ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ຮອງຫົວໜ້າກົມທະຫານຊາຍແດນ ເຄື່ອນໄຫວວຽກງານຢູ່ກອງຮ້ອຍທະຫານຊາຍແດນ 122
ເວລາອອກຂ່າວ: 2020-11-06 19:22:56 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 1328 | ຄວາມນິຍົມ:



ໃນວັນທີ 2 ພະຈິກ 2020 ນີ້, ສະຫາຍ ພັນເອກ ອຸ່ນຄໍາ ສີ ແຫວນວົງສັກ ຮອງຫົວໜ້າກົມທະ ຫານຊາຍແດນ ກົມໃຫຍ່ເສນາ ທິການກອງທັບ ພ້ອມດ້ວຍຄະນະ ໄດ້ເຄື່ອນໄຫວ ກວດກາວຽກງານ ຄຸ້ມຄອງປ້ອງກັນຊາຍແດນ ຢູ່ ກອງ ຮ້ອຍທະຫານຊາຍແດນ 122 ກອງບັນຊາການທະຫານແຂວງ ບໍ່ແກ້ວ, ໂດຍການຕ້ອນຮັບຂອງ ສະຫາຍ ພັນຕີ ຄໍາແກ້ວ ແສງ ຄໍາຢອງ ຫົວໜ້າການທະຫານ ກອງຮ້ອຍ 122 ພ້ອມດ້ວຍຄະນະ. ສະຫາຍ ພັນຕີ ຄໍາແກ້ວ ແສງ ຄໍາຢອງ ໄດ້ລາຍງານສະພາບ ໂດຍລວມຂອງກົມກອງ ຜ່ານ ການຈັດຕັ້ງປະຕິບັດໜ້າທີ່ວິຊາ ສະເພາະໃນໄລຍະຜ່ານມາ, ເປັນ ຕົ້ນແມ່ນການປະຕິບັດກົດໝາຍ ລາດຕະເວນຮ່ວມກັບ ສປ ຈີນ, ການປ້ອງກັນເວນຍາມ, ຮັກສາ ຄ້າຍຄູ, ເຄື່ອນໄຫວລາດຕະເວນ ທາງນ້ໍາ, ທາງບົກຕາມຂອບເຂດ ຊາຍແດນທີ່ກົມກອງຮັບຜິດຊອບ ເຊິ່ງໄດ້ເຮັດໃຫ້ສະພາບມີຄວາມ ເປັນລະບຽບຮຽບຮ້ອຍ ແລະ ມີຄວາມສະຫງົບປອດໄພໂດຍ ພື້ນຖານ. ໂອກາດດັ່ງກ່າວ ສະຫາຍ ຮອງຫົວໜ້າກົມຫົວໜ້າທະຫານ ຊາຍແດນ ກົມໃຫຍ່ເສນາທິການ ກອງທັບ ໄດ້ຍ້ອງຍໍຊົມເຊີຍ ຕໍ່ຜົນ ງານພົ້ນເດັ່ນ ພ້ອມທັງຮຽກຮ້ອງ ຄະນະພັກ-ຄະນະບັນຊາກອງ ຮ້ອຍ 122 ເອົາໃຈໃສ່ສຶກ ສາອົບຮົມການເມືອງ-ນໍາພາ ແນວຄິດໃຫ້ພະນັກງານ-ນັກ ຮົບພາຍໃນກົມກອງມີແນວຄິດ ຫຼັກໝັ້ນ, ອຸ່ນອຽນທຸ່ນທ່ຽງ, ເຊື່ອໝັ້ນຕໍ່ການນໍາພາຂອງພັກ- ລັດ, ຮູ້ຈັກຈໍາແນກໄດ້ມິດສັດຕູ ຢ່າງຈະແຈ້ງ, ເອົາໃຈໃສ່ເຝິກ ແອບ ຮໍ່າຮຽນສີລະປະຍຸດ-ຍຸດ ທະວິທີປ້ອງກັນຊາຍແດນໃຫ້ ຊໍານານຄ່ອງແຄ້ວ ຕັ້ງໜ້າເຄື່ອນ ໄຫວກວດກາລາດຕະເວນທາງ ນ້ຳຮ່ວມກັບຝ່າຍຈີນເພື່ອຊອກ ຄົ້ນກຸ່ມຄົນບໍ່ຫວັງດີທີ່ເຄື່ອນ ໄຫວຢູ່ຕາມແລວຊາຍແດນ, ອົດທົນຜ່ານຜ່າຄວາມຫຍຸ້ງຍາກ ນາໆປະການ ເພື່ອເຮັດໃຫ້ທ້ອງ ຖິ່ນມີຄວາມສະຫງົບ, ມີຄວາມ ເປັນລະບຽບຮຽບຮ້ອຍ. ສືບຕໍ່ ຍົກສູງຄວາມຮັບຜິດຊອບຕໍ່ ໜ້າທີ່ການເມືອງຂອງຕົນ, ເພີ່ມ ທະວີບົດບາດເປັນເຈົ້າການ ເຕົ້າໂຮມຄວາມສາມັກຄີ ພາຍ ໃນໃຫ້ເປັນປຶກແຜ່ນ, ມີແບບ ແຜນດຳເນີນຊີວິດ ແລະ ແບບ ແຜນວິທີເຮັດວຽກຢ່າງຮັດກຸມ, ລະອຽດຈະແຈ້ງ, ຊຸກຍູ້ຂະບວນການເພີ່ມພູນຜະລິດຜົນຕາມທິດຊີ້ນໍາເພິ່ງຕົນເອງ, ກຸ້ມຕົນເອງ, ສ້າງຄວາມເຂັ້ມແຂງດ້ວຍຕົນ ເອງທີ່ຂັ້ນເທິງວາງອອກໃຫ້ປະ ກົດຜົນເປັນຈິງ. ໂດຍ: ສົມພອນ ແກ້ວສູລີນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ