ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ປະດັບຫຼຽນໄຊແຮງງານຊັ້ນ III ໃຫ້ທີ່ປືກສາທູດຝ່າຍປ້ອງກັນຊາດ ສປ ຈີນ
ເວລາອອກຂ່າວ: 2020-11-06 20:57:13 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 90 | ຄວາມນິຍົມ:



ໃນວັນທີ 5 ພະຈິກ 2020 ນີ້, ກະຊວງປ້ອງກັນປະເທດໄດ້ ຈັດພິທີປະດັບຫຼຽນໄຊແຮງງານ ຊັ້ນ III ໃຫ້ທີ່ປຶກສາທູດຝ່າຍປ້ອງ ກັນຊາດ ສປ ຈີນ ປະຈຳ ສປປ ລາວ ໂດຍການເຂົ້າຮ່ວມຂອງ ສະຫາຍ ພົນຕີ ສອນທອງ ພົມລາວົງ ກໍາມະການຄະນະ ພັກກະຊວງປ້ອງກັນປະເທດ ຮອງຫົວໜ້າກົມໃຫຍ່ການເມືອງ ກອງທັບ, ສະຫາຍ ພັນເອກ ພິເສດ ເສີນ ຢົງຈິ້ງ ທີ່ປຶກສາທູດຝ່າຍ ປ້ອງ ກັນຊາດ ສປ ຈີນ ຕາງໜ້າໃຫ້ ກົມພົວພັນຕ່າງປະເທດ ແລະ ພະ ນັກງານວິຊາການທີ່ກ່ຽວຂອງ ເຂົ້າຮ່ວມ. ສະຫາຍ ພັນເອກ ວັນລະ ວົງ ນັນທະວົງ ຮອງຫົວໜ້າກົມ ນະໂຍບາຍ ກົມໃຫຍ່ການເມືອງ ກອງທັບ ໄດ້ຂຶ້ນຜ່ານດຳລັດຂອງ ປະທານປະເທດ ແຫ່ງ ສປປ ລາວ ວ່າດ້້ວຍການປະດັບຫຼຽນໄຊ ແຮງງານຊັ້ນ III ໃຫ້ແກ່ ສະຫາຍ ພັນ ເອກ ພິເສດ ເສີນ ຢົງຈິ້ງ ທີ່ປຶກສາທູດຝ່າຍປ້ອງກັນຊາດ ສປ ຈີນ ປະຈຳ ສປປ ລາວ ທີ່ມີ ຜົນງານດີເດັ່ນ ໃນການປະກອບ ສ່ວນເຂົ້າໃນການປະຕິບັດໜ້າທີ່ວຽກງານ ໃນການເສີມຂະຫຍາຍ ສາຍພົວພັນມິດຕະພາບ, ການ ຮັດແໜ້ຍຄວາມສາມັກຄີ ແລະ ການຮ່ວມມືຮອບດ້ານລະຫວ່າງ ສອງຊາດ ສອງພັກ ກໍຄື:, ສອງ ກອງທັບລາວ-ຈີນ ຕະຫຼອດໄລ ຍະ ຜ່ານມາ ແລະ ເນື່ອງໃນໂອກາດ ສະເຫຼີມສະຫຼອງວັນສ້າງຕັ້ງ ກອງທັບປະຊາຊົນລາວຄົບຮອບ 70 ປີ, ຜົນງານດັ່ງກ່າວເປັນ ການປະກອບສ່ວນອັນສຳຄັນ ເຂົ້າໃນການພັດທະນາ ສາທາລະ ນະລັດ ປະຊາທິປະໄຕ ປະຊາ ຊົນ ລາວ ຕະຫຼອດມາ. ໂອກາດນີ້ສະ ຫາຍ ພົນຕີ ສອນທອງ ພົມລາ ວົງ ກໍໄດ້ປະດັບຫຼຽນໄຊແຮງງານຊັ້ນ III ໃຫ້ ສະຫາຍ ພັນເອກ ພິເສດ ເສີນ ຢົງຈິ້ງ ຢ່າງສົມກຽດ. ໂດຍ: ອາຫວຸ້ນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ