ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ບໍລິສັດ 705 ກອງທັບປະຊາຊົນຫວຽດນາມ ອວຍພອນທະຫານແຂວງຫຼວງພະບາງ ແລະ ກອງພົນທີ 3
ເວລາອອກຂ່າວ: 2021-01-15 06:08:25 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 108 | ຄວາມນິຍົມ:



ໃນວັນທີ 11 ມັງກອນ 2021 ນີ້, ສະຫາຍ ພັນເອກ ຫງວຽນ ວັນ ບາວ ອໍານວຍການບໍລິສັດ 705 ທະຫານເຂດ II ກອງທັບປະຊາຊົນ ຫວຽດນາມ ພ້ອມຄະນະໄດ້ນໍາ ເອົາກະຕ່າຂອງຂວັນເຂົ້າອວຍ ພອນຄະນະພັກ-ຄະນະບັນຊາ ກອງບັນຊາການທະຫານແຂວງ ຫຼວງພະບາງ ເນື່ອງໃນໂອກາດປີໃໝ່ສາກົນ ຄສ 2021 ແລະ ວັນ ສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 72 ປີ. ໂດຍການຕ້ອນ ຮັບຢ່າງອົບອຸ່ນ ຈາກ ສະຫາຍ ພັນເອກ ວິລ່ຽມ ວົງທິສານ ຮອງ ເລຂາຄະນະພັກ ຫົວໜ້າການທະ ຫານກອງບັນຊາການທະຫານ ແຂວງຫຼວງພະບາງ ພ້ອມດ້ວຍ ຄະນະ. ໃນໂອກາດດັ່ງກ່າວທັງສອງ ຝ່າຍກໍໄດ້ທົບທວນຫວນຄືນສາຍ ພົວພັນຄວາມສາມັກຄີມິດຕະ ພາບແບບພິເສດລະຫວ່າງສອງ ພັກ, ສອງລັດ, ສອງກອງທັບ ແລະ ປະຊາຊົນສອງຊາດລາວ- ຫວຽດນາມ ໂດຍສະເພາະແມ່ນ ກອງບັນຊາການທະຫານແຂວງ ຫຼວງພະບາງ ກອງທັບປະຊາຊົນ ລາວ ແລະ ບໍລິສັດ 705 ກອງທັບ ປະຊາຊົນຫວຽດນາມທີ່ເຄີຍມີ ມູນເຊື້ອມາແຕ່ດົນນານ. ຈາກນັ້ນ ສະຫາຍ ພັນເອກ ຫງວຽນວັນ ບາວ ກໍໄດ້ມອບກະຕ່າຂອງຂວັນ ພ້ອມທັງອວຍພອນໄຊອັນປະເສີດ ໃຫ້ຄະນະພັກ-ຄະນະບັນຊາກອງ ບັນຊາການແລະ ຜ່ານຄະນະໄປ ຍັງພະນັກງານ-ນັກຮົບໃນທົ່ວ ກອງບັນຊາການທະຫານແຂວງ ໃນໂອກາດປີໃໝ່ສາກົນ ແລະ ວັນ ສ້າງຕັ້ງກອງທັບປະຊາຊົນລາວ ທີ່ຈະມາເຖິງນີ້ ຂໍໃຫ້ມີສຸຂະພາບ ພາລະນາໄມທີ່ສົມບູນ, ມີຄວາມ ຜາສຸກໃນຊີວິດສ່ວນຕົວ ແລະ ຄອບຄົວ, ສືບຕໍ່ຊີ້ນໍາ-ນໍາພາກອງ ບັນຊາການທະຫານແຂວງຫຼວງ ພະບາງ ໃຫ້ເຕີບໃຫຍ່ເຂັ້ມແຂງ ໜັກແໜ້ນ. ໂອກາດນີ້, ສະຫາຍ ພັນເອກ ວິລ່ຽມ ວົງທິສານ ໄດ້ຕາງໜ້າ ຄະນະພັກ-ຄະນະບັນຊາກອງ ບັນຊາການກ່າວສະແດງຄວາມ ຂອບໃຈຕໍ່ສະຫາຍ ພັນເອກ ຫງວຽນວັນບາວ ພ້ອມຄະນະທີ່ ໄດ້ນໍາເອົາກະຕ່າຂອງຂວັນ ພ້ອມ ຄຳເວົ້າອັນດີງາມເຂົ້າອວຍພອນ ຄະນະພັກກອງບັນຊາການທະ ຫານແຂວງ ເຊິ່ງເປັນການສະ ແດງເຖິງມູນເຊື້ອຄວາມສາມັກ ຄີໄມຕີຈິດມິດຕະພາບອັນອົບອຸ່ນ ແລະ ແບບພິເສດລະຫ່ວາງກອງ ບັນຊາການທະຫານແຂວງຫຼວງ ພະບາງ ແລະ ບໍລິສັດ 705 ທີ່ມີ ມາແຕ່ດົນນານນັບມື້ຂຽວສົດງົດ ງາມ ແລະ ໝັ້ນຄົງທະນົງແກ່ນ ຕະຫຼອດກາລະນານ, ພ້ອມກັນ ສືບຕໍ່ເພີ່ມທະວີຄວາມສາມັກຄີ ລະຫວ່າງສອງຊາດ, ສອງພັກ, ສອງກອງທັບລາວ-ຫວຽດນາມ ໃຫ້ນັບມື້ແໜ້ນແຟ້ນຍິ່ງໆຂຶ້ນ. ສ່ວນຢູ່ກອງພົນທີ 3, ໃນວັນທີ 12 ມັງກອນ ນີ້, ສະຫາຍ ພັນເອກ ຫງວຽນວັນບາວ ຫົວໜ້າອຳ ນວຍການບໍລິສັດ 705 ທະຫານ ເຂດ II ກອງທັບປະຊາຊົນຫວຽດ ນາມ ພ້ອມຄະນະກໍໄດ້ນຳເອົາກະ ຕ່າຂອງຂວັນ ພ້ອມຄຳເວົ້າອັນ ຈົບງາມເຂົ້າອວຍພອນຄະນະ ພັກ-ຄະນະບັນຊາກອງພົນທີ 3 ໂດຍມີສະຫາຍ ພົນຈັດຕະວາ ບຸນ ເຈື້ອ ຕຽນແສງດາວ ເລຂາຄະນະ ພັກ ຫົວໜ້າການເມືອງກອງພົນ ທີ 3 ພ້ອມຄະນະໃຫ້ການຕ້ອນຮັບ ຢ່າງອົບອຸ່ນ. ໂດຍ: ໄຊຍະສອນ ລັດຕະນະວົງ ແລະ ລີໂດ ດວງສະຫວັນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ