ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ການເຄື່ອນໄຫວກົມກອງຕ່າງໆແຕ່ທ້າຍເດືອນທັນວາ 2020 ຫາ ເດືອນມັງກອນ 2021
ເວລາອອກຂ່າວ: 2021-01-13 19:52:56 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 377 | ຄວາມນິຍົມ:



v ພະແນກເສນາທິການກອງ ພັນໃຫຍ່ 584: ໄດ້ສະຫຼຸບຖອດ ຖອນບົດຮຽນການເຄື່ອນໄຫວ ວຽກງານໄລຍະ 1 ປີຜ່ານມາ ເຊິ່ງຄະນະພັກ-ຄະນະບັນຊາກົມ ກອງໄດ້ເອົາໃຈໃສ່ຊີ້ນຳ-ນຳພາ ພະນັກງານ-ນັກຮົບປັບປຸງກໍ່ ສ້າງກົມກອງ, ວຽກງານເຮັດ ໃຫ້ສະພາບມີຄວາມສະຫງົບ, ວຽກງານອົງການຈັດຕັ້ງມະ ຫາຊົນ ແລະ ວຽກງານອື່ນໆໄດ້ຮັບຜົນສຳເລັດໃນຂັ້ນພື້ນ ຖານ. ພ້ອມດຽວກັນນັ້ນໄດ້ ຊຸກຍູ້ຂະບວນການເພີ່ມພູນຜະ ລິດຜົນກົມກອງມີງົວລ້ຽງ 10 ໂຕ, ສັດປີກ 321 ໂຕ, ໝູ 4 ໂຕ, ປາ 120 ກິໂລ ສ້າງມາດສາ ລາຍຮັບເຂົ້າຄັງລວມໄດ້ 30 ລ້ານ ກວ່າກີບ. v ສູນເຝິກອົບຮົມກອງພົນທີ 3: ໄດ້ຈັດກອງປະຊຸມທາບທາມ ບຸກຄະລາກອນຮັບສະໝັກເລືອກ ຕັ້ງເຂົ້າໃນຄະນະພັກສູນເຝິກອົບ ຮົມ ຮອບທີ 1 ສະໄໝທີ I ເຊິ່ງ ເງື່ອນໄຂຜູ້ທີ່ຈະສະໝັກເຂົ້າໃນ ຄະນະພັກສູນເຝິກອົບຮົມຊຸດໃໝ່ ຕ້ອງເປັນຜູ້ທີ່ມີມາດຖານເງື່ອນ ໄຂຄົບຖ້ວນ, ຍຶດໝັ້ນອຸດົມການ ສັງຄົມນິຍົມ, ມີຄຸນສົມບັດສິນ ທຳປະຕິວັດ, ມີທັດສະນະການ ເມືອງໜັກແໜ້ນ, ມີຄວາມຈົງຮັກ ພັກດີຕໍ່ປະເທດຊາດ ຕໍ່ປະຊາຊົນ, ເປັນແບບຢ່າງໃນການປະຕິບັດ ກົດລະບຽບຂອງພັກ ກົດໝາຍ ຂອງລັດຢ່າງເຂັ້ມງວດ, ມີຄວາມ ຮູ້, ຄວາມສາມາດອັນແນ່ນອນ, ມີແບບແຜນວິທີເຮັດວຽກຖືກ ຕ້ອງ, ເຄົາລົບ ແລະ ປະຕິບັດຫຼັກ ການລວມສູນປະຊາທິປະໄຕ, ມີສຸຂະພາບສົມບູນແຂງແຮງດີ.ຈາກນັ້ນ, ພະນັກງານສະມາຊິກພັກໄດ້ພ້ອມກັນໃຊ້ສິດຂອງຕົນ ປ່ອນບັດທາບທາມເອົາບຸກຄະລາ ກອນທີ່ຈະສະໝັກເລືອກຕັ້ງເປັນ ຄະນະພັກສູນເຝິກອົບຮົມ ກອງພັນ ທີ 3 ຮອບທີ 1 ສະໄໝທີ I ໄດ້ສຳ ເລັດລົງຕາມແຜນການ. v ຂະແໜງສະຫະພັນແມ່ຍິງ ກອງພັນໃຫຍ່ 941: ໄດ້ຈັດຕັ້ງ ສະຫຼຸບຖອດຖອນບົດຮຽນການ ເຄື່ອນໄຫວວຽກງານກອງທຶນໄລ ຍະ 1 ປີຜ່ານມາ ເຊິ່ງຄະນະຮັບ ຜິດຊອບກອງທຶນໄດ້ຍົກສູງ ຄວາມຮັບຜິດຊອບຂອງຕົນໃນ ການບໍລິຫານກອງທຶນດ້ວຍ ຄວາມໂປ່ງໃສ ແລະ ເອົາໃຈໃສ່ ສຶກສາອົບຮົມ-ພະນັກງານ-ນັກ ຮົບ ໃຫ້ເຫັນໄດ້ຄວາມໝາຍສຳ ຄັນຂອງການຝາກເງິນກອງທຶນ ແລະ ຫັນມາຝາກເງິນກອງທຶນ ນັບມື້ຫຼາຍຂຶ້ນ ມາຮອດປັດຈຸບັນ ນີ້ກອງທຶນດັ່ງກ່າວມີສະມາຊິກ ກອງທຶນທັງໝົດ 391 ສະຫາຍ, ມີເງິນທ້ອນທັງໝົດ 729 ລ້ານ ກວ່າກີບ ເງິນຈໍານວນດັ່ງກ່າວ ໄດ້ປ່ອຍໃຫ້ສະມາຊິກກູ້ຢືມໄປສ້າງເສດຖະກິດຄອບຄົວ ແລະ ເປັນທຶນການສຶກສາໃຫ້ລູກ ດ້ວຍອັດຕາດອກເບ້ຍຕ່ຳ ເຊິ່ງໄດ້ ເຮັດໃຫ້ຊີວິດການເປັນຢູ່ຂອງພະນັກງານ-ນັກຮົບນັບມື້ດີຂຶ້ນ. v ກອງພັນໃຫຍ່ 279: ໄດ້ປະ ກາດເລື່ອນຊັ້ນນາຍສິບຕາມ ຂໍ້ຕົກລົງຂອງກົມໃຫຍ່ເສນາທິ ການກອງທັບ ວ່າດ້ວຍ ການອະນຸມັດເລື່ອນຊັ້ນນາຍສິບຢູ່ກອງພັນ ໃຫຍ່ດັ່ງກ່າວ ແລະ ອີງຕາມຂໍ້ກຳ ນົດ ວ່າດ້ວຍ ລະບຽບການຂອງ ນາຍສິບ ແລະ ພົນທະຫານໃນ ກອງທັບປະຊາຊົນລາວ ສະບັບ ປັບປຸງ ໃນນີ້, ຕົກລົງເລື່ອນຊັ້ນນາຍສິບຢູ່ກອງພັນໃຫຍ່ 279 ຈຳນວນ 26 ສະຫາຍ. ໃນນັ້ນ, ເລື່ອນຊັ້ນສິບເອກຂຶ້ນວາທີ 18 ສະຫາຍ, ເລື່ອນຊັ້ນສິບໂທຂຶ້ນ ຊັ້ນສິບເອກ 4 ສະຫາຍ ແລະ ເລື່ອນຊັ້ນສິບຕີຂຶ້ນຊັ້ນສິບໂທ 4 ສະຫາຍ. v ກອງພັນໃຫຍ່ 584: ໄດ້ຈັດຕັ້ງ ເຜີຍແຜ່ຄຳສັ່ງແນະນຳຂອງກະ ຊວງປ້ອງກັນປະເທດ ວ່າດ້ວຍ ການຈັດຕັ້ງ, ການເຄື່ອນໄຫວ ແລະ ໂອນພະແນກການເງິນຂຶ້ນ ກັບຄະນະພັກ-ຄະນະບັນຊາກົມ ກອງ ແລະ ຂໍ້ຕົກລົງຂອງກະຊວງ ປ້ອງກັນປະເທດ ວ່າດ້ວຍ ການ ໂອນກົມການເງິນຂຶ້ນກັບກະ ຊວງປ້ອງກັນປະເທດໂດຍກົງ ທັງ ນີ້ເພື່ອເປັນການຮັບປະກັນໃຫ້ມີ ຄວາມເປັນເອກະພາບ, ຖືກຕ້ອງຕາມລະບຽບໃນການຈັດຕັ້ງປະຕິບັດໜ້າທີ່ວິຊາສະເພາະຂອງກົມການເງິນຂອງກະຊວງວາງອອກໃຫ້ມີປະສິດທິຜົນສູງຂຶ້ນ. v ຊາວໜຸ່ມສາງ ອ5: ໄດ້ສະ ຫຼຸບຖອດຖອນບົດຮຽນວຽກງານ ຊາວໜຸ່ມໃນໄລຍະ 1 ປີຜ່ານມາ ເພື່ອຕີລາຄາການເຄື່ອນໄຫວ ວຽກງານໃນໄລຍະຜ່ານມາຍົກ ໃຫ້ເຫັນຜົນງານທີ່ເປັນພື້ນຖານ ຫຼາຍດ້ານ ແລະ ພ້ອມກັນຊອກວິທີການປັບປຸງແກ້ໄຂບັນຫາຄົງ ຄ້າງໃຫ້ຂາດຕົວເຮັດໃຫ້ການ ເຄື່ອນໄຫວຂອງຊາວໜຸ່ມໃນຕໍ່ ໜ້າໄດ້ຮັບຜົນດີກວ່າເກົ່າຜ່ານພຶດ ຕິກຳການເຄື່ອນໄຫວເຮັດວຽກ ຕົວຈິງນັ້ນມີຫຼາຍສະຫາຍສາ ມາດໄດ້ຮັບໃບຍ້ອງຍໍປະເພດ ຕ່າງໆຈາກສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ. v ສູນເຝິກ ກອງພົນທີ 5: ໄດ້ ປິດຂະບວນການແຂ່ງຂັນກີລາ ໄລຍະສັ້ນ ເພື່ອຂ່ຳນັບວັນຕ້ອນວັນ ສຳຄັນຕ່າງໆຂອງຊາດຂອງພັກ ຂອງກອງທັບ ເວົ້າສະເພາະວັນ ສ້າງຕັ້ງກອງທັບ ປະຊາຊົນລາວ ຄົບຮອບ 72 ປີ ແລະ ວັນສ້າງຕັ້ງ ກອງພົນທີ 5 ຄົບຮອບ 39 ປີ ໃຫ້ມີບັນຍາກາດຟົດຟື້ນ ແລະ ຕໍ່ ເນື່ອງກີລາທີ່ນຳມາແຂ່ງປະ ກອບມີກີລາບານເຕະ, ກີລາ ບານສົ່ງ, ກະຕໍ້ ແລະ ເປຕັງ ການ ແຂ່ງຂັນຄັ້ງນີ້ ເພື່ອເປັນການ ເສີມສ້າງສຸຂະພາບໃຫ້ນາຍ ແລະ ພົນທະຫານ ກໍຄືນັກຮຽນ ພາຍໃນສູນເຝິກມີສຸຂະພາບ ແຂງແຮງ ເພື່ອພ້ອມກັນເຮັດສຳ ເລັດໜ້າທີ່ການເມືອງທີ່ຂັ້ນເທິງມອບໝາຍໃຫ້. v ກອງບັນຊາການທະຫານ ເມືອງຫຼວງນ້ຳທາ: ສູນບໍລິຈາກ ເລືອດອົງການກາແດງສາຂາ ແຂວງຫຼວງນ້ຳທາໄດ້ເຄື່ອນໄຫວຮັບບໍລິຈາກເລືອດຢູ່ກອງກອງບັນຊາ ການທະຫານເມືອງຫຼວງນ້ຳທາ ເຊິ່ງມີພະນັກງານ-ນັກຮົບສະໝັກ ໃຈບໍລິຈາກເລືອດ ທັງໝົດ 12 ສະຫາຍ ໃນນັ້ນ, ຜູ້ທີ່ມີເງື່ອນໄຂບໍລິຈາກເລືອດຕົວຈິງ 4 ສະຫາຍ ເທົ່າກັບ 1.000 cc. v ກອງພັນ 17 ຂຶ້ນກັບກອງ ບັນຊາການທະຫານແຂວງສາລະ ວັນ: ໄດ້ປະກາດເລື່ອນຊັ້ນນາຍ ສິບ ຕາມຂໍ້ຕົກລົງຂອງກົມໃຫຍ່ ເສນາທິການກອງທັບ ວ່າດ້ວຍ ການອະນຸມັດເລື່ອນຊັ້ນນາຍສິບ ຢູ່ກອງບັນຊາການທະຫານ ແຂວງສາລະວັນ ໃນນັ້ນ, ຢູ່ກອງ ພັນ 17 ໄດ້ຮັບການເລື່ອນຊັ້ນສິບ ເອກ ຂຶ້ນ ວາທີ 19 ສະຫາຍ ແລະ ເລື່ອນຊັ້ນສິບໂທຂຶ້ນຊັ້ນສິບ ເອກ 2 ສະຫາຍ. v ກອງພັນນັກຮຽນ ມ 6 ໂຮງ ຮຽນກໍ່ສ້າງນາຍສິບເລກ 2 ວຽງ ໄຊ: ໄດ້ເປີດຂະບວນການແຂ່ງ ຂັນກີລາປະຈຳສົກປີ 2020- 2021 ເພື່ອຂໍ່ານັບຮັບຕ້ອນວັນ ສຳຄັນຕ່າງໆຂອງຊາດຂອງພັກ ເວົ້າລວມ ເວົ້າສະເພາະວັນສ້າງ ຕັ້ງກອງທັບປະຊາຊົນລາວ ຄົບ ຮອບ 72 ປີ ໃຫ້ມີບັນຍາກາດ ຟົດຟື້ນ ແລະ ຕໍ່ເນື່ອງ ເຊິ່ງກີລາ ທີ່ນຳມາແຂ່ງປະກອບມີ: ກີລາ ບານສົ່ງ, ເປຕັງ ແລະ ກະຕໍ້ການ ແຂ່ງຂັນຈະໄດ້ດຳເນີນໄປຮອດ ວັນທີ 20 ມັງກອນ 2021 ຈຶ່ງ ຈະສຳເລັດ. v ກອງບັນຊາການທະຫານ ແຂວງອຸດົມໄຊ: ທ່ານ ຄຳແພງ ລຽງສະຫວັນ ຫົວໜ້າຂະແໜງ ສັງລວມ ບໍລິສັດຢູນີເທວສາຂາ ແຂວງອຸດົມໄຊ ພ້ອມຄະນະໄດ້ ນຳກະຕ່າຂອງຂວັນເຂົ້າອວຍ ພອນຄະນະພັກ-ຄະນະບັນຊາ ກອງບັນຊາການທະຫານແຂວງ ອຸດົມໄຊ ເນື່ອງໃນໂອກາດຕ້ອນ ຮັບປີໃໝ່ ຄສ 2021 ໂດຍການ ຕ້ອນຮັບຂອງ ສະຫາຍ ພັນເອກ ຄຳເຜີຍ ໂສມພັນ ຫົວໜ້າການ ທະຫານກອງບັນຊາການທະ ຫານແຂວງ ພ້ອມຄະນະ. v ກອງບັນຊາການທະຫານ ເມືອງສີໂຄດຕະບອງ: ຜ່ານມາ, ຄະນະພັກ-ຄະນະບັນຊາກົມ ກອງໄດ້ເອົາໃຈໃສ່ຈັດຕັ້ງລະບົບ ປະຈຳການຕະຫຼອດ 24 ຊົ່ວໂມງ ເຮັດໃຫ້ສະພາບພາຍໃນກົມກອງ ມີຄວາມສະຫງົບໂດຍພື້ນຖານ ນອກນັ້ນຍັງໄດ້ປຸກລະດົມຊຸກ ຍູ້ພະນັກງານ-ນັກຮົບປູກຝັງ- ລ້ຽງສັດຕາມທ່າແຮງບົ່ມຊ້ອນ ຂອງກົມກອງສາມາດປູກພືດ ຜັກໄດ້ 1.899 ກິໂລ, ລ້ຽງແບ້ 7 ໂຕ, ເປັດ-ໄກ່ 213 ໂຕ, ລ້ຽງປາ 4.400 ໂຕ, ລ້ຽງນົກກະທາ 1.200 ໂຕ, ລ້ຽງກົບ 2.100 ໂຕ ແລະ ບໍລິການອື່ນໆ ສາມາດສ້າງ ລາຍຮັບເຂົ້າຄັງລວມໄດ້ 154 ລ້ານກວ່າກີບ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ