ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ຫົວໜ້າອະນຸກຳມະການໂຄສະນາ ແລະ ຂະບວນການລົງກວດກາການປະດັບປະດາຕົວເມືອງ ເພື່ອຮັບໃຊ້ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ
ເວລາອອກຂ່າວ: 2021-01-12 08:51:24 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 136 | ຄວາມນິຍົມ:



ຂປລ. ໃນວັນທີ 8 ມັງກອນ 2021, ທ່ານ ໄຊສົມພອນ ພົມວິຫານ ກຳມະການກົມການ ເມືອງສູນກາງພັກ ປະທານສູນ ກາງແນວລາວສ້າງຊາດ, ທັງ ເປັນຫົວໜ້າອະນຸກໍາມະການ ໂຄສະນາ ແລະ ຂະບວນການ ພ້ອມດ້ວຍຄະນະ ແລະ ພາກ ສ່ວນກ່ຽວຂ້ອງໄດ້ລົງຕິດຕາມ ກວດກາຄວາມພ້ອມວຽກງານ ປະດັບປະດາ ດອກໄມ້, ດອກໄຟ, ທຸງຊາດ,ທຸງພັກ, ທຸງທິວຢູ່ຈຸດ ໜ້າຫໍປະຊຸມແຫ່ງຊາດ, ຕາມ ເສົາໄຟຟ້າ ແລະ ປ້າຍຄໍາຂວັນ ຂ້າມທາງຖະໜົນ ໄກສອນ ພົມ ວິຫານ, ປະດັບປ້າຍຄໍາຂວັນ ຫ້ອຍຕາມເສົາໄຟຄູກາງຖະໜົນ ລ້ານຊ້າງ, ປະດັບໄຟໃສ່ຕົ້ນ ໄມ້ເສັ້ນທາງລ້ານຊ້າງ ແລະ ໄກສອນ ພົມວິຫານ, ປະດັບ ທຸງວົງ ວຽນ 450 ປີ, ຕາມ ຖະໜົນສຸພານຸວົງ, ຖະໜົນເສດ ຖາ ແລະ ຖະໜົນທ່າເດື່ອ (ວົງ ວຽນຈີ່ນາຍໂມ້) ແລະ ວຽກ ງານອະນາໄມຕົວເມືອງເພື່ອ ຮັບໃຊ້ໃຫ້ແກ່ການຈັດກອງ ປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ, ເຊິ່ງຄາດວ່າຈະ ໄດ້ຈັດຂຶ້ນ ໃນລະຫວ່າງວັນທີ 13-15 ມັງກອນ 2021 ທີ່ນະ ຄອນຫຼວງວຽງຈັນ. ຜ່ານການລົງກວດກາຄັ້ງນີ້, ບັນດາອະນຸກຳມະການປະດັບ ປະດາຕົວເມືອງ ໄດ້ລາຍງານ ຄວາມພ້ອມຂອງໜ້າວຽກ ດ້ານຕ່າງໆ ໃຫ້ທ່ານປະທານ ສູນກາງແນວລາວສ້າງຊາດ ຮັບຊາບ ແລະ ມີທິດຊີ້ນຳເພີ່ມ ຕື່ມ, ເຊິ່ງໂດຍລວມແມ່ນມີຄວາມ ພ້ອມສະອາດຈົບງາມແລ້ວກວ່າ 80% ແລະ ຄາດວ່າຍັງມີບາງໜ້າ ວຽກທີ່ກຳລັງຂຸ້ນຂ້ຽວສືບຕໍ່ປະ ຕິບັດໃຫ້ສຳເລັດກ່ອນຮອດມື້ ເປີດກອງປະຊຸມ 100%. ໂອກາດນີ້, ທ່ານ ໄຊສົມພອນ ພົມວິຫານ ໄດ້ສະແດງຄວາມ ຊົມເຊີຍຕໍ່ທຸກຄວາມພະຍາຍາມ ໃນການເອົາໃຈໃສ່ຂອງທຸກໆ ອະນຸກຳມະການສຳລັບການ ກະກຽມຄວາມພ້ອມ, ພ້ອມທັງ ໄດ້ເນັ້ນ ແລະ ຮຽກຮ້ອງໃຫ້ ພາກສ່ວນທີ່ກ່ຽວຂ້ອງສືບຕໍ່ ເອົາໃຈໃສ່ປະຕິບັດບັນດາວຽກ ງານທີ່ຍັງຄ້າງຄາໃຫ້ສຳເລັດ ຕາມຈຸດປະສົງ, ຄາດໝາຍ ແລະ ທັນເວລາ ແນໃສ່ເພື່ອຮັບປະກັນ ຄວາມພ້ອມຮອບ ດ້ານເປັນຕົ້ນ ຄວາມເປັນລະບຽບຮຽບຮ້ອຍ ແລະ ອື່ນໆ ເພື່ອປະກອບສ່ວນ ເຮັດໃຫ້ ການດຳເນີນກອງປະຊຸມ ໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XI ຂອງພັກ ໄດ້ຮັບຜົນສຳເລັດ ພ້ອມກັນນັ້ນ, ກໍໄດ້ເນັ້ນ ໃຫ້ທົ່ວ ສັງຄົມ ເປັນເຈົ້າການປະກອບ ສ່ວນ ເອົາໃຈໃສ່ຮັກສາອະນາໄມ ບໍ່ວ່າຈະເປັນສໍານັກງານອົງການ, ຕະຫລອດຮອດພໍ່ແມ່ປະຊາຊົນ ໃຫ້ມີສ່ວນຮ່ວມຕິດຄໍາຂວັນ, ຈັດຕັ້ງການໂຄສະນາ, ຊຸກຍູ້ຂະ ບວນການຕ່າງໆ ສູ່ກອງປະຊຸມ ໃຫຍ່ຂອງພັກ ຄັ້ງທີ XI ໃຫ້ມີຜົນ ສໍາເລັດ. ຂ່າວ-ພາບ: ຂັນໄຊ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ