ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ໜ່ວຍຊາວໜຸ່ມຫ້ອງການກົມໃຫຍ່ການເມືອງກອງທັບສະຫຼຸບວຽກງານ ປະຈຳປີ 2020
ເວລາອອກຂ່າວ: 2021-01-03 15:56:47 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 86 | ຄວາມນິຍົມ:



ວັນທີ 31 ທັນວາ 2020 ນີ້, ໜ່ວຍຊາວໜຸ່ມຫ້ອງການກົມໃຫຍ່ການເມືອງກອງທັບໄດ້ເປີດກອງ ປະຊຸມສະຫຼຸບວຽກງານປະ ຈຳປີ 2020 ແລະ ວາງທິດ ທາງແຜນການປະຈຳ 2021 ໂດຍການເປັນປະທານຂອງ ສະ ຫາຍ ພັນເອກ ວັນໄຊ ຄຳພາວົງ ຮອງຫົວໜ້າຫ້ອງການກົມໃຫຍ່ ການເມືອງກອງທັບ, ມີບັນດາສະ ຫາຍຄະນະໜ່ວຍ ແລະ ສະມາຊິກຊາວໜຸ່ມພາຍໃນໜ່ວຍເຂົ້າຮ່ວມ. ສະຫາຍ ພັນຕີ ຄຳເພັດ ແສນ ຄຳວົງສາ ເລຂາໜ່ວຍຊາວໜຸ່ມ ຫ້ອງການ ກົມໃຫຍ່ການເມືອງ ກອງທັບ ໄດ້ຕີລາຄາການຈັດ ຕັ້ງປະຕິບັດວຽກງານຊາວໜຸ່ມ ໃນໄລຍະ 1 ປີຜ່ານມາ, ຄະນະ ໜ່ວຍພວກເຮົາໄດ້ຖືເອົາວຽກ ງານສຶກສາອົບຮົມການເມືອງ-ແນວຄິດ ໄປພ້ອມກັບວຽກງານ ວິຊາສະເພາະ-ວິຊາການໃຫ້ ສະມາຊິກຊາວໜຸ່ມເຫັນບັນ ຫາສຳຄັນເຊິ່ງມັນສະແດງ ອອກສະມາຊິກແຕ່ລະສະຫາຍ ເຮັດວຽກງານການເມືອງ-ແນວຄິດຂອງຕົນເປັນປົກກະຕິ, ມີຄວາມເຊື່ອໝັ້ນຕໍ່ການນຳພາ ຂອງພັກ-ລັດ ກໍຄືການຈັດຕັ້ງ ຂອງຕົນ ເປັນຕົ້ນແມ່ນ: ການປະ ຕິບັດບັນດາມະຕິຄຳສັ່ງ, ຂໍ້ກໍາ ນົດກົດລະບຽບຂອງກອງທັບ, ກົດໝາຍຂອງລັດ ແລະ ກົດ ລະບຽບຂອງສູນກາງຊາວໜຸ່ມ ວາງອອກຢ່າງເຂັ້ມງວດ. ດ້ານ ວຽກງານວິຊາສະເພາະ-ວິຊາ ການແຕ່ລະສະຫາຍມີຄວາມ ຫ້າວຫັນ, ອຸ່ນອຽນທຸ່ນທ່ຽງ, ມີ ຄວາມຮັບຜິດຊອບສູງຕໍ່ໜ້າທີ່ ຂອງຕົນ ໃນການປະຕິບັດໜ້າ ທີ່ວຽກງານວິຊາສະເພາະ-ວິຊາການຂອງຕົນສຳເລັດຕາມ ການຈັດຕັ້ງຂັ້ນເທິງມອບ ໝາຍໃຫ້ເປັນຕົ້ນແມ່ນວຽກ ງານຕິດຕາມຄະນະກົມໃຫຍ່, ວຽກງານສັງລວມ, ວຽກງານ ຂາເຂົ້າ-ຂາອອກ, ວຽກງານ ກຳລັງພົນ, ວຽກງານພົວພັນ ຕ່າງປະເທດ, ວຽກງານການ ເງິນ, ວຽກງານສຳເນົາເອກະ ສານ,ວຽກງານຮັບໃຊ້ ແລະ ວຽກງານຂະບວນການສຳເລັດ ຕາມແຜນການທີ່ວາງໄວ້. ປັດ ຈຸບັນ ມີສະມາຊິກພາຍໃນໜ່ວຍ ທັງໝົດ 24 ສະຫາຍ, ຍິງ 15 ສະຫາຍ, ແບ່ງອອກເປັນ 2 ຈຸ ເພື່ອສະດວກໃນການຊີ້ນໍາ-ນໍາພາ ແລະ ຕິດຕາມການເຄື່ອນ ໄຫວວຽກງານຂະບວນການດ້ານ ຕ່າງໆ. ໃນ 1 ປີຜ່ານມາມີສະມາ ຊິກໄດ້ຮັບໃບຢັ້ງຢືນ 4 ບຸກ ຈຳ ນວນ 18 ສະຫາຍທັງໝົດນີ້, ຍ້ອນໄດ້ຮັບການຊີ້ນຳ-ນຳພາ ໂດຍກົງຈາກພະແນກຊາວໜຸ່ມ ຫ້ອງການເມືອງກົມໃຫຍ່ການ ເມືອງກອງທັບ ກໍຄືຄະນະພັກ-ຄະນະຫ້ອງການກົມໃຫຍ່ການ ເມືອງກອງທັບ, ຍ້ອນຄະນະໜ່ວຍ ແລະ ສະມາຊິກພາຍໃນໜ່ວຍມີ ຄວາມສາມັກຄີເປັນເອກະພາບ ເປັນເຈົ້າການປະຕິບັດໜ້າທີ່ວຽກ ງານວິຊາສະເພາະ-ວິຊາການ ກໍຄືວຽກງານຊາວໜຸ່ມທີ່ໄດ້ຮັບ ມອບໝາຍມີຜົນສຳເລັດເປັນ ຢ່າງດີ. ໂອກາດນີ້, ສະຫາຍ ພັນເອກ ວັນໄຊ ຄຳພາວົງ ໄດ້ສະແດງ ຄວາມຍ້ອງຍໍຊົມຕໍ່ຜົນງານການ ຈັດຕັ້ງປະຕິບັດວຽກງານຊາວ ໜຸ່ມຂອງໜ່ວຍໃນໄລຍະ 1 ປີ ຜ່ານມາ, ພ້ອມທັງເນັ້ນໃຫ້ຄະນະ ໜ່ວຍຕ້ອງເພີ່ມທະວີວຽກງານສຶກສາອົບຮົມການເມືອງແນວຄິດ, ປັບປຸງພາຍໃນໜ່ວຍ ແລະ ສະມາຊິກແຕ່ລະສະຫາຍຕ້ອງ ເຮັດວຽກງານການເມືອງຂອງ ຕົນໃຫ້ໜັກແໜ້ນເຂັ້ມແຂງ; ປັບປຸງແບບແຜນວິທີເຮັດວຽກ, ປະຕິບັດຕາມມະຕິຄໍາສັ່ງຕ່າງໆ ຂອງສູນກາງຊາວໜຸ່ມ, ພະແນກ ຊາວໜຸ່ມ ກໍຄືຄະນະພັກ-ຄະນະ ຫ້ອງການກົມໃຫຍ່ການເມືອງ ກອງທັບ ເປັນປົກກະຕິ; ຮັກສາ ຄວາມສາມັກຄີພາຍໃນໜ່ວຍ, ພາຍໃນກົມກອງໃຫ້ແໜ້ນ ແລະ ພາຍນອກ ຢ່າງກວ້າງຂວາງ, ຄະນະໜ່ວຍ ແລະ ສະມາຊິກ ແຕ່ລະສະຫາຍຕ້ອງຍົກສູງຄວາມ ຮັບຜິດຊອບການເມືອງ, ຄວາມ ເປັນແບບຢ່າງນໍາໜ້າ ໂດຍສະ ເພາະແມ່ນວຽກງານວິຊາສະ ເພາະ-ວິຊາການ, ວຽກງານຊາວ ໜຸ່ມ ແລະ ທຸກການເຄື່ອນໄຫວ ຂອງຕົນ. ໂດຍ: ເພັດ ສົມນໍວັນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ