ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ທ່ານ ທອງລຸນ ສີສຸລິດ ກ່າວຄຳເຫັນໃນກອງປະຊຸມສະໄໝພິເສດ ອົງການ ສປຊ ຄັ້ງທີ 31 ກ່ຽວກັບການແກ້ໄຂການລະບາດຂອງເຊື້ອພະຍາດໂຄວິດ-19
ເວລາອອກຂ່າວ: 2020-12-06 15:21:56 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 239871303 | ຄວາມນິຍົມ:



ອົງການ ສປຊ ໄດ້ຈັດກອງ ປະຊຸມສະໄໝພິເສດ ຂອງສະ ມັດຊາໃຫຍ່ ສປຊ ຄັ້ງທີ 31 ແບບ ທາງໄກຂຶ້ນໃນລະຫວ່າງວັນທີ 3-4 ທັນວາ 2020, ທີ່ນະຄອນ ຫຼວງນິວຢອກ ເພື່ອປຶກສາຫາລື ກ່ຽວກັບການແກ້ໄຂການລະ ບາດຂອງພະຍາດໂຄວິດ-19. ຍ້ອນວ່າປັດຈຸບັນ, ການແຜ່ລະ ບາດຂອງພະຍາດອັກເສບປອດ ສາຍພັນໃໝ່ ຫຼື ໂຄວິດ-19 ຍັງສືບຕໍ່ເປັນໄພຄຸກຄາມຕໍ່ສຸຂະພາບ ແລະ ຊີວິດຂອງປະຊາຊົນຫຼາຍ ລ້ານຄົນໃນທົ່ວໂລກ, ຈໍານວນ ຜູ້ຕິດເຊື້ອແມ່ນນັບມື້ນັບເພີ່ມຂຶ້ນ ແລະ ບໍ່ມີທ່າທີຈະຫຼຸດລົງ. ໃນກອງປະຊຸມດັ່ງກ່າວ, ທ່ານ ທອງລຸນ ສີສຸລິດ, ນາຍົກ ລັດຖະມົນຕີ, ຫົວໜ້າຄະນະຜູ້ ແທນ ແຫ່ງ ສປປ ລາວ ໄດ້ກ່າວ ຄໍາປາໄສຜ່ານທາງວິດີໂອ ໃນ ວັນທີ 03 ທັນວາ 2020, ໂດຍ ມີເນື້ອໃນສໍາຄັນໃນການຢໍ້າຄືນ ເຖິງຜົນກະທົບອັນໃຫຍ່ຫຼວງຂອງ ການແຜ່ລະບາດຂອງເຊື້ອພະ ຍາດດັ່ງກ່າວ ທີ່ຍັງສືບຕໍ່ເປັນໄພ ຄຸກຄາມທັງໄລຍະສັ້ນ ແລະ ໄລ ຍະຍາວ ຕໍ່ຊີວິດການເປັນຢູ່ກໍຄື ການພັດທະນາເສດຖະກິດ-ສັງ ຄົມຢູ່ບັນດາປະເທດຕ່າງໆໃນ ໂລກ. ສຳລັບ ສປປ ລາວ, ທ່ານ ນາຍົກລັດຖະມົນຕີໄດ້ຍົກໃຫ້ ເຫັນກົນໄກ ແລະ ມາດຕະການ ເຄັ່ງຄັດ ທີ່ລັດຖະບານວາງອອກ ໃນການຮັບມືກັບການແຜ່ລະ ບາດຂອງພະຍາດ ໂຄວິດ-19 ອັນ ເຮັດໃຫ້ມີຜົນສຳເລັດໃນລະດັບ ໜຶ່ງທີ່ມີຜູ້ຕິດເຊື້້ອໃນລະດັບທີ່ ສາມາດຮັບມືໄດ້ ແລະ ບໍ່ທັນມີ ຜູ້ເສຍຊີວິດ. ນອກຈາກນັ້ນ, ທ່ານ ຍັງໄດ້ກ່າວເຖິງມາດຕະການ ຜ່ອນຜັນເທື່ອລະກ້າວ ເພື່ອຫຼຸດ ຜ່ອນຜົນກະທົບຕໍ່ເສດຖະກິດ ເຊິ່ງ ທ່ານເຫັນວ່າອັດຕາການຂະ ຫຍາຍຕົວດ້ານເສດຖະກິດໃນປີ 2020 ຈະຫຼຸດລົງຈາກຜົນກະທົບ ດັ່ງກ່າວ. ພ້ອມດຽວກັນນັ້ນ, ທ່ານນາຍົກລັດຖະມົນຕີ ຍັງໄດ້ ເນັ້ນໜັກເຖິງຄວາມສໍາຄັນຂອງ ການຮ່ວມມືຫຼາຍຝ່າຍ ໃນການ ພັດທະນາ ແລະ ແຈກຢາຍວັກ ຊິນໃຫ້ທົ່ວເຖິງ ແລະ ໃນລາຄາ ທີ່ສາມາດຊື້ໄດ້ເພື່ອຕ້ານພະຍາດ ດັ່ງກ່າວ ແລະ ຮຽກຮ້ອງໃຫ້ວົງຄະ ນະຍາດສາກົນຊ່ວຍສົ່ງເສີມໂຄງ ການ “ວັກຊິນຫຼາຍຝ່າຍ” ຫຼື COVAX ເພື່ອຮັບປະກັນໃຫ້ ວັກຊິນ ໂຄວິດ-19 ກາຍເປັນສິນ ຄ້າສາທາລະນະຂອງທຸກປະເທດ ໃນໂລກ. ໃນຕອນທ້າຍ ທ່ານນາຍົກ ລັດຖະມົນຕີ ໄດ້ຖືໂອກາດນີ້ຊົມ ເຊີຍ ແລະ ຂອບໃຈຕໍ່ການຮ່ວມ ມື ແລະ ຊ່ວຍເຫຼືອຈາກບັນດາປະ ເທດເພື່ອນມິດ ແລະ ອົງການ ຈັດຕັ້ງສາກົນ ທີ່ໃຫ້ການຊ່ວຍ ເຫຼືອແກ່ ສປປ ລາວ ຜ່ານຜ່າອຸປະ ສັກໃນຄັ້ງນີ້ ແລະ ເພື່ອຟື້ນຟູເສດ ຖະກິດ-ສັງຄົມ ໃຫ້ກັບຄືນມາ ດີກວ່າເກົ່າ. ຂໍ້ມູນຈາກ : ວິທະຍຸກະຈາຍ ສຽງແຫ່ງ ຊາດລາວ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ