ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ຫ້ອງການເມືອງ ກທອ ສະຫຼຸບວຽກງານຮອບດ້ານປະຈຳປີ
ເວລາອອກຂ່າວ: 2021-01-12 08:55:12 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 138 | ຄວາມນິຍົມ:



ໃນວັນທີ 5 ມັງກອນ 2021 ນີ້, ຫ້ອງການເມືອງ ກອງບັນຊາ ການທະຫານອາກາດໄດ້(ກທອ) ເປີດກອງປະຊຸມສະຫຼຸບວຽກງານ ຮອບດ້ານປະຈຳປີ 2020 ແລະ ວາງທິດທາງແຜນການປະຈໍາປີ 2021, ໂດຍການເຂົ້າເປັນປະ ທານ ສະຫາຍ ພັນເອກ ຄໍາຫຼ້າ ສິມມະວົງ ຄະນະປະຈໍາພັກ ຮອງ ຫົວໜ້າການເມືອງ ຫົວໜ້າຫ້ອງ ການເມືອງ ກທອ, ມີຮອງຫົວໜ້າ ຫ້ອງ, ມີບັນດາຫົວໜ້າພະແນກ ການຕະຫຼອດຮອດພະນັກງານ- ນັກຮົບທົ່ວຫ້ອງການເມືອງເຂົ້າ ຮ່ວມ. ສະຫາຍ ພັນໂທ ສິງພອນ ແກ້ວ ຈໍາປາ ຮອງຫົວໜ້າຫ້ອງການ ເມືອງ ໄດ້ຜ່ານບົດສະຫຼຸບການ ເຄື່ອນໄຫວໃນໄລຍະຜ່ານມາ ເຊິ່ງ ໄດ້ຍົກໃຫ້ເຫັນວ່າ: ໃນໄລຍະ 1 ປີຜ່ານມາ, ຄະນະນໍາຫ້ອງການ ເມືອງໄດ້ເອົາໃຈໃສ່ຊີ້ນໍາ-ນໍາພາ ດ້ານການເມືອງ-ນໍາພາແນວຄິດ ໃຫ້ບັນດາພະແນກການ, ພະນັກ ງານວິຊາການຊ່ວຍວຽກເປັນ ວຽກງານປັດໄຈອັນສໍາຄັນປະ ກອບສ່ວນເຂົ້າໃນການຈັດຕັ້ງ ເຜີຍແຜ່ເຊື່ອມຊຶມມະຕິ, ຄໍາສັ່ງ, ບັນດາເອກະສານປະຫວັດສາດ ທີ່ສໍາຄັນຂອງຂອງພັກ ຂອງລັດ ຂອງກອງທັບ ແລະ ປະກອບ ສ່ວນປະຕິບັດໃນໜ້າທີ່ວຽກງານ ວິຊາສະເພາະຕາມການຈັດຕັ້ງ ມອບໝາຍປິ່ນອ້ອມຕິດພັນ 4 ໜ້າທີ່ໃຫຍ່ 26 ແຜນງານ ທີ່ຄະ ນະພັກກະຊວງປ້ອງກັນປະເທດ ວາງອອກ ໂດຍສອດຫ້ອຍເຂົ້າ ທຸກຂົງເຂດວຽກງານເປັນຕົ້ນ ວຽກງານສຶກສາອົບຮົມການ ເມືອງແນວຄິດ, ພ້ອມນີ້, ຍັງໄດ້ ເອົາໃຈໃສ່ຊີ້ນຳພະນັກງານໃນ ການລົງກໍ່ສ້າງຮາກຖານເກັບກໍາ ຂໍ້ມູນສະພາບການຕ່າງໆທີ່ຈະ ເກີດຂຶ້ນເພື່ອພ້ອມສະກັດກັ້ນ, ແກ້ໄຂສະພາບມີຄວາມສະຫງົບ ໂດຍພື້ນຖານ, ທາງດ້ານວຽກ ງານວິຊາສະເພາະວິຊາການ ພວກເຮົາໄດ້ລົງເຄື່ອນໄຫວວຽກ ງານຢູ່ ກທອ ກົມກອງຕ່າງທີ່ຂຶ້ນ ກັບຄື: ກອງພັນໃຫຍ່ 702, ກອງ ພັນໃຫຍ່ 703, ກອງບິນຫຼວງພະ ບາງ ແລະ ກອງບິນອຸດົມໄຊ ໄດ້ 6 ຄັ້ງ, ໄດ້ຈັດຕັ້ງປະຈໍາການ 114 ຄັ້ງ, ພ້ອມນີ້, ໄດ້ຮັບການຢັ້ງຢືນ ກອງປອດໃສ ເຂັ້ມແຂງ ໜັກ ແໜ້ນ ຈາກຄະນະພັກກະຊວງ ປ້ອງກັນປະເທດ ຈໍານວນ 30 ໜ່ວຍພັກ, ນອກນີ້, ຍັງໄດ້ການ ຍ້ອງຍໍປະເພດຕ່າງໆເປັນຕົ້ນ ແມ່ນຮັບຫຼຽນກຽດຕິຄຸນກອງ ທັບປະຊາຊົນລາວ ຈໍານວນ 59 ສະຫາຍ, ຫຼຽນໄຊພິລະອາດ ຫານຊັ້ນ II ມີ 10 ສະຫາຍ, ຫຼຽນໄຊພິລະອາດຫານຊັ້ນ III ມີ 35 ສະຫາຍ, ລວມໝູ່ 1 ໜ່ວຍ, ຫຼຽນກາມິດຕະພາບກອງທັບ 15 ສະຫາຍ, ໃບຍ້ອງຍໍກະຊວງປ້ອງ ກັນ ປະເທດ 32 ສະຫາຍ ແລະ ໃບຍ້ອງຍໍກົມໃຫຍ່ການເມືອງ ກອງທັບ 43 ສະຫາຍ. ໂດຍ: ສີທາ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ