ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ກອງພົນທີ 5 ຈັດຕັ້ງອົບຮົມຫັດແອບ ແລະ ເອກະພາບບົດຮຽນໄລຍະສັ້ນ
ເວລາອອກຂ່າວ: 2021-01-07 09:02:57 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 342 | ຄວາມນິຍົມ:



ເພື່ອເປັນການຈັດຕັ້ງຜັນຂະ ຫຍາຍ ແລະ ປະຕິບັດຕາມທິດຊີ້ນຳ ຂອງຂັ້ນເທິງ ໃນການປັບປຸງກໍ່ ສ້າງກຳລັງປະກອບອາວຸດໃຫ້ມີ ລະບຽບແບບແຜນທັນສະໄໜ ແລະ ທັງເປັນການຍົກສູງຄວາມ ຮູ້- ຄວາມສາມາດໃຫ້ພະນັກງານ ຫຼັກແຫຼ່ງ ນຳໄປຈັດຕັ້ງຜັນຂະ ຫຍາຍຢູ່ກົມກອງໃຫ້ມີປະສິດຕິ ພາບສູງ. ດັ່ງນັ້ນ, ໃນວັນທີ 4 ມັງ ກອນ 2021 ນີ້, ກອງພົນທີ 5 ໄດ້ ຈັດຕັ້ງເປີດຊຸດອົບຮົມຫັດແອບ ແລະ ເອກະພາບບົດຮຽນຄືນ ໃໝ່ຂຶ້ນ, ໂດຍການເປັນປະທານ ຂອງ ສະຫາຍ ພັນເອກ ຂັນທີ ສະໜາມອຸ່ນ ກຳມະການຄະນະ ພັກ ຫົວໜ້າຫ້ອງເສນາທິການ ກອງພົນທີ 5, ມີຄະນະພັກ - ຄະນະບັນຊາ ອົງການ , ກົມກອງ ພ້ອມດ້ວຍ ພະນັກງານທີ່ກ່ຽວ ຂ້ອງເຂົ້າຮ່ວມ. ສະຫາຍ ພັນໂທ ສຸບັນ ແພງປະ ເສີດ ກຳມະການຄະນະພັກ ຮອງ ຫົວໜ້າຫ້ອງເສນາທິການ ກອງ ພົນທີ 5 ໄດ້ຜ່ານແຜນການໃນ ການອົບຮົມ ເຊີ່ງລວມ 8 ວິຊາ ຄື: ວິຊາລະບຽບງົດງາມ, ວິຊາ ກີລາການທະຫານ, ວິຊາສິລະ ປະຍຸດ-ຍຸດທະວິທີ, ຫຼັກການ ຊ້ອມຍິງລູກປືນແທ້, ຫຼັກທະ ການວິທີອົບຮົມຄູການທະຫານ, ຫຼັກການແຕ່ງບົດສອນ ແລະ ແຜນ ການສອນ, ຫຼັກການສ້າງແຜນ ການອົບຮົມຜ່ານອະນຸມັດຂັ້ນ ເທິງ. ການອົບຮົມຄັ້ງນີ້ເພື່ອ ກວດກາຄືນຄວາມຮັບຮູ້ເຂົ້າໃຈ ເປັນການປູກຈິດສຳນຶກ ແລະ ທັງເປັນການທົບທວນຄືນບົດ ຮຽນເກົ່າ ແລະ ບົດຮຽນໃໝ່ ທີ່ມີການປ່ຽນແປງ ແນໃສ່ສ້າງ ໃຫ້ພະນັກງານເສນາກຳໄດ້ທິດ ສະດີຫຼັກການຖືເອົາເນື້ອໃນການ ອົບຮົມຄັ້ງນີ້ ນຳໄປຈັດຕັ້ງປະຕິ ບັດເຂົ້າໜ້າທີ່ວຽກງານຂອງກົມກອງໃຫ້ມີປະສິດທິພາບສູງ . ໂອກາດນີ້, ສະຫາຍ ພັນເອກ ຂັນທີ ສະໜາມອຸ່ນ ໄດ້ມີຄຳເຫັນ ເຊິ່ງສະຫາຍໄດ້ຍົກໃຫ້ເຫັນສະ ພາບການຂອງໂລກ ແລະ ພາກ ພື້ນທີ່ມີການຜັນແປໄປຢ່າງສັບ ສົນ ເຊິ່ງມັນໄດ້ສົ່ງຜົນສະທົບຕໍ່ ປະເທດເຮົາມີທັງດ້ານຕັ້ງໜ້າ ແລະ ດ້ານຫຍໍ້ທໍ້, ສະຫາຍໄດ້ ຮຽກຮ້ອງໃຫ້ຄະນະພັກ - ຄະນະ ບັນຊາພະນັກງານທີ່ເຂົ້າມາອົບ ຮົມ ຈົ່ງພ້ອມກັນເອົາໃຈໃສ່ຍົກ ສູງຄວາມຮູ້-ຄວາມສາມາດຂອງ ຕົນເຂົ້າໃນການອົບຮົມຄັ້ງນີ້ ໃຫ້ສຳເລັດໄປດ້ວຍດີ ແລະ ມີຄຸນ ນະພາບສູງ, ສ້າງຄວາມສາມັກ ຄີລະຫວ່າງນັກເຝິກອົບຮົມດ້ວຍ ກັນໃຫ້ມີຄວາມແໜ້ນແຟ້ນ ພ້ອມກັນຜ່ານຜ່າຂໍ້ຫຍຸ້ງຍາກ ເພື່ອເຮັດໃຫ້ການອົບຮົມຄັ້ງນີ້ ມີຜົນສຳເລັດ. ໂດຍ: ແສງອາທິດ ສີດາໄລ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ