ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ພິທີໂຮມຊຸມນຸມໃຫຍ່ສະເຫຼີມສະຫຼອງ ວັນຊາດ ທີ 2 ທັນວາ ຄົບຮອບ 45 ປີ ແລະ ລະນຶກວັນເກີດ ປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ ຈັດຂຶ້ນຢ່າງຍິ່ງໃຫຍ່
ເວລາອອກຂ່າວ: 2020-12-03 09:33:02 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 50 | ຄວາມນິຍົມ:



ງານໂຮມຊຸມນຸມໃຫຍ່ ສະເຫຼີມ ສະຫຼອງ ວັນສະຖາປະນາ ສາທາ ລະນະລັດ ປະຊາທິປະໄຕ ປະຊາ ຊົນລາວ ຄົບຮອບ 45 ປີ (2 ທັນ ວາ 1975-2 ທັນວາ 2020) ແລະ ລະນຶກວັນເກີດປະທານ ໄກ ສອນ ພົມວິຫານ ຄົບຮອບ 100 ປີ ໄດ້ຈັດຂຶ້ນຢ່າງຍິ່ງໃຫຍ່ ແລະ ສົມກຽດຢູ່ທີ່ຫໍປະຊຸມແຫ່ງຊາດ, ນະຄອນຫຼວງວຽງຈັນ ໃນວັນທີ 2 ທັນວາ 2020, ໂດຍເປັນກຽດ ເຂົ້າຮ່ວມ ແລະ ກ່າວສູນທອນພົດ ຂອງສະຫາຍ ບຸນຍັງ ວໍລະຈິດ ເລຂາທິການໃຫຍ່ ຄະນະບໍລິຫານ ງານສູນກາງພັກ, ປະທານປະ ເທດແຫ່ງ ສປປລາວ, ພ້ອມດ້ວຍ ບັນດາການນໍາພັກ-ລັດຂັ້ນສູງ, ສະພາແຫ່ງຊາດ, ຄະນະລັດຖະ ບານ, ສູນກາງແນວລາວສ້າງ ຊາດ, ອົງການຈັດຕັ້ງມະຫາຊົນ, ກຳລັງປ້ອງກັນຊາດ-ປ້ອງກັນ ຄວາມສະຫງົບ, ຄະນະນໍາທ້ອງ ຖິ່ນໃນຂອບເຂດທົ່ວປະເທດ, ພະນັກງານປະຕິວັດອາວຸໂສບໍາ ນານ, ພະນັກງານລັດຖະກອນ ຈາກບັນດາກະຊວງ,ອົງການ, ອົງການຈັດຕັ້ງພັກ-ລັດເຂົ້າຮ່ວມ ຢ່າງພ້ອມພຽງ. ສະຫາຍ ສຈ ປອ ກິແກ້ວ ໄຂຄໍາພິທູນ ເລຂາທິການສູນກາງ ພັກ, ລັດຖະມົນຕີກະຊວງຖະແຫຼງ ຂ່າວ ວັດທະນະທໍາ ແລະ ທ່ອງ ທ່ຽວ, ໃນນາມຄະນະຈັດຕັ້ງພິທີ ໄດ້ສະເໜີຈຸດປະສົງ ແລະ ຮຽນ ເຊີນສະຫາຍ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ, ປະທານປະເທດແຫ່ງ ສປປລາວ ກ່າວສູນທອນພົດຕໍ່ພິທີ, ເຊິ່ງເນື້ອ ໃນຂອງສູນທອນພົດ ໄດ້ສັງລວມ ແລະ ຍົກໃຫ້ເຫັນ ບັນດາໝາກຜົນ, ຜົນງານອັນຍິ່ງໃຫຍ່ ໃນພາລະກິດ ປົກປັກຮັກສາ ແລະ ສ້າງສາພັດ ທະນາປະເທດຊາດ ພາຍໃຕ້ການ ຊີ້ນໍາ-ນໍາພາທີ່ສະຫຼາດສ່ອງໃສ ຂອງພັກປະຊົນປະຕິວັດລາວ ຕະຫຼອດໄລຍະ 45 ປີຜ່ານມາ, ໂດຍສະເພາະແມ່ນໃນໄລຍະ 30 ກວ່າປີ ແຫ່ງການປະຕິບັດນະໂຍ ບາຍປ່ຽນແປງໃໝ່ ຢ່າງມີຫຼັກ ການຂອງພັກ, ເຮັດໃຫ້ປະເທດ ຊາດອັນແສນຮັກຂອງພວກເຮົາ ນັບມື້ໄດ້ຮັບການພັດທະນາ ແລະ ເຕີບໃຫຍ່ເຂັ້ມແຂງໃນທຸກດ້ານ, ພື້ນຖານໂຄງລ່າງ ແລະ ສິ່ງອໍາ ນວຍຄວາມສະດວກຕ່າງໆ ເປັນ ພື້້ນຖານໃນການພັດທະນາປະ ເທດມີການຂະຫຍາຍຕົວ ແລະ ມີຄຸນນະພາບ, ຊີວິດການເປັນ ຢູ່ທາງດ້ານວັດຖຸ ແລະ ຈິດໃຈ ຂອງປະຊາຊົນລາວບັນດາເຜົ່າ ດີຂຶ້ນຢ່າງຈະແຈ້ງ, ປະເທດຊາດ ມີຄວາມສະຫງົບ ແລະ ສັງຄົມ ມີຄວາມເປັນລະບຽບຮຽບຮ້ອຍ ກາຍເປັນທ່າແຮງອັນໜັກແໜ້ນ ໃນການພັດທະນາປະເທດຊາດ ໃຫ້ດີຂຶ້້ນຢ່າງຕໍ່ເນື່ອງ, ການຮ່ວມ ມືກັບບັນດາປະເທດໃນພາກພື້ນ ແລະ ສາກົນ ນັບມື້ກວ້າງຂວາງ, ໜັກແໜ້ນ ແລະ ຂະຫຍາຍຕົວ ຍິ່ງໆຂຶ້ນ, ໂດຍສະເພາະແມ່ນ ກັບບັນດາປະເທດ ເພື່ອນມິດຍຸດ ທະສາດ ທີ່ຮ່ວມອຸດົມການອັນ ດຽວກັນ ແມ່ນນັບມື້ແຕກດອກ ອອກຜົນ ແລະ ໝັ້ນຄົງຄະນົງ ແກ່ນ. ທັງໝົດນັ້ນແມ່ນເປັນເງື່ອນໄຂ ແລະ ທ່າແຮງອັນສໍາຄັນປະກອບ ສ່ວນເຂົ້າໃນການພັດທະນາປະ ເທດຊາດ ໃຫ້ຫຼຸດພົ້ນອອກຈາກ ຄວາມດ້ອຍພັດທະນາ ແລະ ກ້າວ ຂຶ້ນສູ່ຈຸດໝາຍສັງຄົມນິຍົມ ທີ່ພັກ ໄດ້ກຳນົດໄວ້ ແນໃສ່ເພື່ອເຮັດໃຫ້ ປະເທດຊາດຂອງພວກເຮົາມີ ການພັດທະນາ. ໂດຍ: ຈັນທະວົງ ອຸ່ນວິໄລຫົງ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ