ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ໜ່ວຍງານກວດກາຂັ້ນໜຶ່ງກວດກາທະຫານໃໝ່ ປະຈຳປີ 2020 ຢູ່ກອງພົນທີ 2
ເວລາອອກຂ່າວ: 2021-01-13 09:26:51 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 125 | ຄວາມນິຍົມ:



ໃນວັນທີ 31 ທັນວາ 2020 ຜ່ານມານີ້. ໜ່ວຍງານກວດ ກາຂັ້ນໜຶ່ງຂອງກະຊວງປ້ອງ ກັນປະເທດ ໄດ້ເຄື່ອນກວດກາ ທະຫານໃໝ່ ປະຈຳປີ 2020 ເຂົ້າລະບົບຄຸ້ມຄອງກຳລັງພົນ ກອງທັບ ຢູ່ກອງພົນທີ 2, ເຊິ່ງ ນຳໂດຍ ສະຫາຍ ພັນເອກ ບຸນເພັງ ເທບພາພອນ ຮອງ ຫົວໜ້າກົມກຳລັງພົນ ກົມໃຫຍ່ ເສນາທິການກອງທັບ, ມີອະນຸ ກຳມະການຈາກອົງການ 5 ຫ້ອງຂອງກອງພົນ, ພະແນກ ການທີ່ກ່ຽວຂ້ອງຕະຫຼອດທະ ຫານໃໝ່ເຂົ້າຮ່ວມ. ໂດຍປະຕິບັດຕາມກົດໝາຍ ວ່າດ້ວຍ ພັນທະປ້ອງກັນຊາດ ແລະ ອີງຕາມຂໍ້ຕົກລົງຂອງກົມ ໃຫຍ່ເສນາທິການກອງທັບ ວ່າດ້ວຍ ການແບ່ງປັນຕົວເລກ ລະດົມພົນ ປະຈຳປີ 2020, ເຊິ່ງສາມາດລະດົມໄດ້ 110 ສະຫາຍ, ຍິງ 10 ສະຫາຍ. ໃນ ນັ້ນ, ຜູ້ເຂົ້າເປັນທະຫານໃໝ່ ຕ້ອງເປັນຄົນລາວ, ສັນຊາດລາວ ໂດຍກຳເນີດ, ມີອາຍຸແຕ່ 18 ປີ ເຖິງ 30 ປີ, ມີລະດັບການ ສືກສາຈົບມັດທະຍົມຕອນປາຍ ຂຶ້ນໄປຈົບວິຊາສະເພາະຕ້ອງ ແມ່ນວິຊາສະເພາະທີ່ກອງທັບ ຕ້ອງການຄືປຸງແຕ່ງອາຫານ, ກະສິກໍາ, ວິໄຈເຄມີ, ແພດ, ເຕັກນິກກົນຈັກ ແລະ ເຄຫາ ຈຶ່ງພິຈາລະນາຮັບເອົາ, ອາຍຸ ຕ້ອງສົມຄູ່ກັບວຸດທິການສຶກ ສາ ຊັ້ນກາງບໍ່ເກີນ 24 ປີ, ຊັ້ນສູງບໍ່ເກີນ 26 ປີ, ປະລິນ ຍາຕີບໍ່ເກີນ 28 ປີ, ປະລິນຍາໂທ ແລະ ປະລິນຍາເອກ ບໍ່ເກີນ 30 ປີ, ມີສຸຂະພາບແຂງແຮງສົມບູນດີ ພ້ອມກັນນັ້ນ, ຮ່າງກາຍຕ້ອງ ບໍ່ສັກເມິກ, ສັກລາຍ, ເພດຊາຍ ບໍ່ບ່ອງຫູ, ເພດຍິງບໍ່ບ່ອງຫູຫຼາຍ ຮູ, ບໍ່ບ່ອງດັງ ແລະ ບໍ່ເຮັດສັນ ຍາກຳຕ່າງໆ, ລວງສູງເພດ ຊາຍ 1,60 ແມັດ, ເພດຍິງ 1,55 ແມັດ ຂຶ້ນໄປ, ນ້ຳໜັກ ບໍ່ໃຫ້ລຸດ ຫຼື ເກີນບວກ-ລົບ 10 ຂອງສອງຕົວເລກທ້າຍລວງ ສູງຜູ້ກ່ຽວ, ມີຄວາມເປັນເພດ ຈະແຈ້ງ ເປັນຊາຍແທ້ຍິງແທ້ ຍົກເວັ້ນເຂົ້າສັງກັດຂະແໜງສີ ລະປະ ແລະ ກີ ລາທີ່ເປັນອາຊີບ ຕ້ອງເປັນຄົນໂສດບໍ່ເຄີຍເປັນ ທະຫານ ຫຼື ຕຳຫຼວດມາກ່ອນ, ມີປະຫວັດຈະແຈ້ງບໍ່ເຄີຍຕ້ອງ ໂທດ, ບໍ່ມີສານເສບຕິດໃນຮ່າງ ກາຍ, ຕ້ອງປະຕິບັດຕາມການ ສັບຊ້ອນຂອງການຈັດຕັ້ງ. ການຄັດເລືອກທະຫານໃໝ່. ຄັ້ງນີ້, ເພື່ອກວດກາສຸຂະພາບ ຂອງທະຫານໃໝ່ໃຫ້ມີຄວາມ ແຂງແຮງສົມບູນດີຄົບຕາມມາດ ຖານເງື່ອນໄຂທີ່ກະຊວງປ້ອງກັນ ປະເທດໄດ້ກຳນົດໄວ້ ເພື່ອຈະບັນ ຈຸເຂົ້າໃນກຳລັງປະກອບອາວຸດຂອງກອງທັບ ໃນກຳລັງຫຼວງ ແລະ ທ້ອງຖິ່ນ ກຽມພ້ອມເຄື່ອນ ໄຫວປະຕິບັດສອງໜ້າທີ່ຍຸດທະ ສາດ ຄື ປົກປັກຮັກສາ ແລະ ພັດທະນາປະເທດຊາດ. ໂດຍ: ສຸວັນໂນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ