ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ກົມຜະລິດກະສິກຳມອບແນວພັນແກະໃຫ້ທະຫານແຂວງຈຳປາສັກ
ເວລາອອກຂ່າວ: 2020-12-01 10:09:28 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 1601 | ຄວາມນິຍົມ:



ກົມຜະລິດກະສິກໍາ ກົມໃຫຍ່ ພາລາທິການກອງທັບໄດ້ນໍາ ເອົາແນວພັນແກະມາມອບໃຫ້ ກອງຮ້ອຍຜະລິດທົ່ງກາຫຼົງທີ່ ຂຶ້ນກັບກອງບັນຊາການທະ ຫານແຂວງຈໍາປາສັກ ໃນວັນທີ 25 ພະຈິກ 2020 ນີ້, ໂດຍການ ເປັນກຽດເຂົ້າຮ່ວມຂອງສະຫາຍ ພັນເອກ ແຫວນຄໍາ ຈະເລີນວົງ ຫົວໜ້າການເມືອງກອງບັນຊາ ການທະຫານແຂວງຈໍາປາສັກ, ມີສະຫາຍ ພັນເອກ ຄໍາແຫວນ ຫຼ້າ ພົມມະຫາໄຊ ຫົວໜ້າຫ້ອງການ ກົມໃຫຍ່ພາລາທິການກອງທັບ, ມີຮອງຫົວໜ້າກົມຜະລິດກະສິກໍາ ພ້ອມນັກວິຊາການ, ຮອງຫົວໜ້າ ພະ ແນກກະສິກໍາ ແລະ ປ່າໄມ້ ແຂວງຈໍາປາສັກ, ຄະນະພັກ-ຄະ ນະບັນຊາ 5 ຫ້ອງກອງບັນຊາ ການ, ຄະນະພັກ-ຄະນະບັນຊາ ພ້ອມພະນັກງານ-ນັກຮົບກອງ ຮ້ອຍຜະລິດທົ່ງກາຫຼົງ ແລະ ອໍາ ນາດການປົກຄອງບ້ານອ້ອມ ຂ້າງເຂົ້າຮ່ວມ. ສະຫາຍ ພັນຕີ ບັນຈົງ ຫຼ້າວິ ເສດ ຮອງຫົວໜ້າພະແນກລ້ຽງ ສັດກົມຜະລິດກະສິກໍາກອງທັບ ໄດ້ຜ່ານບົດລາຍງານ ແລະ ບົດ ຮຽນການລ້ຽງແກະຂອງ ໂຄງ ການລ້ຽງແກະໃນກອງທັບໄລຍະ ຜ່ານມາເພື່ອໃຫ້ນັກວິຊາການ ລ້ຽງສັດຂອງກອງຮ້ອຍຜະລິດ ທົ່ງກາຫຼົງໄດ້ນໍາໄປຈັດຕັ້ງປະຕິ ບັດໃນການລ້ຽງແກະໃຫ້ມີປະ ສິດທິພາບ. ສໍາລັບແນວພັນແກະ ທີ່ນໍາມາມອບໃນຄັ້ງນີ້, ມີຈໍານວນ 50 ໂຕ. ໃນນັ້ນ, ມີແກະເພດແມ່ (ແມ່ພັນ) ຈໍານວນ 48 ໂຕ ອາ ຍຸ 1 ປີ, ແກະ ເພດຜູ້ (ພໍ່ພັນ) ຈໍາ ນວນ 2 ໂຕອາຍຸ 2 ປີ. ໂອກາດກ່າວຮັບຄັ້ງນີ້, ສະຫາຍ ພັນເອກ ແຫວນຄໍາ ຈະເລີນວົງ ໄດ້ຕາງໜ້າຄະນະນໍາກອງບັນ ຊາການທະຫານແຂວງຈໍາປາ ສັກສະແດງຄວາມຂອບໃຈ ແລະ ຮູ້ບຸນຄຸນຢ່າງສູງຕໍ່ກົມຜະລິດກະສິກໍາກໍຄືກົມໃຫຍ່ພະລາທິການກອງທັບທີ່ຍາມໃດກໍເປັນຫ່ວງ ເປັນໃຍຕໍ່ຊີວິດການເປັນຢູ່ຂອງ ນາຍ ແລະ ພົນທະຫານໃນກອງ ບັນຊາການທະຫານແຂວງຈໍາ ປາສັກ ເຊິ່ງໄດ້ນໍາແນວພັນ ແກະມາມອບໃຫ້ໃນຄັ້ງນີ້ ແລະ ໃຫ້ຄຳໝັ້ນສັນຍາວ່າຈະເອົາໃຈ ໃສ່ຊີ້ນໍາຊຸກຍູ້ວິຊາການລ້ຽງສັດຂອງກົມກອງໃຫ້ເອົາໃຈໃສ່ລ້ຽງ ແລະ ຂະຫຍາຍພັນແກະທີ່ໄດ້ຮັບ ໃຫ້ນັບມື້ເພີ່ມຈໍານວນຫຼາຍຂຶ້ນ ເພື່ອກາຍເປັນສິນຄ້າສ້າງລາຍ ຮັບແກ່ກົມກອງ ໃຫ້ນັບມື້ສາ ມາດເພິ່ງຕົນເອງ ກຸ້ມຕົນເອງ ແລະ ສ້າງຄວາມເຂັ້ງແຂງດ້ວຍ ຕົນເອງຫຼາຍຂຶ້ນ. ໂອກາດນີ້, ສະຫາຍ ພັນເອກ ລັດຕະນະວົງ ຫຼວງກິ່ງ ຫົວໜ້າ ຫ້ອງພະລາທິການທະຫານ ແຂວງຈໍາປາສັກ ແລະ ສະຫາຍ ພັນໂທ ບຸນນໍາ ບຸນນະດີ ຮອງ ຫົວໜ້າກົມຜະລິດກະສິກໍາ ກົມ ໃຫຍ່ພະລາທິການກອງທັບ ໄດ້ ໃຫ້ກຽດເຊັນບົດບັນທຶກມອບ-ຮັບແນວພັນແກະຮ່ວມກັນ. ໂດຍ: ທິບມະນີວັນ ຄໍາວິເສດ ພາບ: ວິໄລພອນ ວົງວິສອນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ