ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ພັກໄດ້ວາງແນວທາງຢ່າງຖືກຕ້ອງໃນການພັດທະນາແຂວງໄຊສົມບູນ ມີຄວາມສະຫງົບໂດຍພື້ນຖານ ແລະ ເສດຖະກິດຂະຫຍາຍຕົວຢ່າງຕໍ່ເນື່ອງ
ເວລາອອກຂ່າວ: 2021-01-14 11:14:33 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 42 | ຄວາມນິຍົມ:



ສະຫາຍ ພົນຕີ ຄໍາລຽງ ອຸທະໄກສອນ ເລຂາພັກແຂວງ ເຈົ້າແຂວງໄຊສົມບູນ ປະກອບຄໍາເຫັນ ຕໍ່ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກໃນຫົວຂໍ້: ການຈັດຕັ້ງປະຕິບັດແນວທາງວຽກປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ໂດຍຕິດພັນກັບການພັດທະນາ ແຂວງໄຊສົມບູນ ຊຶ່ງໄດ້ຕີລາຄາໝາກຜົນການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ X ຂອງພັກ, ແຜນພັດທະນາຄັ້ງທີ 8 ໃນໄລຍະ 5 ປີຜ່ານມາ ໃນການປົກປັກຮັກສາ ແລະ ສ້າງສາພັດທະນາ ປະເທດຊາດ ພັກໄດ້ຖືເອົາການນໍາພາ-ຊີ້ນໍາກໍາລັງປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ໂດຍກົງ, ເດັດຂາດ, ຮອບດ້ານ ຖືເອົາວຽກງານພັດທະນາເສດຖະກິດ-ສັງຄົມ ເປັນບັນຫາໃຈກາງ ສະແດງອອກຈະແຈ້ງ ໃນມະຕິ ກອງປະຊຸມໃຫຍ່ຄັ້ງທີ X ຂອງພັກທີ່ວ່າ: ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ຕ້ອງສົມທົບຢ່າງ ກົມກຽວລະຫວ່າງ ການພັດທະນາເສດຖະກິດ-ສັງຄົມ ກະຊວງປ້ອງກັນປະເທດໄດ້ກໍານົດ ຍຸດທະສາດຫັນລົງກໍ່ສ້າງຮາກຖານການເມືອງ ຕິດພັນກັບມະຕິກ່ຽວກັບການພັດທະນາຕາມ 4 ເນື້ອໃນ 4 ຄາດຫມາຍ ຕາມ ທິດ 3 ສ້າງ ,ແຂວງໄຊສົມບູນ ໃນເມື່ອກ່ອນເປັນເຂດທີ່ຫຍຸ້ງຍາກໃນດ້ານຕ່າງທ, ການດໍາລົງຊີວິດຍັງຕິດພັນກັບທໍາມະຊາດພວກອິດທິກໍາລັງປໍລະປັກ ແລະ ກຸ່ມຄົນທີ່ບໍ່ຫວັງດີ ໄດ້ພະຍາຍາມໃຊ້ກົນອຸບາຍຫັນປ່ຽນໂດຍສັນຕິຫຼາຍຮູບ ແບບ ພະຍາຍາມປຸກລະດົມ ຂົນຂວາຍປະຊາຊົນຜູ່ທີ່ຮູ້ເທົ່າບໍ່ເຖິງການ ຄວັດເລິກບັນຫາທີ່ເປັນຂອດອ່ອນ ຈຸດບົກຜ່ອງຂອງພວກເຮົາ ສ້າງກະແສແນວທີ່ຜິດຈາກແນວທາງອຸດົມການຂອງພັກ ຊຶ່ງກໍ່ໃຫ້ເກີດໜໍ່ແໜງຄວາມບໍ່ ສະຫງົບ ທໍາລາຍຄວາມສະຫງົບສຸກຂອງປະຊາຊົນ ເຊິ່ງສົ່ງຜົນກະທົບຕໍ່ ແນວຄິດຈິດໃຈຂອງປະຊາຊົນ ແລະ ກີດຂວາງການພັດທະນາເສດຖະກິດ-ສັງຄົມ ຢູ່ແຂວງໄຊສົມບູນ ຕະຫລອດມາ. ສະຫາຍ ພົນຕີ ຄໍາລ້ຽງ ອຸທະໄກສອນ ໃຫັຮູ້ວ່າ: ຈາກສະພາບການດັ່ງກ່າວ ກົມການເມືອງສູນກາງພັກ ໄດ້ອອກມະຕິ 055/ກມສພ ວ່າດ້ວຍການ ຮັບຮອງເອົາແນວຄິດຍຸດທະສາດ ໃນການປົກປັກຮັກສາ ແລະ ສ້າງສາພັດທະນາແຂວງໄຊສົມບູນ, ລັດຖະບານໄດ້ຜັນຂະຫຍາຍ ມາເປັນດໍາລັດ 414/ລບ ວ່າດ້ວຍນະໂຍບາຍພັດທະນາເສດຖະກິດ-ວັດທະນະທໍາ ແລະ ສັງຄົມແຂວງໄຊສົມບູນ ເຊິ່ງໄດ້ກາຍເປັນບ່ອນອີງທີ່ໜັກແໜ້ນ ໃນການປົກປັກຮັກສາ ແລະ ສ້າງສາພັດທະນາເເຂວງໄຊສົມບູນ ນັບແຕ່ນັ້ນເປັນຕົ້ນມາ. ອົງຄະນະພັກແຂວງໄຊສົມບູນ ໄດ້ສຸມໃສ່ສຶກສາອົບຮົມການເມືອງແນວຄິດໃຫ້ປະຊາຊົນບັນດາ ເຜົ່າ ຢ່າງແຂງແຮງ, ໂດຍປັບປ່ຽນຮູບການ, ວິທີການ ແລະ ເນື້ອໃນຂອງການໂຄສະນາສຶກສາອົບຮົມການ ເມືອງ-ນຳພາແນວຄິດໃຫ້ປະຊາຊົນ ສອດຄ່ອງກັບແຕ່ລະເປົ້າໝາຍ, ໄດ້ເຮັດໃຫ້ປະຊາຊົນບັນດາເຜົ່າມີຄວາມເຂົ້າໃຈຕໍ່ແນວທາງ, ເພີ່ມຄວາມເຊື່ອໝັ້ນຕໍ່ການນໍາພາຂອງພັກ, ຕີຖອຍໄດ້ແນວຄິດທີ່ເຂົ້າໃຈຜິດຕໍ່ລະບອບ, ຕໍ່ອຸດົມການຂອງພັກ, ອັນໄດ້ເຮັດໃຫ້ປະຊາຊົນບັນດາເຜົ່າເຂົ້າຮ່ວມວຽກງານ ປກຊ-ປກສ ຫຼາຍຂຶ້ນ, ປະກອບສ່ວນ ແລະ ເປັນເຈົ້າການພັດທະນາບ້ານຊ່ອງ, ແກ້ໄຂຄວາມທຸກຍາກຂອງຄອບຄົວ, ແກ້ໄຂບັນດາໜໍ່ແໜງ ຕໍ່ຄວາມບໍ່ສະຫງົບ ແລະ ປະກົດການຫຍໍ້ທໍ້ຕ່າງໆ ເປັນຕົ້ນ: ບັນຫາຢາເສບຕິດ, ຂີ້ລັກງັດແຫງະ, ການເຄື່ອນຍ້າຍ ແລະ ຕັ້ງພູມລໍາເນົາບໍ່ຖືກຕ້ອງ, ການຄອບຄອງອາວຸດລ່າເນື້ອ-ອາວຸດເສິກ, ການທໍາລາຍ ແລະ ລັກລອບຂຸດຄົ້ນຊັບພະຍາກອນທໍາມະຊາດ ຕິດພັນກັບການຄຸ້ມຄອງພົນລະເມືອງ, ນໍາພາສ້າງບ້ານປ້ອງກັນຊາດເຂັ້ມແຂງ ແລະ ບ້ານປ້ອງກັນຄວາມສະຫງົບດີ ມີປະລິມານ ແລະ ຄຸນນະພາບສູງຂື້ນກວ່າເກົ່າ. ນອກນີ້, ຍັງໄດ້ຈັດຕັ້ງກໍາລັງອອກເຄື່ອນໄຫວລາດຕະເວນເປັນປົກກະຕິ, ປ້ອງກັນທີ່ຕັ້ງຍຸດທະສາດ ສໍາຄັນ ແລະ ຈຸດຫລໍ່ແຫລມຕ່າງໆ ເປັນມາດຕະການຕົ້ນຕໍ່ ໄປພ້ອມກັບການແກ້ໄຂປະກົດການຫຍໍ້ທໍ້ຕ່າງໆ, ໄປພ້ອມກັບ ການຍູ້ແຮງການພັດທະນາເສດຖະກິດ-ສັງຄົມ, ຖືເອົາບັນຫາພັດທະນາພື້ນຖານໂຄງລ່າງ ທີ່ຈໍາເປັນ ເພື່ອກະຕຸ້ນການພັດທະນາຂະແໜງການອື່ນ, ແກ້ໄຂຄວາມທຸກຍາກຂອງປະຊາຊົນ ເປັນໜ້າທີ່ຈຸດສຸມ, ເຮັດໃຫ້ ແຂວງໄຊສົມບູນນັບມື້ມີຄວາມສະຫງົບ, ປອດໄພດີຂຶ້ນ. ແຂວງໄດ້ແຕ່ງຕັ້ງຄະນະສະເພາະກິດຂັ້ນແຂວງ ສົມທົບກັບຄະນະນັກວິທະຍາສາດ ຂອງຄະນະຮັບຜິດຊອບ ພັດທະນາເຂດໃຈກາງລົງສູ່ປະຊາຊົນ ເພື່ອໃຫ້ ຄວາມຮູ້ ແລະ ຊຸກຍູ້ສົ່ງເສີມໃນການຜະລິດເປັນສິນຄ້າ (ການປູກ, ການລ້ຽງ) ຕິດພັນກັບການຈັດສັນພູມລໍາເນົາ, ອາຊີບຄົງທີ່ໃຫ້ປະຊາຊົນທຸກຍາກ ແລະ ສາມາດແກ້ໄຂຄວາມທຸກຍາກຂອງປະຊາຊົນໄດ້ຈໍານວນໜຶ່ງ; ສ້າງກົນໄກ ແລະ ນະໂຍບາຍເປັນເງື່ອນໄຂປຸກລະດົມຂົນຂວາຍດຶງດູດການລົງທຶນທັງພາຍໃນ ແລະ ຕ່າງປະເທດເຂົ້າມາລົງທຶນ ນັບມື້ນັບຫຼາຍຂຶ້ນ ໂດຍສະເພາະການລົງທຶນໃສ່ 5 ຂະແໜງ ທີ່ເປັນທ່າແຮງ ຂອງເເຂວງ ຄື: ກະສິກໍາ, ໄຟຟ້າ, ບໍ່ແຮ່, ການທ່ອງທ່ຽວ ແລະ ການເຊື່ອມໂຍງ-ເຊື່ອມຈອດ; ມາຮອດ ປັດຈຸບັນການລົງທຶນມີທັງໝົດ 44 ໂຄງການ, ໃນນັ້ນ: ດ້ານກະສິກໍາ 4 ໂຄງການ, ດ້ານການທ່ອງທ່ຽວ 4 ໂຄງການ, ດ້ານບໍ່ແຮ່ 8 ໂຄງການ; ດ້ານພະລັງງານໄຟຟ້າມີ 28 ໂຄງການ. ການລົງທຶນຂອງລັດ, ແຂວງພວກເຮົາໄດ້ຖືເອົາການພັດທະນາພື້ນຖານໂຄງລ່າງ, ເພື່ອຮັບໃຊ້ໜ້າທີ່ການເມືອງ ແລະ ການພັດທະນາເສດຖະກິດ-ສັງຄົມ, ໄດ້ສຸມໃສ່ກໍ່ສ້າງເສັ້ນທາງແຕ່ແຂວງຫາເມືອງ, ເມືອງຫາບ້ານ ແລະ ເສັ້ນທາງເຊື່ອມໂຍງ-ເຊື່ອມຈອດ ກັບບັນດາແຂວງອ້ອມຂ້າງ ເພື່ອອໍານວຍຄວາມສະດວກໃຫ້ແກ່ການຂົນສົ່ງສິນຄ້າຂອງປະຊາຊົນ, ທັງເປັນການອໍານວຍຄວາມສະດວກ ແລະ ຍູ້ການທ່ອງທ່ຽວຢູ່ແຂວງໄຊສົມບູນອີກດ້ວຍ. ຜ່ານການຈັດຕັ້ງປະຕິບັດແນວທາງປ້ອງກັນຊາດ-ປ້ອງກັນຄວາມສະຫງົບທົ່ວປວງຊົນຮອບດ້ານ ຕິດພັນ ກັບການພັດທະນາເສດຖະກິດ-ສັງຄົມ ຢູ່ແຂວງໄຊສົມບູນ ເຫັນວ່າ: ບັນດາໜໍ່ແໜງຄວາມບໍ່ສະຫງົບໄດ້ຮັບການ ແກ້ໄຂຢ່າງຕັ້ງຫນ້າ, ເຮັດໃຫ້ທົ່ວແຂວງ ນັບມື້ມີຄວາມສະຫງົບປອດໄພດີຂຶ້ນເທື່ອລະກ້າວ, ຖ້າທຽບໃສ່ຊຸມປີທີ່ ຜ່ານມາກັບປັດຈຸບັນ ແຂວງໄຊສົມບູນຂອງພວກເຮົາ ແມ່ນມີສະຖຽນລະພາບທາງດ້ານການເມືອງໜັກແໜ້ນ, ມີຄວາມສະຫງົບປອດໄພດີ, ສັງຄົມມີຄວາມເປັນລະບຽບຮຽບຮ້ອຍ ປະຊາຊົນບັນດາເຜົ່າ ສ່ວນຫຼາຍແມ່ນ ມີຄວາມເຂົ້າໃຈ ແລະ ເຊື່ອໝັ້ນຕໍ່ການນໍາພາຂອງພັກ ກໍຄືການນໍາພາຂອງອົງຄະນະພັກແຂວງຫຼາຍຂຶ້ນ ເປັນ ເຈົ້າການປະກອບສ່ວນເຂົ້າໃນການປົກປັກຮັກສາ ແລະ ສ້າງສາພັດທະນາທ້ອງຖິ່ນຂອງຕົນ ສະແດງອອກ ປະຊາຊົນບັນດາເຜົ່າມີຄວາມສາມັກຄີປອງດອງ, ມີຄວາມອຸ່ນອ່ຽງທຸນທ່ຽງ, ມີຄວາມເປັນເຈົ້າຫລາຍຂຶ້ນ ແລະ ສ້າງພື້ນຖານຂອງຄອບຄົວໄດ້ແໜ້ນໜາ, ປັບປຸງຊີວິດການເປັນຢູ່ນັບມື້ດີຂຶ້ນ. ອັນພົ້ນເດັ່ນ ແມ່ນການຢັ້ງຢືນເຖິງຄວາມສະຫງົບ, ຄວາມປອດໄພຂອງແຂວງໄຊສົມບູນ, ຊຶ່ງໃນປີ 2020 ແຂວງໄຊສົມບູນ ໄດ້ປະກອບສ່ວນສໍາຄັນ ເຂົ້າໃນວັນສຳຄັນຕ່າງທ ຂອງພັກ, ຂອງຊາດ ເປັນຕົ້ນ: ການກະກຽມ ແລະ ການດໍາເນີນກອງປະຊຸມໃຫຍ່ ຄັ້ງທີ I ຂອງອົງຄະນະພັກແຂວງ, ງານສະເຫລີມສະຫລອງ 2 ວັນປະຫວັດສາດ, ບັນດາກິດຈະກໍາຍາດເອົາໄຊຊະນະທ້າຍປີ 2020, ຂະບວນຄະລາວານພິຊິດຈອມພູເບ້ຍ ແລະ ກອງປະຊຸມທາບທາມ ເນື້ອໃນ ແລະ ບຸກຄະລາກອນຂອງກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກ, ເຊິ່ງໄດ້ເຮັດໃຫ້ກອງປະຊຸມສໍາຄັນຕ່າງໆ ມີຄວາມສະຫງົບປອດໄພ 100%; ພວກເຮົາສາມາດຂຶ້ນຢືນຢູ່ຈອມພູເບ້ຍ ແລະ ແກວ່ງສະບັດທຸງຊາດ, ທຸງພັກ ເປັນການປະກາດໄຊຊະນະ ຢ່າງສະຫງ່າຜ່າເຜີຍ. ໃນດ້ານ ເສດຖະກິດຂອງແຂວງ ຂະຫຍາຍຕົວຢ່າງຕໍ່ເນື່ອງດ້ວຍຈັງຫວະດີພໍສົມຄວນ ສະເລ່ຍ 7% ຕໍ່ປີ, ໃນເມື່ອກ່ອນເກັບລາຍຮັບບໍ່ພຽງພໍກັບການໃຊ້ຈ່າຍ ສະເລ່ຍໃນແຕ່ລະປີເກັບໄດ້ພຽງ 40 ກວ່າ% ຂອງລາຍຈ່າຍ ແຕ່ມາຮອດທ້າຍປີ 2019-2020 ແຂວງໄຊສົມບູນ ສາມາດເກັບລາຍຮັບເພີ່ມຂຶ້ນເປັນ 117,10% ຕາມການ ເເບ່ງຂັ້ນຄຸ້ມຄອງຕາມທິດເປັນແຂວງທີ່ສາມາດກຸ້ມຕົນເອງດ້ານງົບປະມານ. ແຕ່ເຖິງຢ່າງໃດກໍຕາມ ຄຽງຄູ່ກັບຜົນສໍາເລັດທີ່ກ່າວມາຂ້າງເທິງນັ້ນ ພວກເຮົາຍັງມີຈຸດອ່ອນ, ຂໍ້ ຄົງຄ້າງຈໍານວນໜຶ່ງ ເປັນຕົ້ນ: ສະຕິຕື່ນຕົວ ແລະ ຄວາມເປັນເຈົ້າການເຂົ້າຮ່ວມວຽກງານງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ຂອງພະນັກງານ ແລະ ປະຊາຊົນຈໍານວນໜຶ່ງບໍ່ທັນສູງ, ເສດຖະກິດ ດ້ານມະຫາພາກເຖິງວ່າຂະຫຍາຍຕົວດີ ແຕ່ຍັງບໍ່ທັນເຂັ້ມ ແຂງ, ພື້ນຖານໂຄງລ່າງດ້ານເສດຖະກິດ-ສັງຄົມບໍ່ທັນຕອບສະໜອອງກັບຄວາມຮຽກຮ້ອງຕ້ອງການ ຂອງການພັດທະນາ ໂດຍສະເພາະ ແມ່ນບັນຫາເສັ້ນທາງຄົມມະນາຄົມບໍ່ທັນສະດວກດີ, ໂຮງຮຽນ, ໂຮງໝໍ, ນ້ໍາປະປາ, ສໍານັກງານ, ຫ້ອງການເຮັດວຽກບໍ່ພຽງພໍ; ຄວາມຮຽກຮ້ອງຕ້ອງການພັດທະນາຍັງມີຫຼາຍ ແຕ່ການສະໜອງທຶນຍັງຈໍາກັດ; ການຜະລິດເປັນສິນຄ້າຂອງປະຊາຊົນເຖິງວ່າມີໜໍ່ແໜງຂະຫຍາຍຕົວ ແຕ່ບໍ່ທັນເປັນຂະບວນ ກວ້າງຂວາງ; ການປະຕິບັດແນວທາງປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ຕິດພັນກັບການພັດທະນາ ໃຫ້ປະກົດຜົນເປັນຈິງຕ້ອງສຸມໃສ່ເຮັດວຽກງານສຶສາອົບຮົມການເມືອງ-ນຳພາແນວຄິດ ນໍາເອົາແນວທາງນະໂຍບາຍ, ມະຕິ, ຄໍາສັ່ງຂອງພັກ, ກົດໝາຍຂອງລັດ, ແນວທາງປ້ອງກັນຊາດ-ປ້ອງກັນຄວາມສະຫງົບທົ່ວປວງຊົນຮອບດ້ານ ສຶກສາອົບຮົມໃຫ້ພະນັກງານ, ນັກຮົບ ແລະ ປະຊາຊົນບັນດາເຜົ່າ ໄດ້ຮັບຮູ້ ແລະ ເຂົ້າໃຈຢ່າງເລິກເຊິ່ງ; ເປັນເຈົ້າການເຂົ້າຮ່ວມ ໃນການ ພັດທະນາ ແລະ ປະຕິບັດສິດ-ພັນທະຂອງພົນລະເມືອງ; ຕ້ອງປັບປຸງໜ່ວຍພັກໃຫ້ເຂັ້ມເເຮງ, ຮູ້ນໍາພາອົງການປົກຄອງ, ກໍຄື 5 ໜ່ວຍງານຂອງບ້ານຕ້ອງໄດ້ຮັບຮູ້ວິທີຄຸ້ມຄອງ ແລະ ບໍລິຫານ; ຕ້ອງມີພະນັກງານວິຊາການ ສະເພາະ ເພື່ອນໍາພາ-ຊີ້ນຳ ແກ້ໄຂຄວາມທຸກຍາກ ແລະ ການຜະລິດເປັນສິນຄ້າ; ຕ້ອງມີການປະສານສົມທົບກັບ ຫຼາຍພາກສ່ວນ ທັງພາກລັດ ແລະ ເອກະຊົນ ເພື່ອຮັບປະກັນ ກໍາລັງເເຮງຄວາມສາມາດ ໃນການສະໜອງທຶນ ການຜະລິດເປັນສິນຄ້າ ແລະ ຕະຫຼາດຈໍາໜ່າຍຜົນຜະລິດ; ໃນ 5 ປີຕໍ່ຫນ້າ (2021-2025) ຄະນະບໍລິຫານງານພັກແຂວງໄຊສົມບູນ ພວກເຮົາຈະສູ້ຊົນ ສືບຕໍ່ຈັດຕັ້ງປະຕິບັດ ແນວທາງປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ທົ່ວປວງຊົນຮອບດ້ານ ຕິດແໜ້ນກັບ ວຽກງານພັດທະນາເສດຖະກິດ ແກ້ໄຂຄວາມທຸກຍາກ ໃຫ້ເລິກເຊິ່ງເຖິງຖອງກວ່າເກົ່າ. ສະຫາຍ ພົນຕີ ຄໍາລຽງ ອຸທະໄກສອນ ໃຫັຮູ້ຕື່ມອີກວ່າ:ພວກເຮົາຍັງຈະໄດ້ ສືບຕໍ່ສຶກສາອົບຮົມການເມືອງ-ນຳພາແນວຄິດ ໃຫ້ແກ່ພະນັກງານ-ລັດຖະກອນ ຕະຫລອດຮອດປະຊາຊົນບັນ ດາເຜົ່າ ໃຫ້ມີຄວາມຮັບຮູ້ເຂົ້າໃຈ ຕໍ່ແນວທາງນະໂຍບາຍຂອງພັກ, ກົດໝາຍຂອງລັດ ໂດຍສະເພາະດໍາລັດ 414/ ລບ ແລະ ແຜນພັດທະນາເປັນແຕ່ລະໄລຍະ, ເພື່ອສ້າງຄວາມເປັນເອກະພາບ ທາງດ້ານຄວາມຄິດ, ຫັນປ່ຽນທາງດ້ານພຶດຕິກໍາ, ຕື່ນຕົວເປັນເຈົ້າການເຂົ້າຮ່ວມການປົກປັກຮັກສາ ແລະ ສ້າງສາພັດທະນາແຂວງໄຊສົມບູນ, ສືບຕໍ່ຈັດຕັ້ງປະຕິບັດແນວທາງປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ທົ່ວປວງຊົນຮອບດ້ານ, ສືບຕໍ່ຫັນ ລົງກໍ່ສ້າງຮາກຖານການເມືອງພັດທະນາຊົນນະບົດຮອບດ້ານ ຕາມ 4 ເນື້ອໃນ 4 ຄາດຫມາຍ, ຕາມທິດ 3 ສ້າງ ຢ່າງແຂງແຮງ, ສຸມໃສ່ແກ້ໄຂປະກົດການຫຍໍ້ທໍ້ຕ່າງໆ ທີ່ເປັນໜໍ່ແໜງຄວາມບໍ່ສະຫງົບ ໃຫ້ຫລຸດລົງ ແລະ ກ້າວ ໄປເຖິງການແກ້ໄຂໄດ້ຢ່າງຂາດຕົວເພື່ອຮັບປະກັນໃຫ້ມີຄວາມສະຫງົບຢ່າງໜັກແໜ້ນໃນປີ 2025. ຈັດຕັ້ງປະຕິບັດຕາມແຜນພັດທະນາເສດຖະກິດ-ສັງຄົມ 5 ປີຄັ້ງທີ II ຂອງແຂວງໄປຕາມ 6 ເປົ້າຫມາຍ 20 ແຜນງານ ທີ່ກອງປະຊຸມໃຫຍ່ຄັ້ງທີ I ຂອງອົງຄະນະພັກແຂວງ ໄດ້ຮັບຮອງໃຫ້ປະກົດຜົນເປັນຈິງ ໂດຍ ມອບໃຫ້ແຕ່ລະຂະແໜງການ ຮີບຮ້ອນຄົ້ນຄວ້າສ້າງເປັນແຜນງານ, ໂຄງການ, ແຜນການ ອັນລະອຽດໃນແຕ່ ລະປີ ປະຕິບັດແຕ່ຫົວທີ, ປະຕິບັດການແບ່ງຂັ້ນຄຸ້ມຄອງ ລະຫວ່າງ ແຂວງກັບເມືອງ, ເມືອງກັບບ້ານ; ສືບຕໍ່ ຈັດຕັ້ງປະຕິ ບັດ ແລະ ພັດທະນາຕາມບັນດາຂະແໜງການໃນ 5 ທ່າແຮງຂອງແຂວງ ໂດຍໃຫ້ສອດຄ່ອງກັບດໍາ ລັດ 414/ລບ ສ້າງທຸກເງື່ອນໄຂເພື່ອດຶງດູດນັກລົງທຶນ ທາງພາຍໃນ ແລະ ຕ່າງປະເທດ ມາລົງທຶນໃຫ້ນັບມື້ເພີ່ມຂຶ້ນ ແລະ ຮັບປະກັນໃຫ້ແຂວງໄຊສົມບູນ ສືບຕໍ່ສາມາດກຸ້ມຕົນເອງໄດ້ທາງດ້ານງົບປະມານ ສາມາດສະໜອງງ ທຶນໃຫ້ແກ່ການພັດທະນາ; ເອົາໃຈໃສ່ແກ້ໄຂຄວາມທຸກຍາກ ດ້ວຍການຈັດສັນອາຊີບໃໝ່ ໂດຍສຸມໃສ່ຊຸກຍູ້, ສົ່ງເສີມການຜະລິດ ເປັນສິນຄ້າຕາມທິດ 2+3 ສົມທົບກັບບັນດາບໍລິສັດເອກະຊົນ ພາຍໃນ ແລະ ຕ່າງປະເທດ ເຂົ້າມາສົ່ງເສີມ ໃນຂົງເຂດກະສິກໍາອິນຊີປອດສານພິດ ເພື່ອສະໜອງພາຍໃນແຂວງ ແລະ ກາຍເປັນສິນຄ້າສ້າງອາຊີບໃໝ່ໃຫ້ແກ່ ຄອບຄົວທຸກຍາກ ແນໃສ່ແກ້ໄຂຄວາມທຸກຍາກ ໃຫ້ສາມາດບັນລຸໄດ້ຕາມເປົ້າໝາຍ ຮອດປີ 2025 ຄອບຄົວ ທຸກຍາກໃຫ້ຍັງເຫລືອ 1,27%; ສືບຕໍ່ແກ້ໄຂປະກົດການຫຍໍ້ທໍ້ທາງສັງຄົມ, ໃຫ້ມີຄວາມສະຫງົບ, ເປັນລະບຽບຮຽບຮ້ອຍ ແລະ ອະນຸລັກຮັກສາວັດທະນະທໍາ-ຮີດຄອງປະເພນີ ອັນດີງາມໃຫ້ໝັ້ນຄົງ ແລະ ສຸມໃສ່ຈັດຕັ້ງປະຕິບັດເປົ້າໝາຍ ການພັດທະນາແບບຍືນຍົງ (SDG) ທີ່ບໍ່ທັນບັນລຸໃຫ້ສໍາເລັດໂດຍພື້ນຖານ; ປັບປຸງ-ຍົກລະດັບໂຮງຮຽນ, ພັດທະນາສີມືແຮງງານ, ສ້າງວຽກເຮັດງານທໍາໃຫ້ແກ່ພົນລະເມືອງ; ຍົກລະດັບໂຮງໝໍແຂວງ, ໂຮງໝໍຊຸມຊົນ, ໂຮງໝໍນ້ອຍໃຫ້ດີຂຶ້ນກວ່າເກົ່າ ຮັບປະກັນໃຫ້ປະຊາຊົນບັນດາເຜົ່າ ສາມາດເຂົ້າເຖິງການບໍລິການໄດ້ຢ່າງທົ່ວເຖິງ, ວ່ອງໄວ ແລະ ມີຄຸນນະພາບ. ສຸມໃສ່ປັບປຸງກົງຈັກການຈັດຕັ້ງໃນທົ່ວແຂວງໃຫ້ກະທັດຮັດ ສົມສ່ວນ ສາມາດເຄື່ອນໄຫວຄ່ອງຕົວ ໄປ ຕາມທິດສ້າງພະແນກການຂອງແຂວງເປັນຫົວໜ່ວຍຍຸດທະສາດ ສ້າງຫ້ອງການຂອງເມືອງເປັນຫົວໜ່ວຍເຂັ້ມແຂງ ຮອບດ້ານ ສ້າງບ້ານເປັນຫົວໜ່ວຍພັດທະນາ ໄປພ້ອມກັບການຄົ້ນຄວ້າ, ຈັດວາງ, ສັບຊ້ອນ, ແຕ່ງຕັ້ງບຸກຄະລາກອນເຂົ້າຕາມຕໍາແໜ່ງງານທີ່ເໝາະສົມ ຕາມຄວາມຮູ້ ຄວາມສາມາດ ແລະ ວິຊາສະເພາະ, ແກ້ໄຂບັນຫາພະນັກງານ-ລັດຖະກອນເຫຼືອບໍ່ພໍ ໂດຍການໂຮມບາງຂະແໜງການທີ່ມີພາລະບົດບາດໃກ້ຄຽງກັນເຂົ້າກັນ. ເຮັດໃຫ້ກົງຈັກ ແລະ ຈໍານວນບຸກຄະລາກອນຫລຸດລົງ ຕາມການຊີ້ນໍາຂອງສູນກາງພັກ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ