ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ຫົວໜ້າກົງສູນລາຊະອານາຈັກກຳປູເຈຍ ເຂົ້າອວຍພອນຫົວໜ້າກອງບັນຊາການທະຫານແຂວງ ຈຳປາສັກ
ເວລາອອກຂ່າວ: 2020-12-04 09:10:15 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 240 | ຄວາມນິຍົມ:



v ໃນວັນທີ 30 ພະຈິກ 2020 ນີ້, ໂດຍ ທ່ານ ຊິມ ໂຊະ ຄຸມ ຫົວໜ້າ ກົງສູນ ແຫ່ງລາຊະອານາຈັກກຳ ປູເຈຍ ປະຈຳ 4 ແຂວງພາກໃຕ້ ສ ປປ ລາວ ພ້ອມຄະນະໄດ້ນຳ ເອົາກະຕ່າຂອງຂວັນ ແລະ ກະ ຕ່າດອກໄມ້ ເຂົ້າອວຍພອນ ສະຫາຍ ພົນຈັດຕະວາ ສຸໄກ ພິມມະ ສານ ຄະນະປະຈຳພັກແຂວງ ຫົວໜ້າການທະຫານກອງບັນ ຊາການທະຫານແຂວງຈຳປາສັກ ພ້ອມຄະນະ ເນື່ອງໃນໂອກາດ ຂໍ່ານັບຮັບຕ້ອນ ວັນຊາດ ທີ 2 ທັນວາ ຄົບຮອບ 45 ປີ. ໂອກາດນີ້ ທ່ານ ຊິມ ໂຊະ ຄຸມ ໄດ້ຕາງໜ້າໃຫ້ຄະນະກ່າວ ອວຍພອນໄຊອັນປະເສີດແກ່ ຫົວໜ້າການທະຫານກອງບັນ ຊາການທະຫານແຂວງຈຳປາສັກ ພ້ອມດ້ວຍຄະນະຕະຫຼອດຮອດ ພະນັກງານ-ນັກຮົບທົ່ວກອງບັນ ຊາການຈົ່ງມີສຸຂະພາບແຂງແຮງ , ມີຄວາມຜາສຸກໃນຊີວິດສ່ວນ ຕົວ ແລະ ຄອບຄົວ ສືບຕໍ່ເຮັດສຳ ເລັດໜ້າທີ່ ທີ່ໄດ້ຮັບການມອບ ໝາຍໃຫ້ເຕີບໃຫຍ່ເຂັ້ມແຂງ ຂຶິ້ນຢ່າງບໍ່ຢຸດຢັ້ງ. ໂອກາດ ດັ່ງກ່າວ ສະຫາຍ ພົນ ຈັດຕະວາ ສຸໄກ ພິມມະສານ ໄດ້ສະແດງຄວາມຂອບໃຈ ແລະ ຮູ້ບຸນຄຸນຢ່າງສູງຕໍ່ຫົວໜ້າກົງ ສູນ ແຫ່ງລາຊະອານາຈັກກຳປູເຈຍ ປະຈຳ 4 ແຂວງພາກໃຕ້ພ້ອມຄະ ນະທີ່ເຂົ້າອວຍພອນ ໃນຄັ້ງນີ້ ພ້ອມ ທັງອວຍພອນ ໄຊອັນປະເສີດ ຈົ່ງມີສຸຂະພາບແຂງແຮງ ມີ ຄວາມຜາສຸກໃນຊີວິດສ່ວນ ຕົວ ແລະ ຄອບຄົວ, ເຮັດສຳເລັດ ທຸກໜ້າທີ່ວຽກງານ ແລະ ພ້ອມ ກັນຮ່ວມມືສ້າງເຂດຊາຍແດນ ໃຫ້ມີຄວາມສະຫງົບ ແລະ ເປັນຊາຍແດນແຫ່ງສັນຕິພາບ ເພີ່ມທະວີຄວາມສະມັກ ຄີລະ ຫວ່າງສອງຊາດ, ສອງພັກ ໂດຍ ສະເພາະແມ່ນປະຊາຊົນ ລາວ-ກຳປູເຈຍ, ກຳປູເຈຍ-ລາວ ໃຫ້ ນັບມື້ແໜ້ນແຟ້ນກ້າວຂຶ້ນຢ່າງ ບໍ່ຢຸດຢັ້ງ. ໂດຍ: ດາວົງ ບຸດຕະວົງ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ