ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ການຊ້ອມຮົບສະເຫຼີມສະຫຼອງວັນຊາດ ທີ 2 ທັນວາ ຄົບຮອບ 45 ປີ ຈັດຂຶ້ນຢ່າງຍິ່ງໃຫຍ່ ແລະ ມີຜົນສຳເລັດຢ່າງຈົບງາມ
ເວລາອອກຂ່າວ: 2020-12-03 09:16:48 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 37 | ຄວາມນິຍົມ:



ການສະແດງຊ້ອມ ຮົບປະສານເຫຼົ່າຍິງລູກ ປືນແທ້ສະເຫຼີມສະຫຼອງ ວັນຊາດທີ 2 ທັນວາ ຄົບຮອບ 45 ປີ ໄດ້ຈັດ ຂຶ້ນຢ່າງຍິ່ງ ໃຫຍ່ ແລະ ບັນລຸຜົນສຳເລັດຢ່າງ ຈົບງາມທີ່ສະໜາມ ຫັດແອບວິທະຍາຄານ ກົມມະດຳ ເຊິ່ງຜົນສຳເລັດດັ່ງກ່າວເປັນການເອກອ້າງທະນົງໃຈ ຕໍ່ຜົນງານອັນຍິ່ງໃຫຍ່ຂອງຊາດ, ຂອງປວງຊົນ ລາວທັງຊາດທີ່ ກອງທັບໄດ້ປະກອບສ່ວນເຂົ້າໃນວັນສໍາຄັນຂອງຊາດໃນຄັ້ງນີ້ ເຊິ່ງມັນສະແດງໃຫ້ເຫັນເຖິງມູນເຊື້ອອັນສະຫງ່າ ອົງອາດຂອງກອງ ທັບ ແລະ ປະຊາຊົນລາວບັນດາເຜົ່າພາຍ ໃຕ້ການຊີ້ນໍາ-ນໍາພາອັນສະຫຼາດ ສ່ອງ ໃສຂອງພັກປະຊາຊົນປະຕິວັດລາວຕ້ານ ຈັກກະພັດຜູ້ຮຸກຮານ ແລະ ການຄອບ ຄອງຂອງພວກລ່າເມືອງຂຶ້ນທັງແບບ ເກົ່າ ແລະ ແບບໃໝ່ ຈົນສາມາດປົດປ່ອຍ ປະເທດຊາດໄດ້ຢ່າງມີໄຊ ແລະ ປະກາດ ສ້າງຕັ້ງ ສປປ ລາວ ຂຶ້ນຢ່າງສະຫງ່າ ຜ່າເຜີຍໃນວັນທີ 2 ທັນວາ 1975. ສະຫາຍ ພົນຈັດຕະວາ ພັນແສງ ບຸນ ພັນ ຫົວໜ້າກົມອົບຮົມ ກົມໃຫຍ່ເສນາ ທິການກອງທັບ, ຄະນະຮັບຜິດຊອບຊີ້ ນຳ-ຫັດແອບຊ້ອມຮົບ ໄດ້ໃຫ້ຮູ້ວ່າ: ການຈັດຕັ້ງຫັດແອບຊ້ອມຮົບສະເຫຼີມ ສະຫຼອງວັນຊາດ ທີ 2 ທັນວາ ຄົບຮອບ 45 ປີ ໃນຄັ້ງນີ້, ແມ່ນເປັນການຢັ້ງຢືນ ຄືນການອົບຮົມ-ຫັດແອບຂອງພະນັກ ງານ-ນັກຮົບໃນໄລຍະຜ່ານມາ, ຕີລາ ຄາຄືນການບັນຊາຂອງນາຍທະຫານ ບັນຊາແຕ່ລະຂັ້ນໃຫ້ມີຄວາມຊຳນິຊຳ ນານຕະຫຼອດໄລຍະການຊ້ອມຮົບ ແລະ ປະຕິບັດສູ້ຮົບຕົວຈິງ. ສໍາລັບການຈັດ ຕັ້ງຊ້ອມຮົບ ໃນຄັ້ງນີ້ໄດ້ແບ່ງອອກເປັນ 3 ໄລ ຍະຄື: ໄລຍະທີ 1 ແມ່ນເຂົ້າຍຶດສະ ໜາມ ແລະ ປັບປຸງກໍ່ສ້າງສະໜາມ, ໄລ ຍະທີ 2 ແມ່ນໄດ້ເລີ່ມຕົ້ນປະຕິບັດຫັດ ແອບແຕ່ລະກຸ່ມຂອງບັນດາເຫຼົ່າຮົບ ຕ່າງໆເພື່ອ ໃຫ້ມີຄວາມຊຳນິຊຳນານ ຂອງເຫຼົ່າຮົບຕົນເອງ, ໄລຍະທີ 3 ແມ່ນ ປະຕິບັດຫັດແອບປະສານເຫຼົ່າລະຫວ່າງ ກົມກອງເຫຼົ່າຮົບຮ່ວມກັນ ແລະ ສຸດທ້າຍ ພວກເຮົາ ຈຶ່ງໄດ້ຈັດຕັ້ງຍິງລູກປືນແທ້ ໃຫ້ການນຳຂັ້ນຕ່າງໆ ແລະ ແຂກທີ່ຖືກ ເຊີນທັງພາຍໃນ ແລະ ຕ່າງປະເທດໄດ້ ຮັບຊົມ. ຕະຫຼອດໄລຍະການຫ້າງຫາ ກະກຽມ ແລະ ປະຕິບັດການຫັດແອບ ສະແດງຕົວຈິງເຫັນວ່າບັນດາກົມກອງ ເຫຼົ່າຮົບ, ເຫຼົ່າທັບ ໄດ້ປະຕິບັດຂໍ້ກຳນົດ, ກົດລະບຽບຂອງກອງທັບ ອັນພິເສດ ກວ່າໝູ່ແມ່ນບັນດາກົມກອງເຫຼົ່າຮົບສາ ມາດຮັບປະກັນຄວາມປອດໄພ 100% ເຊິ່ງມັນສະແດງອອກເຖິງຄວາມຮັບ ຜິດຊອບຂອງບັນດາສະຫາຍຄະນະຊີ້ ນຳ-ນຳພາ, ບັນຊາແຕ່ລະຂັ້ນ, ນາຍ ແລະ ພົນທະຫານແຕ່ລະສະຫາຍໄດ້ ພ້ອມກັນເຮັດສຳເລັດໜ້າທີ່ຕາມແຜນ ການທີ່ວາງໄວ້. ສະຫາຍ ພົນຈັດຕະວາ ພັນແສງ ບຸນ ພັນ ຍັງໃຫ້ຮູ້ຕື່ມອີກວ່າ: ຕະຫຼອດໄລຍະ 45 ປີຜ່ານມາ, ພັກ-ລັດຖະບານໄດ້ເອົາ ໃຈໃສ່ ນໍາພາ ແລະ ສຶກສາອົບຮົມກໍ່ສ້າງ ກອງທັບເຮົາ, ວາງແນວທາງຍຸດທະ ສາດ, ຍຸດໂທບາຍຢ່າງປະດິດສ້າງສອດ ຄ່ອງກັບສະພາບການໃນແຕ່ລະໄລຍະ ແທດເໝາະກັບເງື່ອນໄຂ ແລະ ຈຸດພິເສດ ຂອງກອງທັບເຮົາ, ຕາມແນວທາງ ການທະຫານຂອງພັກ, ອັນສໍາຄັນແມ່ນ ໄດ້ວາງຍຸດທະສາດການຕໍ່ສູ້ຢ່າງຖືກ ຕ້ອງ ແລະ ຍຸດໂທບາຍທີ່ຄ່ອງແຄ່ວ, ມີ ໄຫວພິກ, ນໍາໃຊ້ ແລະ ສົມທົບບັນດາຮູບ ການຕໍ່ສູ້ຢ່າງຊໍານິຊໍານານ, ພວກເຮົາ ເອກອ້າງທະນົງໃຈ ທີ່ເຫັນ ວ່າພາຍໃຕ້ ການຊີ້ນຳ-ນໍາພາຂອງພັກ-ລັດ, ພະນັກ ງານ-ນັກຮົບ ໃນກອງທັບ ແລະ ປະຊາ ຊົນລາວ ໄດ້ສ້າງໃຫ້ກອງທັບ ພວກເຮົາ ເຕີບໃຫຍ່ເຂັ້ມແຂງ ແລະ ທັນສະໄໝ. ເພື່ອສືບຕໍ່ເສີມຂະຫຍາຍມູນເຊື້ອປົກ ປັກຮັກສາ ແລະ ສ້າງສາພັດທະນາປະ ເທດຊາດໃນໄລຍະໃໜ່. ກອງທັບປະ ຊາຊົນລາວ ໄດ້ຕັ້ງໜ້າຈັດຕັ້ງປະຕິບັດ ແນວທາງປ້ອງກັນຊາດ-ປ້ອງກັນ ຄວາມສະຫງົບ ທົ່ວປວງຊົນຮອບດ້ານ ຂອງພັກຢ່າງມີໄຫວພິກ ແລະ ແທດ ເໝາະກັບເງື່ອນໄຂຄວາມເປັນຈິງຂອງ ປະເທດຊາດ ແລະ ຂອງກອງທັບ, ບັນ ຫາສຳຄັນແມ່ນຕ້ອງຮັບປະກັນເຮັດໃຫ້ ປະເທດຊາດມີສະຖຽນລະພາບທາງ ດ້ານການເມືອງຢ່າງໜັກແໜ້ນ, ສັງຄົມ ມີຄວາມສະຫງົບ ແລະ ມີຄວາມເປັນລະ ບຽບຮຽບຮ້ອຍໂດຍພື້ນຖານ, ຮັບປະ ກັນໄດ້ຄວາມສະຫງົບປອດໄພໃຫ້ແກ່ ປະເທດຊາດ, ສ້າງພື້ນຖານເອື້ອອໍາ ນວຍໃຫ້ແກ່ການພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ຂະຫຍາຍຕົວຕາມທິດ ຊີ້ນໍາຂອງສູນກາງພັກ, ຮັກສາໄດ້ທາດ ແທ້ ແລະ ມູນເຊື້ອອັນດີງາມຂອງກອງ ທັບປະຕິວັດ, ນາຍ ແລະ ພົນທະຫານມີ ຄວາມເດັດດ່ຽວໜຽວແໜ້ນ, ກ້າຫານ ເສຍສະຫຼະເພື່ອຜົນປະໂຫຍດຂອງພັກ ຂອງຊາດ ແລະ ຂອງປະຊາຊົນຖັນແຖວ ກຳລັງປະກອບອາວຸດຕ້ອງໄດ້ຮັບການ ເຝິກອົບຮົມ ແລະ ຫັດແອບ ທາງດ້ານສິ ລະປະຍຸດ-ຍຸດທະວິທີສູ້ຮົບ ແລະ ຮຽນ ຮູ້ການນໍາໃຊ້ພາຫະນະເຕັກນິກຊະນິດ ໃໝ່ໃຫ້ມີຄວາມຊໍານານ, ຮູ້ໝູນໃຊ້ ຄວາມກ້າວໜ້າທາງດ້ານວິທະຍາສາດ ແລະ ເຕັກໂນໂລຊີທີ່ທັນສະໄໝເຂົ້າໃນ ການເຄື່ອນໄຫວບັນຊາ ແລະ ນໍາພາ ວຽກງານຕົວຈິງໃຫ້ຖືກຕ້ອງຕາມທັດ ສະນະຂອງພັກຂອງຊາດ ແລະ ແກ້ໄຂ ສະພາບການທີ່ເກີດຂຶ້ນໄດ້ທັນເວລາ, ຮັກສາໄດ້ຄວາມສະຫງົບ ແລະ ຄວາມ ເປັນລະບຽບຮຽບຮ້ອຍທີ່ເປັນພື້ນຖານ ອັນໜັກແໜ້ນໃຫ້ແກ່ການປົກປັກຮັກ ສາເອກະລາດ, ອໍານາດ, ອະທິປະໄຕ ແລະ ຜືນແຜ່ນດິນອັນຄົບຖ້ວນຂອງຊາດ ໄວ້ໃຫ້ໝັ້ນຄົງ. ໃນໂອກາດອັນສະຫງ່າລາສີນີ້, ຂ້າ ພະເຈົ້າຂໍອວຍພອນໄຊ ອັນປະເສີດມາ ຍັງການນໍາພັກ- ລັດກໍຄືການນຳກະຊວງ ປ້ອງກັນປະເທດຕະຫຼອດເຖິງພໍ່ແມ່ປະ ຊາຊົນລາວບັນດາເຜົ່າຈົ່ງມີສຸຂະພາບ ແຂງແຮງ ແລະ ປະສົບຜົນສໍາເລັດໃນ ພາລະກິດ ຂອງທ່ານຢ່າງສະຫງ່າງາມ. ໂດຍ: ເພັດ ສົມນໍວັນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ