ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ຂສສຊ ໃຫ້ເງື່ອນໄຂພິເສດແກ່ນັກລົງທຶນ
ເວລາອອກຂ່າວ: 2020-12-24 09:04:14 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 10909 | ຄວາມນິຍົມ:



v ໃນບໍ່ດົນມານີ້, ທ່ານ ທອງໃສ ໄຊຍະວົງຄຳດີ ຫົວໜ້າເຂດເສດຖະກິດພິເສດສະຫວັນ-ເຊໂນ(ຂສສຊ) ຫຼື SEZA ໄດ້ລາຍງານສະພາບການເຄື່ອນໄຫວວຽກງານຕໍ່ ທ່ານ ສອນໄຊ ສິດພະໄຊ ຜູ້ວ່າການທະນາຄານແຫ່ງ ສປປ ລາວ ພ້ອມດ້ວຍຄະນະໃນໂອກາດເຄື່ອນໃຫ້ຮູ້ວ່າ: ຂສສຂ ມີພາລະບົດບາດສຳຄັນ ໃນຂົງເຂດເສດຖະກິດແຫ່ງຊາດ, ເຊິ່ງໄດ້ຮັບການສ້າງຂຶ້ນໃນປີ 2002 ຕາມແລວເສດຖະກິດຕາເວັນອອກ-ຕາເວັນຕົກຂອງລັດຖະບານ, ເຂດດັ່ງກ່າວ ມີ 5 ຈຸດຄື: ຈຸດ A ເປັນເຂດການບໍລິ ການ-ການຄ້າ; ຈຸດ B ແລະ B1 ເປັນເຂດອຸດສະຫະກຳການຜະລິດ; ຈຸດ C ເປັນເຂດອຸດສະຫາກຳ ແລະ ການຂົນສົ່ງໂລຈິິສຕິກ ຫຼື logistics; ຈຸດ D ເປັນເຂດທີ່ພັກອາໄສ ແລະ ຈຸດຊາຍແດນແດນສະຫວັນ ເປັນເຂດການຄ້າຊາຍແດນ, ເຊິ່ງປັດຈຸບັນໄດ້ໂຮມເຂົ້າເປັນເຂດເສດຖະກິດພິເສດ ສະຫວັນ-ເຊໂນ ເສດຖະກິດພິເສດສະຫວັນນະເຂດ. ທ່ານຫົວໜ້າ ຂສສຊໄດ້ສະເໜີ ບັນດານະໂຍບາຍສົ່ງເສີມການ ລົງທຶນ ໂດຍມີໄລຍະຍົກເວັ້ນອາກອນລາຍໄດ້ ເຊິ່ງຍົກເວັ້ນອາກອນກໍາໄລ ແຕ່ 2-10 ປີ ນັບແຕ່ປີມີກຳໄລເປັນຕົ້ນໄປ; ສຳລັບອັດຕາອາກອນກຳໄລເກັບໃນອັດຕາ 8-10% ພາຍຫຼັງສິ້ນສຸດໄລຍະການຍົກເວັ້ນ; ອາກອນລາຍໄດ້ສ່ວນບຸກຄົນເກັບໃນອັດຕາດຽວກັນ 5% ທັງຄົນລາວ-ຄົນຕ່າງປະເທດ ແລະ ອາກອນເງິນ ປັນຜົນເກັບໃນອັດຕາ 5% ສໍາລັບບໍລິສັດທີ່ມີ 2 ຂາຮຸ້ນຂຶ້ນໄປ. ກ່ຽວກັບນະໂຍບາຍດ້ານທີ່ດິນ ຜູ້ລົງທຶນ ສາມາດເຊົ່າດິນຢູ່ໃນ ຂສສຊ ໄດ້ເຖິງ 75 ປີ ແລະ ສາມາດຕໍ່ອາຍຸການເຊົ່າໄດ້ ນອກນີ້ຜູ້ເຊົ່າຍັງສາມາດໂອນທີ່ດິນໃຫ້ ບຸກຄົນທີ 3 ໄດ້. ສຳລັບການປະຕິບັດໜ້າວຽກ: ໜ່ວຍງານບໍລິການປະຕູດຽວຂອງ ຂສສຊ ໂດຍເຈົ້າໜ້າທີ່ເຂດດັ່ງກ່າວສາມາດອະນຸມັດເອກະສານການລົງທຶນພາຍໃນ 5 ວັນ ລັດຖະການເຊັ່ນ: ໃບອະນຸຍາດການລົງທຶນ, ໃບທະບຽນວິສາຫະກິດ, ເອກະສານທາງອາກອນ, ຕາປະທັບບໍລິສັດ; ນອກນີ້, ຍັງອຳນວຍຄວາມສະດວກເປັນຕົ້ນການອອກອະນຸຍາດນໍາເຂົ້າ-ສົ່ງອອກ, ໃບ ຢັ້ງຢືນແຫຼ່ງກຳເນີດສິນຄ້າ, ໂກຕ້າແຮງງານ, ໃບອະນຸຍາດພັກເຊົາ, ບັດປະຈໍາຕົວນັກລົງທຶນ, ວິຊາເຂົ້າ-ອອກ ແລະ ໃຫ້ຄໍາປຶກສາທາງດ້ານນິຕິກຳ. ທ່ານ ທອງໃສ ໄຊຍະວົງຄຳດີ ຍັງຢືນຢັນເຖິງຄວາມຄືບໜ້າທາງ ດ້ານການພັດທະນາ ເຊິ່ງມາຮອດ ປັດຈຸບັນມີບໍລິສັດເຂົ້າມາຈົດທະບຽນການລົງທຶນ ທັງໝົດ 148 ບໍລິສັດ ຈາກ 15 ປະເທດ, ແບ່ງອອກເປັນ 3 ຂະແໜງການຄື: ອຸດສາຫະກຳ 69 ບໍລິສັດ; ການຄ້າ 19 ບໍລິສັດ; ການບໍລິການ 60 ບໍລິສັດ ແລະ ມີມູນຄ່າ ການລົງທຶນ 544 ລ້ານໂດລາແລະ ທຶນຈົດທະບຽນ 234 ລ້ານໂດລາ. ດ້ານການນໍາເຂົ້າ-ສົ່ງອອກມີມູນຄ່າການນໍາເຂົ້າສະ ເລ່ຍ 290 ລ້ານໂດລາຕໍ່ປີ ແລະມູນຄ່າການສົ່ງອອກ ສະເລ່ຍ 375 ລ້ານໂດລາຕໍ່ປີ. ໃນດ້ານແຮງງານມີຈໍານວນແຮງງານທັງໝົດ 4.362 ຄົນ. ໃນນີ້, ມີຄົນລາວ 4.199 ຄົນ ແລະ ຄົນຕ່າງປະເທດ 163 ຄົນ. ໃນໂອກາດດັ່ງກ່າວ, ທ່ານສອນໄຊ ສິດພະໄຊ ໄດ້ຕີລາຄາສູງຕໍ່ຄວາມພະຍາຍາມຂອງຄະນະນຳ, ພະນັກງານ, ເຈົ້າໜ້າທີ່ ລວມທັງນັກລົງທຶນ, ຜູ້ປະກອບການ ກໍຄືພະນັກງານ-ກຳມະກອນທີ່ປະຕິບັດໜ້າທີ່ໃນ ຂສສຊ ທີ່ມີ ຄວາມພະຍາຍາມສູງໃນການເຮັດໜ້າທີ່ ແລະ ຄ່ຽນສົ່ງສິນຄ້າ; ຜະລິດ ແລະ ຈຳໜ່າຍພາຍໃນ-ສົ່ງອອກຕ່າງປະເທດຢ່າງຕໍ່ເນື່ອງໃນທ່າມກາງທີ່ມີການລະບາດຂອງພະຍາດໂຄວິດ-19, ເຊື່ອໝັ້ນວ່າ: ທຸກຄວາມພະຍາຍາມຂອງທຸກ ພາກສ່ວນຈະບັນລຸໝາກຜົນຕາມແຜນທີ່ວາງໄວ້; ພ້ອມນັ້ນ, ຍັງ ຮຽກຮ້ອງໃຫ້ຄະນະ ຂສສຊ ຈົ່ງສືບຕໍ່ຄຸ້ມຄອງ, ອຳນວຍຄວາມສະດວກໃນທຸກດ້ານຕາມນະໂຍບາຍການລົງທຶນຂອງລັດຖະບານ ກໍຄືບັນຫາທີ່ຕິດພັນກັບຂະແໜງເສດຖະກິດ, ການເງິນ-ເງິນຕາ. ທັງນີ້, ກໍເພື່ອປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມຂອງຊາດ ກໍຄືຂອງແຂວງສະຫວັນນະເຂດ. ໂດຍ: ຣັດສະໝີ ດວງສັດຈະ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ