ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ລັດຖະມົນຕີກະຊວງການຕ່າງປະເທດ ເຂົ້າຮ່ວມກອງປະຊຸມລັດຖະມົນຕີຕ່າງປະເທດ ອາຊຽນ - ອີຢູ ຄັ້ງທີ 23
ເວລາອອກຂ່າວ: 2020-12-04 08:58:15 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 43 | ຄວາມນິຍົມ:



ໃນວັນທີ 1 ທັນວາ 2020 ທີ່ກະຊວງການຕ່າງປະເທດ, ທ່ານ ສະເຫຼີມໄຊ ກົມມະສິດ ລັດຖະມົນຕີຕ່າງປະເທດ ແຫ່ງ ສປປ ລາວ ໄດ້ນຳພາຄະນະເຂົ້າຮ່ວມ ກອງປະຊຸມລັດຖະມົນຕີຕ່າງ ປະເທດ ອາຊຽນ-ອີຢູ ຄັ້ງທີ 23 ແບບທາງໄກ ພາຍໃຕ້ການເປັນ ປະທານຮ່ວມຂອງ ທ່ານ ວິວຽນ ບາລາຄຼີດແນນ ລັດຖະມົນຕີ ຕ່າງປະເທດ ສິງກະໂປ ແລະ ທ່ານ ໂຈເຊບ ບໍເຣວ ຮອງປະ ທານຄະນະກຳມາທິການເອີຣົບ, ຜູ້ຕາງໜ້າລະດັບສູງດ້ານວຽກ ງານການຕ່າງປະເທດ ແລະ ນະ ໂຍບາຍຄວາມໝັ້ນຄົງ ອີຢູ. ເຂົ້າ ຮ່ວມໃນກອງປະຊຸມຄັ້ງນີ້ຍັງມີ ບັນດາລັດຖະມົນຕີຕ່າງປະເທດ ອາຊຽນ ແລະ ອີຢູ, ທ່ານເລຂາທິ ການໃຫຍ່ອາຊຽນ ແລະ ວິຊາ ການທີ່ກ່ຽວຂ້ອງຈໍານວນໜຶ່ງ. ກອງປະຊຸມ ໄດ້ຕີລາຄາສູງຕໍ່ ຜົນການຈັດຕັ້ງປະຕິບັດການ ຮ່ວມມື ອາຊຽນ-ອີຢູ ໃນໄລຍະ 1 ປີຜ່ານມາ ໂດຍສະເພາະການ ຜັນຂະຫຍາຍຜົນກອງປະຊຸມລັດ ຖະມົນຕີຕ່າງປະເທດ ອາຊຽນ-ອີຢູ ວ່າດ້ວຍ ພະຍາດໂຄວິດ-19 ໃນເດືອນມີນາ 2020 ຜ່ານມາ ແລະ ການຈັດຕັ້ງປະຕິບັດ ແຜນປະ ຕິບັດງານ ການຮ່ວມມື ອາຊຽນ-ອີຢູ ໄລຍະ 2018-2022, ເຊິ່ງ ກວມເອົາສາມເສົາຄໍ້າການສ້າງ ປະຊາຄົມອາຊຽນ: ການເມືອງ-ຄວາມໝັ້ນຄົງ, ເສດຖະກິດ ແລະ ວັດທະນະທຳສັງຄົມ. ສຳລັບ ທິດທາງການຮ່ວມມືໃນຕໍ່ໜ້າ, ກອງປະຊຸມໄດ້ເຫັນດີຈະສືບຕໍ່ ຮ່ວມມືກັນ: ດ້ານສາທາລະນະສຸກ ຈະສຸມໃສ່ການແລກປ່ຽນຂໍ້ມູນ ຂ່າວສານ ແລະ ບົດຮຽນທີ່ດີ ລວມ ທັງການຄົ້ນຄວ້າ-ພັດທະນາ ແລະ ຜະລິດຢາປົວພະຍາດ ກໍຄືຢາ ວັກແຊັງຕ້ານໂຄວິດ-19 ແລະ ການຮັບປະກັນການເຂົ້າເຖິງ ແລະ ການສາມາດຈັດຊື້ໃນລາ ຄາທີ່ເໝາະສົມ ໃນເວລາທີ່ມີຢາ ວັກແຊັງດັ່ງກ່າວແລ້ວ; ການຟື້ນ ຟູເສດຖະກິດຮອບດ້ານຫຼັງ ໂຄ ວິດ-19; ຊ່ວຍການຈັດຕັ້ງປະ ຕິບັດແຜນແມ່ບົດການເຊື່ອມ ຈອດອາຊຽນ ຮອດປີ 2025 (MPAC 2025); ການຈັດຕັ້ງປະຕິບັດແຜນປະຕິບັດງານການ ເຊື່ອມໂຍງອາຊຽນ ສະບັບທີ 3 (2016-2020) ແລະ ສະບັບທີ 4 (2021-2025); ການຫັນ ເປັນເສດຖະກິດດີຈີຕອນ ໂດຍ ສຸມໃສ່ສົ່ງເສີມຈຸລະວິສາຫະກິດ, ທຸລະກິດຂະໜາດນ້ອຍ ແລະ ຂະ ໜາດກາງ (MSMEs) ເພື່ອໃຫ້ ສາມາດດຳເນີນທຸລະກິດ-ການ ຄ້າທາງເອເລັກໂຕຼນິກຮ່ວມກັນ ໄດ້; ການພັດທະນາແບບຍືນຍົງ; ແລະ ການພັດທະນາຕົວເມືອງ ອັດສະລິຍະ ພາຍໃຕ້ເຄືອຂ່າຍ ຕົວເມືອງອັດສະລິຍະອາຊຽນ. ນອກນີ້, ກອງປະຊຸມຍັງໄດ້ແລກ ປ່ຽນຄຳຄິດຄຳເຫັນຕໍ່ບາງບັນຫາ ພົ້ນເດັ່ນ ຢູ່ພາກພື້ນ ແລະ ສາກົນ ທີ່ມີຄວາມສົນໃຈຮ່ວມກັນ ເຊັ່ນ: ບັນຫາແຫຼມເກົາຫຼີ, ທະເລຈີນໃຕ້, ບັນຫາຄວາມຫຍຸ້ງຍາກ ຢູ່ລັດຣະ ຄາຍ (ມຽນມາ), ການຈັດຕັ້ງ ປະຕິບັດບັນດາເອກະສານແນວ ຄວາມຄິດ ອິນໂດ-ປາຊີຟິກ ຂອງ ອາຊຽນ ແລະ ອື່ນໆ. ຄຽງຄູ່ກັບການປະກອບຄຳເຫັນຕໍ່ການຮ່ວມມື ອາຊຽນ-ອີຢູ, ທ່ານລັດຖະມົນຕີ ສະເຫຼີມໄຊ ກົມມະສິດ ຍັງໄດ້ຖືໂອກາດນີ້ ສະແດງ ຄວາມຍິນດີ ແລະ ຊົມເຊີຍຕໍ່ການ ພົວພັນຮ່ວມມືສອງຝ່າຍລາວ-ອີຢູ ຄົບຮອບ 45 ປີ ໃນປີ 2020 ນີ້ ແລະ ສະແດງຄວາມຂອບໃຈຕໍ່ ການປະກອບສ່ວນຊ່ວຍເຫຼືອຂອງ ອີຢູ ໃຫ້ແກ່ ສປປ ລາວ ເປັນຕົ້ນ: ຂະແໜງການສາທາລະນະສຸກ, ຂະແໜງການປູກຝັງ-ລ້ຽງສັດ, ຄວາມໝັ້ນຄົງດ້ານສະບຽງອາຫານ ແລະ ການເກັບກູ້ລະເບີດ ທີ່ບໍ່ທັນແຕກ ແລະ ອື່ນໆ ເຊິ່ງ ທັງໝົດນີ້ ໄດ້ປະກອບສ່ວນອັນສຳຄັນເຂົ້າໃນການພັດທະນາ ເສດຖະກິດ-ສັງຄົມຂອງ ສປປ ລາວ ຕະຫຼອດມາ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ