ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ແຂວງ ຈຳປາສັກ ຍົກລະດັບພື້ນຖານໂຄງລ່າງຍູ້ແຮງການພັດທະນາເສດຖະກິດ-ສັງຄົມ
ເວລາອອກຂ່າວ: 2020-12-22 08:52:46 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 10349 | ຄວາມນິຍົມ:



v ອີງຕາມແຫຼ່ງຂ່າວເສດຖະກິດການຄ້າໃຫ້ຮູ້ວ່າ: ຕະຫຼອດ ໄລຍະ 45 ປີຜ່ານມາ, ແຂວງຈຳປາສັກ ໄດ້ສຸມໃສ່ການຍົກລະ ດັບພື້ນຖານໂຄງລ່າງ ແນໃສ່ອຳນວຍຄວາມສະດວກແກ່ການຄົມມະນາຄົມຂົນສົ່ງຍູ້ແຮງການ ພັດທະນາເສດຖະກິດ-ສັງຄົມ ແກ້ໄຂຄວາມທຸກຍາກຂອງປະຊາຊົນ. ປັດຈຸບັນທົ່ວແຂວງມີທັງເສັ້ນທາງຫຼວງແຫ່ງຊາດ, ເສັ້ນທາງຫຼວງແຂວງ, ເສັ້ນທາງເຊື່ອມຕໍ່ຊົນນະບົດ ແລະ ເຂດຜະລິດກະສິກໍາ ທັງໝົດ 761 ເສັ້ນ, ຍາວ 4.319 ກິໂລແມັດ. ທ່ານ ຈັນທະວີສຸກ ວັນສີລິ ຫົວໜ້າພະແນກໂຍທາທິການ ແລະ ຂົນສົ່ງແຂວງຈຳປາສັກ ໄດ້ກ່າວວ່າ: ການພັດທະນາພື້ນ ຖານໂຄງລ່າງຄົມມະນາຄົມຂົນສົ່ງຢູ່ແຂວງຈໍາປາສັກແມ່ນອີງຕາມການແບ່ງຄວາມຮັບ ຜິດຊອບລະຫວ່າງກະຊວງໂຍທາທິການ ແລະ ຂົນສົ່ງ(ຍທຂ)ກັບພະແນກ ຍທຂ ແຂວງ ແລະ ແຂວງຈໍາປາສັກ ໄດ້ສຸມໃສ່ການປັບປຸງຍົກລະດັບບັນດາເສັ້ນທາງຕາມມາດຕະຖານທາງຜ່ານຂອງບັນດາແຂວງພາກໃຕ້ ແລະ ອະນຸພາກພື້ນ, ໂດຍສະເພາະໃນ 5 ປີຜ່ານມາ ແຂວງຈໍາປາສັກໄດ້ສຸມໃສ່ເຊັ່ນ: ເສັ້ນທາງຫຼວງແຫ່ງຊາດປັດຈຸບັນເຫັນວ່າສາມາດເຊື່ອມຈອດເຂົ້າຫາບັນດາເມືອງ ແລະ ບັນດາແຂວງທີ່ຕິດກັບໄດ້ຢ່າງສະດວກສະບາຍເຊັ່ນ: ທາງເລກ 13 ໃຕ້, ທາງເລກ 16, ທາງເລກ 16A, ທາງເລກ18A ແລະ ທາງເລກ 20; ເສັ້ນທາງຫຼວງແຂວງທີ່ເຊື່ອມຕໍ່ເທສະບານບັນດາເມືອງ, ນະຄອນປາກເຊ ກໍສາມາດເຊື່ອມຈອດໄດ້ທຸກເມືອງ ເຊັ່ນ: ທາງ ເລກ 14A, ທາງບ້ານຫຽງ-ຊ່ອງຕາອູ ແລະ ທາງອື່ນໆຈໍານວນໜຶ່ງ; ເສັ້ນທາງເທສະບານ ແຂວງໄດ້ຮັບການປັບປຸງຍົກລະດັບໃຫ້ມີມາດຕະຖານສູງເປັນຕົ້ນແມ່ນເສັ້ນທາງເບຕົງ 4 ເລນ, 6 ເລນ ແຕ່ຫຼັກ 9 ເໜືອ ຫາ ຫຼັກ 9 ໃຕ້ ແລະ ທາງສາລາຂຽວ-ດົງຈອງ ເຫັນວ່າມີຄວາມສະອາດສວຍງາມ ແລະ ຮັບປະກັນຄວາມປອດໄພ ເຊິ່ງເປັນເງື່ອນໄຂເຮັດໃຫ້ເມືອງປາກເຊກາຍເປັນນະຄອນໃນປັດຈຸບັນ; ເສັ້ນທາງເຊື່ອມຕໍ່ຊົນນະບົດ ແລະ ເຂດຜະລິດກະສິກໍາ ໂດຍອີງຕາມງົບປະມານ ຂອງລັດຖະບານທີ່ມີຈໍາກັດ ຈຶ່ງໄດ້ຈັດບູລິມະສິດ ແລະ ສຸມໃສ່ເສັ້ນທາງເຂົ້າສູ່ເຂດຜະລິດກະສິກໍາເປັນສິນຄ້າເຊັ່ນ: ເສັ້ນທາງເມືອງປາກຊ່ອງ, ເມືອງບາຈຽງ ຈະເລີນສຸກ, ເມືອງຊະນະສົມບູນ ແລະ ເມືອງອື່ນໆທີ່ມີຖານການ ຜະລິດກະສິກໍາ; ຈາກຜົນງານ ການພັດທະນາໂຄງລ່າງຂ້າງ ເທິງເຮັດໃຫ້ມີຕານ່າງເສັ້ນທາງຂະຫຍາຍຕົວກວ້າງຂວາງມາຮອດປັດຈຸບັນທົ່ວ ແຂວງຈໍາປາສັກ ມີເສັ້ນທາງທັງໝົດ 761 ເສັ້ນຍາວ 4.319 ກິໂລແມັດ ແລະ ມີຂົວ 303 ແຫ່ງ, ຍາວ 11.116 ແມັດ; ເດັ່ນກວ່າໝູ່ແມ່ນໄດ້ກໍ່ສ້າງຂົວເບຕົງ 4 ເລນ ຂ້າມນໍ້າເຊໂດນ ມີຄວາມຍາວ 220 ແມັດ ທີ່ຕັ້ງຢູ່ໃຈກາງຂອງນະຄອນປາກເຊ. ທ່ານກ່າວຕື່ມວ່າ: ເນື່ອງຈາກ ແຂວງຈໍາປາສັກ ເປັນແຂວງທາງຜ່ານ ມີດ່ານສາກົນ 3 ແຫ່ງ ຄື:ດ່ານສາກົນວັງເຕົ່າ, ດ່ານສາກົນໜອງນົກຂຽນ ແລະ ດ່ານ ສະໜາມບິນສາກົນປາກເຊ, ໄດ້ມີໂຄງລ່າງເສັ້ນທາງທີ່ໄດ້ມາດຕະຖານເຊື່ອມຈອດກັບບັນດາດ່ານດັ່ງກ່າວ. ໃນນີ້, ເສັ້ນທາງ ເລກ 16 ແມ່ນການລົງທຶນຂອງ ບໍລິສັດເອກະຊົນພາຍໃນດ້ວຍ ຮູບແບບ BOT ເພື່ອຂະຫຍາຍເສັ້ນທາງແຕ່ດ່ານສາກົນວັງເຕົ່າ ຫາປາກເຊ ແລະ ໄລຍະແຕ່ຫຼັກ 9 ຫາ ເມືອງປາກຊ່ອງ ເຫັນວ່າການຄົມມະນາຄົມຂົນສົ່ງຜ່ານ ແມ່ນສະດວກຫຼາຍທັງປະຢັດເວລາ ແລະ ຫຼຸດຜ່ອນຄ່າຫຼຸ້ຍຫ້ຽນຂອງພາຫະນະ, ລາຄາຈ່າຍຄ່າຜ່ານທາງເຫັນວ່າສົມເຫດສົມຜົນ ເພື່ອເປັນການປະກອບສ່ວນໃນການພັດທະນາຕາມນະໂຍບາຍທີ່ວ່າ ລັດກັບປະຊາຊົນຮ່ວມກັນເຮັດ. ປັດຈຸບັນ ແຂວງ ຈໍາປາສັກ ໄດ້ສືບຕໍ່ປະຕິບັດບັນດາໂຄງການຕ່າງໆ ເພື່ອຕອບສະໜອງແຜນພັດທະນາເສດຖະ ກິດ-ສັງຄົມຂອງແຂວງ 5 ປີ ຄັ້ງທີ 8 (2016 -2020) ມີຄື: ໄດ້ຮັບທຶນຊ່ວຍເຫຼືອລ້າ ແລະ ກູ້ຢືມ ຈາກທະນາຄານພັດທະນາອາຊີ (ADB) ສໍາລັບໂຄງການປັບປຸງສິ່ງແວດລ້ອມຕົວເມືອງປາກເຊ ໃນມູນຄ່າ 31,74 ລ້ານ ໂດລາສະຫະລັດ, ປະກອບມີໜ້າວຽກກັນເຈື່ອນຕາມລໍາ ເຊໂດນ ຍາວ 3,1 ກິໂລແມັດ, ປັບປຸງສະໜາມ ເກັບມ້ຽນຂີ້ເຫຍື້ອ ແລະ ປັບປຸງ ທາງຮ່ອມຢູ່ເຂດນະຄອນປາກເຊ, ສ່ວນໜຶ່ງຂອງເມືອງບາຈຽງ ຈະເລີນສຸກ ແລະ ສ່ວນໜຶ່ງຂອງເມືອງໂພນທອງ, ປັດຈຸບັນມີ ຄວາມຄືບໜ້າປະມານ 95%; ໄດ້ຮັບທຶນຊ່ວຍເຫຼືອລ້າ ແລະ ກູ້ຢືມດອກ ເບ້ຍຜ່ອນຜັນ ( 0,01 % ຕໍ່ປີ )ຈາກກອງທຶນຮ່ວມມືເພື່ອການພັດທະນາເສດຖະກິດ (EDCF) ສ.ເກົາຫຼີ ເພື່ອປະຕິບັດໂຄງການພັດທະນາແຄມຂອງ ແຂວງຈໍາປາສັກ ໃນມູນຄ່າ 65,65 ລ້ານ ໂດລາສະຫະລັດ ເຊິ່ງກວມເອົາ 17 ບ້ານ ຂອງນະຄອນປາກເຊ ແລະ ເມືອງໂພນທອງ ປະກອບມີໜ້າວຽກ: (1) ກໍ່ສ້າງຄູປ້ອງກັນນໍ້າຖ້ວມ ແລະ ປ້ອງກັນຕາຝັ່ງເຈື່ອນຍາວ 17,4 ກິໂລແມັດ; (2) ກໍ່ສ້າງສວນສາທາລະນະ ເນື້ອທີ່ 10,1 ເຮັກຕາ ( ນະຄອນ ປາກເຊ 9,5 ເຮັກຕາ ແລະ ເມືອງໂພນທອງ 0,6 ເຮັກຕາ ); (3) ກໍ່ສ້າງຍົກລະດັບທາງຍາວ 2,9 ກິໂລແມັດ; (4) ກໍ່ສ້າງ ແລະ ປັບປຸງລະບົບລະບາຍນໍ້າທັງໝົດ 15 ແຫ່ງເຊິ່ງລວມທັງໝົດມີຄວາມຄືບໜ້າ 85%. ນອກນີ້, ຍັງມີໂຄງການທີ່ນໍາໃຊ້ງົບປະມານການລົງທຶນພາຍໃນຈໍານວນໜຶ່ງເຊັ່ນ: ໂຄງການກໍ່ສ້າງທາງແຄມຂອງແຕ່ບ້ານຫ້ວຍເພັກ-ບ້ານເວີນໄຊ ຍາວ 32 ກິໂລແມັດ; ກໍ່ສ້າງທາງ 14A ແລະ 14C ຢູ່ ເຂດເມືອງມຸນລະປະໂມກ ແລະ ເມືອງສຸຂຸມາ ຍາວ 130 ກິໂລ ແມັດ; ກໍ່ສ້າງທາງເລກ 16 ແຕ່ ປາກຊ່ອງ-ພະໜວນດົງ-ຫີນລັບ-ໜອງເອກແຍກທາງ 13 ໃຕ້ ( ຫຼັກ 48 ) ຍາວ 108 ກິໂລ ແມັດ; ກໍ່ສ້າງທາງບ້ານເສັດ-ບ້ານໂສດ-ບ້ານນາປາກຽບ-ຊາຍແດນກໍາປູເຈຍ ເມືອງໂຂງ 35 ກິໂລແມັດ ແລະ ເສັ້ນທາງອື່ນໆອີກຈໍານວນໜຶ່ງ. ໂດຍ: ສາຍນໍ້າຮາມ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ