ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ຫຼາຍພາກສ່ວນສືບຕໍ່ມອບເງິນຊຸກຍູ້ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ
ເວລາອອກຂ່າວ: 2021-01-10 14:23:33 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 68 | ຄວາມນິຍົມ:



ວັນທີ 8 ມັງກອນ 2021 ນີ້, ທີ່ຫໍປະຊຸມແຫ່ງຊາດ, ນະຄອນ ຫຼວງວຽງຈັນ ໄດ້ມີຫຼາຍພາກ ສ່ວນມອບເງິນອຸປະຖໍາຊຸກຍູ້ເຂົ້າ ໃນກອງປະຊຸມໃຫຍ່ຜູ້ແທນທົ່ວ ປະເທດ ຄັ້ງທີ XI ຂອງພັກປະ ຊາຊົນປະຕິວັດລາວ ໃນນັ້ນ ມີບໍ ລິສັດ ລັດວິສາຫະກິດ ຫວຍ ພັດທະນາ ມອບເງິນຈຳນວນ 300.000.000 ກີບ ກ່າວມອບ ໂດຍທ່ານ ອັກຄະວອນ ຫຼວງສຸ ວັນນະວົງ ຜູ້ອໍານວຍການ ບໍລິສັດ ລັດວິສາຫະກິດ ຫວຍພັດທະນາ, ບໍລິສັດ ເອັສທີກຣຸບ ແລະ ທະນາ ຄານເອັສທີ ມອບເງິນຈໍານວນ 1.200.000.000 ກີບ ໂດຍທ່ານ ໄຊຍາ ໄຊສຸລິວົງ ຮອງປະທານສະ ພາບໍລິຫານບໍລິສັດ ເອັສທີກຣຸບ, ບໍລິສັດ ວັງຕັດ ຂຸດຄົ້ນບໍ່ແຮ່ ມອບ ເງິນຈໍານວນ 300.000.000 ກີບ ໂດຍທ່ານ ນາງ ສີລີວັນ ປັດ ທໍາມະວົງ ຮອງຜູ້ອໍານວຍການ ບໍລິສັດວັງຕັດ ຂຸດຄົ້ນບໍແຮ່, ທະ ນາຄານແຫ່ງ ສປປ ລາວ ມອບ ເງິນຈຳນວນ 500.000.000 ກີບ ໂດຍທ່ານ ນາງ ຂັນແກ້ວ ຫຼ້າມະນີເງົາ ຫົວໜ້າກົມບັນຊີ ແລະ ການເງິນ ທະນາຄານແຫ່ງ ສປປ ລາວ. ກ່າວຮັບໂດຍທ່ານ ສົມດີ ດວງ ດີ ຮອງນາຍົກລັດຖະມົນຕີ ລັດ ຖະມົນຕີກະຊວງການເງິນ ທັງເປັນຮອງຫົວໜ້າອະນຸກຳມະ ການງົບປະມານ ແລະ ບໍລິຫານ ເພື່ອກະກຽມກອງປະຊຸມໃຫຍ່ ຜູ້ແທນທົ່ວປະເທດ ຄັ້ງທີ XI ຂອງພັກປະຊາຊົນປະຕິວັດລາວ ຕາງໜ້າໃຫ້ກັບລັດຖະບານແຫ່ງ ສປປ ລາວ ກ່າວສະແດງຄວາມ ຂອບໃຈມາຍັງບັນດາບໍລິສັດທີ່ ໃຫ້ການອຸປະຖຳມອບເງິນຊຸກຍູ້ ເຂົ້າໃນກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກໃນຄັ້ງນີ້ ແລະ ພ້ອມຈະ ນຳເອົາເງິນຈຳນວນດັ່ງກ່າວທີ່ ທາງບໍລິສັດມອບໃຫ້ນຳໃຊ້ເຂົ້າ ໃນກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກໃຫ້ເກີດປະໂຫຍດສູງສຸດ ແລະສຳເລັດໄປຕາມຄາດໜາຍ ທີ່ວາງໄວ້. ໂດຍ: ແສງເດືອນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ