ທະຫານແຂວງອຸດົມໄຊ ປິດຊຸດອົບຮົມວຽກງານພະລາທິການ - ການເງິນ ປະຈຳປີ 2020
ເວລາອອກຂ່າວ: 2021-01-06 08:44:05 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 83 | ຄວາມນິຍົມ:
ພິທີປິດຊຸດອົບຮົມວຽກງານ
ພະລາທິການ-ການເງິນທົ່ວກອງ
ບັນຊາການທະຫານແຂວງ ອຸດົມໄຊ ປະຈຳປີ 2020 ໄດ້ ຈັດຂຶ້ນໃນວັນທີ 28 ທັນວາ 2020 ຜ່ານມານີ້, ໂດຍການ ເຂົ້າຮ່ວມຂອງ ສະຫາຍ ພັນໂທ
ບຸນທອງ ໄຊຍະແສງ ກຳມະ ການຄະນະພັກ ກອງບັນຊາ ການ ຫົວໜ້າຫ້ອງພະລາທິ
ການ ທະຫານແຂວງອຸດົມໄຊ,
ມີຄະນະພັກ-ຄະນະບັນຊາກົມ ກອງ, ພະແນກການ, ຕະຫຼອດ ຮອດນັກເຝິກອົບຮົມເຂົ້າຮ່ວມ.
ສະຫາຍ ພັນຕີ ຈິດຕະກອນ
ລາມະອອງ ຫົວໜ້າພະແນກ ແຜນການ ໄດ້ຜ່ານບົດສະຫຼຸບ
ວຽກ ງານພະລາທິການ-ການ
ເງິນ ປະຈຳປີ 2020, ຜ່ານ ການອົບຮົມເປັນເວລາ 15 ວັນ, ມີນັກເຝິກອົບຮົມທັງໝົດ 10 ສະຫາຍ, ຍິງ 1 ສະຫາຍ ຜົນຂອງການສອບເສັງຂັ້ນເກັ່ງມີ ທັງໝົດ 7 ສະຫາຍ ເທົ່າກັບ 70%, ຂັ້ນກາງ 3 ສະຫາຍ ເທົ່າກັບ 30% ສະເລ່ຍລວມຜົນໄດ້ຮັບໃນຄັ້ງນີ້ 100%.
ໂອກາດນີ້, ສະຫາຍ ພັນໂທ
ບຸນທອງ ໄຊຍະແສງ ໄດ້ສະແດງ
ຄວາມຍ້ອງຍໍຊົມເຊີຍ ແລະ ຕີ
ລາຄ່າສູງຕໍ່ຜົນສຳເລັດ, ພ້ອມ ທັງເນັ້ນໜັກໃຫ້ຄູອາຈານ ແລະ ນັກອົບຮົມແຕ່ລະສະຫາຍຈົ່ງ ເອົາໃຈໃສ່, ຍົກສູງຄວາມຮັບຜິດຊອບຕໍ່ໜ້າທີ່ວຽກງານຂອງຕົນ, ປະຕິບັດຂໍ້ກຳນົດກົດລະບຽບ ຂອງກອງທັບວາງອອກຢ່າງເຂັ້ມ ງວດ, ມີຄວາມສາມັກຄີພາຍໃນ ໃຫ້ເປັນປຶກແຜ່ນແໜ້ນໜາ, ເປັນ ເຈົ້າການຊຸກຍູ້ຂະບວນການ ອອກແຮງງານເພີ່ມພູນຜະລິດ ຜົນ, ພ້ອມກັນນຳເອົາຄວາມຮູ້, ຄວາມສາມາດທີ່ໄດ້ຮໍ່າຮຽນ ໄປຈັດຕັ້ງຜັນຂະຫຍາຍເຂົ້າໃນໜ້າທີ່ວຽກງານຂອງຕົນໃຫ້ໄດ້ຮັບຜົນດີ.
ໂດຍ: ນາງ ວິໄລພອນ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ