ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ບໍລິສັດວັງຕັດຂຸດຄົ້ນບໍ່ແຮ່ ຈຳກັດ ມອບເງິນ 1 ຕື້ກີບ ຊຸກຍູ້ຂະບວນການຂອງກອງທັບ
ເວລາອອກຂ່າວ: 2021-01-13 20:49:28 | ຜູ້ຂຽນ : | ຈຳນວນຄົນເຂົ້າຊົມ: 23 | ຄວາມນິຍົມ:



ວັນທີ 13 ມັງກອນ 2020 ນີ້, ທ່ານ ນາງ ສີລິວັນ ປັດທໍາມະ ວົງ ຮອງອໍານວຍການບໍລິສັດວັງ ຕັດຂຸດຄົ້ນບໍ່ແຮ່ ຈຳກັດ ພ້ອມ ດ້ວຍຄະນະໄດ້ນຳເອົາເງິນສົດ ຈຳນວນ 1.000.000.000 ກີບ ມາມອບໃຫ້ກະຊວງປ້ອງກັນປະ ເທດ ເນື່ອງໃນໂອກາດວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 72 ປີ ໂດຍການກ່າວຮັບຂອງ ສະຫາຍ ພົນຕີ ອ່ອນສີ ແສນສຸກ ຮອງລັດຖະມົນຕີກະຊວງປ້ອງ ກັນປະເທດ. ໂອກາດນີ້, ສະຫາຍ ພົນຕີ ອ່ອນ ສີ ແສນສຸກ ກໍໄດ້ກ່າວສະແດງ ຄວາມຂອບໃຈຕໍ່ບໍລິສັດດັ່ງກ່າວ ທີ່ເຫັນໄດ້ຄວາມໝາຍຄວາມສຳຄັນໃນວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແລະ ໄດ້ນຳເອົາເງິນມາມອບໃຫ້ກະ ຊວງປ້ອງກັນປະເທດ ເພື່ອເປັນ ການຊຸກຍູ້ຂະບວນການດ້ານ ຕ່າງໆ ໃນໂອກາດຂໍ່ານັບຮັບຕ້ອນ ວັນສ້າງຕັ້ງກອງທັບ ຄົບຮອບ 72 ປີ ພ້ອມທັງອວຍພອນໃຫ້ບໍ ລິສັດຈົ່ງດຳເນີນທຸລະກິດຂອງ ຕົນໃຫ້ມີຄວາມຈະເລີນກ້າວໜ້າ ສືບຕໍ່ໃຫ້ການປະກອບສ່ວນເຂົ້າ ໃນວຽກງານປ້ອງກັນຊາດ-ປ້ອງ ກັນຄວາມສະຫງົບຕໍ່ໆໄປ ພ້ອມ ທັງສັນຍາວ່າຈະນຳເອົາເງິນຈຳ ນວນດັ່ງກ່າວນີ້ໄປນຳໃຊ້ເຂົ້າໃນ ຂະບວນການຕ່າງໆ ໃຫ້ເກີດປະ ໂຫຍດສູງສຸດ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ