ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ກອພົນທີ 5 ມອບເງິນອຸດໜູນ ແລະ ເງິນເສຍຊີວິດໃຫ້ຄອບຄົວພະນັກງານ
ເວລາອອກຂ່າວ: 2018-12-19 13:56:52 | ຜູ້ຂຽນ : | ຈຳນວນຄົນເຂົ້າຊົມ: 42 | ຄວາມນິຍົມ:



ຫວ່າງມໍ່ມານີ້, ກອງພົນທີ 5 ໄດ້ຈັດພີທິມອບເງິນອຸດໜູນແລະ ເງິນເສຍຊີວິດ ໃຫ້ຄອບຄົວພະນັກ ງານໂດຍການເປັນປະທານຂອງ ທ່ານ ພັນໂທ ຄຳກົດ ອີນສີນາ ຮອງຫົວໜ້າຫ້ອງການເມືອງ ກອງພົນທີ 5 ມີພະແນກການ ວິຊາສະເພາະທີ່ກ່ຽວຂ້ອງ,ຕ່າງ ໜ້າຄອບຄົວພະນັກງານເຂົ້າ ຮ່ວມ. ການມອບເງິນນະໂຍບາຍ ໃນຄັ້ງນີ້ແມ່ນປະຕິບັດຕາມກົດ ໜາຍ ວ່າດ້ວຍປະກັນສັງຄົມ ແລະ ອີງຕາມກົດໜາຍນາຍທະຫານ ກອງທັບປະຊາຊົນລາວ ກໍຄືການ ປະຕິບັດຕາມທິດທາງນະໂຍ ບາຍຂອງພັກ-ລັດທີ່ມີຕໍ່ນາຍ ແລະ ພົນທະຫານທີ່ໄດ້ປະກອບ ສ່ວນເຂົ້າໃນການປະຕິບັດ ໜ້າທີ່ວຽກງານປັບປຸງກໍ່ສ້າງ ກົມກອງ ກໍຄືການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດ ຊາດ ໃນໄລຍະຜ່ານມາ ໃນນີ້ໄດ້ ຮັບເງິນອຸດໜູນເທື່ອດຽວມີຈຳ ນວນ 7 ສະຫາຍ, ຊັ້ນພັນຕີ 1 ສະຫາຍ, ຮ້ອຍໂທ 6 ສະຫາຍ, ຮັບເງິນອຸດໜູນເສຍຊີວິດ 5 ສະຫາຍ ລວມເງິນທັງໜົດ 952.966.910 ກີບ ກ່າວມອບ ພັນໂທ ຄໍາກົດ ອິນສີນາ. ໂອກາດດັ່ງກ່າວ ສະຫາຍ ກໍໄດ້ໂອ້ລົມເຊິ່ງສະຫາຍໄດ້ສະ ແດງຄວາມຍ້ອງຍໍຊົມເຊີຍຕໍ່ບັນ ດາສະຫາຍໄດ້ປະກອບສ່ວນ ຢ່າງຕັ້ງໜ້າໃນການປະຕິບັດໜ້າ ທີ່ວຽກງານຂອງຕົນເຂົ້າໃນ ການປັບປຸງກໍ່ສ້າງກົມກອງໃນ ໄລຍະຜ່ານມາ ພ້ອມທັງໄດ້ຮຽກ ຮ້ອງໃຫ້ແຕ່ລະສະຫາຍຈົ່ງນຳ ໃຊ້ເງິນດັ່ງກ່າວເຂົ້າໃນ ວຽກງານ ທີ່ຈຳເປັນ ແລະ ສຳຄັນເຮັດໃຫ້ ເກີດປະໂຫຍດຕໍ່ຄອບຄົວ ແລະ ນຳໃຊ້ເງິນກ້ອນດັ່ງກ່າວເຂົ້າໃນ ການປັບປຸງແກ້ໄຂຊີວິດການເປັນ ຢູ່ຂອງຄອບຄົວໃຫ້ນັບມື້ດີຂຶ້ນ. ໂດຍ: ແສງອາທິດ ສິດາໄລ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ