ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ທີ່ປຶກສາທູດຝ່າຍປ້ອງກັນຊາດ ສສ ຫວຽດນາມ ເຂົ້າອ້ວຍພອນຫົວໜ້າກົມພົວພັນຕ່າງປະເທດ
ເວລາອອກຂ່າວ: 2020-12-01 10:00:11 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 280 | ຄວາມນິຍົມ:



ວັນທີ 30 ພະຈິກນີ້, ສະ ຫາຍ ພັນເອກ ພິເສດ ຫວໍ ວັນ ຖົ້ງ ທີ່ປຶກສາທູດຝ່າຍປ້ອງ ກັນ ຊາດ ສສ ຫວຽດນາມ ປະຈຳ ສປປ ລາວ ໄດ້ນຳເອົາກະຕ່າຂອງຂວັນ ເຂົ້າອວຍພອນ ສະຫາຍ ພົນຈັດ ຕະວາ ແກ່ນຈັນ ນັນທະລັງສີ ຫົວໜ້າກົມພົວພັນຕ່າງປະເທດ ກະຊວງປ້ອງກັນປະເທດ ເນື່ອງໃນໂອກາດວັນສະຖາປະນາ ສາ ທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຄົບຮອບ 45 ປີ. ໂອກາດນີ້, ທີ່ປຶກສາທູດຝ່າຍ ປ້ອງກັນຊາດ ສສ ຫວຽດນາມ ໄດ້ກ່າວຄຳອວຍພອນໄຊອັນປະ ເສີດໃຫ້ສະຫາຍຫົວໜ້າກົມພົວ ພັນຕ່າງປະເທດ ພ້ອມດ້ວຍຄະ ນະ ຕະຫຼອດຮອດພະນັກງານ ຫຼັກແຫຼ່ງໃນກົມດັ່ງກ່າວ ຈົ່ງມີສຸ ຂະພາບແຂງແຮງພະລະນາໄມ ສົມບູນ, ມີຄວາຜາສຸກໃນຊີວິດ ສ່ວນຕົວ ແລະ ຄອບຄົວ ເພື່ອສືບ ຕໍ່ເຮັດສຳເລັດໜ້າທີ່ການເມືອງ ຂອງຕົນ ແລະ ສືບຕໍ່ຊີ້ນຳ-ນຳພາ ກົມພົວພັນຕ່າງປະເທດ ເວົ້າ ລວມ, ເວົ້າສະເພາະ ແມ່ນການ ພົວພັນຮ່ວມມືຮອບດ້ານລະ ຫວ່າງສອງຊາດ, ສອງກອງທັບ ລາວ-ຫວຽດນາມ ໃຫ້ນັບມື້ເຕີບ ໃຫຍ່ເຂັ້ມແຂງຂຶ້ນໄປເລື້ອຍໆ. ໃນໂອກາດດັ່ງກ່າວ, ສະ ຫາຍຫົວໜ້າກົມພົວພັນຕ່າງ ປະເທດ ໄດ້ສະແດງຄວາມຂອບ ໃຈຕໍ່ສະຫາຍທີ່ປຶກສາທູດຝ່າຍ ປ້ອງກັນຊາດຫວຽດນາມ ທີ່ຍາມ ໃດກໍເປັນຫ່ວງເປັນໃຍຢູ່ສະເໝີ ພ້ອມທັງອວຍພອນໄຊອັນປະເສີດ ໃຫ້ສະຫາຍ ຫວໍ ວັນ ຖົ້ງ ພ້ອມ ດ້ວຍຄະນະ ຈົ່ງມີສຸຂະພາບແຂງ ແຮງ, ມີຜົນສຳເລັດໃນທຸກໜ້າທີ່ ວຽກງານ ພ້ອມກັນເສີມຂະຫຍາຍ ສາຍພົວພັນລະຫວ່າງສອງຝ່າຍ ໃຫ້ແໜ້ນແຟ້ນ ແລະ ມີການພັດ ທະນາກ້າວຂຶ້ນໄປຢ່າງບໍ່ຢຸຸດຢັ້ງ. ໂດຍ: ຈິດ ເພັດພູທອງ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ