ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ສະຫາຍ ບຸນຍັງ ວໍລະຈິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກ່າວສູນທອນພົດໄຂກອງປະຊຸມ
ເວລາອອກຂ່າວ: 2021-01-13 20:51:34 | ຜູ້ຂຽນ : | ຈຳນວນຄົນເຂົ້າຊົມ: 34 | ຄວາມນິຍົມ:



ຮຽນ: -ຄະນະປະທານ! - ບັນດາສະຫາຍຜູ້ແທນ ແລະ ແຂກກອງປະຊຸມໃຫຍ່ທີ່ຮັກແພງ! ປະຕິບັດຕາມກົດລະບຽບພັກ ປະຊາຊົນປະຕິວັດລາວ ສະໄໝ ທີX, ມື້ນີ້ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XI ຂອງພັກເຮົາ ໄດ້ໄຂຂຶ້ນຢ່າງສະຫງ່າຜ່າເຜີຍ ຢູ່ໃນທ່າມກາງບັນຍາກາດອັນ ເບີກບານຫ້າວຫັນຂອງທົ່ວພັກ, ທົ່ວລັດ, ທົ່ວກຳລັງປະກອບອາວຸດ ແລະ ທົ່ວປວງຊົນລາວທັງຊາດ ທີ່ຫາກໍ່ຈັດຕັ້ງການສະເຫຼີມສະ ຫຼອງວັນສະຖາປະນາສາທາລະ ນະລັດ ປະຊາທິປະໄຕ ປະຊາຊົນ ລາວ ຄົບຮອບ 45 ປີ ແລະ ວັນເກີດຂອງປະທານ ໄກສອນ ພົມວິຫານ ທີ່ເຄົາລົບຮັກຄົບ ຮອບ 100 ປີ, ເຊິ່ງເປັນການສະ ຫຼຸບຕີລາຄາຜົນງານ ແລະ ໄຊຊະ ນະອັນໃຫຍ່ຫຼວງໃນການນຳພາ- ຊີ້ນໍາພາລະກິດປົກ ປັກ ຮັກສາ ແລະ ສ້າງສາພັດທະນາປະເທດຊາດ ເຮົາຕະຫຼອດໄລຍະການກຳອຳ ນາດຂອງພັກເຮົາທີ່ຜ່ານມາ. ພ້ອມກັນນີ້ ກໍຢູ່ໃນບັນຍາກາດ ທີ່ປະຊາຊົນລາວ ແລະ ປະຊາຊົນ ບັນດາປະເທດໃນໂລກ ພວມສູ້ຊົນ ສະກັດກັ້ນ, ຕ້ານ ແລະ ຜ່ານຜ່າ ການແຜ່ລະບາດຢ່າງຮ້າຍແຮງ ຂອງພະຍາດ ໂຄວິດ-19. ກອງປະຊຸມໃຫຍ່ຜູ້ແທນທົ່ວ ປະເທດ ຄັ້ງທີ XI ຂອງພັກເຮົາ ແມ່ນເຫດການການເມືອງທີ່ສຳ ຄັນຍິ່ງ ແລະ ທັງເປັນຂີດໝາຍປະ ຫວັດສາດແຫ່ງການເຕີບໃຫຍ່ຂະຫຍາຍຕົວດ້ານປະລິມານ ແລະ ຄຸນນະພາບຂອງພັກເຮົາ ໃນໄລຍະໃໝ່ ຢູ່ໃນສະພາບແວດ ລ້ອມພາຍໃນປະເທດ ແລະ ໃນ ໂລກທີ່ມີການຜັນແປຢ່າງສະຫຼັບ ສັບຊ້ອນ ເຊິ່ງມີທັງກາລະໂອກາດ, ສິ່ງອຳນວຍ ແລະ ມີທັງສິ່ງທ້າ ທາຍທົດສອບອັນໃຫຍ່ຫຼວງຫຼາຍ ຢ່າງທີ່ພວກເຮົາຕ້ອງສືບຕໍ່ຜ່ານ ຜ່າ. ນະໂອກາດອັນສະຫງ່າລາສີນີ້, ໃນນາມປະທານກອງປະຊຸມ ໃຫຍ່ ຂ້າພະເຈົ້າຂໍສະແດງຄວາມ ຍິນດີຕ້ອນຮັບ ແລະ ຊົມເຊີຍບັນ ດາສະຫາຍຜູ້ແທນກອງປະຊຸມ ໃຫຍ່ ຄັ້ງທີ XI ຈຳນວນ 756 ສະ ຫາຍ ທີ່ໄດ້ຖືກຄັດເລືອກໃຫ້ຕາງໜ້າອົງຄະນະພັກ ຂະແໜງການ, ອົງການ ແລະ ທ້ອງຖິ່ນຕ່າງໆ ໃນຂອບເຂດທົ່ວປະເທດ ແລະ ແຂກຖືກເຊີນຈຳນວນ 135 ສະ ຫາຍ ທີ່ຕາງໜ້າໃຫ້ນັກທຸລະກິດ ທັງພາກລັດ ແລະ ເອກະຊົນ ກໍ ຄືປະຊາຊົນລາວບັນດາເຜົ່າມາ ເຂົ້າຮ່ວມກອງປະຊຸມໃຫຍ່ຜູ້ ແທນ ທົ່ວປະເທດ ຄັ້ງນີ້ຢ່າງສຸດອົກສຸດ ໃຈ! ບັນດາສະຫາຍທີ່ນັບຖື ແລະ ຮັກແພງ! ໃນວາລະອັນຄຶກຄື້ນນີ້, ກອງ ປະຊຸມໃຫຍ່ຂອງພວກເຮົາຍິ່ງມີ ຄວາມອາໄລອາວອນຢ່າງສຸດຊຶ້ງ ແລະ ຄິດຄະນຶງເຖິງປະທານ ໄກສອນ ພົມວິຫານ ຜູ້ນຳທີ່ແສນ ເຄົາລົບຮັກ, ລູກຫຼານຜູ້ປະເສີດ ຂອງປະຊາຊົນລາວບັນດາເຜົ່າ, ຜູ້ນຳພາກໍ່ຕັ້ງ, ທະນຸບຳລຸງ, ກໍ່ ສ້າງ ພັກເຮົາ, ກໍ່ສ້າງກໍາລັງປະກອບ ອາວຸດປະຕິວັດ, ຜູ້ນຳພາພາລະ ກິດຕໍ່ສູ້ກູ້ຊາດ ແລະ ກໍ່ຕັ້ງລັດສາ ທາລະນະລັດ ປະຊາທິປະໄຕ ປະ ຊາຊົນລາວ; ພ້ອມກັນນີ້, ພວກ ເຮົາສະແດງຄວາມອາໄລອາ ວອນ, ຈົດຈຳລ້ຳລຶກວິລະກຳອັນ ລ້ຳເລີດ, ຄຸນງາມຄວາມດີ ແລະ ການເສຍສະຫຼະອັນໃຫຍ່ຫຼວງ ຂອງບັນດາສະຫາຍຜູ້ນຳຂອງ ພັກ ແລະ ລັດເຮົາ ແຕ່ລະຮຸ່ນ ກໍຄື ພະນັກງານ, ສະມາຊິກພັກ, ນັກ ຮົບປະຕິວັດ, ຜູ້ຮັກຊາດ ແລະ ປະຊາຊົນລາວບັນດາເຜົ່າທີ່ໄດ້ອຸ ທິດເລືອດເນື້ອ, ເຫື່ອແຮງ, ສະຕິ ປັນຍາ ແລະ ວັດຖຸຊັບສິນເພື່ອພາ ລະກິດຕໍ່ສູ້ປົດປ່ອຍຊາດ ກໍຄືພາ ລະກິດປົກປັກຮັກສາ ແລະ ສ້າງສາ ປະເທດຊາດ ເພື່ອຄວາມສົມບູນ ພູນສຸກຂອງປະຊາຊົນລາວ ບັນ ດາເຜົ່າ ແລະ ເພື່ອອຸດົມການສັງ ຄົມນິຍົມທີ່ພັກເຮົາໄດ້ເລືອກໄວ້. ຂ້າພະເຈົ້າ ສະເໜີເຊີນບັນດາ ສະຫາຍທັງຫຼາຍ ຈົ່ງພ້ອມກັນລຸກ ຂຶ້ນກົ້ມຫົວໄວ້ອາໄລເຖິງດວງວິນຍານຂອງບັນດາສະຫາຍເຫຼົ່ານັ້ນ 30 ວິນາທີ ! ບັນດາສະຫາຍທີ່ຮັກແພງທັງ ຫຼາຍ! ມາຮອດປັດຈຸບັນການສະຖາ ປະນາລະບອບປະຊາທິປະໄຕ ປະຊາຊົນຢູ່ປະເທດເຮົາໄດ້ຍ່າງ ເຂົ້າສູ່ປີທີ 45 ແລະ ການປະຕິບັດ ພາລະກິດປ່ຽນແປງໃໝ່ກໍ ໄດ້ ດໍາເນີນມາເປັນເວລາ 35 ປີ ແລ້ວ, ຕະຫຼອດໄລຍະດັ່ງກ່າວ ກໍມີ ຜົນສໍາເລັດໃຫຍ່ຫຼວງຫຼາຍດ້ານ ແຕ່ກໍຍັງມີຫຼາຍບັນຫາສໍາຄັນທີ່ ພັກເຮົາຕ້ອງໄດ້ສະຫຼຸບຕີລາຄາ ຄືນໃຫ້ຖືກຕ້ອງ, ເລິກເຊິ່ງ, ຮອບ ດ້ານ ແລະພາວະວິໄສ ເພື່ອເປັນ ພື້ນຖານອັນໜັກແໜ້ນໃຫ້ແກ່ການກໍານົດທິດທາງ, ໜ້າທີ່ການເມືອງ ເພື່ອສືບຕໍ່ບູລະນະລະບອບປະຊາທິປະໄຕປະຊາຊົນ ໃນຕໍ່ໜ້າ ຕາມຈຸດໝາຍຂອງພັກເຮົາທີ່ ວາງໄວ້ ໃຫ້ນັບມື້ມີຄວາມເຂັ້ມ ແຂງ ແລະ ໜັກແໜ້ນຂຶ້ນເທື່ອລະ ກ້າວ. ເມື່ອຫວນເບິ່ງຄືນການນໍາພາ-ຊີ້ນໍາຂອງສູນກາງ ໃນການຈັດ ຕັ້ງປະຕິບັດມະຕິ X ຂອງພັກ ຕະຫຼອດໄລຍະ 5 ປີຜ່ານມາ. ໃນທ່າມກາງສະພາບແວດລ້ອມ ສາກົນ ແລະ ພາກພື້ນມີການຜັນ ແປໄປທີ່ຄາດການໄດ້ຍາກ ແລະ ການແຜ່ລະບາດຢ່າງໜັກໜ່ວງ ຂອງພະຍາດໂຄວິດ-19, ເຊິ່ງ ເຕັມໄປດ້ວຍກາລະໂອກາດ ແລະ ສິ່ງທ້າທ້າຍນັ້ນ. ບັນຍາກາດລວມ ກໍຄືຂະບວນການພັດທະນາສ້າງ ສາປະເທດແມ່ນໄດ້ມີບາດກ້າວຂະຫຍາຍຕົວ ແລະ ມີຜົນສຳເລັດ ພົ້ນເດັ່ນຫຼາຍດ້ານ, ຮັບປະກັນໃຫ້ ປະເທດຊາດສືບຕໍ່ມີສະຖຽນລະ ພາບທາງດ້ານການເມືອງຢ່າງ ໜັກແໜ້ນ, ສັງຄົມມີຄວາມ ສະຫງົບ ແລະ ເປັນລະບຽບຮຽບ ຮ້ອຍໂດຍພື້ນຖານ, ຄວາມເປັນ ເອກະລາດ, ອໍານາດອະທິປະໄຕ ແລະໝາກຜົນຂອງການປະຕິວັດ ໄດ້ຮັບການປົກປ້ອງຢ່າງເຂັ້ມ ແຂງ; ເສດຖະກິດ ເຖິງວ່າມີຄວາມ ຫຍຸ້ງຍາກທາງດ້ານການເງິນ-ເງິນຕາ, ບັນຫາໜີ້ສິນ ແລະ ໄດ້ຮັບ ຜົນກະທົບຢ່າງໜັກໜ່ວງຈາກ ການແຜ່ລະບາດຂອງພະຍາດ ໂຄວິດ-19, ແຕ່ພວກເຮົາຍັງ ສາມາດຢັບຢັ້ງບໍ່ໃຫ້ເກີດເຫດ ການທົດຖອຍຮ້າຍແຮງຕໍ່ເສດ ຖະກິດ-ສັງຄົມ, ບັນດາໂຄງການ ໃຫຍ່ຍັງສືບຕໍ່ຈັດຕັ້ງປະຕິບັດ, ທາງດ່ວນລາວ-ຈີນ ໄລຍະທີ່ໜື່ງ ແຕ່ວຽງຈັນ-ວັງວຽງ ໄດ້ເປີດ ການນຳໃຊ້ເປັນທາງການກາຍ ເປັນເສັ້ນທາງດ່ວນສາຍທຳອິດ ທີ່ມີຄວາມໝາຍປະຫວັດສາດ ຂອງປະເທດເຮົາ; ຄຸນນະພາບ ຊີວິດຂອງປະຊາຊົນບັນດາເຜົ່າ ໄດ້ຮັບການປັບປຸງ ແລະ ຍົກລະ ດັບດີຂຶ້ນເປັນກ້າວໆ, ພື້ນຖານ ວັດຖຸ-ເຕັກນິກອັນສຳຄັນລວມ ທັງການກໍ່ສ້າງໂຮງຮຽນ, ໂຮງ ໝໍ, ສູນເຝິກວິຊາຊີບ ແລະ ລະບົບ ສາທາລະນຸປະໂພກ ໄດ້ຮັບການ ຈັດຕັ້ງປະຕິບັດຢ່າງຕໍ່ເນື່ອງ, ອັດຕາສ່ວນຂອງຄອບຄົວທຸກ ຍາກ ແລະ ບ້ານທຸກຍາກຫຼຸດລົງ ຢ່າງຕໍ່ເນື່ອງ ແລະ ບັນລຸໄດ້ຕາມ ຄາດໝາຍທີ່ວາງໄວ້; ແນວທາງ ປ້ອງກັນຊາດ-ປ້ອງກັນຄວາມ ສະຫງົບທົ່ວປວງຊົນຮອບດ້ານ ສືບຕໍ່ໄດ້ຮັບການຈັດຕັ້ງປະຕິບັດ ຢ່າງຕັ້ງໜ້າ, ກໍາລັງປະກອບອາ ວຸດກໍໄດ້ຮັບການປັບປຸງກໍ່ສ້າງ ກາຍເປັນກຳລັງທີ່ມີຄວາມໜັກແໜ້ນດ້ານການເມືອງ-ແນວຄິດ ແລະ ມີຄວາມຈົ່ງຮັກພັກດີຕໍ່ພັກ ຕໍ່ປະເທດຊາດ ຕໍ່ປະຊາຊົນ; ບັນ ດາອົງການອຳນາດລັດ, ສະພາ ແຫ່ງຊາດ-ສະພາປະຊາຊົນ ຂັ້ນ ແຂວງ, ອົງການບໍລິຫານລັດ ແລະ ອົງການຕຸລາການ ໄດ້ຮັບ ການປັບປຸງດ້ານການຈັດຕັ້ງ, ຍົກລະດັບຄຸນນະພາບການເຄື່ອນ ໄຫວໄປຄຽງຄູ່ກັບການສ້າງ ແລະ ປັບປຸງລະບົບກົດໝາຍໃຫ້ ເຂັ້ມ ແຂງ ແລະຮັດກຸມກວ່າເກົ່າ; ອົງການແນວລາວສ້າງຊາດ, ສະຫະພັນນັກຮົບເກົ່າ ແລະ ອົງ ການຈັດຕັ້ງມະຫາຊົນ ໄດ້ຕັ້ງໜ້າ ປະຕິບັດພາລະບົດບາດຂອງຕົນ ຂົນຂວາຍ ແລະ ປຸກລະດົມມະ ຫາຊົນເຂົ້າຮ່ວມຂະບວນການ ແກ້ໄຂຄວາມທຸກຍາກ, ເຂົ້າ ຮ່ວມວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ເປັນຄັນ ທຸງເຕົ້າໂຮມຄວາມສາມັກຄີ, ສຶກ ສາອົບຮົມປະຊາຊົນລາວບັນ ດາເຜົ່າປະຕິບັດແນວທາງຂອງ ພັກຢ່າງເປັນເຈົ້າການ; ການພົວ ພັນຮ່ວມມືກັບບັນດາປະເທດ ເພື່ອນມິດຍຸດທະສາດ ແລະ ເພື່ອນມິດສາກົນໄດ້ຂະຫຍາຍ ຕົວສູ່ລະດັບສູງອັນໃໝ່ ແລະ ນັບ ມື້ເພີ່ມທະວີ, ບົດບາດອິດທິພົນ ຂອງພັກ ແລະ ລັດເຮົາ ໄດ້ຮັບ ການເຊີດຊູໃຫ້ສູງເດັ່ນຂຶ້ນ ໃນ ເວທີພາກພື້ນ ແລະ ສາກົນ; ການ ກໍ່ສ້າງພັກ-ພະນັກງານໄດ້ຮັບການເອົາໃຈໃສ່ຄົ້ນຄວ້າປັບປຸງ ແລະ ຍົກລະດັບຢ່າງຕໍ່ເນື່ອງ, ການດຳເນີນຊີວິດ-ປັບປຸງປົວ ແປງພັກ ໄດ້ດຳເນີນຢ່າງແຂງ ແຮງ ແລະເລິກເຊິ່ງ, ການສ້າງ-ບຳລຸງ ແລະ ເລືອກເຟັ້ນພະນັກງານ ຕິດພັນກັບການຫັນເປັນໜຸ່ມ ໄດ້ຖືກຈັດຕັ້ງປະຕິບັດເປັນຮູບປະ ທຳ ແລະ ຢູ່ໃນໄລຍະສ້າງການ ຫັນປ່ຽນໃໝ່ ທີ່ຕັ້ງໜ້າ ແລະ ແຂງ ແຮງກວ່າເກົ່າ. ອີກເທື່ອໜຶ່ງ ໃນນາມຄະນະ ບໍລິຫານງານສູນກາງພັກ ແລະ ຄະນະປະທານກອງປະຊຸມ. ຂ້າ ພະເຈົ້າຂໍສະແດງຄວາມຍ້ອງ ຍໍຊົມເຊີຍ ແລະ ມີຄວາມເອກ ອ້າງທະນົງໃຈຕໍ່ບັນດາຜົນສຳ ເລັດທີ່ພວກເຮົາ ພ້ອມກັນຍາດ ມາໄດ້ ໃນຊຸມປີຜ່ານມາຢ່າງສຸດ ອົກສຸດໃຈ. ຕະລອດໄລຍະ 5 ປີຜ່ານມາ ເຖິງວ່າພັກ ແລະລັດເຮົາ ໄດ້ສຸມ ໃສ່ນໍາພາ-ຊີ້ນຳການຈັດຕັ້ງປະຕິ ບັດມະຕິ X ຂອງພັກ ດ້ວຍຄວາມ ບຸກບືນ, ສູ້ຊົນປານໃດກໍຕາມ. ແຕ່ເມື່ອເບິ່ງເລິກລົງໄປແລ້ວ ພວກເຮົາກໍຍັງມີຂໍ້ຄົງຄ້າງຈໍາ ນວນໜຶ່ງທີ່ທ້າທາຍຕໍ່ບົດບາດ ການນໍາພາຂອງພັກ ແລະ ການ ຄຸ້ມຄອງຂອງລັດ, ເຊິ່ງບັນຫາ ໃຫຍ່ທີ່ເປັນສາເຫດຕົ້ນຕໍ ກໍຍັງ ປິ່ນອອ້ມ “6 ໄພອັນຕະ ລາຍ”,“9 ຈຸດອ່ອນຂໍ້ຄົງຄ້າງໃນການປະ ຕິບັດແຜນພັດທະນາເສດຖະ ກິດ-ສັງຄົມ”. ດັ່ງທີ່ພວກເຮົາ ໄດ້ຕີລາຄາກັນກ່ອນໜ້ານີ້ແລ້ວ.ເຊິ່ງທັງໝົດບັນຫາເຫຼົ່ານັ້ນ ລ້ວນແຕ່ຊີ້ບອກເຖິງສະພາວະ ຄວາມເປັນຈິງທາງດ້ານການ ເມືອງ, ເສດຖະກິດ, ວັດທະນະທໍາ-ສັງຄົມ, ການປ້ອງກັນຊາດ-ປ້ອງ ກັນຄວາມສະຫງົບ, ການສ້າງ ພັກ-ພະນັກງານ ທີ່ຮຽກຮ້ອງໃຫ້ ພວກເຮົາຕ້ອງກໍາແໜ້ນ ແລະ ພິຈາລະນາຢ່າງເປັນລະບົບ, ຄົບ ຖ້ວນ, ພາວະວິໄສ ເພື່ອເປັນພື້ນ ຖານໃນການວາງທິດທາງໃນ ພາລະກິດປົກປັກຮັກສາ ແລະ ສ້າງສາປະເທດຊາດຂອງພວກ ເຮົາ ໃນຊຸມປີຕໍ່ໜ້ານີ້ ໃຫ້ມີການ ຫັນປ່ຽນໄປສູ່ລວງເລິກ ໄດ້ຢ່າງ ແທ້ຈິງ, ເຊິ່ງບັນຫາລະອຽດແຕ່ ລະດ້ານແມ່ນໄດ້ກໍານົດໄວ້ໃນ ຮ່າງລາຍງານການເມືອງຄົບ ຖ້ວນ ສົມບູນສົມຄວນແລ້ວ ແລະ ພວກເຮົາຈະໄດ້ພ້ອມກັນລົງເລິກ ພິຈາລະນາ ໃນວາລະຕໍ່ໄປຕື່ມອີກ. ບັນດາສະຫາຍທີ່ຮັກແພງທັງ ຫຼາຍ ! ຄະນະບໍລິຫານງານສູນກາງ ພັກສະໄໝທີ X ໄດ້ອອກມະຕິ ກ່ຽວກັບການກະກຽມກອງປະ ຊຸມໃຫຍ່ ຄັ້ງທີ XI ຂອງພັກເຊິ່ງເລີ່ມແຕ່ນັ້ນເປັນຕົ້ນມາ, ການກະ ກຽມດ້ານຕ່າງໆໃຫ້ແກ່ກອງປະ ຊຸມໃຫຍ່ຂອງພັກເຮົາກໍໄດ້ດໍາ ເນີນຢ່າງຖີ່ຖ້ວນ, ຕໍ່ເນື່ອງ, ເປັນ ລໍາດັບ ແລະ ເປັນລະບົບ. ພວກ ເຮົາ ໄດ້ປຸກລະດົມສ້າງຂະບວນການ ໃນທຸກຂົງເຂດວຽກງານໂດຍຖື ເອົາການກະກຽມກອງປະຊຸມ ໃຫຍ່ໃຫ້ຕິດພັນກັບການສະເຫຼີມ ສະຫຼອງວັນບຸນປະຫວັດສາດອັນສໍາຄັນຂອງພັກ ແລະ ຂອງຊາດ, ເຊິ່ງອົງ ຄະນະພັກຂັ້ນຕ່າງໆ ແລະ ບັນດາສະຫາຍສະມາຊິກພັກທຸກ ຖ້ວນໜ້າ ໄດ້ເປັນເຈົ້າການເສີມ ຂະຫຍາຍບົດບາດນໍາພາ ແລະ ເຂົ້າຮ່ວມໃນທຸກຂະບວນການ ຢ່າງແຂງແຮງ ແລະ ມີເນື້ອໃນ ອັນເລິກເຊິ່ງ. ອັນພົ້ນເດັ່ນ ແມ່ນພວກເຮົາ ໄດ້ເອົາຂະບວນການກະກຽມ ກອງປະຊຸມໃຫຍ ່ຄັ້ງທີ XI ຂອງ ພັກນີ້ ຕິດພັນກັບການປັບປຸງປົວ ແປງພັກໂດຍຖືເອົາບັ້ນດໍາເນີນຊີວິດການເມືອງກະກຽມກອງປະຊຸມໃຫຍ່ 3 ຂັ້ນ ໃຫ້ທົ່ວເຖິງ, ເລິກເຊິ່ງ ແລະ ເຮັດເປັນຫຼາຍບາດ ກ້າວຕາມທິດສ້າງພັກໃຫ້ປອດ ໃສ, ເຂັ້ມແຂງ ແລະ ໜັກແໜ້ນ, ຜ່ານຂະບວນການເຫຼົ່ານັ້ນ ໄດ້ ເຮັດໃຫ້ພັກເຮົາມີການປັບປຸງ, ບູລະນະທາງດ້ານການເມືອງ- ແນວຄິດ ແລະ ການຈັດຕັ້ງຕື່ມອີກ ກ້າວໜຶ່ງ ແລະ ສະມາຊິກພັກຂອງ ພວກເຮົາກໍໄດ້ຮັບການບໍາລຸງຍົກ ລະດັບທາງດ້ານຄວາມຮັບຮູ້, ທັດສະນະຫຼັກໝັ້ນຊົນຊັ້ນກໍາມະ ກອນ ແລະ ມີການປັບປຸງປ່ຽນແປງຕົນເອງໃຫ້ກ້າວໜ້າກວ່າ ເກົ່າ. ພ້ອມກັນນັ້ນ, ໃນເວລາກະ ກຽມຕົວຈິງພວກເຮົາຍັງໄດ້ ຈັດຕັ້ງນໍາເອົາຮ່າງລາຍງານ ການເມືອງ, ຮ່າງກົດລະບຽບພັກ ສະບັບປັບປຸງ ແລະ ຮ່າງແຜນພັດ ທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ 9 (2021-2025) ລົງ ທາບທາມຄວາມເຫັນຂອງອົງ ຄະນະພັກກໍຄືຖັນແຖວສະມາຊິກ ພັກ, ປັນຍາຊົນ, ນັກທຸລະກິດ, ຜູ້ປະກອບການແລະພາກສ່ວນ ຕ່າງໆ ໃນສັງຄົມຢ່າງກວ້າງ ຂວາງໃນທົ່ວປະເທດດ້ວຍຮູບ ການອັນເໝາະສົມ, ອັນໄດ້ສ້າງ ໂອກາດເຮັດໃຫ້ສະມາຊິກພັກ, ມະຫາຊົນກໍຄືທຸກພາກສ່ວນໃນ ສັງຄົມໄດ້ເຊີດຊູຈິດໃຈເປັນເຈົ້າ ຂອງປະເທດຊາດ ແລະ ເສີມຂະ ຫຍາຍປະຊາທິປະໄຕຢ່າງເປັນ ຮູບປະທໍາຕົວຈິງ, ປະກອບຄວາມ ຄິດຄວາມເຫັນກ່ຽວກັບບັນຫາ ສໍາຄັນຕ່າງໆ ທີ່ສ່ອງແສງຢ່າງຖືກ ຕ້ອງກັບສະພາວະຄວາມເປັນຈິງ ຂອງປະເທດຊາດ, ຖືກກັບເຈດ ຈໍານົງຄວາມມຸ່ງມາດປາດຖະ ໜາ ແລະ ຜົນປະໂຫຍດຂອງປະ ຊາຊົນລາວບັນດາເຜົ່າ, ບັນດາ ຊັ້ນຄົນໃນທົ່ວສັງຄົມ, ເຮັດໃຫ້ ແນວທາງການເມືອງ ແລະ ແນວ ທາງການຈັດຕັ້ງຂອງພັກເຮົາ ກາຍເປັນຜະລິດຕະພັນລວມ ຍອດແຫ່ງສະຕິປັນຍາຂອງທົ່ວ ພັກ, ທົ່ວປວງຊົນລາວທັງຊາດ. ສາມາດເວົ້າໄດ້ວ່າການກະ ກຽມກອງປະຊຸມໃຫຍ່ຂອງພັກ ເຮົາໄດ້ກາຍເປັນຂະບວນການ ອັນກວ້າງຂວາງຂອງມະຫາຊົນ, ເປັນການປະກອບສ່ວນອັນສໍາຄັນເຮັດໃຫ້ການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ X ຂອງພັກ ໄດ້ດໍາເນີນໄປຢ່າງເລິກເຊິ່ງ, ຮອບ ດ້ານ ແລະ ມີຜົນສໍາເລັດໃຫຍ່ ຫຼວງຫຼາຍດ້ານທີ່ສໍາຄັນ. ບັນດາສະຫາຍທີ່ຮັກແພງ! ອີງໃສ່ກົດລະບຽບຂອງພັກສະ ໄໝທີ X ແລະ ມູນເຊື້ອອັນດີງາມ ຂອງພັກເຮົາ ກໍຄືບັນດາຫຼັກການ ແຫ່ງການປ່ຽນແປງໃໝ່ ທີ່ພັກ ເຮົາໄດ້ວາງອອກນັ້ນກອງປະຊຸມ ໃຫຍ່ຂອງພວກເຮົາຈະໄດ້ພ້ອມ ກັນສັງເກດຕີລາຄາການຈັດຕັ້ງ ປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ X ຂອງພັກຕິດພັນກັບການ ປະເມີນຢ່າງສັງລວມການສ້າງ ບັນດາປະຖົມປັດໄຈໃຫ້ແກ່ການ ກ້າວຂຶ້ນສັງຄົມນິຍົມ. ໃນໄລຍະ ທີ່ຜ່ານມາ, ຖອດຖອນບົດຮຽນ ອັນເປັນປະໂຫຍດ ແລະ ຕົກລົງ ແນວທາງ, ທິດທາງ, ໜ້າທີ່ລວມ, ແຜນນະໂຍບາຍໃຫຍ່ ແລະ ວາງ ທິດຊີ້ນຳຕໍ່ແຜນພັດທະນາເສດ ຖະກິດ-ສັງຄົມຂອງຊາດໃນຕໍ່ ໜ້າ, ເພື່ອສືບຕໍ່ບູລະນະລະບອບ ປະຊາທິປະໄຕປະຊາຊົນ, ສ້າງ ບັນ ດາປະຖົມປັດໄຈໃຫ້ແກ່ການ ກ້າວຂຶ້ນສັງຄົມນິຍົມເທື່ອລະ ກ້າວຢ່າງໜັກແໜ້ນ. ກອງປະຊຸມໃຫຍ່ຂອງພວກ ເຮົາຄັ້ງນີ້ຍັງຈະໄດ້ພິຈາລະນາ ແລະ ຮັບຮອງເອົາຮ່າງກົດລະ ບຽບສະບັບປັບປຸງຂອງພັກແນ ໃສ່ສ້າງພັກເຮົາ ໃຫ້ນັບມື້ເຕີບ ໃຫຍ່ ປອດໃສ ເຂັ້ມແຂງ ໜັກ ແໜ້ນ ກ້າວຂຶ້ນເຮັດຫຼ້ອນພາລະກໍາປະຫວັດສາດຂອງຕົນໃນໄລຍະໃໝ່. ໜ້າທີ່ອັນສໍາຄັນອີກອັນໜຶ່ງ ຂອງກອງປະຊຸມໃຫຍ່ ແມ່ນຈະ ໄດ້ສຳຫຼວດຕີລາຄາການນຳພາ ຂອງຄະນະບໍລິຫານງານສູນກາງ ພັກ ສະໄໝທີ X ແລະ ດຳເນີນການ ເລືອກຕັ້ງຄະນະບໍລິຫານງານສູນ ກາງພັກ ສະໄໝທີ XI ທີ່ສະແດງ ເຖິງຄວາມສາມັກຄີເປັນຈິດໜຶ່ງ ໃຈດຽວຂອງພັກ, ຮັບປະກັນລັກ ສະນະສືບທອດ ແລະເຮັດໃຫ້ຖັນ ແຖວການນໍາຂັ້ນສູງຂອງພັກເຮົາ ນັບມື້ນັບໜຸ່ມແໜ້ນ ໂດຍຄັດ ເລືອກເອົາບັນດາສະຫາຍທີ່ມີ ຄຸນທາດການເມືອງອັນໜັກ ແໜ້ນ, ມີຄຸນສົມບັດສິນທໍາອັນ ຜ່ອງໃສ, ມີຄວາມຮູ້ຄວາມ ສາ ມາດ ແລະ ມີຄວາມຮັບຜິດຊອບ ສູງ ເພື່ອແບກຫາບພາລະໜ້າທີ່ ອັນໜັກໜ່ວງທີ່ພັກ ແລະ ປະ ເທດຊາດ ໄດ້ມອບໝາຍໃຫ້. ທິດທາງໜ້າທີ່ຕ່າງໆທີ່ກ່າວ ມາ ນັ້ນລ້ວນແຕ່ເປັນບັນຫາໃຫຍ່ ແລະ ສໍາຄັນທີ່ພົວພັນເຖິງຊາຕາ ກໍາຂອງປະເທດຊາດ ແລະ ຂອງ ປະຊາຊົນບັນດາເຜົ່າ. ຂ້າພະເຈົ້າ ຫວັງວ່າບັນດາສະຫາຍຜູ້ແທນ ຈະເຊີດຊູຄວາມຮັບຜິດຊອບ ໃຫ້ສູງຂຶ້ນ, ເສີມຂະຫຍາຍປະ ຊາທິປະໄຕຢ່າງແຂງແຮງ, ສຸມ ຈິດສຸມໃຈ, ສະຕິປັນຍາ ແລະ ເຫື່ອ ແຮງເຂົ້າໃສ່ການຄົ້ນຄວ້າ, ຄິດ ຫງໍາ ແລະ ປະກອບຄວາມເຫັນ ຢ່າງມີຄຸນນະພາບສູງ, ຕົກລົງ ບັນຫາຢ່າງຖືກຕ້ອງເຮັດໃຫ້ກອງ ປະຊຸມໃຫຍ່ຂອງພວກເຮົາບັນ ລຸຜົນສໍາເລັດຕາມຈຸດປະສົງຄາດ ໝາຍຢ່າງສະຫງ່າງາມ. ໃນນາມຄະນະປະທານ, ຂ້າ ພະເຈົ້າຂໍປະກາດໄຂກອງປະ ຊຸມ ໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XI ຂອງພັກປະຊາຊົນປະຕິວັດລາວ ຢ່າງເປັນທາງການນັບແຕ່ເວລາ ນີ້ເປັນຕົ້ນໄປ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ