ້າ ແລະ ສະພາບທີ່ ບໍ່ແນ່ນອນຂອງສາກົນ ແລະ ຂົງ ເຂດ. ສາມ: ເສີມຂະຫຍາຍປັດໄຈ ແລະ ທ່າແຮງບົ່ມຊ້ອນຂອງຊາດ ໂດຍນໍາໃຊ້ເຕັກໂນໂລຊີການສື່ ສານຂໍ້ມູນຂ່າວສານທີ່ເໝາະສົມ ເພື່ອໃຫ້ກາຍເປັນຂະແໜງການ ຜະລິດ ແລະ ບໍລິການທີ່ເປັນປາຍ ແຫຼມ, ເປັນຫົວຈັກໃຫ້ແກ່ການ ເຕີບໂຕ ເພື່ອສ້າງພື້ນຖານໃຫ້ແກ່ ຄວາມເຂັ້ມແຂງ ແລະ ເປັນເຈົ້າ ຕົນເອງ, ເພິ່ງຕົນເອງທາງດ້ານ ເສດຖະກິດເປັນກ້າວໆ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ