ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ສສຊ ຮັບຮອງເອົາບົດລາຍງານປີ 2020 ແລະ ທິດທາງແຜນການຂອງອົງການກວດສອບແຫ່ງລັດ
ເວລາອອກຂ່າວ: 2020-11-06 21:02:44 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 48 | ຄວາມນິຍົມ:



ກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດ ທີ VIII ໃນວັນທີ 6 ພະຈິກ 2020 ນີ້, ເຊິ່ງເປັນມື້ທີ 9 ຂອງ ການດຳເນີີນກອງປະຊຸມໂດຍ ການເປັນປະທານຂອງ ທ່ານ ປອ ບຸນປອນ ບຸດຕະນະວົງ ຮອງ ປະທານສະພາແຫ່ງຊາດ, ພ້ອມ ດ້ວຍບັນດາທ່ານສະມາຊິກສະ ພາແຫ່ງຊາດເຂົ້າຮ່ວມ. ກອງປະຊຸມໄດ້ຮັບຟັງການ ຂຶ້ນລາຍງານຜ່ານບົດສະຫຼຸບປີ 2020 ແລະ ທິດທາງແຜນການ ປີ 2021 ຂອງວຽກງານກວດ ສອບແຫ່ງລັດ ເຊິ່ງສະເໜີໂດຍ ທ່ານ ນາງ ວຽງທອງ ສີພັນດອນ ປະທານອົງການກວດສອບແຫ່ງ ລັດ, ໃນ 10 ເດືອນ ປີ 2020, ອົງ ການກວດສອບແຫ່ງລັດ ໄດ້ເປັນ ເຈົ້າ ການເອົາໃຈໃສ່ປະຕິບັດໜ້າທີ່ ຂອງຕົນດ້ວຍຄວາມຮັບຜິດຊອບ ສູງ ແລະ ໄດ້ສ້າງແຜນການເຄື່ອນ ໄຫວກວດສອບ, ເຊິ່ງມີເປົ້າໝາຍ136 ເປົ້າໝາຍ, ໃນນີ້ເປັນເປົ້າ ໝາຍຕົ້ນຕໍມີຈຳນວນ 94 ເປົ້າ ໝາຍ ແລະ ເປົ້າໝາຍແຍກແຕ່ລະ ກົມກອງຈຳນວນ 42 ເປົ້າໝາຍ ເຊິ່ງກຳລັງດຳເນີນໄປດ້ວຍຄວາມ ຂຸ້ນຂ້ຽວ ທັງນີ້ເພື່ອແນໃສ່ການຄຸ້ມ ຄອງງົບປະມານແຫ່ງລັດ ໃຫ້ມີ ຄວາມໂປ່ງໃສ, ປະຢັດມັດທະຍັດ ມີປະສິດທິພາບ ແລະ ປະສິດທິຜົນ ໃນການນຳໃຊ້ງົບປະມານແຫ່ງ ລັດ ເພື່ອບໍ່ໃຫ້ຮົ່ວໄຫຼ ເອົາໃຈໃສ່ ຕ້ານ ແລະ ສະກັດກັ້ນ ບັນດາປະ ກົດການຫຍໍ້ທໍ້ ແລະ ເພີ່ມຄວາມ ຮັບຜິດຊອບທາງດ້ານການເມືອງ ໃຫ້ແກ່ຂະແໜງການຂອງລັດ, ໄດ້ເຂົ້າຮ່ວມ ແລະ ດຳເນີນການ ກວດສອບກັບ 17 ແຂວງ, ນະ ຄອນຫຼວງ ແລະ 7 ກະຊວງເປົ້າ ໝາຍ ພ້ອມທັງສະເໜີລາຍງານ ຜົນຂອງການກວດສອບໃຫ້ແກ່ ປະທານສະພາປະຊາຊົນຂັ້ນ ແຂວງ, ນະຄອນຫຼວງວຽງຈັນ ເພື່ອຕິດຕາມ ແລະ ເອົາໃຈໃສ່ປັບ ປຸງແກ້ໄຂ. ຫຼັງຈາກນັ້ນບັນດາທ່ານ ສສຊ ໃນແຕ່ລະເຂດເລືອກຕັ້ງ ໄດ້ຜັດປ່ຽນກັນຂຶ້ນປະກອບຄຳ ຄິດຄຳເຫັນໃສ່ບົດລາຍງານຢ່າງ ກົງໄປກົງມາຍົກໃຫ້ເຫັນຫຼາຍ ດ້ານທີ່ຕັ້ງໜ້າ ແລະ ຫຍໍ້ທໍ້, ສິ່ງ ທ້າທາຍຕໍ່ວຽກງານກວດສອບ ເປັນຕົ້ນແມ່ນພະນັກງານ-ນັກ ກວດສອບ ຍັງບໍ່ທັນເປັນເຈົ້າການ ແລະ ເຂັ້ມງວດໃນການປະຕິບັດ ໜ້າທີ່ ຂາດຂັ້ນຕອນໃນການສ້າງ ແຜນການກວດສອບ, ເອກະສານ ແລະ ຂັ້ນຕອນໃນການກວດສອບ ຍັງບໍ່ເອກະພາບຮັດກຸມ, ບໍ່ຄົບ ຖ້ວນ, ກົນໄກການປະສານງານ ກັບຫົວໜ່ວຍງົບປະມານ, ກົມ ກອງວິຊາສະເພາະ ແລະ ອົງ ການກວດສອບປະຈຳພາກຍັງ ເຮັດບໍ່ໄດ້ດີ, ຍັງມີຫຼາຍຂອດຫຼາຍ ຂັ້ນ ແລະ ຊັກຊ້າແກ່ຍາວ, ບາງກໍ ລະນີປະກອບເອກະສານ ບໍ່ຄົບ ຖ້ວນ ແລະ ຊັດເຈນ, ການກວດ ສອບຄືນຜົນການກວດເຫັນການ ເພີ່ມລາຍຮັບ-ລາຍຈ່າຍຂອງບັນ ດາຫົວໜ່ວຍທຸລະກິດ, ທະນາ ຄານທຸລະກິດລັດ ຍັງປະຕິບັດ ໄດ້ຊັກຊ້າ ສະນັ້ນ ສສຊ ຈິ່ງສະເໜີ ໃຫ້ອົງການກວດສອບເປັນເຈົ້າ ການຊີ້ນຳ-ນຳພາ ແລະ ສືບຕໍ່ປະ ຕິບັດໜ້າທີ່ຂອງຕົນໃຫ້ມີປະສິດທິພາບ ເພື່ອສ້າງຄວາມເຊື່ອໝັ້ນ ໃຫ້ແກ່ພາກສ່ວນຕ່າງໆ ໃນສັງ ຄົມ. ຜ່ານການຄົ້ນຄວ້າ, ພິຈາລະ ນາ ແລະ ປະກອບຄຳຄິດຄຳເຫັນ ດ້ວຍເນື້ອໃນທີ່ອຸດົມສົມບູນ ຄົບ ຖ້ວນຮັດກຸມ ແລະ ສາມາດນຳໄປ ຈັດຕັ້ງປະຕິບັດໄດ້, ໃນຕອນທ້າຍ ບັນດາທ່ານສະມາຊິກສະພາແຫ່ງ ຊາດໄດ້ພ້ອມກັນລົງຄະແນນສຽງ ຮັບຮອງເອົາບົດລາຍງານປີ 2020 ແລະ ທິດທາງແຜນການ ປີ 2021 ດ້ວຍຄະແນນສຽງສ່ວນ ຫຼາຍ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ