ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກແຂວງຄຳມ່ວນຄັ້ງທີ X ປິດລົງດ້ວຍຜົນສຳເລັດອັນຈົບງາມ
ເວລາອອກຂ່າວ: 2020-12-01 10:01:59 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 72 | ຄວາມນິຍົມ:



ຂປລ. ກອງປະຊຸມໃຫຍ່ຜູ້ ແທນ ຄັ້ງທີ X ຂອງອົງຄະນະ ພັກແຂວງຄຳມ່ວນ ໄດ້ປິດລົງ ດ້ວຍຜົນສຳເລັດອັນຈົບງາມ ໃນ ວັນທີ 30 ພະຈິກ 2020 ນີ້, ໂດຍການເປັນປະທານຂອງ ສະ ຫາຍ ວັນໄຊ ພອງສະຫວັນ ເລ ຂາພັກແຂວງ, ຮັກສາການເຈົ້າ ແຂວງແຂວງຄຳມ່ວນ, ເປັນກຽດ ເຂົ້າຮ່ວມຂອງ ສະຫາຍ ຄຳພັນ ພົມມະທັດ ກຳມະການກົມການ ເມືອງສູນກາງພັກ, ເລຂາທິການ ສູນກາງພັກ, ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ມີບັນດາ ການນຳຂອງແຂວງ, ພະນັກງານ ປະຕິວັດ-ອະວຸໂສບຳນານ, ພ້ອມ ດ້ວຍບັນດາ ສະຫາຍ ຜູ້ແທນ ສົມບູນ, ສຳຮອງຈຳນວນ 330 ກວ່າສະຫາຍ, ທີ່ເປັນຕົວແທນໃຫ້ແກ່ສະມາຊິກພັກທົ່ວແຂວງ ທັງໝົດ 20.265 ສະຫາຍ, ຍິງ 5.237 ສະຫາຍ ເຂົ້າຮ່ວມ. ກອງປະຊຸມໃຫຍ່ຜູ້ແທນ ຄັ້ງ ທີ X ຂອງອົງຄະນະພັກແຂວງຄຳ ມ່ວນ ດຳເນີນໄປພາຍໃຕ້ຄໍາຂວັນ “ທຸກຂັ້ນນໍາພາ-ຄຸ້ມຄອງໜັກ ແໜ້ນເຂັ້ມແຂງ ທຸກສິ່ງຫຍໍ້ທໍ້ໄດ້ ຮັບການແກ້ໄຂ ແລະ ຕີຖອຍ ທຸກ ປັດໄຈ ແລະ ທ່າແຮງບົ່ມຊ້ອນໄດ້ ຮັບການເສີມຂະຫຍາຍພື້ນຖານ ເສດຖະກິດກະສິກໍາ-ອຸດສາຫະ ກໍາ-ການບໍລິການ ພັດທະນາຢ່າງ ແຂງແຮງ ກົມກຽວຍືນຍົງ ປະຊາ ຊົນພົ້ນທຸກຢ່າງທົ່ວເຖິງໜັກ ແໜ້ນ” ເຊິ່ງກອງປະຊຸມ ໄດ້ພິ ຈາລະນາຮັບຮອງເອົາບັນດາ ເນື້ອໃນສໍາຄັນທີ່ສ່ອງແສງເຖິງ ຄວາມຕັດສິນໃຈ ທີ່ຈະແກ້ໄຂ ດ້ານອ່ອນ, ຂໍ້ຄົງຄ້າງ, ຄວາມ ຫຍຸ້ງຍາກທີ່ເກີດຂຶ້ນ ແລະ ຍູ້ ແຮງການພັດທະນາເສດຖະກິດ-ສັງຄົມຂອງແຂວງໃຫ້ແຂງແຮງ ໃນຕໍ່ໜ້າເປັນຕົ້ນໄດ້ຮັບຮອງເອົາ ຮ່າງລາຍງານການເມືອງຂອງອົງຄະນະພັກແຂວງ ສະໄໝທີ IX ແລະ ຮ່າງແຜນພັດທະນາເສດ ຖະກິດສັງຄົມ 5 ປີຄັ້ງ IX ຂອງ ແຂວງ, ຮັບຮອງເອົາການສະຫຼຸບ ຕີລາຄາການນໍາພາ-ຊີ້ນໍາຂອງ ອົງຄະນະພັກແຂວງ, ຮັບຮອງ ເອົາຮ່າງບົດສໍາຫຼວດການນໍາພາ ລວມຂອງຄະນະບໍລິຫານງານ ພັກແຂວງສະໄໝທີ IX. ພ້ອມທັງ ເຫັນດີນໍາການສືບຕໍ່ວິໄສທັດ, ຍຸດ ທະສາດ ແລະ ການພັດທະນາ ແຂວງ ຄຳມ່ວນ ໃນນັ້ນໄດ້ກຳນົດ ວິໄສທັດຂອງແຂວງຄືນໃໝ່ ຄື: “ເປັນແຫຼ່ງຜະລິດສະບຽງ ອາຫານ, ເປັນຖານພັດທະນາ ອຸດສາຫະກຳ, ການບໍລິການ ແລະ ທ່ອງທ່ຽວ”, ຮອດປີ 2025 ລາຍຮັບສະເລ່ຍ 3.335 ໂດລາ ສະຫະລັດ/ຄົນ/ປີ, ລວມຍອດ ຜະລິດຕະພັນພາຍໃນລວມໃນ 5 ປີ ໃຫ້ບັນລຸ 57.435 ຕື້ກີບ, ຮອດປີ 2025 ຄາດຄະເນເສດຖະ ກິດຂະຫຍາຍຕົວໃນລະດັບ 6-7% ເຊິ່ງກອງປະຊຸມໄດ້ ເຫັນດີ ມອບ ໃຫ້ຄະນະບໍລິຫານງານ ພັກແຂວງ ຊີ້ນຳອົງການປົກຄອງ ຕັ້ງໜ້າຜັນຂະຫຍາຍຫັນເປັນ ແຜນງານ, ໂຄງການໃຫ້ຈະແຈ້ງ ພ້ອມທັງປຸກລະດົມທຸກພາກສ່ວນທຸລະກິດ ແລະ ທົ່ວປວງຊົນເຂົ້າສູ່ການຈັດຕັ້ງປະຕິບັດໃຫ້ປະກົດຜົນເປັນຈິງ. ພ້ອມກັນນັ້ນ ບັນດາຜູ້ແທນ ສົມບູນ ກໍໄດ້ໃຊ້ສິດປະຊາທິປະ ໄຕ ປ່ອນບັດເລືອກຕັ້ງເອົາຄະນະ ບໍລິຫານງານພັກແຂວງຊຸດໃໝ່ ຈຳນວນ 35 ສະຫາຍ, ຍິງ 3 ສະຫາຍ, ເພື່ອເປັນຫຼັກແຫຼ່ງ ແກ່ນສານສືບຕໍ່ນໍາພາຈັດຕັ້ງ ປະຕິບັດໜ້າທີ່ການເມືອງ ກໍຄື ພາລະກິດການປົກປັກຮັກສາ ແລະ ສ້າງສາພັດທະນາແຂວງ ຄຳມ່ວນ ໃນ 5 ປີຕໍ່ໜ້າ. ຜ່ານການດຳເນີນກອງປະ ຊຸມຄັ້ງປະຖົມມະເລີກຂອງຄະ ນະບໍລິຫານງານພັກແຂວງຄຳ ມ່ວນ ຄັ້ງທີ X ໄດ້ເລືອກຕັ້ງເອົາ ຄະນະປະຈຳພັກແຂວງ ຈຳນວນ 11 ສະຫາຍ, ຍິງ 1 ສະຫາຍ ໂດຍໄດ້ເຫັນດີເປັນເອກະພາບກັນ ເລືອກເອົາ ສະຫາຍ ວັນໄຊ ພອງ ສະຫວັນ ເປັນເລຂາຄະນະບໍລິ ຫານງານພັກແຂວງຄຳມ່ວນ ຄັ້ງທີ X, ສະຫາຍ ບຸນມີ ພີມມະ ສອນ ເປັນຮອງເລຂາຄະນະບໍລິ ຫານງານພັກແຂວງ, ສະຫາຍ ວົງເພັດ ຈິດປັນຍາ ເປັນຮອງເລ ຂາຄະນະບໍລິຫານງານພັກແຂວງ ແລະ ໄດ້ເລືອກຕັ້ງເອົາ ສະຫາຍ ຄຳສອນ ອ້ວນທະວີ ເປັນປະທານ ຄະນະກວດກາພັກແຂວງ, ສະ ຫາຍ ສີສຸກ ພີມມະສອນ, ສະຫາຍ ສະເຫຼີມສັກ ແກ້ວຈັນທະລາ ແລະ ສະຫາຍ ນາງ ໂພໄຊ ຮົ່ມສະ ຫວັນ ເປັນຮອງປະທານຄະນະ ກວດກາພັກແຂວງຄຳມ່ວນ. ພ້ອມນັ້ນ, ກອງປະຊຸມ ຍັງໄດ້ ປ່ອນບັດເລືອກເອົາຜູ້ແທນສົມບູນ ແລະ ສຳຮອງໄປເຂົ້າຮ່ວມກອງ ປະຊຸມໃຫຍ່ຄັ້ງທີ XI ຂອງພັກ ທີ່ຈະຈັດຂຶ້ນໃນຕໍ່ໜ້າ ຈຳນວນ 26 ສະຫາຍ, ໃນນັ້ນ ຜູ້ແທນສົມບູນ 23 ສະຫາຍ, ຜູ້ແທນສຳຮອງ 3 ສະຫາຍ. ໂອກາດດັ່ງກ່າວ, ສະຫາຍ ຄຳພັນ ພົມມະທັດ ໄດ້ມີຄຳເຫັນ ໂອ້ລົມ ໂດຍໄດ້ສະແດງຄວາມ ຍ້ອງຍໍຊົມເຊີຍຕໍ່ຜົນສຳເລັດ ຂອງ ກອງປະຊຸມໃນຄັ້ງນີ້, ພ້ອມ ທັງເນັ້ນໃຫ້ ຄະນະພັກຊຸດໃໝ່ ຕ້ອງຢືນຢູ່ບົນຈິດໃຈບຸກທະລຸ ຢ່າງແຂງແຮງ ເພື່ອນຳພາແຂວງ ຄໍາມ່ວນ ໃຫ້ກ້າວຂຶ້ນຕາມທິດ ທີ່ໄດ້ກໍານົດໄວ້, ແນໃສ່ຮັບປະກັນ ໃຫ້ແຂວງຄຳມ່ວນ ສືບຕໍ່ມີສະ ຖຽນລະພາບທາງດ້ານການ ເມືອງຢ່າງໜັກແໜ້ນ, ສັງຄົມ ມີຄວາມສະຫງົບສຸກ, ເປັນລະ ບຽບຮຽບຮ້ອຍ ແລະ ຮັບປະກັນ ບາດກ້າວທີ່ໝັ້ນທ່ຽງ, ໜັກແໜ້ນ, ການພັດທະນາດ້ານວັດທະນາ ທໍາ-ສັງຄົມ ແລະ ການປົກປັກຮັກ ສາຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມຕ້ອງໄປຕາມ ທິດພັດທະນາສີຂຽວ ແລະ ຍືນ ຍົງຢ່າງແທ້ຈິງ, ພ້ອມທັງໃຫ້ຖື ເອົາການແກ້ໄຂປະກົດການຫຍໍ້ທໍ້ ໃນສັງຄົມ ເປັນຕົ້ນບັນຫາຢາ ເສບຕິດ, ອຸປະຕິເຫດຕາມທ້ອງ ຖະໜົນ, ການຄ້າຂາຍເຖື່ອນ ແລະ ການຄ້າມະນຸດ ເປັນບັນ ຫາສໍາຄັນ. ທັງໃຫ້ ຮີບຮ້ອນນໍາ ພາຊີ້ນໍາການຈັດຕັ້ງຜັນຂະຫຍາຍ ເນື້ອໃນ ມະຕິກອງປະຊຸມໃຫຍ່ ຄັ້ງນີ້ ໃຫ້ເປັນແຜນງານ, ໂຄງການ ແລະ ສ້າງເປັນນິຕິກໍາລະອຽດ ເລີ່ມແຕ່ການຈັດຕັ້ງເຜີຍແຜ່, ເຊື່ອມຊຶມ ໃນຄະນະບໍລິຫານງານ ພັກແຂວງ ລົງໄປເຖິງຄະນະພັກ ແຕ່ລະຂັ້ນເພື່ອເຮັດໃຫ້ພະນັກງານ ແລະ ປະຊາຊົນ ມີຄວາມຮັບຮູ້, ເຂົ້າໃຈ, ເຊື່ອມຊຶມ, ກໍາແໜ້ນຕໍ່ ທິດທາງ, ແຜນນະໂຍບາຍ ແລະ ຄາດໝາຍສູ້ຊົນຕ່າງໆ ຢ່າງເລິກ ເຊິ່ງ. ຂ່າວ-ພາບ: ທະນູທອງ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ