ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ການສະແດງເຝິກຊ້ອມການທະຫານສະເຫຼີມສະຫຼອງວັນຊາດ ທີ 2 ທັນວາ ຄົບຮອບ 45 ປີ ຈັດຂຶ້ນຢ່າງຍິ່ງໃຫຍ່
ເວລາອອກຂ່າວ: 2020-12-01 10:06:32 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 102 | ຄວາມນິຍົມ:



ການສະແດງເຝິກຊ້ອມການ ທະຫານ ສະເຫຼີມສະຫຼອງວັນ ສະຖາປະນາ ສປປ ລາວ ຄົບຮອບ 45 ປີ( 2 /12/1975-2/12/ 2020) ໄດ້ຈັດຂຶ້ນຢ່າງຍິ່ງໃຫຍ່ ແລະ ສົມກຽດ ໃນຕອນເຊົ້າຂອງ ວັນທີ 30 ພະຈິກ 2020 ນີ້ ທີ່ສະ ໜາມຫັດແອບວິທະຍາຄານກົມ ມະດຳ ໂດຍການເຂົ້າຮ່ວມຂອງ ສະຫາຍ ບຸນຍັງ ວໍລະຈິດ ເລ ຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ, ປະທານປະ ເທດ ແຫ່ງ ສປປ ລາວ, ພ້ອມ ດ້ວຍບັນດາການນຳຂັ້ນສູງພັກ-ລັດ, ແຂກຖືກເຊີນຈາກບັນດາທູດ ປະເທດເພື່ອນມິດຕະຫຼອດຮອດ ວີລະຊົນ, ນັກຮົບແຂ່ງຂັນແຫ່ງ ຊາດ, ພະນັກງານປະຕິວັດອາວຸ ໂສບຳນານ , ນາຍ ແລະ ພົນທະ ຫານ ພ້ອມດ້ວຍບັນດາກຳລັງ ເຫຼົ່າຮົບຕ່າງໆ ແລະ ປະຊາຊົນ ລາວບັນດາເຜົ່າ ເຂົ້າຮ່ວມຮັບຊົມ ຢ່າງຟົດຟື້ນ. ການເຝິກຊ້ອມການທະຫານ ສະເຫຼີມສະຫຼອງວັນສໍາຄັນຂອງ ຊາດດັ່ງກ່າວ ໄດ້ເລີ່ມຈາກການ ສະແດງສິລະປະ-ວັນນະຄະດີ ຈາກກອງສິລະປະກອນ ກອງທັບ. ຈາກນັ້ນ, ກອງຍິງປືນອາຊຽນ ໄດ້ສະແດງຍິງປືນ ເປີດປາຍຄໍາ ຂັວນ 2 ທັນວາ ໝັ້ນຍືນ ແລະ ນຳໃຊ້ປືນສັ້ນຊາຍ-ຍິງ ຍິງເປົ້າ ຈານເຫຼັກ. ຈາກນັ້ນ ກໍໄດ້ເລີ່ມ ທຳການສະແດງເຝິກຊ້ອມການ ທະຫານ ເຊິ່ງປະກອບມີ: ເຫຼົ່າຮົບ ສືບຂ່າວສົມທົບທະຫານອາກາດ, ກອງຫຼອນແຂວງວຽງຈັນ ເຮັດ ໜ້າທີ່ກອບກູ້ຕົວປະກັນ, ເຫຼົ່າຮົບ ຕີພິເສດປິດລັບຫຼອນຕີສັດຕູພັກ ທັບຊົ່ວຄາວ , ທະຫານອາກາດນໍາ ໃຊ້ຍົນ ເເຊັສ-9 ແລະ ຍັກ -130 ດັບສູນເປົ້າໝາຍໜ້າດິນ, ເຫຼົ່າຮົບ ປ້ອງກັນອາກາດນຳໃຊ້ປືນຊູ- 23, ຍິງລູກສອນອີທຽນ ແລະ ລູກສອນ ເຄ-38 ດັບສູນເປົ້າໝາຍ ເທິງອາກາດ , ເຫຼົ່າຮົບປືນໃຫຍ່ ໜ້າດິນນໍາໃຊ້ປືນ ບີເອັມ-21 , ແລະ ປືນໃຫຍ່ 152 ມມ, 122 ມມ ຍິງກະກຽມ ແລະ ຍົກຍ້າຍ , ເຫຼົ່າຮົບຊ່າງແສງ ສົ່ງໝາກຝາບິນ ເປີດທາງໄຂ, ທະຫານຍານເກາະ ສົມທົບເຫຼົ່າຮົບລົດຕັງ ປະຕິບັດ ບຸກຕີສັດຕູຈັ້ງທ່າ, ເຫຼົ່າຮົບເສນາ ຮັກກອບກູ້ຄົນເຈັບໃນສະໜາມ ເຫຼົ່າຮົບເຄມີ ລົບລ້າງທາດພິດເຄມີ ໃຫ້ກຳລັງ, ພາຫະນະອາວຸດ ແລະ ລາຍການສຸດທ້າຍ ເຫຼົ່າຮົບ ທະ ຫານອາກາດນໍາໃຊ້ຍົນທຸກຊະນິດ ບິນສວນສະໜາມ. ເຊິ່ງການສະ ແດງຂອງກຳລັງແຕ່ລະເຫຼົ່າຮົບ ແມ່ນມີຄວາມເປັນເອກະພາບ ງົດງາມ, ສະແດງໃຫ້ເຫັນເຖິງ ຄວາມເຂັ້ມແຂງແລະການເຕີບ ໃຫຍ່ຂະຫຍາຍຕົວຂອງກອງທັບ ປະຊາຊົນລາວ ທັງເປັນການເອກ ອ້າງທະນົງໃຈຕໍ່ຜົນງານທີ່ຍາດ ມາໄດ້ ໃນຕະຫຼອດໄລຍະ 45 ປີ ຜ່ານມາ ໃນການປະຕິບັດໜ້າ ທີ່ປົກປັກຮັກສາ ແລະ ສ້າງສາ ພັດທະນາປະເທດຊາດ ໃຫ້ມີ ຄວາມໝັ້ນຄົງ ແລະ ຮຸ່ງເຮືອງ ສີວິໄລຈົນເຖິງປັດຈຸບັນ. ພາຍຫຼັງສຳເລັດການເຝິກ ຊ້ອມ, ສະຫາຍ ບຸນຍັງ ວໍລະຈິດ ປະທານປະເທດ ແຫ່ງ ສປປ ລາວ ໄດ້ໃຫ້ກຽດສຳພັດມືກັບຄະນະ ຊີ້ນຳລວມການເຝິກຊ້ອມ ແລະ ຊົມເຊີຍຕໍ່ກໍາລັງປະກອບອາວຸດ ທຸກເຫຼົ່າຮົບ ໃນການປະຕິບັດໜ້າ ທີ່ຂອງຕົນເຂົ້າໃນວຽກງານຈັດ ຕັ້ງສະເຫຼີມສະຫຼອງວັນສຳຄັນ ຂອງຊາດຄັ້ງນີ້ ດ້ວຍຄວາມຮັບ ຜິດຊອບສູງ ແລະ ເຫັນໄດ້ວ່າການ ເຝິກຊ້ອມການທະຫານແມ່ນມີ ຄວາມເຂັ້ມແຂງ ສົມບູນ, ແມ່ນ ຢໍາສົມກັບເປັນກຳລັງທີ່ມີແບບ ແຜນທັນສະໄໝ ແລະ ປະກອບ ສ່ວນເຂົ້າໃນການເຮັດໜ້າທີ່ປົກ ປັກຮັກສາ ແລະ ສ້າງສາພັດທະ ນາປະເທດຊາດ ໃນໄລຍະໃໝ່ໄດ້ ຢ່າງເຂັ້ມແຂງ. ໂດຍ: ເພັດ ສົມນໍວັນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ