ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ເຈົ້າແຂວງຫຼວງພະບາງ ເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ກອງພັນ 414
ເວລາອອກຂ່າວ: 2018-12-19 10:47:34 | ຜູ້ຂຽນ : | ຈຳນວນຄົນເຂົ້າຊົມ: 239838709 | ຄວາມນິຍົມ:



ໃນວັນທີ 7 ທັນວາ ປີ 2018 ຜ່ານມານີ້, ທ່ານ ຄໍາຂັນ ຈັນທະ ວີສຸກ ກໍາມະການສູນກາງພັກ, ເລຂາພັກແຂວງ, ເຈົ້າແຂວງ, ປະທານປ້ອງກັນຊາດ-ປ້ອງກັນ ຄວາມສະຫງົບແຂວງຫຼວງພະ ບາງໄດ້ເຄື່ອນໄຫວຢຽ້ມຢາມ ແລະ ເຮັດວຽກຢູ່ກອງພັນ 414 ທະຫານແຂວງຫຼວງພະບາງ, ໂດຍໄດ້ຮັບການຕ້ອນຮັບອັນ ອົບອຸ່ນຈາກ ພັນໂທ ຄໍາມັງ ໄຊ ຍະເລີດ ຮອງເລຂາຄະນະພັກ, ຫົວໜ້າການທະຫານກອງພັນ 414 ພ້ອມດ້ວຍຄະນະ. ໃນໂອ ກາດດັ່ງກ່າວ, ທ່ານ ເຈົ້າແຂວງ ໄດ້ລົງກວດກາເບິ່ງໂຄງການກໍ່ ສ້າງກອງພັນ, ບັນດາກອງຮ້ອຍ, ເຮືອນກິນ, ເຮືອນຄົວ ແລະ ກວດກາເບິ່ງແບບແຜນ, ຄວາມ ເປັນລະບຽບຮຽບຮ້ອຍຂອງ ກົມກອງ ຈາກນັ້ນກໍເຕົ້າໂຮມ ນາຍ ແລະ ພົນທະຫານເພື່ອກ່າວ ປາຖະກາຖາເລົ່າປະຫວັດມູນ ເຊື້ອວັນສ້າງຕັ້ງກອງທັບປະຊາ ຊົນລາວຄົບຮອບ 70 ປີ ຢູ່ທີ່ສະ ໂມສອນຂອງກົມກອງດັ່ງກ່າວ, ເພື່ອໃຫ້ພະນັກງານ-ນັກຮົບໄດ້ ຮັບຮູ້ເຊື່ອມຊຶມມູນເຊື້ອອັນພິລາດ ອາດຫານຂອງກອງທັບ ແລະ ປະຊາຊົນລາວບັນດາເຜົ່າ ທີສາ ມາດຍາດມາໄດ້ຜົນງານ ແລະ ໄຊຊະນະໃນພາລະກິດຕໍ່ສູ້ກູ້ຊາດ ປົກປັກຮັກສາ ແລະ ສ້າງສາປະ ເທດຊາດໃຫ້ມີຄວາມສີວິໄລ ຕະຫຼອດມາ ທັງເປັນການລະນຶກ ເຖິງຄຸນງາມຄວາມດີຂອງນັກຮົບ ປະຕິວັດທີ່ເສຍສະຫຼະຊີວິດເພື່ອ ປະເທດຊາດ, ຄວາມປີຊາສາມາດ ສະຫຼາດສ່ອງໃສຂອງພັກ ແລະ ເຜີຍແບໂທດກໍາອັນໂຫດຮ້າຍ ສາມານຂອງພວກຈັກກະພັດ ທ່ານ ຄໍາຂັນ ຈັນທະວີສຸກ ໄດ້ ເລົ່າຄືນມູນເຊື້ອສູ້ຮົບອັນພິລາດ ອາດຫານ ແລະ ຄວາມສໍາຄັນ ຂອງວັນສ້າງຕັ້ງກອງທັບປະຊາ ຊົນລາວໃນວັນທີ 20 ມັງກອນ ປີ 1949 ໂດຍແມ່ນປະທານ ໄກສອນ ພົມວິຫານ ເປັນຜູ້ບັນ ຊາໂດຍກົງ, ກອງທັບໄດ້ເຕີບ ໃຫຍ່ເຂັ້ມແຂງພາຍໃຕ້ການຊີ້ ນໍາ-ນໍາພາຂອງພັກ, ກອງທັບ ປະຊາຊົນລາວ ຍາມໃດກໍຖືເອົາ ໜ້າທີ່ປ້ອງກັນຊາດ-ປ້ອງກັນ ຄວາມສະຫົງບເປັນຕົ້ນຕໍ ບົນ ເສັ້ນທາງແຫ່ງການຕໍ່ສູ້-ສູ້ຮົບ ມີໄຊ ແລະ ເຕີບໃຫຍ່ຂະຫຍາຍ ຕົວ. ມີທ່ານ ພົນຈັດຕະວາ ຄໍາຫຼ້າ ວົງວິໄລ ກໍາມະການພັກແຂວງ ຮອງປະທານປ້ອງກັນຊາດ- ປ້ອງກັນຄວາມສະຫງົບແຂວງ, ຫົວໜ້າການທະຫານກອງບັນ ຊາການທະຫານແຂວງ ມີບັນ ດາຫົວໜ້າ ປກສ ແຂວງ, ຫົວ ໜ້າພະແນກການຂອງແຂວງ, ຫົວໜ້າຫ້ອງວ່າການປົກຄອງ ແຂວງ, ເຈົ້າເມືອງໆນານ ບັນ ດາບໍລິສັດນັກທຸລະກິດ ແລະ ອົງ ການຈັດຕັ້ງມະຫາຊົນ ໂອກາດນີ້, ບັນດາພະແນກການ ຂອງແຂວງ, ບໍລິສັດຫ້າງຮ້ານ, ຫົວໜ່ວຍທຸລະກິດສ່ວນບຸກຄົນ ກໍໄດ້ມອບເຄື່ອງອຸປະໂພກ- ບໍລິໂພກລວມມູຄ່າ ທັງໝົດ 26.640.000 ກີບ, ໃຫ້ກອງ ພັນ 414 ທະຫານແຂວງຫຼວງ ພະບາງ, ເພື່ອຊຸກຍູ້ຂະບວນ ການຫ້າງຫາກະກຽມສະເຫຼີມ ສະຫຼອງວັນສ້າງຕັ້ງກອງທັບປະ ຊາຊົນລາວຄົບຮອບ 70 ປີ, ຫ້ອງວ່າການແຂວງມອບແປ້ງ ນົວ 4 ແກັດ, ປ່ອງປາ 20 ແກັດ ແລະ ນໍ້າປາ 4 ແກັດ ມູນຄ່າ 3.240.000 ກີບ, ພະແນກການ ເງິນ, ພະແນກຊັບພະຍາກອນທໍາ ມະຊາດ ແລະ ສິ່ງ ແວດລ້ອມ, ພະແນກພະລັງງານບໍ່ແຮ່ ແລະ ບໍລິສັດວິລະໄຊກໍ່ສ້າງມອບສັງ ກະສີພາກສ່ວນລະ 100 ແຜ່ນ ມູນຄ່າ 2.800.000 ກີບ, ບໍລິ ສັດອ່າງທອງມອບກາເຟ ແລະ ຢາສູບມູນຄ່າ 1.000.000 ກີບ, ພະແນກກະສິກໍາ ແລະ ປ່າໄມ້ ມອບຊີມັງ 3 ໂຕນ ແລະ ເຄື່ອງ ນຸ່ງຊຸດກີລາມູນຄ່າ 3.000.000 ກີບ, ພະແນກໂຍທາທີການມອບ ປ່ອງປາ ແລະ ໝີ່ສໍາເລັດຮູບມູນ ຄ່າ 1.000.000 ກີບ, ພະແນກ ແຜນການ ແລະ ການລົງທຶນ ມອບຄອມພີວເຕີ 1 ຊຸດ, ບານ ເຕະ, ບານສົ່ງ ແລະ ກະຕໍ້ມູນ ຄ່າ 5.600.000 ກີບ, ພະແນກ ສຶກສາທິການ ແລະ ກີລາມອບ ປ່ອງປາ, ໝີ່ໄວໆ, ສະບູ, ຢາສີ ແຂ້ວມູນຄ່າ 1.000.000 ກີບ ແລະ ກອງບັນຊາການ ປກສ ແຂວງກໍມອບເຄື່ອງນຸ່ງນັກກີ ລາ ແລະ ບານເຕະມູນຄ່າ 1.500.000 ກີບ. ໂດຍ: ວັນນະແສງ ຄຸນທະນາຈັກ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ