ກອງພັນໃຫຍ່ 645 ຫັດແອບສິລະປະຍຸດ - ຍຸດທະວິທີ ປ້ອງກັນອາກາດ
ເວລາອອກຂ່າວ: 2020-12-04 08:50:24 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 54 | ຄວາມນິຍົມ:
ໂດຍປະຕິບັດຕາມ ແຜນການ ອົບຮົມຫັດແອບການເມືອງ, ການ
ທະຫານ, ພະລາທິການ-ເຕັກນິກ ຂອງກົມໃຫຍ່ເສນາທິການກອງ ທັບ ກໍຄືແຜນການອົບຮົມ-ຫັດ ແອບ ຂອງກົມກອງປະຈຳປີ 2020,ໃນລະຫວ່າງວັນທີ 24-25 ພະຈິກ ນີ້, ກອງພັນໃຫຍ່ 645 ໄດ້ຈັດຕັ້ງຫັດແອບສິລະປະ ຍຸດ-ຍຸດທະວິທີປ້ອງກັນອາກາດ ຢູ່ທີ່ສະໜາມຫັດແອບຕົວຈິງ ຕາມຂັ້ນຕອນບາດກ້າວ, ການ ເຄື່ອນໄຫວສູ້ຮົບຂອງຍຸດທະວິທີປ້ອງກັນອາກາດ, ໂດຍການເຂົ້າ ຮ່ວມຊົມຂອງສະຫາຍ ພົນຈັດຕະ
ວາ ໄພລັດ ພິມມະສັກ ຫົວໜ້າກົມ
ປ້ອງກັນອາກາດ ກົມໃຫຍ່ເສນາ ທິການກອງທັບ, ມີຄະນະພັກ-ຄະນະບັນຊາ, ແຂກຖືກເຊີນ ແລະ ພະນັກງານ-ນັກຮົບເຂົ້າຮ່ວມ.
ການອົບຮົມ-ຫັດແອບ ສິລະ ປະຍຸດ-ຍຸດທະວິທີປ້ອງກັນອາ ກາດຂອງກອງພັນໃຫຍ່ 645 ເທື່ອນີ້, ເພື່ອຍົກລະດັບຄວາມຮູ້ທາງດ້ານການເມືອງ-ແນວຄິດ, ສະຕິກຽມພ້ອມສູ້ຮົບ ແລະ ສູ້ ຮົບມີໄຊ, ສະຕິຕໍ່ການຈັດຕັ້ງປະ ຕິບັດຄຳສັ່ງຂອງຜູ້ບັນຊາ, ແນໃສ່ ເຮັດໃຫ້ພະນັກງານນັກຮົບ, ຮູ້ ຮັບຜິດຊອບຕໍ່ໜ້າທີ່ຂອງຕົນ, ຕາມການມອບໝາຍ ແລະ ມີ ຄວາມຊຳນິຊຳນານ, ນຳໃຊ້ອາ ວຸດ-ຍຸດໂທປະກອນ ສາມາດ ເຄື່ອນໄຫວເຮັດສຳເລັດໜ້າທີ່ ໄດ້ໃນທຸກຮູບແບບຕາມຄຳສັ່ງ ຂອງຂັ້ນເທິງ. ຜ່ານການຫັດ ແອບເຫັນວ່າ ຄະນະພັກ-ຄະນະ ບັນຊາ, ຄະນະຮັບຜິດຊອບຊີ້ນຳ ລວມພາກສະໜາມໄດ້ເອົາໃຈ ໃສ່ລົງຊີ້ນຳໃກ້ຊິດຕິດແທດ, ສ້າງຄວາມໜັກແໜ້ນທາງດ້ານ ການເມືອງ-ແນວຄິດໃຫ້ພະນັກ ງານ-ນັກຮົບ, ຍົກສູງຄວາມຮັບ ຜິດຊອບຕໍ່ໜ້າທີ່ການເມືອງ ຂອງຕົນເຮັດໃຫ້ບັ້ນອົບຮົມຫັດ ແອບໃນຄັ້ງນີ້ບັນລຸໄດ້ຕາມລະ ດັບຄາດໝາຍທີ່ວາງໄວ້ ແລະ
ຮັບປະກັນຄວາມປອດໄພໄດ້ 100%.
ໂດຍ: ສາຍສະໝອນ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ