ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ຫ້ອງພະລາທິການທະຫານແຂວງອັດຕະປື ສະຫຼຸບວຽກງານຮອບດ້ານ ປະຈຳປີ 2020
ເວລາອອກຂ່າວ: 2021-01-12 08:52:25 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 271 | ຄວາມນິຍົມ:



ວັນທີ 30 ທັນວາ 2020 ຜ່ານມານີ້, ຫ້ອງພະລາທິການ ທະຫານ ແຂວງອັດຕະປື, ໄດ້ດຳ ເນີນກອງປະຊຸມສະຫຼຸບວຽກ ງານການຊີ້ນຳ-ບັນຊາ ປະຈຳປີ 2020 ແລະ ວາງທິດທາງແຜນ ການປີ 2021, ໂດຍໃຫ້ກຽດ ເຂົ້າຮ່ວມຂອງ ສະຫາຍ ພັນເອກ ໂຊກໄຊ ພິມມະລາ ຄະນະປະ ຈຳພັກແຂວງ ເລຂາຄະນະພັກ ຫົວໜ້າການເມືອງ ກອງບັນຊາ ການທະຫານແຂວງອັດຕະປື, ມີຄະນະພັກ-ຄະນະບັນຊາ 5 ຫ້ອງ ຕະຫຼອດຮອດພາກສ່ວນ ກ່ຽວຂ້ອງ, ພະນັກງານ-ນັກຮົບ ເຂົ້າຮ່ວມ. ສະຫາຍ ພັນໂທ ສຸດທະນູສອນ ພິລາວົງ ຄະນະພັກກອງບັນຊາ ການ ຮອງຫົວໜ້າຫ້ອງພະລາ ທິການ ທະຫານແຂວງອັດຕະປື ໄດ້ຕີລາຄາການຈັດຕັ້ງປະຕິບັດ ຊີ້ນຳ-ບັນຊາວຽກງານງານຮອບ ດ້ານໃນໄລຍະ 1 ປີຜ່ານມາ, ຄະ ນະພັກ-ຄະນະບັນຊາ ໄດ້ເອົາໃຈ ໃສ່ສຶກສາອົບຮົມການເມືອງ-ແນວຄິດໃຫ້ພະນັກງານ-ນັກຮົບ ພາຍໃນກົມກອງເຊື່ອມຊຶມຕໍ່ ແນວທາງຂອງພັກ-ລັດ, ມະຕິ ຄຳສັ່ງຂອງຂັ້ນເທິງ ແລະ ຍົກ ສູງສະຕິລະວັງຕົວ, ຮູ້ຈຳແນກ ມິດ-ສັດຕູຢ່າງຈະແຈ້ງ ແລະ ຕີຕ້ານສະກັດກັ້ນຕໍ່ກົນອຸບາຍ ຂອງກຸ່ມຄົນທີ່ບໍ່ຫວັງດີ, ເຊື່ອ ໝັ້ນຕໍ່ການນຳພາຂອງພັກ-ລັດ ຢ່າງໜັກແໜ້ນ, ຍົກສູງຄວາມ ຮັບຜິດຊອບ; ຖືສຳຄັນວຽກ ງານກຽມພ້ອມສູ້ຮົບ ແລະ ກອບ ກູ້ໄພພິບັດເປັນຕົ້ນ: ໄດ້ຈັດ ຕັ້ງລະບົບປະຈຳການ 3 ຂັ້ນ ແລະ ສຸມໃສ່ເນື້ອໃຈຈິດໃຈມະ ຕິກອງປະຊຸມໃຫຍ່ ຄັ້ງທີ X ຂອງພັກ, ມະຕິກອງປະຊຸມໃຫຍ່ ຄັ້ງທີ IV ຂອງຄະນະພັກກະ ຊວງປ້ອງກັນປະເທດປິ່ນອ້ອມ 4 ໜ້າທີ່ໃຫຍ່ 26 ແຜນງານ ເຂົ້າສູ່ຊີວິດຕົວຈິງ. ນອກນີ້, ກົມກອງໄດ້ລົງນາມສັນຍາຊື້ ເຂົ້ານຳບໍລິສັດສະໜອງເຂົ້າ ພາຍໃນແຂວງ, ຕ່າງແຂວງມີ ຄວາມສະດວກດີ ແລະ ສາມາດ ຮັບປະກັນໄດ້ 100% ດ້ານ ເຄື່ອງນຸ່ງຫົ່ມພື້ນຖານແມ່ນຮັບ ປະກັນຕາມລະບອບອັດຕາ ແລະ ຄວາມຮຽກຮ້ອງຕ້ອງ ການຂອງໜ້າທີ່ວຽກງານສາ ມາດສະໜອງໄດ້ 100%. ໃນ ຊຸມປີຜ່ານມາ, ຍັງໄດ້ຮັບເໝົາ ໂຄງການກໍ່ສ້າງເຊິ່ງໃຊ້ກຳລັງ ກໍ່ສ້າງເອງ ລວມ 8 ໂຄງການ: ມີມູນຄ່າ 1.755.774.400 ກີບສຳເລັດ 100%. ໃນກອງປະຊຸມຍັງໄດ້ຈັດຕັ້ງ ການ ຍ້ອງຍໍໃຫ້ຜູ້ທີ່ມີຜົນງານດີ ເດັ່ນໃຫ້ກົມກອງລວມໝູ່ຂັ້ນກອງ ບັນຊາການ ແລະ ຂັ້ນຫ້ອງການ ເມືອງໃນນັ້ນ, ຍ້ອງຍໍກົມກອງ ລວມ ໝູ່ຂັ້ນກອງບັນຊາການ ມີ 2 ກົມກອງ ລວມມີ 56 ສະຫາຍ, ຍ້ອງຍໍກົມກອງລວມໝູ່ຂັ້ນຫ້ອງ ການເມືອງ ມີ 4 ກົມກອງ ລວມມີ 76 ສະຫາຍ. ໂດຍ: ແສງຫຼ້າ ກຸວົງສາ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ