ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ຊາວຮົງກາຣີ ປະທ້ວງຕ້ານແຮງງານທາດຄັ້ງໃຫຍ່
ເວລາອອກຂ່າວ: 2018-12-19 14:33:26 | ຜູ້ຂຽນ : | ຈຳນວນຄົນເຂົ້າຊົມ: 139589911 | ຄວາມນິຍົມ:



ສຳນັກຂ່າວຊິນຮວາລາຍ ເມື່ອວັນທີ 18 ທັນວາ 2018 ວ່າ: ການຊຸມນຸມປະທ້ວງຕໍ່ຕ້ານລັດ ຖະບານຝ່າຍຂວາ ນຳໂດຍພັກ ຟິເດສ ຂອງນາຍົກລັດຖະມົນຕີ ວິກເຕີ ອໍບານ ອອກກົດໝາຍເປີດ ໂອກາດໃຫ້ເຈົ້າຂອງກິດຈະການ ສາມາດໃຫ້ລູກຄ້າຈ້າງເຮັດວຽກ ລ່ວງໜ້າໄດ້ຫລາຍເຖິງ 400 ຊົ່ວໂມງຕໍ່ປີ ເຊິ່ງເພີ່ມຂຶ້ນຈາກປັດ ຈຸບັນເຖິງ 150 ຊົ່ວໂມງ ແລະ ຍັງອະນຸຍາດໃຫ້ນາຍຈ້າງເລື່ອນ ການຈ່າຍຄ່າຈ້າງສຳລັບການ ເຮັດວຽກລ່ວງເວລາໄດ້ສູງສຸດ 3 ປີ. ເຖິງແມ່ນວ່າລັດຖະບານໃຫ້ ເຫດຜົນວ່າມີຄວາມຈຳເປັນ ຕ້ອງອອກກົດໝາຍດັ່ງກ່າວ ເພື່ອ ແກ້ໄຂພາວະຂາດແຄນແຮງ ງານ, ແຕ່ທັງນາຍຈ້າງ ແລະ ລູກ ຈ້າງຈະໄດ້ຮັບຜົນປະໂຫຍດຈາກກົດໝາຍໃໝ່ນີ້, ແຕ່ປະຊາຊົນກັບ ຄິດວ່າບໍ່ຕ່າງຫຍັງກັບທີ່ລູກຈ້າງ ຕົກຢູ່ໃນແຮງງານທາດ. ສ່ວນທາງດ້ານສະຫະພາບ ເອີຣົບ (EU) ຮຽກຮ້ອງໃຫ້ລັດ ຖະບານຮົງກາຣີ ທົບທວນກົດ ໝາຍດັ່ງກ່າວຄືນໃໝ່ທີ່ເຮັດໃຫ້ ປະຊາຊົນກວ່າ 10.000 ຄົນ ລວມຕົວກັນປະທ້ວງ ນອກນັ້ນ ຍັງເກີດການປະທະກັນລະຫວ່າງ ເຈົ້າໜ້າທີ່ກັບຜູ້ປະທ້ວງຢ່່າງດຸ ເດືອດ. ຢ່າງໃດກໍຕາມສະຖານະການ ມີແນວໂນ້ມຕຶງຄຽດຂຶ້ນເລື້ອຍໆ ຍ້ອນເຈົ້າໜ້າທີ່ຮັກສາຄວາມ ປອດໄພຂອງສະຖານີໂທລະພາບ ຂອງລັດ ໃຊ້ກຳລັງກັບສະມາຊິກ ພັກຝ່າຍຄ້ານ 2 ຄົນ ທີ່ພະຍາ ຍາມບຸກເຂົ້າໄປພາຍໃນສະຖານີ ເພື່ອຂໍອ່ານຖະແຫຼງການຮ້ອງ ຮຽນໃນນາມຂອງປະຊາຊົນ ສົ່ງ ຜົນໃຫ້ປະຊາຊົນປະມານ2.000 ຄົນ ພາກັນປິດລ້ອມສະຖານນີ ເພື່ອສະແດງຄວາມບໍ່ພໍໃຈ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ