


![]()
ຫ້ອງວ່າການກະຊວງ ແລະ ກົມໃຫຍການເມືອງກອງທັບປະກາດເລື່ອນຊັ້ນໃຫ້ນາຍທະຫານ
ເວລາອອກຂ່າວ: 2021-01-10 14:18:22 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 12 | ຄວາມນິຍົມ:
ວັນທີ 6 ມັງກອນ 2021 ນີ້,
ຢູ່ຫ້ອງປະຊຸມຫ້ອງວ່າການກະ ຊວງປ້ອງກັນປະເທດ ໄດ້ມີພິທີປະ
ກາດເລື່ອນຊັ້ນໃຫ້ນາຍທະຫານ ໂດຍການເປັນປະທານຂອງ ສະ ຫາຍ ພົນຈັດຕະວາ ຄຳມ່ວນ ເລືອງ
ວັນຫຼ້າ ກຳມະການຄະນະປະຈຳ ພັກອົງການ ຮອງຫົວໜ້າ ຫ້ອງວ່າ
ການກະຊວງປ້ອງກັນປະເທດ, ມີ
ບັນດາຄະນະພັກ-ຄະນະບັນຊາ ອ້ອມຂ້າງຫ້ອງວ່າການທີ່ກ່ຽວ ຂ້ອງເຂົ້າຮ່ວມ.ສະຫາຍ ພັນເອກ ສະຫຼອງໄຊ ໄຊຍະເສນາ ຮອງຫົວໜ້າການ ເມືອງ ຫ້ອງວ່າການກະຊວງປ້ອງ ກັນປະເທດ ຂຶ້ນຜ່ານຂໍ້ຕົກລົງ ຂອງກົມໃຫຍ່ການເມືອງກອງທັບ ວ່າດ້ວຍ ການເລື່ອນຊັ້ນ, ເລື່ອນ ທຽບຊັ້ນ ໃຫ້ນາຍທະຫານ ຈຳ ນວນ 38 ສະຫາຍ ຄື: ຮ້ອຍເອກ ຂຶ້ນ ພັນຕີ 16 ສະຫາຍ, ຮ້ອຍໂທ ຂຶ້ນ ຮ້ອຍເອກ 11 ສະຫາຍ, ຮ້ອຍ ຕີ ຂຶ້ນ ຮ້ອຍໂທ 9 ສະຫາຍ ແລະ ວາທີ ຂຶ້ນ ຮ້ອຍຕີ 2 ສະຫາຍ.
ສະຫາຍ ພົນຈັດຕະວາ ຄຳ ມ່ວນ ເລືອງວັນຫຼ້າ ໄດ້ໂອ້ລົມ ແລະ ເນັ້ນໜັກໃຫ້ພະນັກງານຜູ້ ທີ່ໄດ້ຮັບຊັ້ນໃໝ່ຈົ່ງສືບຕໍ່ເຝິກຝົນຫຼໍ່ ຫຼອມຕົນເອງໃຫ້ມີຄວາມໜັກ ແໜ້ນທາງດ້ານການເມືອງ-ແນວ ຄິດ, ຊອກຮູ້ຮ່ຳຮຽນໃນດ້ານ ຕ່າງໆເພື່ອພັດທະນາຕົນເອງ ແລະ ກົມກອງ ພ້ອມກັນນັ້ນ, ກໍ ຕ້ອງເສີມຂະຫຍາຍຮັດແໜ້ນ ຄວາມສາມັກຄີພາຍໃນ ແລະ ນອກກົມກອງໃຫ້ດີ.
ຂ່າວໃຫ້ຮູ້ຕື່ມວ່າ: ໃນວັນທີ 8 ມັງກອນ 2021 ນີ້, ກົມໃຫຍ່ການ
ເມືອງກອງທັບ ໄດ້ຈັດຕັ້ງພິທີປະ ກາດເລື່ອນຊັ້ນ, ເລື່ອນທຽບຊັ້ນ ໃຫ້ນາຍທະຫານທົ່ວກົມໃຫຍ່ ການເມືອງກອງທັບ, ໂດຍການ ເປັນປະທານຂອງ ສະຫາຍ ພັນ ເອກ ບຸນເຫຼືອ ໄຊຍະເພັນ ກຳມະ ການຄະນະພັກກົມໃຫຍ່ ຫົວໜ້າ ຫ້ອງການເມືອງກົມໃຫຍ່ການ ເມືອງກອງທັບ, ມີບັນດາຄະນະ ພັກ-ຄະນະບັນຊາ, ກົມ, ກອງ, ຫ້ອງການ ແລະ ນາຍທະຫານທີ່ ໄດ້ຮັບການເລື່ອນຊັ້ນເຂົ້າຮ່ວມ.
ສະຫາຍ ພັນໂທ ຄອນສະຫວັນ
ແກ້ວທອນຈັນ ຮອງຫົວໜ້າພະ ແນກພະນັກງານ ຫ້ອງການເມືອງ ກົມໃຫຍ່ການເມືອງກອງທັບ ໄດ້
ຂຶ້ນຜ່ານຂໍ້ຕົກລົງ ວ່າດ້ວຍ ການ ປະດັບເລື່ອນທຽບຊັ້ນໃຫ້ນາຍ ທະຫານ ໃນນັ້ນ, ປະດັບທຽບຊັ້ນ ຮ້ອຍໂທ ຈຳນວນ 25 ສະຫາຍ, ປະດັບທຽບຊັ້ນຮ້ອຍຕີ 4 ສະ ຫາຍ, ເລື່ອນຊັ້ນວາທີຂຶ້ນຮ້ອຍຕີ 4 ສະຫາຍ ແລະ ເລື່ອນຊັ້ນຮ້ອຍ ຕີ ຂຶ້ນ ຮ້ອຍໂທ 7 ສະຫາຍ.
ໂອກາດນີ້, ສະຫາຍພັນເອກ ບຸນເຫຼືອ ໄຊຍະເພັນ ໄດ້ໂອ້ລົມ ແລະ ໃຫ້ທິດຊີ້ນຳຫຼາຍບັນຫາສຳຄັນຕໍ່ນາຍທະຫານ ທີ່ໄດ້ຮັບ ການເລື່ອນຊັ້ນໃໝ່ໃນຄັ້ງນີ້, ພ້ອມ
ທັງເນັ້ນໜັກໃຫ້ແຕ່ລະສະຫາຍ ສືບຕໍ່ເພີ່ມທະວີຄວາມສາມັກຄີ ໃຫ້ເປັນປຶກແຜ່ນແໜ້ນໜ້າປັບປຸງ ແບບແຜນວິທີເຮັດວຽກແບບມີ ວິທະຍາສາດສອດຄ່ອງກັບໜ້າທີ່ ການເມືອງຂອງຕົນ, ເປັນແບບຢ່າງໃນການເຝິກຝົນຫຼໍ່ຫຼອມຕົນ ເອງຢ່າງຮອບດ້ານ, ເອົາໃຈໃສ່ ຕັ້ງໜ້າເຮັດວຽກງານວິຊາສະ ເພາະຂອງຕົນຕາມການຈັດຕັ້ງ ມອບໝາຍໃຫ້ມີຄຸນນະພາບສູງ.
ໂດຍ: ອານຸສອນ

news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ