ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ປະກາດເລື່ອນຊັ້ນ -​ ເລື່ອນທຽບຊັ້ນໃຫ້ນາຍທະຫານຢູ່ກອງພັນໃຫຍ່ 497
ເວລາອອກຂ່າວ: 2020-11-06 19:21:49 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 1473 | ຄວາມນິຍົມ:



ທ້າຍເດືອນ ຕຸລາ ຜ່ານ ມານີ້, ກອງພັນໃຫຍ່ 497 ໄດ້ຈັດ ພິທີປະກາດເລື່ອນຊັ້ນ-ທຽບຊັ້ນ ໃຫ້ນາຍທະຫານ, ໂດຍການເປັນ ປະທານ ຂອງສະຫາຍ ພັນເອກ ຄຳເພັງ ແກ້ວວົງສາ ຫົວໜ້າ ການເມືອງກອງພັນໃຫຍ່ 497, ມີຄະນະພັກ-ຄະນະບັນຊາ, ພະ ແນກການ, ກົມກອງ,ພະນັກ ງານ-ນັກຮົບ ທີ່ໄດ້ຮັບການເລື່ອນ ຊັ້ນ-ທຽບຊັ້ນໃໝ່ເຂົ້າຮ່ວມ. ສະຫາຍ ພັນຕີ ວຽງ ແກ້ວ ບຸນຍະສານ ຫົວໜ້າຂະ ແໜງພະນັກງານ ພະແນກການ ເມືອງໄດ້ຂຶ້ນຜ່ານຂໍ້ຕົກລົງຂອງ ກະຊວງປ້ອງກັນປະເທດ ແລະ ຂອງກົມໃຫຍ່ການເມືອງກອງ ທັບ ວ່າດ້ວຍ ການເລື່ອນຊັ້ນ- ທຽບຊັ້ນໃຫ້ນາຍທະຫານຢູ່ກອງ ພັນໃຫຍ່ 497 ໃນນີ້, ເລື່ອນທຽບ ຊັ້ນ, ຮ້ອຍເອກ ຂຶ້ນ ພັນຕີ ຈຳນວນ 11 ສະຫາຍ, ເລື່ອນຊັ້ນ ຮ້ອຍເອກ ຂຶ້ນພັນຕີ 2 ສະຫາຍ, ເລື່ອນຊັ້ນ ຮ້ອຍໂທ ຂຶ້ນ ຮ້ອຍເອກ 25 ສະຫາຍ, ເລື່ອນທຽບຊັ້ນ ຮ້ອຍ ໂທ ຂຶ້ນ ຮ້ອຍເອກ 1 ສະຫາຍ, ເລື່ອນຊັ້ນ ຮ້ອຍຕີ ຂຶ້ນ ຮ້ອຍໂທ ຈຳນວນ 24 ສະຫາຍ, ເລື່ອນ ທຽບຊັ້ນ 2 ສະຫາຍ, ປະດັບທຽບ ຊັ້ນ ຮ້ອຍໂທ ໃຫ້ນັກຮຽນທີ່ຮຽນ ຈົບສາຍລັດ ຈຳນວນ 6 ສະ ຫາຍ ແລະ ເລື່ອນຊັ້ນ ວາທີ ຂຶ້ນ ຮ້ອຍຕີ ຈຳນວນ 10 ສະຫາຍ, ເລື່ອນທຽບຊັ້ນ 3 ສະຫາຍ ແລະ ປະດັບທຽບຊັ້ນ ຮ້ອຍຕີ ອີກ 1 ສະຫາຍ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ