ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ມອບໃບຍ້ອງຍໍໃຫ້ເຈົ້າໜ້າທີ່ຝ່າຍຈີນ
ເວລາອອກຂ່າວ: 2020-12-04 08:55:38 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 34 | ຄວາມນິຍົມ:



v ໃນທ້າຍເດືອນພະຈິກ 2020, ທີ່ສູນປະສານ ງານ ລາວ-ຈີນ ບ້ານມອມ ເມືອງຕົ້ນເຜິ້ງ ແຂວງ ບໍ່ແກ້ວ ຈັດພິທີມອບໃບຍ້ອງຍໍສັນລະເສີນໃຫ້ເຈົ້າ ໜ້າທີ່ຝ່າຍຈີນ ແລະ ພາກສ່ວນວິຊາການຜູ້ທີ່ມີຜົນ ງານດີເດັ່ນປະຕິບັດໜ້າທີ່ຢູ່ສູນປະສານງານບ້ານ ມອມ , ໂດຍພາຍໃຕ້ການເປັນປະທານຂອງ ສະຫາຍ ພັນໂທ ໂສວັນ ພັນທັນນີ ຫົວໜ້າຫ້ອງເສນາທິການ ທະຫານແຂວງບໍ່ແກ້ວ, ມີຄະນະພັກ - ຄະນະບັນຊາ ຫ້າຫ້ອງ ຕະຫຼອດຮອດພະນັກງານ ແລະ ວິຊາການ ທີ່ກ່ຽວຂ້ອງເຂົ້າຮ່ວມ. ສະຫາຍ ພັນໂທ ບຸນທອງ ອິນແກ້ວ ຫົວໜ້າ ພະແນກນະໂຍບາຍ ໄດ້ຜ່ານຂໍ້ຕົກລົງຂອງກອງ ບັນຊາການທະຫານແຂວງບໍ່ແກ້ວ ສະບັບເລກທີ 1310/ກທຂ-ບກ ລົງວັນທີ 13 ກໍລະກົດ 2020 ວ່າດ້ວຍ ການຍ້ອງຍໍສັນລະເສີນເຈົ້າໜ້າທີ່ຝ່າຍຈີນ ແລະ ພາກສ່ວນວິຊາການຜູ້ທີ່ມີຜົນງານດີເດັ່ນປະ ຕິບັດໜ້າທີ່ຢູ່ສູນປະສານງານບ້ານມອມ, ອີງຕາມ ຂໍ້ກຳນົດຂອງກົມນະໂຍບາຍ ກົມໃຫຍ່ການເມືອງ ກອງທັບປະຊາຊົນລາວ ວ່າດ້ວຍ ການຍ້ອງຍໍສັນ ລະເສີນ ເຈົ້າໜ້າທີ່ຝ່າຍຈີນ. ດັ່ງນັ້ນ, ກອງບັນ ຊາການທະຫານແຂວງບໍ່ແກ້ວ ຕົກລົງມອບໃບຍ້ອງ ຍໍໃຫ້ເຈົ້າໜ້າທີ່ຝ່າຍຈີນ ແລະ ພາກສ່ວນວິຊາການ ຈໍານວນ 25 ສະຫາຍ ເປັນກຽດຂຶ້ນມອບຂອງ ສະຫາຍ ພັນໂທ ໂສວັນ ພັນທັນນີ ຢ່າງສົມກຽດ. ໂອກາດນີ້, ສະຫາຍ ພັນໂທ ໂສວັນ ພັນທັນນີ ໄດ້ ກ່າວ ສະແດງຄວາມຂອບໃຈເປັນຢ່າງສູງມາຍັງ ກອງບັນຊາການຕຳຫຼວດລາດຕະເວນທາງນໍ້າ ແຂວງຢູນນານ ສປ ຈີນ ເວົ້າລວມ, ເວົ້າສະເພາະ ກໍ ຄືອ້າຍນ້ອງຕຳຫຼວດລາດຕະເວນທາງນໍ້າທີ່ປະ ຈຳຢູ່ສູນປະສານງານບ້ານມອມໃນຄັ້ງນີ້ ຍາມ ໃດກໍໃຫ້ການ ຊ່ວຍເຫຼືອແກ່ກອງບັນຊາການຂອງ ພວກເຮົາຕະຫຼອດມາ ແລະ ອວຍພອນໃຫ້ເຈົ້າໜ້າ ທີ່ຝ່າຍຈີນ ເດີນທາງກັບປະເທດດ້ວຍຄວາມສະ ຫວັດດີພາບ. ໂດຍ: ສົມໄຊ ສີລາຈັນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ