ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ການນຳພັກ-ລັດ ວາງພວງມາລາຢູ່ອະນຸສາວະລີນັກຮົບນິລະນາມ ແລະ ຫໍພິພິທະພັນປະທານ ໄກສອນ ພົມວິຫານ
ເວລາອອກຂ່າວ: 2021-01-13 08:31:12 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 379584339 | ຄວາມນິຍົມ:



ເນື່ອງໃນໂອກາດຈະເປີດ ກອງປະຊຸມໃຫຍ່ຜູ້ແທນທົ່ວປະ ເທດຄັ້ງທີ XI ຂອງພັກ ປະຊາຊົນ ປະຕິວັດລາວ ການນຳພັກ-ລັດ ຄະນະບໍລິຫານງານສູກາງພັກ ເຊິ່ງນຳໂດຍ ທ່ານ ບຸນຍັງ ວໍລະ ຈິດ ເລຂາທິການໃຫຍ່ ຄະນະບໍລິ ຫານງານສູນກາງພັກ, ປະທານ ປະເທດ ແຫ່ງ ສປປ ລາວ ພ້ອມ ຄະນະ ໄດ້ເຂົ້າວາງພວງມາລາຢູ່ ອະນຸສາວະລີ ນັກຮົບນິລະນາມ ແລະ ຫໍພິພິທະພັນປະທານ ໄກ ສອນ ພົມວິຫານ ໃນວັນທີ 12 ມັງກອນ 2021 ນີ້, ເພື່ອເປັນການໄວ້ອາໄລເຖິງດວງວິນຍານ ຂອງບັນພະບູລຸດລາວ ກໍຄື ບັນ ດານັກຮົບປະຕິວັດທີ່ເສຍສະຫຼະ ຊີວິດ, ເລືອດເນື້ອ ເພື່ອພາລະກິດ ປະຕິວັດຢ່າງອົງອາດກ້າຫານ, ໂດຍພາຍໃຕ້ການຊີ້ນໍາ-ນຳພາ ຂອງພັກປະຊາຊົນປະຕິວັດລາວ ພາຍຫຼັງ ພັກປະຊາຊົນປະຕິ ວັດ ລາວໄດ້ ຮັບການສ້າງຕັ້ງຂຶ້ນກໍ ໄດ້ປະເຊີນໜ້າກັບພວກລ່າ ເມືອງຂຶ້ນແບບເກົ່າ ແລະ ແບບ ໃໝ່, ພັກໄດ້ແບກຫາບພາລະອັນ ໜັກໜ່ວງເພື່ອຊີ້ນໍາ-ນໍາພາປວງ ຊົນລາວທັງຊາດທີ່ເຕັມໄປດ້ວຍ ຄວາມເສຍສະຫຼະກ້າວໄປເຖິງ ການປົດປ່ອຍປະເທດຊາດຢ່າງ ສົມບູນ. ພວກເພິ່ນເຫຼົ່ານັ້ນ, ໄດ້ນໍາ ເອົາຄວາມຢູ່ເຢັນເປັນສຸກມາສູ່ ປະຊາຊົນລາວບັນດາເຜົ່າ, ເຊິ່ງ ຜົນງານ ແລະ ຄຸນງາມຄວາມດີ ຂອງພວກເພິ່ນໄດ້ຈາລຶກໃນ ຄວາມຊົງຈໍາຂອງປະຊາຊົນລາວ ບັນດາເຜົ່າຕະຫຼອດກາລະນານ. ສະນັ້ນພະນັກງານ-ສະມາຊິກ ພັກຮຸ່ນສືບທອດ ຕ້ອງເປັນເຈົ້າການສຶບຕໍ່ເຝິກຝົນຫຼໍ່ຫຼອມຕົນ ເອງທາງດ້ານຄວາມຮູ້ຄວາມ ສາມາດ, ມີຄຸນສົມບັດສິນທຳ ປະຕິວັດ, ມີຄວາມສາມັກຄີເປັນ ເອກະພາບພາຍໃນ, ສາມັກຄີກັບ ປະຊາຊົນບັນດາເຜົ່າ ແລະ ປະ ກອບສ່ວນຢ່າງຕັ້ງໜ້າເຂົ້າໃນ ປະຕິບັດໜ້າທີ່ວຽກງານຕ່າງໆ ຂອງພັກ-ລັດໃຫ້ສູງຂຶ້ນກວ່າເກົ່າ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ