ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ກົມກົດໝາຍລົງເຜີຍແຜ່ກົດໝາຍຢູ່ກອງພັນໃຫຍ່ 101
ເວລາອອກຂ່າວ: 2021-01-13 06:01:46 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 42 | ຄວາມນິຍົມ:



ໃນວັນທີ 6 ມັງກອນ 2021 ນີ້, ກົມກົດໝາຍກະຊວງປ້ອງ ກັນປະເທດໄດ້ຈັດຕັ້ງລົງເຄື່ອນ ໄຫວເຜີຍແຜ່ກົດໝາຍຢູ່ກອງພັນ ໃຫຍ່ 101 ທີ່ຂຶ້ນກັບກອງພົນທີ 1, ເຊິ່ງນຳພາໂດຍສະຫາຍ ພັນ ເອກ ປອ ບຸນເພັງ ສີປະເສີດ ຮອງຫົວໜ້າກົມກົດໝາຍກະຊວງປ້ອງ ກັນປະເທດ ພ້ອມດ້ວຍຄະນະ, ມີ ສະຫາຍ ພັນເອກ ບຸນຂຸ້ມ ສີຄຳ ໄຊ ຫົວໜ້າການເມືອງກອງພັນ ໃຫຍ່ 101, ມີຄະນະພັກ-ຄະນະ ບັນຊາອົງການກົມກອງ ພະນັກ ງານ-ນັກຮົບທົ່ວກອງພັນໃຫຍ່ 101 ເຂົ້າຮ່ວມ. ບັນດາຄະນະອະນຸກໍາມະ ການກົມກົດໝາຍ ຈາກກົມກົດ ໝາຍກະຊວງປ້ອງກັນປະເທດ ກໍໄດ້ຜັດປ່ຽນກັນຂຶ້ນເຜີຍແຜ່ ດຳລັດ ແລະ ກົດໝາຍສະບັບ ຕ່າງໆປະກອບມີ: ກົດໝາຍວ່າ ດ້ວຍການຕ້ານການສໍ້ລາດບັງ ຫຼວງ, ເອກະສານພາລະບົດ ບາດ ແລະ ໜ້າທີ່ຂອງກົດໝາຍອາ ຍາ, ກົດໝາຍແພ່ງ, ກົດໝາຍຈາ ລະຈອນ, ກົດໝາຍຄອບຄົວ, ກົດໝາຍກວດກາລັດ ແລະ ກົດ ໝາຍຢາເສບຕິດ (ສະບັບປັບ ປຸງ). ທັງນີ້, ກໍເພື່ອເຮັດໃຫ້ພະ ນັກງານ-ນັກຮົບໃນທົ່ວກອງພັນ ໃຫຍ່ 101 ໄດ້ຮັບຮູ້ເຊື່ອມຊຶມ ກ່ຽວກັບດຳລັດ ແລະ ເນື້ອໃນເອ ກະສານກົດໝາຍໃນແຕ່ລະສະ ບັບ ເພື່ອເປັນບ່ອນອີງໃນການ ຈັດຕັ້ງປະຕິບັດໃຫ້ຖືກຕ້ອງ ແລະ ສອດຄ່ອງກັບໜ້າທີ່ວຽກງານ ຕົວຈິງ ທັງເປັນການຮັບປະກັນ ແລະ ຕອບຕ້ານການເຊື່ອມເສຍ ດ້ານຄຸນທາດການເມືອງ ຄຸນສົມ ບັດສິນທຳປະຕິວັດການຂາດ ຄວາມເປັນແບບຢ່າງ, ການດຳ ລົງຊີວິດທີ່ບໍ່ປອດໃສ, ມີການສວຍ ໃຊ້ໜ້າທີ່ຕຳແໜ່ງ ແລະ ລະເມີດ ຕໍ່ລະບຽບກົດໝາຍຂອງພະນັກ ງານ-ນັກຮົບພາຍໃນກົມກອງໃຫ້ ຫຼຸດນ້ອຍຖອຍລົງເທື່ອລະກ້າວ. ເພື່ອເຮັດໃຫ້ວຽກງານດັ່ງກ່າວ ໄດ້ຮັບການຈັດຕັ້ງປະຕິບັດໃຫ້ ເກີດຜົນເປັນຈິງນັ້ນ ສະຫາຍ ພັນ ເອກ ປອ ບຸນເພັງ ສີປະເສີດ ຍັງ ໄດ້ຮຽກຮ້ອງໃຫ້ຄະນະພັກ-ຄະ ນະບັນຊາອົງການ, ກົມກອງທຸກ ຂັ້ນ ຈົ່ງພ້ອມກັນນໍາເອົາເນື້ອໃນ ບົດຮຽນຄວາມຮູ້ກົດໝາຍຕ່າງໆ ໄປຈັດຕັ້ງຜັນຂະຫຍາຍ ແລະ ເຜີຍເເຜ່ໃຫ້ພະນັກງານສະມາ ຊິກພັກ-ນັກຮົບຢູ່ໃນກົມກອງ ຂອງຕົນ ໃຫ້ມີຄວາມຮັບຮູ້ກຳ ແໜ້ນເຊື່ອມຊຶມເຂົ້າໃຈຢ່າງລະ ອຽດຈະແຈ້ງຕໍ່ກົດໝາຍໃນແຕ່ ລະສະບັບຢ່າງທົ່ວເຖິງ. ໂດຍ: ສິນໄຊ ເພັດລັດຕະນະ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ