ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ໂຄງການເກັບກູ້ລະເບີດບໍ່ທັນແຕກແຂວງສາລະວັນມອບວັດຖຸພັນໃຫ້ຫໍພິພິທະພັນປະຫວັດສາດກອງທັບ
ເວລາອອກຂ່າວ: 2021-01-13 19:56:11 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 1210 | ຄວາມນິຍົມ:



ໃນວັນທີ 9 ມັງກອນ 2021 ໄດ້ມີພິທີມອບ-ຮັບລູກລະເບີດທີ່ ໄດ້ຖອນທາດແຕກຢູ່ໂຄງການ ເກັບກູ້ລະເບີດແຂວງສາລະວັນ ຕາງໜ້າມອບ ໂດຍທ່ານ ສົມ ພອນ ດວງພະຈັນ ຮອງຫົວໜ້າ ໂຄງການເກັບກູ້ລະເບີດປະຈໍາ ແຂວງສາລະວັນ, ກ່າວຮັບໂດຍ ສະຫາຍ ພັນໂທ ສີສຸມັງ ມີໄຊ ຜົນ ຮອງຫົວໜ້າອໍານວຍການ ຫໍພິພິທະພັນປະຫວັດສາດກອງ ທັບ, ເຊິ່ງວັດຖຸພັນທີ່ມອບໃນຄັ້ງນີ້ປະກອບມີ: 1. ລູກບົມໃຫຍ່ 300 ກວ່າກິໂລ ຈໍານວນ 1 ໜ່ວຍ, 2. ລູກບົມໃຫຍ່ 100 ກວ່າກິໂລ ຈໍາ ນວນ 1 ໜ່ວຍ, 3. ລູກບົມໃຫຍ່ 150 ກິໂລ ຈໍານວນ 1 ໜ່ວຍ, 4. ວັດຖຸ ພັນອາວຸດອື່ນໆ ມີຈໍານວນ 14 ໜ່ວຍ ແລະ ມີລູກລະເບີດພິເສດ ໃຫ້ຕື່ມອີກລູກບົມໃຫຍ່ 1.000 ກິໂລ ຈໍານວນ 1 ໜ່ວຍ. ຂ່າວຍັງໃຫ້ຮູ້ຕື່ມອີກວ່າ: ໂຄງ ການເກັບກູ້ລະເບີດປະຈໍາແຂວງ ຄໍາມ່ວນ ໄດ້ມອບບົມບີ 48 ກາບ ໃຫ້ຫໍພິພິທະພັນປະຫວັດສາດ ກອງທັບ, ຕາງໜ້າມອບໂດຍສະ ຫາຍ ໄມທອງ ທໍາມະວົງ ຫົວໜ້າ ໂຄງການເກັບກູ້ລະເບີດປະຈໍາ ແຂວງຄໍາມ່ວນ, ໂອກາດນີ້, ສະ ຫາຍ ພັນໂທ ສີສຸມັງ ມີໄຊຜົນ ໄດ້ຕາງໜ້າຄະນະພັກ-ຄະນະອຳ ນວຍການຫໍພິພິທະພັນປະຫວັດ ສາດກອງທັບ ສະແດງຄວາມ ຂອບໃຈມາຍັງໂຄງການເກັບກູ້ ລະເບີດປະຈໍາຂວງສາລະວັນ ແລະ ແຂວງຄໍາມ່ວນ ທີ່ໄດ້ນໍາເອົາ ວັດຖຸພັນດັ່ງກ່າວມອບໃຫ້ໃນ ຄັ້ງນີ້ເປັນການປະກອບສ່ວນສຳ ຄັນເຂົ້າໃນວຽກງານຈັດວາງສະ ແດງມູນເຊື້ອໃນປະຫວັດສາດ ຂອງຊາດລາວ ກໍຄືກອງທັບ ເພື່ອເຮັດປະຊາຊົນລາວບັນດາ ເຜົ່າໄດ້ສຶກສາຮໍ່າຮຽນກ່ຽວກັບ ປະຫວັດສາດຂອງຊາດ. ໂດຍ: ສອນໄຊ ສໍ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ