ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ສປປ ເກົາຫຼີ ກ່າວປະນາມມາດຕາການ ຂວ້ຳບາດຮອບຫຼ້າສຸດຂອງສະຫະລັດ
ເວລາອອກຂ່າວ: 2018-12-19 14:47:03 | ຜູ້ຂຽນ : | ຈຳນວນຄົນເຂົ້າຊົມ: 10315 | ຄວາມນິຍົມ:



ສໍານັກຂ່າວ ຢອນຮັບ ຂອງ ສ ເກົາຫຼີ ລາຍງານເມື່ອວັນທີ 18 ທັນວາ 2018 ນີ້ວ່າ: ສະຖາບັນ ອາເມຣິກາສືກສາ ແຫ່ງກະຊວງ ການຕ່າງປະເທດ ສປປ ເກົາຫຼີ ເປີດເຜີຍຖະແຫຼງ ການຜ່ານສໍາ ນັກຂ່າວສູນກາງ ສປປ ເກົາ ຫຼີ (KCNA) ສະແດງຄວາມຊື່ນ ຊົມຕໍ່ “ຄວາມພະຍາຍາມ” ຂອງ ທ່ານ ໂດນັລ ທຣໍາ ປະທານາທິບໍດີ ສະຫະລັດ ໃນການປັບປຸງຄວາມ ສໍາພັນລະດັບທະວີພາຄີກັບ ສປປ ເກົາຫຼີ ນັບຕັ້ງແຕ່ການພົບ ຫາລືກັນທີ່ສິງກະໂປ ແຕ່ການ ດໍາເນີນງານຂອງກະຊວງການ ຕ່າງປະເທດກາຍເປັນອຸປະສັກ ໃຫ້ກັບຂະບວນການດັ່ງກ່າວ ແລະ ມີແຕ່ຈະນໍາພາທັງສອງປະ ເທດໃຫ້ກັບຄືນສູ່ເສັ້ນທາງເດີມ ແລະ ບໍ່ອາດຍ້ອນກັບມາໄດ້ອີກ. ກະຊວງການຕ່າງປະເທດສະ ຫະລັດອອກຖະແຫຼງການເມື່ອ ອາທິດຜ່ານມານີ້ວ່າ: ໄດ້ຂຶ້ນບັນ ຊີດໍາບຸກຄົນສັນຊາດ ສປປ ເກົາ ຫຼີ 3 ຄົນ ຖານກ່ຽວຂ້ອງກັບພຶດ ຕິກໍາລະເມີດສິດທິມະນຸດໄດ້ແກ່ ທ່ານ ຈອງ ຄະຢອງ-ແທ໊ກ ລັດຖະ ມົນຕີກະຊວງຄວາມໝັ້ນຄົງ ແຫ່ງລັດ, ທ່ານ ປາຣກ ກວາງ-ໂຮ ເຈົ້າໜ້າທີ່ລະດັບສູງດ້ານການຈັດ ການນະໂຍບາຍໂຄສະນາຊວນ ເຊື່ອ ແລະ ພົນເຮືອຕີ ໂຊ ຮະຢອງ-ແຮ ຮອງປະທານຄະນະກໍາມາທິ ການແຫ່ງລັດ ເຊິ່ງຖືເປັນໜຶ່ງໃນ ບຸກຄົນສໍາຄັນ ຂອງທ່ານ ຄິມ ຈອງ-ອຸນ ຜູ້ນໍາສູງສຸດແຫ່ງ ສປປ ເກົາຫຼີ ເຊິ່ງຫຼາຍຝ່າຍເຊື່ອວ່າ ການຂຶ້ນບັນຊີດໍາ ພົນເຮືອຕີ ໂຊ ຮະຢອງ-ແຮ ໜ້າຈະເປັນປະເດັນ ທີ່ສ້າງຄວາມບໍ່ພໍໃຈໃຫ້ແກ່ລັດຖະ ບານສປປ ເກົາຫຼີ ຫຼາຍທີ່ສຸດ. ນອກຈາກນີ້ ສປປ ເກົາຫຼີຍັງ ກ່າວເຕືອນວ່າ: ຖ້າຫາກອາເມຣິ ກາຖືວ່າເລື່ອງເພີ່ມທະວີກຳລັງ ກົດດັນ ແລະ ບັນດາມາດຕາການ ລົງໂທດຈະບັງຄັບໃຫ້ ສປປ ເກົາ ຫຼີ ຕ້ອງປະລະໂຄງການອາວຸດ ນິວເຄລຍນັ້ນ, ແມ່ນຜິດພາດທີ່ສຸດ ແລະ ສິ່ງດັ່ງກ່າວຈະເຮັດໃຫ້ຢຸດ ຕິວິວັດທະນາການສ້າງແຫຼມເກົາ ຫຼີ ປອດນິວເຄລຍ ໂດຍຖາວອນ, ເຊິ່ງແມ່ນໝາກຜົນທີ່ບໍ່ມີໃຜປາຖະໜາ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ